ມື້ນີ້ ແມ່ນວັນທີ 1 ຄ.ສ 2015 ມື້ທຳທິດຂອງປີໃໝ່ສາກົນ ດັ່ງນັ້ນ
ລາຍການຊີວິດຊາວລາວ ຂອງເຮົາຈະນຳພາທ່ານໄປຢ້ຽມຢາມ
ຖາມຂ່າວ ບັນດາພີ່ນ້ອງເຊື້ອຊາດລາວ ຢູ່ບາງປະເທດໃນໂລກ
ເຊັນວ່າ ອອສເຕຣເລຍ ລາວ ແລະສະຫະລັດ ອາເມຣິກາ ໃນ
ນັ້ນທ່ານຈະໄດ້ຮູ້ວ່າ ບັນດາຊາວລາວເຫລົ່ານັ້ນ ພາກັນສະ
ຫລອງບຸນປີໃໝ່ສາກົນກັນຢ່າງໃດ ກິ່ງສະຫວັນ ຈະນຳເລື້ອງນີ້
ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດ ບັນດາພິ່ນ້ອງເຊື້ອຊາດລາວ ສະຫລອງບຸນປີໃໝ່ສາກົນ 2015
ສະບາຍດີປີໃໝ່ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ວັນທີ 1 ເດືອນມັງກອນ ປີ ຄ.ສ 2015 ມື້ທຳອິດ
ຂອງປີໃໝ່ສາກົນ ເປັນວັນພັກທາງລາດຊະການຢູ່ໃນຫລາຍໆປະເທດ. ໃນຫວ່າງບໍ່ເທົ່າ
ໃດຊົ່ວໂມງທີ່ຜ່ານມານີ້ ປະຊາກອນໂລກ ບໍ່ວ່າຈະນັບຖືສາສະໜາໃດໆ ມີພື້ນຖານເຊຶ້ອ
ຊາດຜີວພັນ ແລະປາກພາສາໃດໆກໍຕາມ ແມ່ນໄດ້ພາກັນຊຸມແຊວກິນລ້ຽງສະຫລອງສົ່ງ
ທ້າຍປີເກົ່າ ລໍຖ້າຈົນກາຍທ່ຽງຄືນ ເພື່ອຕ້ອນຮັບວັນຮຸ່ງເຊົ້າປີໃໝ່ກັນຢ່າງຟົດຟື້ນມ່ວນຊຶ່ນ.
ບັນດາຊາວໂລກບໍ່ວ່າ ຈະຢູ່ແຫ່ງຫົນໃດກໍຕາມ ຈະໜີພົ້ນຈາກອິດທິພົນຂອງສາສະໜາ
ຄຣິສ ການໃຊ້ປະຕິທິນສາກົນ ແລະການສະຫລອງຄ່ຳຄືນກ່ອນວັນປີໃໝ່ກໍຄື New
Year’s Eve ຫລືບຸນປີໃໝ່ສາກົນ ນີ້ບໍ່ໄດ້ເດັດຂາດ. ເພາະສະນັ້ນ ໃນວາລະໂອກາດ
ອັນສຳຄັນນີ້ ວີໂອເອ ຈະນຳພາທ່ານໄປຢ້ຽມຢາມຖາມຂ່າວເຖິງ ວິທີການສະຫລອງ ຂອງ
ຄວາມສຸກ ພີ່ນ້ອງເຊື້ອຊາດລາວ ໄດ້ໄປຕັ້ງຖິ່ນຖານ ຊີວິດຢູ່ເກືອບທຸກທະວີບໂລກ.
ການສະຫລອງ ປີໃໝ່ສາກົນ ຢູ່ທົ່ວໂລກ
ເຮົາຈະເລີ້ມຕົ້ນ ນຳພາທ່ານໄປ ຢ້ຽມຢາມຖາມຂ່າວ ທ່ານບຸນເພັງ ຕັງຄະປັນຍາ ທີ່ນະ
ຄອນຊິດນີ ປະເທດອອສເຕຣເລຍ ຊຶ່ງພ້ອມກັບນິວຊີແລນ ແມ່ນຮວມຢູ່ໃນພວກປະເທດທີ່ຕ້ອນຮັບປີໃໝ່ກ່ອນ ຫລາຍເຂດອຶ່ນໆຂອງໂລກ ອອສເຕຣເລຍ ເວລານີ້ແມ່ນຢູ່ໃນລະດູຮ້ອນ ທ່ານບຸນເພັງ ໄດ້ລົມກັບ ວີໂອເອ ຟັງວ່າ:
ທ່ານບຸນເພັງ ແລະຍ່ານາງ ທິບພະຈັນ ຕັງຄະປັນຍາ ແລະລູກສາວ
Your browser doesn’t support HTML5
ຟັງການສຳພາດ ທ່ານບຸນເພັງ ຕັງຄະປັນຍາ
ບັດນີ້ເຮົາຈະນຳພາທ່ານໄປ ຢ້ຽມຢາມຖາມຂ່າວ ທ່ານນາງສຸດາຈັນ ປະທູມຊາດ ຈາກ
ປະເທດຝຣັ່ງ ທີ່ກິນລ້ຽງຕ້ອນຮັບປີໃໝ່ກັບບັນດາ ເຊື້ອຊາດລາວ ຮ້ອຍກວ່າຄົນທີ່ມາຈາກ
ນອກປະເທດ ເຕົ້າໂຮມກັນຢູ່ຮ້ານອາຫານ ສະມາຍດີ (Smiledee) ຫລືຮອຍຍີ້ມດີ ທີ່ຄຸ້ມ
ຫົວເມືອງ ນະຄອນຫລວງວຽງຈັນ ທ່ານນາງໄດ້ກ່າວຕໍ່ ວີໂອເອ ວ່າ:
ທ່ານນາງສຸດາຈັນ ປະທຸມຊາດ (ຂວາ)
Your browser doesn’t support HTML5
ຟັງການສຳພາດ ທ່ານນາງສຸດາຈັນ ປະທູມຊາດ
ຢູ່ທີ່ຄຸ້ມບ້ານຂຸນຕາທ່າ ທ່ານຫັດທະຈັນ ພິມພັນທະວົງ ທີ່ຫາກໍສຳເລັດການສຶກສາຂັ້ນ ປະລິນຍາເອກ ຈາກປະເທດອີຕາລີ ເມື່ອປີແລ້ວນີ້ ກໍໄດ້ສະຫລອງປີໃໝ່ ພ້ອມກັບສະ
ຫລອງຂື້ນເຮືອນໃໝ່ເຊ່ນກັນ ທ່ານ ໄດ້ກ່າວຕໍ່ ວີໂອເອ ວ່າ :
ທ່ານຫັດຖະຈັນ ພິມພັນທະວົງ
Your browser doesn’t support HTML5
ຟັງການສຳພາດ ທ່ານຫັດຖະຈັນ ພິມພັນທະວົງ
ສະຫະລັດ ແມ່ນຮວມຢູ່ໃນຫລາຍໆປະເທດ ສຸດທ້າຍທີ່ຕ້ອນຮັບປປີໃໝ່ ຂ້າພະເຈົ້າຈະ
ນຳພາທ່ານໄປຢ້ຽມຢາມເມືອງ Nashville ລັດ Tennessee ຊຶ່ງເປັນເມືອງດົນຕີລູກທົ່ງ
ອາເມຣິກາ ພາກຕາເວັນຕົກສຽງໃຕ້ຂອງ ສະຫະລັດ ແລະພົບກັບທ່ານນາງເກດສະໜາ
ວິໄລລັກ ທີ່ເຫລົ່າເຖິງການສະຫລອງປີໃໝ່ສາກົນ ສູ່ຟັງດັ່ງນີ້ :
Ketsana Vilaylack
Your browser doesn’t support HTML5
ຟັງການສຳພາດ ທ່ານນາງເກດສະໜາ ວິໄລລັກ
ນັ້ນແມ່ນການສຳພາດ ການສະຫລອງບຸນປີໃໝ່ສາກົນປີ 2015 ກັບ ບັນດາພີ່ນ້ອງເຊື້ອ
ຊາດລາວ ຢູ່ໃນເຂດຕ່າງໆຂອງໂລກ. ທ້າຍສຸດນີ້ ຄະນະຈັດທຳພາກພາສາລາວຂອງ
ວິທະຍຸ ວີໂອເອ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ທີ່ທ່ານໄດ້ຕິດຕາມຟັງລາຍການ
ຂອງພວກເຮົາຕະຫລອດປີ 2014 ທີ່ຜ່ານມາ ແລະໃນປີ 2015 ປີນີ້. ແລະຂໍອວຍພອນປີ
ໃໝ່ແກ່ທຸກໆທ່ານ ຈົາງມີແຕ່ຄວາມສຸກຊົດຊື່ນສົມຫວັງ ແລະຜົນສຳເລັດຈົ່ງເກີດຂື້ນແກ່ທຸກທ່ານດ້ວຍເຖິ້ນ ສະບາຍດີປີໃໝ່ ກິ່ງສະຫວັນ ປະຖັມມະວົງ.
Your browser doesn’t support HTML5
AUSTRALIA NEW YEARS VO