MC: ທ່ານຜູ້ຟັງທີ່ເຄົາລົບ ເມື່ອທ້າຍອາທິດທີ່ຜ່ານມານີ້ ອົງ
ການ Lao Heritage Foundation ຫລືມູນນິທິມໍລະດົກລາວ
ທີ່ນະຄອນ Seattle ລັດ Washington ໄດ້ຈັດງານສະແດງ
ສິນລະປະ ວັດທະນຳທຳລາວຂຶ້ນ ເພື່ອສະແດງຜົນງານຂອງ
ບັນດາເດັກນັກຮຽນ ທີ່ໄດ້ຮັບການສິດສອນ ຈາກຄູອາຈານ
ສອນດົນຕີ ແລະຟ້ອນພື້ນເມືອງ ຈາກໂຮງຮຽນສິນລະປະແຫ່ງ
ຊາດ ຂອງ ສປປ ລາວ ໃນໂຄງການແລກປ່ຽນທີ່ດຳເນີນມາໄດ້
ສີ່ປີນີ້ແລ້ວ. ກິ່ງສະຫວັນ ໄດ້ໂອ້ລົມ ກັບຄະນະບໍລິຫານ ຂອງ
ມູນນິທິມໍລະດົກລາວ ພ້ອມທັງຄູອາຈານສອນ ຈາກ ສປປ
ລາວ ແລະມີລາຍງານມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານ ການສຳພາດ ຄະນະກຳມະການບໍລິຫານ ແລະຄູອາຈານ ອົງການມູນນິທິມໍລະດົກລາວ
ສະຍາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະນຳພາທ່ານຟັງການສຳພາດ ກັບ
ຄະນະບໍລິຫານ ອົງການມູນນິທິມໍລະດົກລາວ ຫລື Lao Heritage Foundation
ທີ່ ນະຄອນ Seattle ລັດ Washington ຕັ້ງຢູ່ພາກຕາເວັນຕົກສຽງເໜືອສຸດ ຂອງ
ສະຫະລັດ ພ້ອມດ້ວຍບັນດາຄູອາຈານສອນ ເສບດົນຕີລາວເດີມ ແລະຟ້ອນພື້ນ
ເມືອງລາວ ທີ່ໄດ້ເດີນທາງມາຈາກ ສປປ ລາວ ເພື່ອມາສິດສອນຢູ່ໃນໂຄງການ
ໂຮງຮຽນລະດູຮ້ອນຂອງ ມູນນິທິມູນມໍລະດົກລາວ ເປັນເວລາ ສີ່ອາທິດ.
ອົງການມູນນິທິມໍລະດົກລາວ ຫລື Lao Heritage Foundation ແມ່ນອົງການເອກ
ກະຊົນ ທີ່ບໍ່ຫາຜົນກຳໄລ ຊອກຫາທຶນບໍາ ລຸງ ດ້ວຍຕົນເອງ ເພື່ອນຳມາບໍລິຫານກິດຈະ
ການ. ອົງການມູນນິທິມໍລະດົກລາວ ເນັ້ນໜັກການຝຶກອົບຮົມ ໃສ່ດ້ານຮັກສາວັດທະ
ນະທຳລາວ ໂດຍສະເພາະຢ່າງຍິ່ງ ການເສບດົນຕີລາວເດີມ ການຟ້ອນພື້ນເມືອງລາວ
ຮຽນພາສາລາວ ແລະຮີດຄອງອັນດີງາມ ຕ່າງໆຂອງລາວ.
ທ່ານນາງ ຈິດຕະພອນ (ປ້ອມ) ທີ່ສາມຈາກຂວາ ພ້ອມດ້ວຄະນະຜູ້ກໍ່ຕັ້ງ ອົງການມູນນິທິມໍລະດົກລາວ
ອົງການມູນມໍລະດົກລາວ ໄດ້ເລີ້ມປະຕິບັດງານຢ່າງເປັນ
ຜົນສຳເລັດ ໃນປີ 2011 ໂດຍການນຳພາຂອງທ່ານນາງ
ຈິດຕະພອນ ຄຳປະດິດ (ປ້ອມ) ຜູ້ກໍ່ຕັ້ງ ແລະເປັນກະດູກ
ສັນຫລັງນຳພາຄະນະ. ໂຄງການດັ່ງກ່າວນີ້ໄດ້ເລີ້ມແລກ
ປ່ຽນວັດທະນາທຳ ກັບປະເທດລາວໄດ້ຮັບການຊຸກຍູ້
ແລະຮ່ວມມືຈາກ ສະຖານທູດ ສປປ ລາວ ທີ່ ນະຄອນ
ຫລວງ ວໍຊິງຕັນ ກະຊວງຕ່າງປະເທດ ກະຊວງຖະແຫລງ
ຂ່າວ ວັດທະນາທໍາ ແລະທ່ອງທ່ຽວ ທີ່ ສປປລາວ ພ້ອມ
ດ້ວຍ ສະຖານທູດ ສະຫະລັດ ອາເມຣິກາ ທີ່ນະຄອນ
ຫລວງວຽງຈັນ.
ໃນລະດູຮ້ອນປີ 2012 ອົງການມູນນິທິມໍລະດົກລາວ ໄດ້ເປັນເຈົ້າພາບຮັບຕ້ອນບັນດາ
ຄູ ອາຈານເຈັດຄົນ ຊຶ່ງເປັນຜູ້ຕາງໜ້າຈາກ ສປປ ລາວ ທີ່ໄດ້ເດີນທາງມາສິດສອນໃຫ້
ແກ່ບັນດາເຍົາວະຊົນລາວ-ອາເມຣິກັນ ທີ່ເມືອງ Seattle ແລະທີ່ ນະຄອນຫລວງ ວໍຊິງ
ຕັນ ດີ.ຊີ.
ການສະແດງ ແລກປ່ຽນວັດທະນາທຳລາວ ທີ່ ນະຄອນຫລວງວຽງຈັນ ປີ 2013
ຕໍ່ມາໃນປີ 2013 ອົງການມູນນິທິມໍລະດົກລາວ ໄດ້ນຳພາ
ບັນດານັກຮຽນ 20 ຄົນໄປຢ້ຽມຢາມ ສປປ ລາວ. ການ
ແລກປ່ຽນວັດທະນາທຳໃນຄັ້ງນັ້ນໄດ້ ເພີ້ມພູນຄວາມເຂົ້າ
ໃຈຢ່າງເລິກເຊິ່ງກ່ຽວກັບດົນຕີ ການຟ້ອນ ແລະວັດທະນະ
ທຳລາວ. ນອກຈາກນັ້ນ ບັນດານັກຮຽນຍັງໄດ້ພັດທະນາ
ຮຽນຮູ້ ແລະເຂົ້າໃຈເຖິງຄວາມໝາຍ ແລະມໍລະດົກອັນລໍ້າ
ຄ່າຂອງລາວ ທີ່ໄດ້ຕົກທອດມາກັບ ສັງຄົມຊີວິດຂອງປະຊາ
ຄົມລາວ ເປັນເວລາອັນຍາວນານ.
ຫລັງຈາກທີ່ບັນດານັກຮຽນ ໄດ້ເດີນທາງໄປຢ້ຽມຢາມເມືອງລາວສອງຄັ້ງ ເຂົາເຈົ້າກໍ
ສາມາດແບ່ງປັນຄວາມຮູ້ ໃຫ້ແກ່ປະຊາຊົນອາເມຣິກັນ ໂດຍຜ່ານການສະແດງດົນຕີ
ແລະຟ້ອນພື້ນເມືອງລາວ ຢູ່ໃນ ສະຫະລັດ ອາເມຣິກາ ແລະສ້າງຄວາມເຂົ້າໃຈເຖິງ
ຄວາມອຸດົມຮັ່ງມີຂອງ ມູນມໍລະດົກລາວ ທີ່ໄດ້ນຳມາເພີ້ມພູນຢູ່ໃນສັງຄົມຊີວິດໃນແຜ່ນ
ດີນໃໝ່ ທີ່ໄດ້ໃຫ້ຄວາມອຸປະກາລະ ໃຫ້ໂອກາດການສຶກສາ ການດຳລົງຊີວິດ ແລະສິດທິທຸກໆຢ່າງ.
ຄະນະນັກຟ້ອນພື້ນເມືອງລາວ
ໃນຂະນະທີ່ການບໍລິຫານຂອງ ອົງການມູນນິທິມໍລະດົກລາວ
ແລະການປະສານງານລະຫວ່າງ ລັດຖະບານ ສປປ ລາວ
ແລະປະຊາຄົມລາວ-ອາເມຣິກັນ ກຳລັງກ້າວໜ້າ ແລະໄດ້ຮັບ
ຄຳຍ້ອງຍໍສັນລະເສີນຢ່າງສຸດອົກສຸດໃຈຢູ່ນັ້ນ ສິ່ງທີ່ທຸກຄົນບໍ່
ໄດ້ຄາດຝັນ ແລະຫລີກລ້ຽງບໍ່ໄດ້ນັ້ນກໍຄື ການຈາກໄປໂດຍທີ່
ບໍ່ມີວັນກັບຄືນມາຂອງ ທ່ານນາງຈິດຕະພອນ (ປ້ອມ) ຜູ້ເປັນ
ຫົວເຮືອນຳພາ ອົງການມູນນິທິມໍລະດົກລາວ. ທ່ານນາງປ້ອມ
ໄດ້ຈາກໂລກນີ້ໄປ ດ້ວຍພະຍາດຂອງຜູ້ກ່ຽວຢ່າງກະທັນຫັນ
ໃນເດືອນມິຖຸນາທີ່ຜ່ານມານີ້. ການຈາກໄປຂອງທ່ານນາງ
ປ້ອມ ແມ່ນການສູນເສຍສະມາຊິກສັງຄົມລາວ-ອາເມຣິກັນ ອັນຍິງໃຫຍ່ ທີ່ໄດ້ນຳຄວາມເສົ້າສະຫລົດໃຈມາສູ່ຄອບຄົວ ເພື່ອນມິດທັງຢູ່ໃກ້ແລະໄກ. ບັດນີ້ໄດ້ປະໄວ້ຊຶ່ງຄວາມຄິດ
ຮອດຄິດເຖິງ ໃນຄຸນງາມຄວາມດີ ມານະອົດທົນ ແລະ ຄວາມເສຍສະລະອັນແທ້ຈິງແກ່
ປະຊາຄົມລາວ-ອາເມຮິກັນ ແລະປະຊາຄົມລາວ ທີ່ ສປປ ລາວ.
ເພື່ອເປັນການສືບຕໍ່ຮັກສາ ມູນມໍລະດົກອັນລໍ້າ ຄ່າຂອງລາວໄວ້ ທ່ານວິນລ້ຽມ ວິໄລ
ພອນ ຄຳປະດິດ ນັກວິຊາການດ້ານ ຂໍ້ມູນເທັກໂນໂລຈີ ສາມີຂອງມື້ລາງ ທ່ານນາງ
ປ້ອມ ຊຶ່ງເປັນຜູ້ຢູ່ເບຶ້ອງຫລັງຄົນນຶ່ງ ທີ່ໄດ້ໃຫ້ການສະນັບສະໜູນຢູ່ສະເໝີມາ ໄດ້ກ້າວ
ເຂົ້າມາເປັນຜູ້ບໍລິຫານ ນຳພາເປັນຫົວເຮືອ ແລະຖືທວນໄຟແຫ່ງຄວາມຮັກ ມູນມໍລະ
ດົກລາວນັ້ນຕໍ່ໄປ. ທ່ານພອນ ໄດ້ໃຫ້ສຳພາດຕໍ່ ວີໂອເອ ວ່າ :
ທ່ານ ວິນລ່ຽມ ວິໄລພອນ ຄຳປະດິດ ຜູ້ບໍລິຫານທົ່ວໄປ ອົງການມູນນິທິມໍລະດົກລາວ
Your browser doesn’t support HTML5
ຟັງການສຳພາດ ທ່ານ ວິລ່ຽມ ວິໄລພອນ ຄຳປຣະດິດ
ສະມາຊິກ ຄະນະບໍລິຫານທີ່ສຳຄັນອີກທ່ານນຶ່ງກໍຄື ທ່ານນາງເກດສະໜາ ວິໄລລັກ
ນັກສິນລະປິນລາວ-ອາເມຣິກັນ ທີ່ມີຊື່ສຽງ ຊຶ່ງໄດ້ອາສາສະມັກເຂົ້າມາຮັບໃຊ້ ໃນນາມ
ຜູ້ບໍລິຫານປະສານງານຕິດຕໍ່ດ້ານທຸລະກິດ ລະຫວ່າງ ລັດຖະບານ ສປປ ລາວ ແລະສະຫະລັດ ທ່ານນາງ ເກດສະໜາ ໄດ້ເລົ່າເຖິງໜ້າທີ່ວຽກງານຮັບຜິດຊອບຕໍ່ ວີໂອເອ
ຟັງວ່າ :
ທ່ານນາງ ເກດສະໜາ ວິໄລລັກ ຜູ້ບໍລິຫານດ້ານທຸລະກິດ ອົງການມູນນິທິມໍລະດົກລາວ
Your browser doesn’t support HTML5
ຟັງການສຳພາດ ທ່ານນາງ ເກດສະໜາ ວິໄລລັກ
ຢູ່ໃນໂຄງການແລກປ່ຽນ ວັດທະນາທຳລາວ ປະຈຳລະດູຮ້ອນປີ 2014 ນີ້ ໄດ້ມີບັນດາ
ອາຈານສອນການເສບ ແລະຟ້ອນສາມທ່ານ ທີ່ໄດ້ເດີນທາງມາຈາກ ໂຮງຮຽນສິນລະປະ
ແຫ່ງຊາດ ແລະ ວິທະຍາໄລສຶກສາ ທີ່ ສປປ ລາວ ເດີນທາງມາສິດສອນໃຫ້ແກ່ ພວກນັກ
ຮຽນລາວ-ອາເມຣິກັນ ເປັນເວລາ ສີ່ອາທິດ ອັນມີ ອາຈານ ບັນດິດ ຊະນະສິດ ລູກບ້ານ
ຫລານເມືອງນະຄອນ ຫລວງວຽງຈັນ ທ່ານເປັນອາຈານສອນດົນຕີພື້ນເມືອງຈາກ ວິທະ
ຍາໄລສຶກສາ ຝ່າຍເຄຶ່ອງສາຍ ເຊັນວ່າ ຊໍ ແລະຂີມ ທ່ານໄດ້ໂອ້ລົມກ່ຽວກັບຊີວິດຂອງ
ທ່ານສູ່ ວີໂອເອ ຟັງວ່າ :
ອາຈານບັນດິດ ຊະນະສິດ
Your browser doesn’t support HTML5
ຟັງການສຳພາດ ອາຈານ ບັນດິດ ຊະນະສິດ
ຕໍ່ມາກໍມີ ອາຈານ ບຸນທ່ຽງ ສີສັກດາ ຈາກໂຮງຮຽນ ສິນລະປະແຫ່ງຊາດ ສປປ ລາວ ອາຈານສອນຕີລະນາດເອກ ແລະລະນາດມທູ້ມ ທ່ານແມ່ນນັກສິນລະປິນດົນຕີພື້ນເມືອງຄົນນຶ່ງ ທີ່ໄດ້ສືບທອດມາຈາກພໍ່ເຖົ້າຜ່ານມາໄດ້ສາມເຊັ່ນຄົນແລ້ວ ທ່ານໄດ້ກ່າວຄວາມເປັນມາຕໍ່ ວີໂອເອ ຟັງວ່າ :
ຶອາຈານ ບຸນທ່ຽງ ສີສັກດາ
Your browser doesn’t support HTML5
ຟັງການສຳພາດ ອາຈານ ບຸນທ່ຽງ ສີສັກດາ
ທ່ານນາງ ສົງສານ ພົມມະຈັນ ອາຈານສອນຟ້ອນພື້ນເມືອງລາວຄົນດຽວ ໃນຄະນະສາມຄົນ ໄດ້ເຂົ້າເປັນນັກຮຽນນາດຕະສິນໃນປີ 1973 ຊຶ່ງເວລານີ້ຍັງ ຕົກຢູ່ໃນລະບອບການປົກຄອງແຫ່ງພະລາດຊະອານາຈັກລາວ ແລະໄດ້ກາຍມາເປັນອາຈານສອນການຟ້ອນຢູ່ໃນສະໄໝການປົກຄອງໃໝ່ຂອງ ສປປ ລາວ ທ່ານນາງ ສົງສານ ໄດ້ກ່າວສູ່ ວີໂອເອ ຟັງວ່າ :
ອາຈານ ສົງສານ ພົມມະຈັນ
Your browser doesn’t support HTML5
ຟັງການສຳພາດ ທ່ານນາງ ສົງສານ ພົມມະຈັນ
ເມື່ອວັນເສົາທີ່ 23 ເດືອນສິງຫາ ທີ່ຜ່ານມານີ້ ອົງການມູນມໍລະດົກລາວ ໄດ້ຈັດ ງານສະແດງຜົນງານ ການຮໍ່າຮຽນຂອງບັນດານັກຮຽນ ໂຮງຮຽນລະດູຮ້ອນ ໃຫ້ປະຊາຄົມລາວ
ອາເມຣິກັນ ໃນເຂດເມືອງ Seattle ໄດຊົມຜົນສຳເລັດທີ່ໜ້າພາກພູມໃຈ.
ເຊີນຟັງການເສບດົນຕີພື້ນເມືອງລາວ ເຍົາວະຊົນ ລາວ-ອາເມຣິກັນ
Your browser doesn’t support HTML5
ເຊີນຟັງການເສບດົນຕີພື້ນເມືອງລາວ ຂອງຄະນະເຍົາວະຊົນ ລາວ-ອາເມຣິກັນ ທີ່ນະຄອນຊິອາເຕີນ
ແລງວັນພະຫັດໜ້າເຮົາຈະນຳເອົາ ລາຍງານກ່ຽວກັບຊີວິດຊາວລາວມາສະເໜີທ່ານ ໃນຫົວເລື້ອງໃໝ່ ໂປດຕິດຕາມຮັບຟັງ.
ພາບຖ່າຍທັງໝົດຈາກຜົນງານຂອງ :
Dennis (Dr. Wtpho) Sikhanthat
Khomphotography.com