ລາຍການຊີວິດຊາວລາວ ມື້ນີ້ ວີໂອເອ ຈະນຳສະເໜີທ່ານ
ດ້ວຍການສຳພາດ ຍານາງ April Hicklin ງາມສະນິດ
ສະຕີລາວ-ອາເມຣິກັນ ຮອງຜູ້ອຳນວຍການໂຮງຮຽນມັດທະ
ຍົມ Bloomington, ເມືອງ Bloomington ລັດ Illinois ຕັ້ງ
ຢູ່ພາກກາງຂອງ ສະຫະລັດ. April ມັກຮຳ່ຮຽນ ແລະ ຮັກເດັກ
ນ້ອຍ ເພາະສະນັ້ນ ນາງຈຶ່ງໄດ້ຕິດຕາມຄວາມໄຝ່ຝັນ ກັບການ
ສຶກສາສູງ ໂດຍສະເພາະ ຂະແໜງປົກຄອງ ແລະການສຶກສາ
ເພື່ອມີໂອກາດໄດ້ຊ່ວຍບັນດາເຍົາວະຊົນລູ້ນນ້ອຍ. ຊີວິດຂອງ
ຍານາງ April ເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳເລື້ອງນີ້
ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດ ຍານາງ April Hicklin ງາມສະນິດ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ພົບກັນອີກຕາມເຄີຍກັບ ລາຍການຊີວິດຊາວລາວ ມື້ນີ້
ຂ້າພະເຈົ້າ ຈະແນະນຳໃຫ້ທ່ານຮູ້ກັບ ຍານາງ April Hicklin ງາມສະນິດ ຮອງຜູ້ອຳ
ນວຍການໂຮງຮຽນມັດທະຍົມ Bloomington ທີ່ລັດ Illinois ຕັ້ງຢູ່ພາກກາງຂອງ
ສະຫະລັດ. ຊື່ April ໝາຍຄວາມວ່າ ເດືອນເມສາ ນາງເກີດເມື່ອປີ 1972 ທີ່ ນະຄອນ
ຫລວງວຽງຈັນ ປະເທດລາວ ພໍ່ເປັນຄົນອາເມຣິກັນ ແລະແມ່ເປັນຄົນລາວ. April ຍ້າຍ
ມາຢູ່ ສະຫະລັດ ກັບຄອບຄົວ ໃນປີ 1974 ເວລາອາຍຸໄດ້ 2 ປີ ແລະມາເຕີບໃຫຍ່ຢູ່
ພາກເໜືອຂອງລັດ Virginia ຂົງເຂດ ນະຄອນຫລວງ ວໍຊິງຕັນ ດີ.ຊີ. April ສາມາດ
ປາກພາສາລາວ ໄດ້ດີສົມຄວນ ແລະເປັນສະຕີລາວ-ອາເມຣິກັນ ທີ່ຂະຫຍັນຂັນແຂງ
ແລະຝຶກຝົນຕົນເອງ ທາງດ້ານການສຶກມາແຕ່ນ້ອຍ ໂດຍທີ່ພໍ່ແມ່ບໍ່ໄດ້ບອກສອນ
ຫຍັງຫລາຍ.
April ສຳເລັດ ປະລິນຍາຕີ ຝ່າຍ Early Childhood Education ຫລື ການສຶກສາເດັກ
ນ້ອຍຂັ້ນຕົ້ນ ຈາກ Coastal Beach University ຢູ່ທີ່ລັດ South Carolina ຫລັງຈາກ
ນັ້ນໄດ້ເປັນຄູສອນຢູ່ ໂຮງຮຽນປະຖົມ ເປັນເວລາຫ້າປີ. April ໄດ້ສ້າງຄອບຄົວກັບ ທ່ານ
Jeff Hicklin ອະດີດເພື່ອນນັກຮຽນມັດທະຍົມດ້ວຍກັນ. ປັດຈຸບັນນີ້ April ມີລູກຊາຍ
ສອງຄົນ. ໃນຂະນະທີ່ນາງກຳລັງສ້າງຄອບຄົວ ແລະປະກອບວຽກການຢູ່ນັ້ນ April ບໍ່ໄດ້
ລົດລະນຳການສຶກສາຊັ້ນສູງ ແລະໄດ້ສືບຕໍ່ຮຳ່ຮຽນຈົນສຳເລັດ ປະລິນຍາໂທ ຝ່າຍ
Educational Administration ຫລືການບໍລິຫານການສຶກສາ ຈາກມະຫາວິທະຍາໄລ
Eastern Illinois ໃນປີ 2000.
ດ້ວຍຄວາມຂະຫຍັນໝັ່ນພຽນ ມານະອົດທົນ ຜ່ານຄວາມຍາກລຳບາກຫລາຍຢ່າງທາງ
ດ້ານຊີວິດສ່ວນໂຕ ມີຄວາມສົນໃຈທາງດ້ານການເຕີບໃຫຍ່ ພັດທະນາການຂອງເດັກ
ນ້ອຍ ແລະການສຶກສາ April ຈຶ່ງໄດ້ວາງບົດບາດການສອນ ແລະໄດ້ຮັບຄຳຍ້ອງຍໍສັນ
ລະເສີນ ຢ່າງໜ້າພາກພູມໃຈມາຕະຫລອດ. ຍ້ອນຊື່ສຽງທາງດ້ານການສອນ ແລະຊ່ວຍ
ເຫລືອພວກນັກຮຽນທີ່ມີບັນຫາ April ໄດ້ຖືກ ຂໍຮ້ອງໃຫ້ມາຊ່ວຍນຳພາບໍລິຫານໃນຕຳ
ແໜ່ງເປັນຮອງຜູ້ອຳນວຍການ ໂຮງຮຽນມັດທະຍົມ Bloomington High School ຢູ່່ທີ່
ລັດ Illinois ຕັ້ງຢູ່ຫ່າງຈາກນະຄອນ Chicago ປະມານສອງຊົ່ວໂມງ. ເມືອງ Bloo-
mington ນີ້ ເປັນເມືອງອຸດສາຫະກໍາ ມີຊົນຊັ້ນອອກແຮງງານຢູ່ຫລາຍ ທີ່ເປັນຊາວຜີວ
ຂາວ ແລະຜີວດຳ ບໍ່ມີຊາວເອເຊຍປະປົນເລີຍ.
ມັດທະຍົມ Bloomington
ບັນຍາກາດສິ່ງແວດລ້ອມ ຢູ່ຂົງເຂດແຫ່ງນີ້ ເຮັດໃຫ້ພວກ
ຊາວໜຸ່ມ ຍິງ ແລະຊາຍ ມີບັນຫາດ້ານສັງຄົມຫລາຍຢ່າງ
ເຊັນວ່າ ມີຄົນຫວ່າງງານຫລາຍ ເດັກນ້ອຍດື້ດ້ານຫົວ
ແຂງ. ຊາວໜຸ່ມຜູ້ຍິງມີລູກແຕ່ອາຍຸຍັງນ້ອຍ ຜູ້ຊາຍເຂົ້າ
ແກ້ງນັກເລງ ເປັນພວກນັກຮຽນຫົວແຂງ ໃຊ້ຄວາມຮຸນແຮງ
ໃຊ້ປືນຍິງກັນອັນເປັນຜົນສະທ້ອນຕໍ່ການສຶກສາ. ບໍ່ຮອດ
70 ເປີເຊັນ ສາມາດຮຽນຈົບຈາກຂັ້ນມັດທະຍົມ ແລະອີກ
30 ເປີເຊັນນັ້ນບໍ່ຮຽນຕໍ່ ແລະອອກໂຮງຮຽນກ່ອນ. ຜູ້ອຳ
ນວຍການມັດທະຍົມແຫ່ງນີ້ໄດ້ເຫັນຄວາມສາມາດ ແລະ
ຄວາມໜຸ່ມແໜ້ນຂອງ April ຈຶ່ງໄດ້ຂໍໃຫ້ເຂົ້າມາຊ່ວຍດັດແປງແກ້ໄຂ. April ໄດ້ເລົ່າ
ຊີວິດເບື້ອງຕົ້ນ ກ່ອນທີ່ຈະໄດ້ມາເປັນຮອງຫົວໜ້າມັດທະຍົມ Bloomington ສູ່
ວີໂອເອ ຟັງດັ່ງນີ້ :
ຍານາງ April ແລະນັກຮຽນ
Your browser doesn’t support HTML5
ຟັງການສຳພາດ ຍານາງ April Hicklin ງາມສະນິດ 1
ລະບົບການສຶກສາຢູ່ໃນ ສະຫະລັດ ແລະລະບຽບວິໄນ ໃນການສິດສອນນັກຮຽນ ແລະການລົງໂທດນັກຮຽນ ມີຄວາມແຕກຕ່າງຈາກ ຫລາຍໆປະເທດຢູ່ໃນໂລກ. ຍານາງ April ໄດ້ເລົ່າຄວາມຍາກ ຄວາມເຂົ້າໃຈໃນການເປັນຜູ້ປົກຄອງ ແນະນຳດ້ານການສຶກສາຕໍ່ໄປອີກວ່າ :
ັຍານາງ April ແລະນັກຮຽນ
Your browser doesn’t support HTML5
ຟັງການສຳພາດ ຍານາງ April Hicklin ງາມສະນິດ 2
ທ້າຍສຸດນີ້ ຍານາງ April ໄດ້ຝາກຄຳແນະນຳ ແລະຂໍ້ຄິດເຫັນໄວ້ແກ່ ບັນດາພໍ່ແມ່ຜູ້ປົກຄອງ ແລະນັກຮຽນທັງຫລາຍວ່າ :
ຍານາງ April ອ້ອມກອດນັກຮຽນ
Your browser doesn’t support HTML5
ຟັງການສຳພາດ ຍານາງ April Hicklin ງາມສະນິດ 3
ນັ້ນແມ່ນການສຳພາດ ຍານາງ April Hicklin ງາມສະນິດ ສະຕີລາວ-ອາເມຣິກັນ ທີ່ມີ
ໜ້າທີ່ຮັບຜິດຊອບ ນັກຮຽນຫລາຍຮ້ອຍຄົນໃນຖານະເປັນ ຮອງຜູ້ອຳນວຍການມັດທະ
ຍົມ ໂຮງຮຽນ Bloomington ທີ່ລັດ Ilinois. ເພື່ອເປັນກຽດແກ່ຍານາງ April ຂ້າພະເຈົ້າ
ຂໍມອບເພງທີ່ມີຊື່ວ່າ Teach Your Children ທີ່ມີຄວາມໝາຍດີ ແລະ ພົວພັນກ່ຽວກັບ
ລາຍງານເລື້ອງນີ້ ແລະຂໍອຳລາທ່ານໄປພ້ອມນີ້ເລີຍ.
Your browser doesn’t support HTML5
ເຊີນຟັງເພງ Teach Your Children ຫລື ສັ່ງສອນລູກຂອງທ່ານ