ສຳພາດ ທ່ານວົງເພັດສຸວັນ ແລະ ຍານາງ ຈັນສະໝອນ ຊົມພູ ຈາກປະເທດຝຣັ່ງ

ທ່ານວົງເພັດສຸວັນ (ຊ້າຍ) ກິ່ງສະຫວັນ (ກາງ) ແລະຍານາຈັນສະໝອນ ຊົມພູ (ຂວາ) ຢ້ຽມຢາມຫ້ອງຂ່າວ ວີໂອເອ ວັນທີ 28 ພຶດສະພາ 2018.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ປະ​ຈຳ​ແລງ​ວັນ​ພະຫັດ​
ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດກັບ ທ່ານ​ວົງ​ເພັດ​ສຸວັນ ​ແລະຍາ​ນາງ​ ຈັນ​ສະໝອນ
ຊົມ​ພູ ​ສັນຊາດ​ຝຣັ່ງ​ເຊື້ອສາຍ​ລາວ ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມຫ້ອງ​ຂ່າວ ວີ​ໂອ​ເອ ທີ່​
ນະຄອນຫຼວງວໍ​ຊິງ​ຕັນ. ທ່ານວົງ​ເພັດ​ສຸວັນ ​ແລະ​ຍານາງ​ຈັນ​ສະໝອນ ຕັ້ງ​ຖິ່ນ​ຖານ​ຢູ່
Chalong-en-Champagne ຊຶ່ງ​ເປັນຂົງ​ເຂດທີ່​ຜະ​ລິດ​ເຫ​ລົ້າຊຳປາຍ (Champagne)
ຂອງປະ​ເທດ​ຝຣັ່ງ ອັນເປັນເຄື່ອງດື່ມ ເປັນສັນຍາລັກ ໃນການໃຫ້ກຽດໃນການສະເຫຼີມ
ສະຫຼອງຕ່າງໆ ທີ່​ມີ​ຊື່​ສຽງ​ຂອງ​ໂລກ. ພວກທ່າ​ນທັງ​ສອງ ​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ຫວ່າງ​
ມໍ່ໆ​ມາ​ນີ້ ​ແລະ​ບັດນີ້ ກຳລັງໃຊ້ຊິວິດ ​ມ່ວນ​ຊື່ນ​ກັບ​ການ​ເດີນທາງ​ຢ້ຽມ​ຢາມຍາດຕິ​ພີ່ນ້ອງ
ໝູ່​ເພື່ອນ ​ແລະ​ໄດ້ແບ່ງປັນ​ປະສົບ​ການ​ຊີວິດການ​ເປັນ​ຢູ່​ໃນ​ເມືອງຝຣັ່ງສູ່​ຟັງຊຶ່ງ​
ກິ່ງ​ສະ​ວັນ ຈະ​ນຳ​ມາສະ​ເໜີທ່ານ​ໃນ​ອັນ​ດັບຕໍ່​ໄປ.

ໂຮງງານຜະລິດເຫລົ້າຊຳປາຍ (Champagne) ທີ່ປະເທດຝຣັ່ງ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ນັບເປັນ​ເວລາ​ດົນກວ່າ 40 ປີມາແລ້ວ ​ທີ່ຄົນ​ເຊື້ອສາຍ​
ລາວໄດ້ຍົກຍ້າຍ​ໄປ​ຕັ້ງ​ຖິ່ນຖານ​ຢູ່ແຫ່ງຕ່າງໆ​ທົ່ວໂລກ ແລະ​ລາຍການ​ຊີວິດ​ຊາວລາວ
ຂອງ​ວີ​ໂອ​ເອ ກໍໄດ້​ພະຍາ​ຍາມ​ຕິດຕາມ ນຳ​ເອົາ​ຊີວິດ​ການ​ເປັນ​ຢູ່ ຂອງຄົນພວກນີ້ ມາ
ເລົ່າສູ່​ທ່ານ​ຟັງ. ໃນ​ອາທິດ​ນີ້ ວີ​ໂອ​ເອ ໄດ້​ຮັບ​ກຽດຈາກ​ການ​ມາ​ຢ້ຽມຢາມ ຂອງ​ທ່ານ ​
ວົງ​ເພັດ​ສຸວັນ ​ກັບຍານາງຈັ​ນສະໝອນ ​ຊົມ​ພູ ຊຶ່ງ​ພວກທ່ານ​ທັງ​ສອງ ໄດ້​ເດີນທາງ​ມາ​
ຈາກ​ເຂດ ຊາ​ລົງ​-ອັງ-ຊໍ​າປາຍ (Chalons-en-Champagne) ປະ​ເທດ​ຝຣັ່ງ ເປັນ
ເຂດ​ທີ່​ມີ​ຊື່​ສຽງດ້ານ​ອຸດສາຫະກໍາການ​ເຮັດ​ເຫລົ້າ ຊໍາ​ປາຍ ​ຫຼື ແຊມເພນ ໃນ​ພາສາ​ອັງ
ກິດ ທີ່​ຊາວ​ໂລກ​ມັກພາກັນ​ດື່ມ​ ເພື່ອເປັນກຽດ​ຢູ່​ໃນ​ພິທີ​ອັນ​ສຳຄັນ​ຕ່າງໆ ເຊັ່ນໃນງານ
ສົມລົດ ງານຕ້ອນຮັບປີໃໝ່ທຸກໆປີ ແລະພິທີການອັນສຳຄັນຕ່າງໆ.

ປະ​ເທດ​ຝຣັ່ງ ອັນ​ເປັນ​ທີ່​ຮູ້ຈັກກັນ​ດີ​ວ່າ ມີ​ຊື່​ສຽງດ້ານອຸດສາຫະກຳ​ການ​ຜະລິດ​ເຫລົ້າ​
ແວງ (vin) ແລະສຳລັບເຫລົ້າຊຳ​ປາຍແລ້ວ ແມ່ນນຳ​ມາ​ຈາກໝາກ​ອະ​ຫງຸ່ນຂາວໂດຍ​
ສະ​ເພາະ​ ​ຊຶ່ງໄດ້ຮັບລິ​ຂະ​ສິດພິ​ເສດ ສຳລັບຂົງ​ເຂດນີ້​ເທົ່າ​ນັ້ນ ໃນການເຮັດເຫລົ້າຊຳ​
ປາຍ. ​ການ​ດື່ມເຫລົ້າ​ຊຳ​ປາຍ ​ໄດ້ພົວພັນ​ກັບ​ປະ​ຫວັດ​ສາດຂຸນນາງຝຣັ່ງມາ​ແຕ່​ສັດຕະ
ວັດ ທີ 17 18 ​ແລະ 19​ ຈົນ​ຕົກ​ທອດ​ແຜ່​ລາມ​ມາເຖິງສັງຄົມ​ຊັ້ນ​ກາງ​ຢູ່​ທົ່ວ​ໂລກເທົ່າ​
ທຸກ​ວັນ​ນີ້. ການ​ດື່ມ​ເຫລົ້າ​ຊຳ​ປາຍຕ້ອງປະຕິ​ບັດ​ໃຫ້ເປັນ​ພິ​ເສດ​ ໃຊ້​ຈອກ​ດື່ມ​ໃຫ້​ຖືກຕ້ອງ
​ດື່ມຢູ່​ໃນ​ບັນຍາກາດ​ອັນ​ມີ​ກຽດ ​ແຕ່​ສຳ​ລັບ​ຊາວ​ເມືອງຊຳ​ປາຍ​ແລ້ວເຂົາ​ເຈົ້າ​ພາກັນ​ຖື​
ເປັນ​ປະ​ເພນີ ​ທີ່ດື່​ມກັນ​ໄດ້ທຸກ​ຍາມ ​ແລະເປັນ​ສັນຍາ​ລັກ​ອັນ​ສຳຄັນ​ປະຈຳຂົງ​ເຂດຊຶ່ງ
ທ່ານ​ວົງເພັດ​ສຸວັນ ​ແລະ​ຍານາງ​ຈັນ​ສະໝອນ ແລະຍານາງຈັນສະໝອນ​ໄດ້​ກ່າວ​ສູ່
ວີ​ໂອ​ເອ ຟັງ​ດັ່ງ​ນີ້.

ຮູບແຕ້ມສະໄໝເກົ່າຂອງການສະຫລອງເຮັດເຫລົ້າຊໍາປາຍ (champagne)

Your browser doesn’t support HTML5

ເຊີນຟັງການສຳພາດ ທານວົງເພັດສຸວັນ ແລະຍານາງຈັນສະໝອນ ຊົມພູ

ທ່ານ​ວົງເພັດ​ສຸວັນ ​ແລະ​ຍານາງ​ຈັນ​ສະໝອນ ​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ຂົງ​ເຂດ Chalons-en-Champagne ​ທາງ​ພາກ​ຕາ​ເວັນ​ອອກ ຂອງ​ນະຄອນຫຼວງ​ປາຣີ ຫ່າງອອກໄປປະ
ມານຮ້ອຍ​ກວ່າ​ກິ​ໂລ​ແມັດ. ຫລັງ​ຈາກ​ໄດ້​ປະກອບ​ວິຊາ​ອາຊີບກັບ​ບໍລິສັດ​ເອກ​ກະ​ຊົນ
ມາ​ເປັນ​ເວລາ​ 40 ປີແລ້ວ ມາ​ບັດ​ນີ້ ພວກທ່ານ​ທັງ​ສອງຈຶ່ງໄດ້ອອກ​ກິນ​ເບ້ຍ​ບຳນານ.
ທ່ານ​ວົງ​ເພັດ​ສຸວັນ ​ແລະ​ຍານາງ​ຈັນ​ສະໝອນ ​ກຳລັງຖື​ໂອ​ກາດ​ນີ້​ເດີນທາງ​ໄປ​ທ່ອງ​ທ່ຽວ
ຢ້ຽມ​ຢາມຖາມ​ຂ່າວຍາດຕິ​ພີ່ນ້ອງ ​ແລະ​ໝູ່​ເພື່ອນ ທີ່ຢູ່​ຫ່າງ​ໄກ ຫ່າງເຫີ​ນກັນ​ມາ​ເປັນ​ເວ
ລາ​ຫຼາຍ​ປີ​. ທ່ານ​ໄດ້​ແບ່ງປັນ​ກ່ຽວ​ກັບລະບົບບໍານານ​ຂອງ​ປະ​ເທດ​ຝຣັ່ງສູ່​ຟັງ​ດັ່ງ​ນີ້:

Your browser doesn’t support HTML5

ເຊີນຟັງການສຳພາດ ທານວົງເພັດສຸວັນ ແລະຍານາງຈັນສະໝອນ ຊົມພູ

ເວລາ​ຂອງ​ການ​ຕັ້ງ​ຊີວິດ​ໃໝ່ດົນກວ່າ​ສີ່​ທົດ​ສະ​ວັດ ໄດ້​ຜ່ານ​ພົ້ນ​ໄປ ທ່ານ​ວົງ​ເພັດ​ສຸວັນ
​ແລະ​ຍານາງ​ຈັນ​ສະໝອນ​ ໄດ້​ປະກອບ​ວຽກ​ງານ​ຢ່າງ​ເປັນ​ຜົນສຳ​ເລັດ ມີ​ບ້ານ​ເຮືອນ
​ເປັນ​ຂອງ​ຕົນ​ເອງ ພວກລູກ​ເຕົ້າທີ່​ເກີດ​ໃຫຍ່​ຢູ່​ໃນ​ປະ​ເທດ​ຝຣັ່ງ ໄດ້ພາກັນ​ໃຫຍ່​ກ້າໜ້າ
ບານ ມີໜ້າ​ທີ່​ວຽກກາ​ນຢ່າງ​ເປັນ​ຢ່າງດີ. ທ່ານວົງ​ເພັດ​ສູຸວັນ ​ແລະ​ຍານາງ​ຈັນ​ສະໝອນ
ໄດ້ກ່າວສະຫລຸບກ່ຽວ​ກັບ​ຊີວິດ​ເບື້ອງ​ຕົ້ນ​ສູ່​ຟັງ​ດັ່ງ​ນີ້:

ສັນຍາລັກ ບ່ອນເຮັດເຫລົ້າຊຳປາຍ (Champagne)

Your browser doesn’t support HTML5

ເຊີນຟັງການສຳພາດ ທານວົງເພັດສຸວັນ ແລະຍານາງຈັນສະໝອນ ຊົມພູ

ນັ້ນ​ແມ່ນ​ປະສົບ​ການຂອງ​ການ​ຕັ້ງ​ຊີວິດ​ໃໝ່​ຢ່າງ​ເປັນ​ຜົນສຳ​ເລັດ ເມື່ອ​ສີ່​ສິບ​ກວ່າ​ປີທີ່
​ຜ່ານ​ມາ ​ແລະບັດ​ນີ້​ແມ່ນ​ເວລາ​ມ່ວນ​ຊື່ນໃນຊີວິດບັ້ນປາຍ ​ກັບ​ໝາກຜົນ​ທີ່​ໄດ້​ສ້າງ​ມາ.