Your browser doesn’t support HTML5
ຟັງການສຳພາດ ທ່ານພັນທະວົງ ໄຊຍະວົງ ຄົນຂັບລົດໂດຍສານຕຸກຕຸກ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ຖ້າຫາກທ່ານໄດ້ໄປຢ້ຽມຢາມນະຄອນຫລວງວຽງຈັນ ທ່ານຈະສັງເກດເຫັນບັນດາລົດໂດຍສານ ຕຸກຕຸກ ແລ່ນຢູ່ຕາມຖະໜົນຫລວງສາຍສຳຄັນ ຂົນສົ່ງບັນດາແມ່ຄ້າຊາວຂາຍ ແລະຜູ້ໂດຍສານ ອັນເປັັນລະບົບຍານພາຫານະ ສາທາລະ ນະທີ່ສຳຄັນ. ນອກຈາກນັ້ນກໍມີລົດແທກຊີທີ່ຫາກໍ່ມີລຸນຫລັງລົດຕຸກຕຸກຫວ່າງບໍ່ນານມານີ້. ລົດຕຸກຕຸກ ແມ່ນລົດໂດຍສານສອງແຖວ ໃສ່ຜູ້ໂດຍສານໄດ້ປະມານສິບຄົນ. ລົດຕຸກຕຸກ ພາກັນຈອດເປັນກຸ່ມ ແລະເປັນຈຸດຂອງໃຜລາວ ໂດຍສະເພາະຢູ່ຮ່ອມວັດຈັນແຄມທ່າແມ່
ນໍ້າຂອງ ອັນເປັນສູນກາງທ່ອງທ່ຽວທີສຳຄັນໃນນະຄອນຫລວງວຽງຈັນ ບ່ອນມີໂຮງແຮມ ພັກເຊົາ ຮ້ານອາຫານ ສູນການຄ້າ ທີ່ຊາວຕ່າງປະເທດ ແລະຊາວລາວພາກັນໄປເຕົ້າ ໂຮມຊຸມແຊວຢູ່ເປັນປະຈຳ.
ບັນຍາກາດຢູ່ແຄມທ່າວັດຈັນກໍຄືທຸກໆຕອນແລງຈະມີພວກພໍ່ຄ້າແມ່ຄ້າຫລາຍຮ້ອຍຄົນ
ພາກັນມາຕັ້ງຜາມ ຢາຍເປັນແຖວຂາຍສິ່ງຂອງຕ່າງໆເຊັນ ເຄຶ່ອງນຸ່ງຫົ່ມ ເຄື່ອງຫັດຖະກຳ
ແລະອຶ່ນໆນອກນັ້ນກໍມີ ກິດຈະການຫັດກາຍຍະບໍລິຫານທີ່ພາກັນເຕັ້ນໄປກັບສຽງເພງ
ຢ່າງຟົ້ນຟື້ນ.
ບັດນີ້ເຮົາມາຟັງການໂອ້ລົມສົນທະນາກັບ ທ່ານພັນທະວົງ ໄຊຍະວົງເກີດທີ່ແຂວງຊຽງ
ຂວາງອະດີດຮ້ອຍໂທທະຫານອາກາດກອງທັບປະຊາຊົນລາວ ທ່ານໄດ້ເລົ່າຊີວິດເບື້ອງ
ຕົ້ນຕໍ່ ວີໂອເອ ວ່າ
ບັນດານັກຂັບລົດຕຸກຕຸກ ໃນນະຄອນຫລວງວຽງຈັນ.
Your browser doesn’t support HTML5
ຟັງການສຳພາດ ທ່ານພັນທະວົງ ໄຊຍະວົງ
ລາຄາຂົນສົ່ງຈາກຈຸດນຶ່ງໄປຫາຈຸດນຶ່ງ ຍັງຍໍ່ມີມາດຕການຕາຍໂຕ ແລະຍັງໃຊ້ລະບົບຕໍ່ ລອງແບບເປັນກັນເອງຊຶ່ງ ທ່ານພັນທະວົງ ໄດ້ກ່າວຕໍ່ໄປອີກວ່າ
Your browser doesn’t support HTML5
ຟັງການສຳພາດ ທ່ານພັນທະວົງ ໄຊຍະວົງ
ນັ້ນແມ່ນການສຳພາດ ທ່ານພັນທະວົງ ໄຊຍະວົງ ຄົນຂັບລົດຕຸກຕຸກ ທີ່ນະຄອນ ຫລວງວຽງຈັນ.