ໃນລາຍການຊີວິດຊາວລາວຂອງວີໂອເອມື້ນີ້ ເຮົາຈະນຳເອົາ
ການສຳພາດ ກັບຍານາງ ປາໂລມາ ວົງພະຈັນ ຜູ້ບໍລິຫານ
ວຽກງານຢູ່ບໍລິສັດ WIKA (ວີກາ) ຂອງເຢຍຣະມັນ ທີ່ນະຄອນ
Atlanta ລັດ Georgia. ປາໂລມາ ແມ່ນລູກສາວອະດີດສຳມະ
ນາກອນ ເຄີຍໄດ້ໄປໃຊ້ຊີວິດຢູ່ ສູນຫ້າ ທີ່ເມືອງວຽງໄຊ ກັບພໍ່
ເປັນເວລາຫ້າປີ. ໃນປີ 1982 ປາໂລມາ ພ້ອມດ້ວຍແມ່ ແລະ
ນ້ອງສີ່ຄົນ ໄດ້ໂຕນໜີອອກຈາກປະເທດລາວ ມາ ສະຫະລັດ.
ເພື່ອຮຽນຮູ້ເຖິງຜົນສຳເລັດ ຜ່ານຄວາມທຸກຍາກລຳບາກຕ່າງໆ
ຂອງ ປາໂລມາ ເຮົາຂໍເຊີນທ່ານພົບກັບ ກິ່ງສະຫວັນ ຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດ ກ່່ຽວກັບຊີວິດ ຍານາງປາໂລມາ ວົງພະຈັນ
ສະບາຍດີ ທ່ານຜູ້ຟັງທີເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອມື້ນີ້ ເຮົາຈະນຳ
ເອົາເລື້ອງກ່ຽວກັບຊີວິດ ຂອງຍານາງປາໂລມາ ວົງພະຈັນ ລູກສາວອະດີດ ສຳມະນາກອນ
ທີ່ເມືອງວຽງໄຊ ບ່ອນທີ່ ປາໂລມາ ພ້ອມຄອບຄົວໄດ້ໄປຢູ່ກັບພໍ່. ປັດຈຸບັນນີ້ ປາໂລມາ
ເປັນນຶ່ງໃນຈຳນວນຜູ້ບໍລິຫານວຽກງານຢູ່ໃນ ບໍລິສັດ WIKA ຊຶ່ງເປັນບໍລິສັດອຸດສາຫະກຳ
ເຢຍຣະມັນ ທີ່ມີພະນັກງານຢູ່ໃນທົວໂລກ 7,900 ຄົນ. ບໍລິສັດ WIKA ຕັ້ງຂຶ້ນມາໃນປີ
1946 ນຳໜ້າໂລກ ທາງ ດ້ານເທັກໂນໂລຈີ ຊ່ຽວຊານ ດ້ານພະລິດເຄຶ່ອງກົດດັນ ແລະວັດ
ແທກອາກາດ ທີ່ນຳໃຊ້ຢູ່ຕາມບໍລິສັດອຸດສາຫະກຳໃຫຍ່ໆຕ່າງໆຢູ່ທົ່ວໂລກ.
ດອກກ້ວຍໄມ້
ກ່ອນ ຍານາງປາໂລມາ ຈະໄດ້ກ້າວຂຶ້ນມາເປັນນຶ່ງໃນບັນດາຜູ້
ບໍລິຫານທີ່ສຳຄັນໃນບໍລິສັດ WIKA ຊິວິດເບື້ອງຕົ້ນຂອງ
ປາໂລມາ ເມື່ອສີ່ສິບກວ່າປີກ່ອນ ໄດ້ຜ່ານກັບຄວາມຍາກລຳ
ບາກ ແລະລອດພົ້ນມາຫລາຍຢ່າງ. ໃນປີ 1975 ໃນຂະນະທີ່ມີ
ການຫັນປ່ຽນ ລະບອບການປົກຄອງຢູ່ໃນ ປະເທດລາວ ຄອບ
ຄົວຂອງ ປາໂລມາ ແມ່ນນຶ່ງໃນຈຳນວນ ຫລາຍໆຄອບຄົວ ທີ່
ໄດ້ຖືກສົ່ງໄປຢູ່ໃນ ສູນສຳມະນາ ກັບພໍ່ ທີ່ ເມືອງວຽງໄຊ ພາກ
ເໜືອຂອງ ປະເທດລາວ.
ຍານາງປາໂລມາ ວົງພະຈັນ ແມ່ນລູກສາວ ອະດີດນາຍທະຫານ ກອງທັບແຫ່ງພະລາຊະອານາຈັກລາວ. ປາໂລມາ ແມ່ນຊື່ມາຈາກພາສາສະເປນ ໝາຍຄວາມວ່າ ນົກກາງແກ ຫລືນົກສັນຕິພາບ. ໃນປີ 1975 ພໍ່ຂອງ ປາໂລມາ ແມ່ນຢູ່ໃນຈຳນວນບັນດານາຍທະຫານ ຕຳຫລວດ ລັດຖະກອນ ພ້ອມດ້ວຍ ພະເຈົ້າມະຫາຊີວິດ ທີ່ໄດ້ຖືກສົ່ງໄປ ສູນສຳມະນາ ເມືອງວຽງໄຊ. ໃນປີ 1978 ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍສົ່ງບັນດາລູກເມຍ ໄປສົມທົບຢູ່ກິນກັບ ພວກສຳມະນາກອນ. ເວລານັ້ນ ປາໂລມາ ມີອາຍຸ ໄດ້ 10 ປີ ໄດ້ຕິດຕາມແມ່ ແລະ ນ້ອງສີ່ຄົນໄປຢູ່ກັບພໍ່ທີ່ ເມືອງວຽງໄຊ ແຂວງຊຳເໜືອ. ປາໂລມາ ໄດ້ເລົ່າຊີວິດເບື້ອງຕົ້ນສູ່ ວີໂອເອຟັງວ່າ:
ຍານາງປາໂລມາ ວົງພະຈັນ
Your browser doesn’t support HTML5
ຟັງການສຳພາດ ຍານາງປາໂລມາ ວົງພະຈັນ 1
ຫລາຍໆທ່ານ ອາດຍັງມີຄວາມຊົງຈຳ ກ່ຽວກັບປະສົບການ ຄວາມຍາກລຳບາກ ຂອງຊີວິດໃນລະຍະການປ່ຽນແປງ ລະບອບການປົກຄອງຢູ່ໃນປະເທດລາວ. ສຳລັບ ປາໂລມາແລ້ວ ນາງຍັງຈື່ໄດ້ດີທຸກບັ້ນຕອນ ແລະໄດ້ເລົ່າຊີວິດຢູ່ໃນສູນສຳມະນາ ສູ່ຟັງດັ່ງນີ້ :
ຈຳປາແດງເມືອງລາວ
Your browser doesn’t support HTML5
ຟັງການສຳພາດ ຍານາງປາໂລມາ ວົງພະຈັນ 2
ຫລັງຈາກໄດ້ໃຊ້ຊີວິດຢູ່ໃນສູນສຳມະນາກັບພໍ່ເປັນເວລາ ສີ່-ຫ້າປີແລ້ວ ແມ່ຂອງ ປາໂລມາ ກໍເກີດເຈັບປ່ວຍ ແລະບໍ່ມີຢາປິ່ນປົວ. ຕົກມາເຖິງປີ 1982 ທາງການໄດ້ອະນຸຍາດໃຫ້ ແມ່ ພ້ອມດ້ວຍ ປາໂລມາ ແລະພວກນ້ອງໆ ອອກຈາກ ສູນສຳມະນາ ເມືອງວຽງໄຊ ກັບຄືນມາປິ່ນປົວຢູ່ ນະຄອນຫລວງວຽງຈັນ. ເວລານັ້ນ ສະພາບການປົກຄອງຢູ່ໃນເມືອງລາວ ຍັງຢູ່ໃນຄວາມມືດມົວ ແລະລຳບາກ. ເພາະສະນັ້ນ ແມ່ຂອງ ປາໂລມາ ຈຶ່ງໄດ້ຕັດສິນໃຈພາລູກເຕົ້າໂຕນໜີຂ້າມມາຢູ່ສູນອົບພະຍົບນາໂພ ເພື່ອຈະເດີນທາງມາປະເທດທີສາມ ຊຶ່ງ ປາໂລມາ ໄດ້ກ່າວເຖິງຊີວິດຕອນນີ້ສູ່ຟັງວ່າ :
ປາໂລມາ (ເສື້ອຂາວ) ແລະຍາດຕິພີ່ນ້ອງ
Your browser doesn’t support HTML5
ຟັງການສຳພາດ ຍານາງປາໂລມາ ວົງພະຈັນ 3
ການເດີນທາງມາເຖິງແຜ່ນດິນໃໝ່ທີ່ກວ້າງໄກ ຂອງຄອບຄົວ ປາໂລມາ ແມ່ນບໍ່ມີຫຍັງຫຼາຍ ແຕກຕ່າງໄປຈາກ ພວກອົບພະຍົບລາວທົ່ວໄປ ຕ້ອງໄດ້ຜ່ານພ່າການປັບຕົວໃຫ້ເຂົ້າກັບຊີວິດການເປັນຢູ່ໃໝ່ ເປັນຕົ້ນດ້ານ ພາສາ ແລະວັດທະນາທຳ. ເວລານັ້ນ ປາໂລມາ ມີອາຍຸໄດ້ 15 ປີ ຄອບຄົວມາຕົກຢູ່ລັດ North Carolina ພາກໃຕ້ຂອງ ສະຫະລັດ. ປາໂລມາ ໄດ້ເລີ້ມເຂົ້າໂຮງຮຽນມັດທະຍົມພາກຕົ້ນ Renold High School ຫລັງຈາກນັ້ນກໍໄດ້ຮຽນຕໍ່ທີ່ Giwneet Community College ສຳເລັດອະນຸປລິນຍາ. ໃນປີ 1997 ປາໂລມາ ໄດ້ເລີ້ມເຮັດວຽກໃຫ້ແກ່ບໍລິສັດ WIKA ຊຶ່ງ ປາໂລມາ ໄດ້ເລົ່າຄວາມເປັນມາຕອນນີ້ວ່າ :
ທີ່ພັກຜ່ອນ ຢູ່ສວນຫລັງບ້ານ
Your browser doesn’t support HTML5
ຟັງການສຳພາດ ຍານາງປາໂລມາ ວົງພະຈັນ 4
ການຕັ້ງຊີວິດໃໝ່ຂອງ ປາໂລມາ ເປັນທີ່ໜ້າສັນລະເສີນ ໄດ້ຮັບການສຶກສາ ສ້າງຄອບຄົວ ມີລູກສອງຄົນ ສຳເລັດວຽກງານ ການຢູ່ກິນ ຕັ້ງຖິ່ນຖານຢູ່ຊານເມືອງ Atlanta ລັດ
Georgia ພາກໃຕ້ຂອງ ສະຫະລັດ. ປາໂລມາ ມີ ບ້ານເຮືອນທີ່ສວຍງາມ ເດີ່ນບ້ານ ແລະ
ນອກບ້ານ ປຽບກັບສວນອຸທະຍານ ທີ່ ເຕັມໄປດ້ວຍດອກກ້ວຍໄມ້ ແລະຕົ້ນດອກໄມ້ເມືອງຮ້ອນ ຊ່ຶງເປັນບ່ອນທີ່ ປາໂລມາ ມັກນັ່ງຊົມ ແລະຮັບຕ້ອນພີ່ໆນ້ອງໆ ແລະເພື່ອນຝູງເວລາມີແຂກຄົນມາຢ້ຽມຢາມ.