ນັກສຶກສາໜຸ່ມ ຈາກ ສປປ ລາວ ກໍາລັງຕຽມເອົາ ປະລິນຍາເອກ ທີ່ປະເທດອີຕາລີ

  • ກິ່ງສະຫວັນ ປະຖຳມະວົງ

ທ່ານ ຫັດທະຈັນ ພິມພັນທະວົງ ນັກສຶກສາ ປະລິນຍາເອກ ທີ່ເມືອງ Trento ປະເທດ ອີຕາລີ ຢ້ຽມຢາມ ຫ້ອງຂ່າວ ວີໂອເອ.

ຫັດທະຈັນ ພິມພັນທະວົງ ນັກສຶກສາ ຈາກ ສປປ ລາວ ກໍາລັງກຽມເອົາ ປະລິນຍາເອກ ໃນເດືອນຕຸລາ ປີນີ້ ຈາກມະຫາວິທະຍາໄລ Trento ໃນ ພາກເໜືອຂອງປະເທດ ອີຕາລີ.
ປະ​ເທດ​ທີ່​ມີ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮຶ່ອງ ກໍ​ຍ້ອນ​ວ່າ​ມີ​ປະ​ຊາ​ຄົມ ໄດ້
ຮັບ​ການ​ສຶກ​ສາ​ສູງ ການ​ສຶກ​ສາແມ່​ນ​ຫົນ​ທາງ​ໄປ​ສູ່​ແສງ​ສະ​ຫວ່າງ
ທີ່​ນຳ​ມາ​ແຫ່ງຜົນ​ສຳ​ເລັດ​ໃນ​ການປະ​ກອບ​ວິ​ຊາອາ​ຊີບ ແລະເປັນ
ພື້ນຖານ​ອັນ​ສໍາຄັນ​ທີ່​ສຸດໃນ​ການ ນຳ​ພາສ້າງ​ສາ ພັດ​ທະ​ນາ​ປະ​
ຊາ​ຄົມຂອງປະ​ເທດ. ແຕ່​ວ່າ ກ່ອນ​ຈະ​ໄດ້​ມາ​ເຖິງ​ຈຸດ​ໝາຍ​ດັ່ງ​ກ່າວ
​ນີ້ ມັນ​ບໍ່​ເປັນ​ທີ່​ງ່າຍ​ດາຍ ໂດຍ​ສະ​ເພາະ​ຜູ່​ທີ່ຢູ່​ໃນບັນ​ດາປະ​ເທດ
ທີ່​ກຳ​ລັງ​ພັດ​ທະ​ນາ.

ປະ​ຊາ​ກອນ​ລາວ ບໍ່​ວ່າ​ຢູ່​ໃນ ແລະ​ນອກ​ປະ​ເທດ ລ້ວນ​ແລ້ວ​ແຕ່​ເປັນ​ຜູ້​ທີ່ມີ​ຄວາມ​ສາ​ມາດ ສະ​ຫລ​ຽວສະຫລາດ ​ແລະ​ພິ​ສູດ​ໃຫ້​ເຫັນ​ໄດ້​ຢ່າງ​ຈະແຈ້ງວ່າ ໂອ​ກາດແມ່ນກະ​ແຈ​ອັນ​ສຳ​ຄັນ​ທີ່​ສຸດ ທີ່​ເປັນ​ແສງ​ທຽນ ເບີກ​ທາງສົ່ງ​ເສີມ ​ໃຫ້ແກ່ຜູ້​ສະ​ແຫວງ​ຫາ​ການ​ສຶກ​ສາ. ​ປັດຈຸບັນ​ນີ້​ເຮົາສັງ​ເກດເຫັນວ່າ ​ບັນ​ດາ​ເຍົາ​ວະ​ຊົນລາວ ​ແລະເຊື້ອ​ສາຍ​ລາຍ​ລອງຂອງ​ຊົນ​ຊາດລາວ ທີ່​ຢູ່​ທົ່ວທຸກ​ໝູ່ມ​ໂລກ ພາ​ກັນ​ໄດ້​ຮັບ​ການ​ສຶກ​ສາສູງ ​ແລະ ມີ​ຄວາ​ມກ້າວ​ໜ້າ ຢູ່ໃນຫລາຍໆ​ຂະ​ແໜງ ເໜືອ​ໄປກົ່ວ​ສະ​ໃໝ​ໃດໆ ທີ່​ໜ້າ​ພາກພູມ​ໃຈ ​ແລະ​ໜ້າສັນ​ລະ​ເສີນ ຊຶ່ງບໍ່​ເຄີຍ​ມີ​ມາ​ກ່ອນ ​ໃນ​ປະວັດ​ສາດ​ອັນ​ຍາວ​ນານຂອງປະຊາ​ຄົມ​ລາວ.

Hatthachanh Phimphanthavong



ພາຍ​ໃຕ້​ຄວາມ​ສຳ​ເລັດດັ່ງກ່າວນີ້ ບາງ​ຄັ້ງ​ເຮົາ​ຈະ​ເຫັນສິ່​ງ​ແປກໆ ຊຶ່ງ​ຜູ້​ສະແຫ​ວງ​ຫາ​ການ​ສຶກ​ສານັ້ນ ມີ​ຄວາມພາກ​ພຽນອົດ​ທົນ ບຶກ​ບືນ ດ້ວຍຕົນ​ເອງ ເໜືອ​ໄປ​ກວ່າຄ​ວາມ​ສາ​ມາດ ​ແລະຄວາມ​ເຂົ້າ​ໃຈ​ຂອງຜູ້​ປົກ​ຄອງ ​ແລະ​ປະຊາຄົມ​ທົ່ວໆ​ໄປ ດັ່ງ​ໂຕ​ຢ່າງ ຊີ​ວິດ​ຂອງ ທ່ານ ຫັດ​ທະ​ຈັນ ​ພິ​ມ​ພັນ​ທະ​ວົງ ໜຸ່ມ​ລາວ ທີ່​ກໍາລັງ​ກໍາລັງຂຽນ ວິທະຍານິ​ພົນ ການພັດທະນາ ທ້ອງ​ຖິ່ນ ​ແລະການ​ປ່ຽ​ນແປງ​ຂອງ​ໂລກ ຫລື Local Development and Global Dynamics​ ​ເພື່ອ​ຕຽມ​ເອົາ ປະລິນຍາ​ເອກ ຈາ​ກມ​ະຫາ​ວິທະ​ຍາ​ໄລ Trento ຕັ້ງຢູ່ພາກ​ເໜືອ​ຂອງ ປະ​ເທດ ອີ່​ຕາ​ລີ ​ຊຶ່ງ​ຈະປະສົບ​ຜົນ​ສໍາ​ເລັດໃນ​ເດືອນ​ຕຸລາ ຈະ​ມາ​ເຖິງ​ນີ້.

ທ່ານ ຫັດ​ທະ​ຈັນ ເກີດ​ຢູ່​ບ້ານ​ທາ​ອຸດົມ ​ເມຶ​ອງປາກ​ເຊ ​ແຂວງ​ຈໍາປາ​ສັກ ​ເປັນ​ລູກ​ຊາຍຜູ່​ທີ 5 ຂອງອ້າ​ຍ​ເອື້​ອຍນ້ອງ​ທັງ​ໝົດ 9 ຄົນ ​ປັດຈຸ​ບັນ​ນີ້ ອ້າຍເອື້ອຍນ້ອງ ຍັງພາກັນທໍາ​ມາ​ຫາ​ກິນ​ຕັ້ງ​ຫລັກ​ແຫ​ລ່ງຢູ່ທີ່​ນັ້ນ ແລະ​ມີ​ແຕ່ ຫັດ​ທະ​ຈັນ ຄົນ​ດຽວໃນ​ຄອບຄົວ ທີ່ສາມາດ ບຶກ​ບືນ​ຊຸກຍູ້​ຕົນ​ເອງ ​ອອກ​ມາ​ສູ່​ໂລກ​ພາຍ​ນອກ​ໄດ້​ຢ່າງ​ໜ້າ​ສັນລະ​ເສີນ.

​ທ່ານ ຫັດ​ທະ​ຈັນ ສໍາ​ເລັດ​ການ​ສຶກສາ ​ໄດ້​ຮັບ​ສອງປະລີນຍາ​ຕີ ​ຈາກມະຫາວິທະຍາ​ໄລ ​ແຫ່ງ​ຊາດ ທີ່ ສປປ ລາວ ຄື ປະລິນຍາ​ເສດ​ຖະ​ສາດ ​ແລະ​ສິນ​ລະ​ປະສາດ ຝ່າຍ​ພາສາ​ອັງກິດ ຕິດຕາມ​ມາ​ດ້ວຍ ສອງປະລິນຍາ​ໂທ ຝ່າ​ຍທຸລະ​ກິດ ກາ​ນປົກຄອງ ​ແລະ​ຝ່າຍ​ເສ​ດ ຖະ​ສາດ. ປັດ​ຈຸ​ບັນ​ນີ້ ​ທ່ານ ຫັດ​ທະ​ຈັນ ກໍາລັງ​ຕຽມ​ສະເໜີບົດວິທະຍາ​ນິພົນ ເອົາ​ປະລິນຍາ​ເອກ ຝ່າຍ​ພັດທະນາທ້ອງ​ຖິ່ນ ​ແລະ​ການ​ເຕີບ​ໂຕ​ຂອງໂລກ (Local Development and Global Danamics) ຈາກ​ມະຫາວິທະຍາ​ໄລ Trento ຕັ້ງ​ຢູ່​ທາງພາ​ກ​ເໜືອ​ຂອງປະ​ເທດ ອີ​ຕາລີ ຫ່າງ​ຈາກ​ກຸງ Rome ປະມານ 700 ກິໂລ​ແມດ​. ​

ໃນເດືອນ​ມັງກອນ ທ່ານ ຫັດ​ທະ​ຈັນ ​ໄດ້ເດີນທາງ​ມາ​ສະຫະລັດອາ​ເມຣິກາ ​ເປັນ​ຄັ້ງ​ທໍາ​ອິດ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມ Association for Social Economics ຊຶ່ງມີ​ບັນດາ​ນັກວິຊາ
ການ ເຂົ້າ​ຮ່ວມ​ ຈາກທົ່ວສະຫະລັດ ​ແລະທົ່ວ​ໂລກ ​ເປັນ​ເວລາ​ສາມ​ວັນ ຄືວັນທີ 4-6 ​ເດືອນ ມັງກອນ ທີ່​ເມືອງ San Diego ລັດ California. ຫລັງ​ຈາກ​ນັ້ນ ທ່ານຫັດ​ທະ​ຈັນ ​ໄດ້ຖື​ໂອ
ກາດ​ເດີນທາງ​ມາ​ຢ້ຽມຢາມ ນະຄອນຫລວງວໍ​ຊິງ​ຕັນ ​ແລະ​ໄດ້​ໃຫ້ການ​ສໍາພາດ​ແກ່ວີ​ໂອ​ເອ ກ່ຽວກັບ​ຊີວິດ​ຄວາມ​ເປັນ​ມາ​ຂອງ​ທ່ານ​ດັ່ງ​ນີ້ :

Your browser doesn’t support HTML5

Hatthachanh


Hatthachanh Phimphanthavong



ວີ​ໂອ​ເອ ຂອງ​ສະ​ແດງ​ຄວາມ​ຍິນ​ດີ ນໍາ​ທ່ານ ຫັດ​ທະ​ຈັນ ພິມ​ພັນທະ​ວົງ ​ໃນຜົນ​ສໍາ​ເລັດ ຄັ້ງ​ຍິ່ງ​ໃຫຍ່​ຂອງ​ຊີວິດ ​ແລະສ້າງ​ຊື່​ສຽງ​ເປັນ​ໂຕ​ຢ່າງ​ອັນ​ປະ​ເສີດ ແກ່ປະຊາ​ຄົມ​ລາ​ວ​ໂດຍ​ທົ່ວ​ໄປ. ຂໍ​ໃຫ້​ທ່ານ​ຈົ່ງ ປະສົບ​ຜົນ​ສໍາ​ເລັດ​ໃນ​ໜ້າ​ວຽກ ​ແລະ​ຂໍ​ເອົາ​ແຮງ​ໃຈ​ຊ່ວຍ​ໃນ​ການຊອກ​ຫາ​ຄູ່​ຊີວິດ​ຂອງ​ທ່ານ ​ໃນ​ອະນາ​ຄົດ​ອັນໃກ້ໆ​ນີ້.