ຊີວິດ ທ້າວແອແກ້ວ ກຸມະນີວົງ ຄົນພິການ ຕາບອດ ໃນ ສປປ ລາວ

ທ້າວແອແກ້ວ ທີ່ສອງຈາກຂວາມື ພ້ອມດ້ວຍ ຄະນະດົນຕີ ຄົນຕາບອດ ຈາກ ສປປ ລາວ ທີ່ເທດສະການດົນຕີນາໆຊາດ ຄົນຕາບອດ

ສບາຍ​ດີ ທ່ານ​ຜູ້ຟັງ​ທີ່​ເຄົາລົບ ນັ້ນ​ແມ່ນ​ສຽງ​ດົນ​ຕີ ​ແລະຮ້ອງ​ເພງ
ຂອງ ທ້າວແອແກ້ວ ຄົນ​ພິການ​ຕາບອດ ຢູ່​ນະ​ຄອນ​ຫລວງ​ວຽງ​ຈັນ.

ບັດ​ນີ້ ຂ້າພະເຈົ້າ ຈະ​ນໍາ ພາ​ທ່ານ ​ໄປ​ຢ້ຽມຢາມ​ຖາ​ມຂ່າວ ທ້າວ​
ແອ​ແກ້ວ ກຸ​ມະນີ​ວົງ ລູກ​ຊາຍ​ຄົນ​ທີ່​ຫົກ ​ແລະ​ຫລ້າ​ສຸດຂອງ ຄອບ​
ຄົວ ກຸ​ມະນີ​ວົງ ​ທີ່​ມີຖິ່ນ​ຖານ​ບ້ານ​ເກີດ​ຢູ່​ແຂ​ວງ​ເຊ​ກອງ. ຄອບຄົວ
​ກຸ​ມະນີ​ວົງ ມີ​ລູກ​ສາວ ນຶ່ງ​ຄົນ ​ແລະ​ລູກ​ຊາຍ​ຫ້າ​ຄົນ. ​ລູກສາວ​ກົກ
​ເປັນ​ນາຍ​ຄູ ລູກ​ຊາຍຜູ​ທີ່​ສອງ​ເສຍ​ຊີວິດ​ເວລາອາຍຸ 23 ປີ ລູກ​
ຊາຍຜູ້​ທີ່​ສາມ​ກໍາລັງ​ຮຽນ​ເອົາ​ປະລິນຍາ​ໂທ ຢູ່​ປະ​ເທດ​ຫວຽດນາມ ຝ່າຍ​ເສດຖະສາດ​ກາ​ນ​ເມືອງ ລູກ​ຊາຍຜູ້​ທີ່​ສີ່ ແລະ​ທີ່ຫ້າ ເປັນ​ຄົນ​ພິການ ຕາບອດ​ມາ​ແຕ່​ເກີດ ປັດ​ຈຸ​ບັນ​ນີ້ຢູ່​ກັບ​ແມ່ ທີ່​ເຊ​ກອງ ​ແລະທ້າວ​ແອ​ແກ້ວ ​ລູກ​ຊາຍ​ຫລ້າ ກໍຕາບອດ​ມາ​ແຕ່​ເກີດຄື​ກັນ ອາຍຸ 28 ປີປັດຈຸບັນ​ເປັນ​ນັກ​ສຶກສາ​ຕຽມ​ເອົາ ອະນຸ​ປະລິນ​ຍາ​ຝ່າຍ​ພາສາ​ອັງກິດ ທີ່​ມະຫາວິທະຍາ​ໄລ ສ້າ​ງຄູ ດົງ​ຄໍາ​ຊ້າງ ຕັ້ງ​ຢູ່​ຊານ​ນະຄອນ ຫລວງ​ວຽງຈັນ​.

ເຖິງ​ແມ່ນ​ວ່າ ທ້າວແອ​ແກ້ວ ກຸ​ມະນີ​ວົງ ເປັນ​ຄົນ​ພິການ​ຕາບອດ​ມາ​ແຕ່​ເກີດກໍ​ຕາມ ​ແຕ່​ວ່າ ​ແອ​ແກ້ວ ກໍ​ບໍ່​ໄດ້​ລົດ​ລະໃນ​ຄວາມ​ໄຝ່ຝັນ ແລະ​ບຶກ​ບືນ​ນໍາ​ການ​ຮໍ່າຮຽນ ແລະບໍ່ໃຫ້
ຄວາມເປັນພິການກີດກັ້ນຕໍ່ຊີວິດຂອງລາວ ທີ່​ຈະ​ສ້າງ​ບົດບາດ ​ຢາກ​ຊ່ວຍ​ບັນດາ​ຄົນ​ພິການ​ຕາບອດ​ ທີ່ຄື​ກັນກັບ​ລາວຢູ່​ໃນ ສປປ ລາວ.

ແອ​ແກ້ວ ​ເກີດເມື່ອປີ 1988 ທີ່​ແຂ​ວງ​ເຊ​ກອງ ພໍ່​ຂອງ​ທ້າວ​ແອ​ແກ້ວ ​ເປັນ​ທະຫານ​ເກົ່າ ໄດ້​ເສຍ​ຊີວິດ​ໄປ​ແລ້ວ ​ແລະ​ຍັງ​ແຕ່ແມ່. ​ເນື່ອງ​ຈາກ​ວ່າ ທ້າ​ວ​ແອ​ແກ້ວ ​ແລະ​ອ້າຍຜູ້​ຕິດ​ກັບ​ລາວສອງ​ຄົນ ​ເກີດ​ມາເປັນ​ຄົນພິການ​ຕາບ​ອດທັງ​ສາມ​ ​ເຂົາ​ເຈົ້າຈຶ່ງ​ໄດ້​ຖືກ​ສົ່ງ​ມາ ສຶກສາ​ຢູ່​ ສູນ​ຟື້ນ​ຟູ​ຄົນ​ພິການ​ແຫ່​ງຊາດ ທີ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອຮຽນ​ອ່ານລະບົບ​ ພາສາ​ຄົນ​ຕາບອດ ທີ່ໃຊ້ປາຍ​ນີ້ວ​ມື​ລູບ​ຄໍາ ເຄຶອງໝາຍທີ່​ພິມ​ເປັນ​ເມັດ​ນູນ ​ແລະ​ລຸບ ຮ້ອງວ່າ Braille. ພາສາອັງກິດ​ຮ້ອງ​ວ່າ Braille ນັ້ນ ​ໄດ້​ຖື​ກຄົ້ນ​ພົບ​ໂດຍ ທ່ານ Louis Braille ຄົນ​ຝຣັ່ງ ຊຶ່ງເປັນ​ຄົນ​ຕາບອດ​ເຊັນ​ດຽວ​ກັນ ທີ່​ເກີດຈາກ ອຸປະຕິ​ເຫດ. ພາສາ​ Braille ​ໄດ້​ເລີ້ມ​ໃຊ້ ​ແລະ​ພັດທະນາ​ມາ​ແຕ່​ປີ 1824 ​ເວລານັ້ນ​ ທ່ານ Braille ມີ​ອາຍຸ​ໄດ້ 15 ປີ. ​

ປັດຈຸບັນ​ນີ້ລະບົບ​ການ​ອ່ານພາສາ Braille ​ໄດ້​ຖືກນໍາ​ໃຊ້​ໂດຍ​ຄົນ​ຕາບອດ ເປັນ​ພາສາ​ສາກົນ ​ໃຊ້​ກັນຢູ່​ທົ່ວໂລກ ​ແລະ​ໄດ້​ຖືກ​ພັດ​ທະ​ນາມາ​ໃຊ້​ກັນ​ຢູ່​ໃນ​ລະບົບ ຄອມ​ພິວ​ເຕີ້ ໃນ​ປັດ​ຈຸ​ບັນ. ທ້າວ​ແອ​ແກ້ວ ​ໄດ້​ເຫລົ່າ​ຊີວິດ​ຂອງ​ຄວາມ​ເປັນ​ມາ ໃນຄວາມບໍ່​ເຫັນ​ຊີວິດ​ຂອງ
ມະນຸດໂລກສູ່​ຟັງ​ວ່າ”

Your browser doesn’t support HTML5

ຟັງການສໍາພາດ ທ້າວແອແກ້ວ


ແອ​ແກ້ວ ​ໄດ້​ໃຫ້​ຂໍ້​ສັງ​ເກດກ່ຽວ​ກັບ ສາ​ເຫດ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ເກີດ​ມາ​ເປັນ​ຄົນ​ພິການຕາບອດວ່າ “

Your browser doesn’t support HTML5

ຟັງການສໍາພາດ ທ້າວແອແກ້ວ ຄົນຕາບອດ


ປັດ​ຈຸ​ບັນ​ນີ້ ທ້າວ​ແອ​ແກ້ວ ເຊົ່າ​ເຮືອນ​ນຶ່ງ​ຫ້ອງ​ນອນ ຢູ່ກັບ​ໝູ່ພິການ​ຕາບອດ​ນໍາ​ກັນ​ຫ້າ​ຄົນ
​ຢູ່​ທີ່ບ້ານ​ໜອງ​ສ້າງ​ທໍ່ ​ໃນ​ເຂດ​ນະຄອນຫລວງ​ວຽງຈັນ. ​ນອກຈາກ​ນັ້ນແລ້ວ ເຮືອນນຶ່ງ​ຫ້ອງ​ນອນທີ່​ມີ​ເນື້ອ​ທີ່​ອັນແຄ​ບໆ​ນີ້ ຍັງ​ໝູນ​ໃຊ້​ເປັນ​ ບ່ອນຮັບ​ຈ້າງ ​ບີບ​ນວດຮ່າງກາຍ ​ໃນ​ຕອນ​ກາງ​ເວັນ ​ເພື່ອ​ນໍາ​ເງິນມາ​ເປັນ​ຄ່າ​ໃຊ້​ຈ່າຍຕ່າງໆ. ໃນ​ຍາມ​ກາງຄືນ ທັງ​ຫົກ​ຄົນ ພາກັນ​ນອນ​ຢາຍກັນ​ຢູ່​ໃນ​ຫ້ອງເຮືອນດັ່ງກ່າວ​ ​ຊຶ່ງທ້າວ​ແອ​ແກ້ວ ​ເລົ່າ​ສູ່ ວີ​ໂອ​ເອ ຟັງ​ວ່າ :

Your browser doesn’t support HTML5

ຟັງການສໍາພາດ ການຢູ່ເຮືອນກັບໝູ່ ແອແກ້ວ


​ທ້າວ​ແອ​ແກ້ວ ​ແລະ​ບັນດາໝູ່​ເພື່ອນຂອງ​ລາວ ເກີດ​ມາ​ບໍ່​ເຫັນ​ໂລກ ທີ່ເຂົາ​ເຈົ້າ​ກໍາລັງ​ອາ​ໄສ​ຢູ່​ນັ້ນວ່າ ​ມັນ​ມີ​ຄວາມ​ສວຍ​ງາມຢ່າງ​ໃດ ດອ​ກ​ໄມ້ມີ​ສີສັນ​ແນວ​ໃດ ​ແລະ​ມະນຸດ ມີ​ການ​ເໜັງຕີ​ງ ເຄື່ອນ​ໄຫວ​ຢ່າງ​ໃດ ​ແຕ່​ວ່າ​ເຂົາ​ເຈົ້າ​ຍັງ​ໂຊກ​ດີ ທີ່ຍັງ​ສາມາດ​ໄດ້ຍິນ​ສຽງ ​ແລະ​ໄດ້​ກິ່ນ​ຕ່າງໆ ທີ່ຕ້ອງ​ໄດ້​ໃຊ້​ມະ​ໂນ​ພາບ ວາດ​ພາບ​ຢູ່​ໃນ​ໂລກ​ຂອງ​ຕົນ​ເອງ. ແອ​ແກ້ວ ​ໄດ້​ສົ່ງ​ຄວາ​ມຂໍ​ຮ້ອງມາ​ຍັງ​ທ່ານ​ຜູ້​ຟັງ​ດັ່ງ​ນີ້:

Your browser doesn’t support HTML5

ຟັງການຂໍຮ້ອງຈາກ ທ້າວແອແກ້ວ


​ໃນ​ວັນ​ທີ 13 ຫາ​ວັນ​ທີ່ 19 ​ເດືອນ​ທັນວາ ປີ 2013 ທີ່​ຜ່ານ​ມາ​ນີ້ ທ້າວແອ​ແກ້ວ ພ້ອມ​ດ້ວຍ​ຄະນະ​ຄົນ​ພິການ​ຕາບອດ 7 ຄົນ​ໄດ້​ຖືກ​ເຊື້ອ​ເຊີນ​ເດີນ​ທາງ​ເຂົ້າ​ຮ່ວມ ​ເທດສະການ ດົນຕີ​ນາໆ​ຊາດ ຄົນ​ຕາບອດ ທີ່​ປະ​ເທດ​ໄທ ​ຄັ້ງ​ທີ່​ສອງ ​ແຕ່​ວ່າ​ເປັນ​ເທຶ່ອທໍາ​ອິດ​ຂອງ ຄະນະ​ຄົນ​ພິການ​ຕາ​ບອດ​ ຈາກ ສປປ ລາວ ດັ່ງ​ທ່ານ​ຈະ​ໄດ້​ຟັງ​ການ​ເສບ ເພງ​ຊາວນາ ​ໂດຍ​ການ​ຄັບ​ຮ້ອງ​ຂອງ ​ແອ​ແກ້ວ ​ແລະ​ເສບ​ໂດ​ຍຄະນະ​ຄົນ​ຕາບອດ​ລາວ​.

ຄະນະວົງດົນຕີ ຄົນຕາບອດ ຈາກ ສປປ ລາວ


Your browser doesn’t support HTML5

ຟັງການຮ້ອງ ແລະເສບດົນຕີ ທ້າວແອແກ້ວ ແລະຄະນະ



ຖ້າ​ຫາກທ່ານ​ຜູ້​ຟັງ ມີ​ຄວາມ​ສົນ​ໃຈ​ຢາກ​ໃຫ້ການ​ຊ່ວຍ​ເຫ​ລື​ອ​ແກ່ ທ້າວ​ແອ​ແກ້ວ ກຸ​ມະ​ນິວົງ ​ແລະ​ຄະນະ ທ່ານ​ສາມາດ​ຕິດ​ຕໍ່​ໄດ້​ທາງ e-mail ທີ່ mpl_keo@yahoo.com ຫລື​ໂທລະສັບ​ຫາ​ໄດ້​ທີ່ 209-999-3423 ຖ້າ​ຫາກ​ທ່ານ ​ໂທ​ຈາກ ສະຫະລັດ ກະລຸນາໝູນ​ເລກ 011-856-209-999-3423.