ເກີດໃນສູນສໍາມະນາ ອັດຕະປື ມາເປັນ ດ້ອກເຕີ ຜ່າຕັດ

ດ້ອກເຕີ ບຸນມະນີ ຄາຍ ແກ້ວຈໍາປາ ໝໍຜ່າຕັດ ຝ່າຍ ຫູ ດັງ ແລະຄໍ ທີ່ ໂຮງໝໍເມຶອງ Boston ລັດ Massachusetts

ດຣ. ບຸນມະ​ມີ Kyle ​ແກ້ວ​ຈໍາປາ ຫລື ດ້ອກ​ເຕີ້ Kyle ຕາມ​ຊື່
ອາ​ເມຣິກັນນັ້ນ ເປັນລູກ​ຊາຍຄົນ​ທີ່​ສາມຂອງ ອະ​ດີດ​ ພັນ​ຕີ​
ບຸນມາ ​ເຈ​ມສ໌ ​ແກ້ວ​ຈໍາປາ ນາຍໝໍ​ທະຫານ ກອງ​ທັບ​ແຫ່ງ​
ພະລາດ​ຊະອານາ​ຈັກ​ລາວ ​ແລະ​ທ່ານ​ນາງ ຄໍາ​ມົກ ອະດີດ​
ນາງພະ​ຍາ​ບານ ທີ່ໂຮງໝໍ ​ໂອ​ບີ ເມື​ອງ ປາກ​ເຊ. ດຣ. ຄາຍ ​
ເກີດ​ໃນ​ປີ 1979 ຢູ່ທີ່​ສູນ​ສໍາ​ມະ​ນາ ​ແຂວງ​ອັດ​ຕະປື ສປປ ລາວ. ​

ໃນ​ປີ 1983 ​ເວລາ ທ່ານ ມີອາ​ຍຸ​ໄດ້ສີ່​ປີນັ້ນ ດ້ອກ​ເຕີ ຄາຍ ​ໄດ້​
ຫລົບ​ໜີ​ຈາກ​ເມືອງ​ລາວກັບຄອບ​ຄົວ​ມາ​ຢູ່ ສູນ​ອົບ​ພະ​ຍົບນາ​ໂພ
ປະ​ເທດ​ໄທ ​ແລະ​ສູນ​ອົບ​ພະຍົບ ​ບາ​ຕາ​ອານ ປະ​ເທດຟິລິບ​ປີນ ​
ເປັນ​ເວລາ​ສັ້ນໆ ກ່ອນ​ຈະ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ.
ດ້ອກ​ເຕີ ຄາຍ ກ່າວ​ວ່າ ທ່ານບໍ່ມີ​ຄວາມ​ຊົງ​ຈໍາ​ ກ່ຽວ​ກັບ​ຊີວິດຂອງ
​ທ່ານ​ ໃນ​ຕອນ​ທີ່​ຍັງ​ເປັນ​ເດັກນ້ອຍນັ້ນ.

​ໃນທ້າຍ​ປີ​ດຽວ​ກັນ​ນັ້ນ ຄອບຄົວ​ແກ້ວ​ຈໍາປາ ໄດ້​ເຂົ້າ​ມາຕັ້ງ​ຖິ່ນ​ຖານ​ຢູ່ທີ່ເມືອງ Houston ລັດ Texas ສະຫະລັດ ອາ​ເມຣິກາ. ເນື່ອງ​ຈາກ​ການທໍາ​ມາ​ຫາ​ກິນບໍ່ຄອຍ​ສະດວກ ທ່ານ​ບຸນ​ມາ​ຈຶ່ງໄດ້​ພາຄອບຄົວ ຍ້າຍ​ໄປຕັ້ງ​ຖິ່ນຖານ​ໃໝ່ຢູ່​ເມືອງ Erving ລັດ Texas. ຢູ່ເມືອງ
ນີ້ເອງ ​ເດັກ​ຊາຍຄາຍ ​ໄດ້​ເລີ້ມ​ເຂົ້າ​ໂຮງ ຮຽນ​ຈ​າກ ຊັ້ນ​ປະຖົ​ມ ​ແລະຈົບມັດທະຍົມ​ ໃນ​ປີ 1986 ທີ່ ​ໂຮງຮຽນ Nimitz High School​. ​ຫລັງ​ຈາກ​ນັ້ນ​ ທ່ານໄດ້​ໄປ​ຮຽນ​ຕໍ່​ທີ່ມະຫາ​ວິລະ​ຍາ​ໄລ Pepperdine ​ຢູ່ທີ່​ລັດ California​.

ທ່ານ ຄາຍ ​ເກີດ​ຢູ່​ໃນ​ຄອບຄົວ​ຂອງ​ນັກ​ການ​ແພດ. ​ຄວາມ​ມັກ​ຮັກ​ໃນ​ອາຊີບ​ນີ້​ ຈຶ່ງ​ມີ​ຢູ່​ໃນ
ສາ​ຍ​ເລືອດ​ຂອງ​ທ່ານ​ ​ແລະທ່ານ​ກໍຮູ້​ດີ​ຢູ່​ໃນ​ຈິດ​ໃຈຂອງ​ຕົນ​ເອງຢູ່​ສະ ເໝີມາ​ ຕັ້ງແຕ່​ນ້ອຍ​ແລ້ວວ່າ ຕົນຢາກ​ເປັນ​ໝໍ​ຜ່າຕັດ ຄື​ກັນ​ກັບ​ພໍ່. ​ດ້ວຍ​ເຫດ​ນີ້​ ທ່ານ ຄາຍ ຈຶ່ງ​ໄດ້​ເຈາະ​ຈົງ​ ຮຽນກ່ຽວ​ກັບວິຊາດ້ານ​ການແພດມາ​ຕະຫລອດ.

​ໃນ​ປີ 1991 ທ່ານ ຄາຍ ​ໄດ້​ສໍາ​ເລັດ​ປະລິນຍາ​ຕີ ຝ່າຍ Sports Medicine ຫລື ການ​ແພດກິລາ ຈາກ ມະຫາວິທະຍາ​ໄລ Pepperdine University. ຫລັງ​ຈາກ​ນັ້ນ ທ່ານ
ໄດ້ສຶກສາ​ຕໍ່​ອີກ​ສີ່​ປີ ທີ່​ໂຮ​ງຮຽນການແພດ ຢູ່ມະຫາວິທະ​ຍາ​ໄລ ​ເທັກຊັສ ຫລື School of Medecine, University of Texas ໂດຍເຈາະຈົງ​ໃສ່ ​ການແພດ ​ຝ່າ​ຍ ຫູ ດັງ ​ແລະ​ຄໍ. ​

ໃນ​ປີ 2006 ທ່ານ ຄາຍ ມີ​ອາຍຸ​ໄດ້ 27 ປີ ​ສໍາ​ເລັດ​ການ​ສຶກສາຊັ້ນ​ສູງ ແລະ ໄດ້​ຮັບ ປະລິນ
ຍາ​ເອກ ຫລື ດ້ອກ​ເຕີ​ ແພດ ຝ່າຍ ຫູ ດັງ ​ແລະ​ຄໍ. ​ເພື່ອ​ໃຫ້​ ​ສໍາ​ເລັດຫລັກສູດ ກ່ອນ​ອອກໄປປະກອບ​ອາຊີບ​ຢ່າງ​ເປັນ​ເອກ​ກະລາດ​ນັ້ນ ດ້ອກ​ເຕີ ຄາຍ ຕ້ອງ​ໄດ້​ອອກ​ເຝິກ​ງານ ​ຄຽງຄູ່​ກັບບັນດາ​ນາຍ​ແພດມື​ອາຊີບ ​ເພື່ອສັງ​ເກດການເບິ່ງປະສົບປະການ​ໂຕ​ຈິງ​ອີກ ​ເປັນ​ເວລາ 5 ປີ ທີ່​ໂຮງໝໍຂອງມະຫາ​ວິທະ​ຍາໄລ Boston University/Boston Medical Center ຜະ​ແນ​ກ ຜ່າຕັດ ​ແລະຢູ່​ໂຮງໝໍ Winchester ​ແລະ Massachusetts Eye ແລະ Ear Infirmary ທີ່​ລັດ Massachusetts ດັ່ງທ່ານໄດ້ໃຫ້ການສໍາພາດຕໍ່
ວີໂອເອ ວ່າ:

Your browser doesn’t support HTML5

ຟັງການສໍາພາດ ດ້ອກເຕິ ຄາຍ





ໃນ​ປີ 1999 ດ້ອກ​ເຕີ ຄາຍ ​ໄດ້ມີ​ໂອກາດຕິດ​ຕາມ​ຄະນະ​ນັກ​ການ​ແພດອາສາ​ ສະມັກ ເດີນທາງ​ໄປ​ປະ​ເທດ Honduras ​ເພື່ອປີ່ີນປົວ​ເດັກ​ນ້ອຍ​ສົບ​ແຫວ່​ງ ​ແລະໃນ​ປີ 2010-11 ທ່ານ​ໄດ້​ອາສາ​ສະມັກ ເດີນທາງ​ໄປ​ປິ່ນປົວ​ເດັກນ້ອຍ​ທີ່ ແຂວງ​ອຸ​ດົມ​ໄຊ ສປປ ລາວ​ ພາຍ​ໃຕ້​ໂຄງການຂອງ Lao Rehabilitation Foundation ຫລື​ວ່າ ​ມູນ​ນິທິ ປິ່ນ​ປົວຟື້ນ​ຟູ​ລາວ ​ຊຶ່ງ​ເປັນ​ອົງການ​ອາສາ​ສະມັກ ທີ່​ບໍ່​ຂື້ນ​ກັບ​ລັດ​ບານ. ພາຍ​ໃຕ້​ໂຄງການ​ອາສາ​ສະມັກ​ອັນນີ້​ ດ້ອກ​ເຕີ ຄາຍ ​ໄດ້ມີ​ໂອກາ​ດ ຜ່າຕັດ​ ເດັກ​ນ້ອຍ​ສົບ​ແຫວ່ງ ຄໍ​ໜຽງ ຕາບ​ອດ ແລະ​ຫູໜວກ ຍ້ອນ​ເປັນ​ພະຍາດ​ຕ່າງໆ​ນັ້ນ ຫລາຍ​ຄົນ.

ດັອກເຕີ ບຸນມະນີ ຄາຍ ແກ້ວຈໍາປາ ກໍາລັງຜ່າຕັດ



ດ້ອກ​ເຕີ ບຸນ​ມະນີ ຄາຍ ​ແກ້ວ​ຈໍາປາ ມີ​ແຜນການ​ຈະເດີນທາງ ຕິດ​ຕາມ​ຄະນະ ນາ​ຍ​ແພດ ອາສາ​ສະມັກ ຂອງ​ສະຫະລັດ ກັບ​ຄືນ​ໄປ​ປິ່ວປົວ​ບັນດາ​ເດັກນ້ອຍ​ລາວ​ອີກ ທີ່​ເຂດຊົນ​ນະ​ບົດ ທີ່ ສປປລ ​ໃນ​ເດືອນ​ກຸ​ມພາ 2013 ປີໜ້າ​ນີ້​ອີກ. ດ້ອກ​ເຕີ້ ​ແກ້ວ​ຈໍາປາ ກ່າວ​ວ່າ ທ່ານ ມັກເມືອງ​ຫລວງ​ພຣະ​ບາງ ຊຶ່ງ​ເປັນບ້ານ​ເກີດ​ຂອງ​ພໍ່ ​ແລະ​ມັກ​ຄົນ​ລາວ ທີ່​ເປັນ​ເຊື້ອສາຍ​ຂອງ​ທ່ານ. ​ທ່ານ​ມີ​ຄວາມ​ຕັ້ງ​ໃຈ ທີ່ຈະ​ສືບ​ຕໍ່ອາສາ​ສະມັກ ກັບເມືອ​ປິ່ນ​ປົວ​ປະຊາກອນ​ລາວ​ຜູ້​ທຸກ​ຈົນ ​ເວລາ​ໃດ​ທີ່​ມີ​ໂອກາດ​ ​ແລະມີ​ຄວາມ​ຝັນ​ຢາກ​ຈະ​ກັບ​ຄືນເມືອໃຊ້​ຊີວິດ​ຜັກ​ຜ່ອນ ກິນ​ເບ້ຍບໍາ ນານ​ ຢູ່ປະ​ເທດ​ລາວ ບ້ານ​ເກີດ​ເມືອງ​ນອນ ​ໃນ​ອະນາ​ຄົດ.