ການສະຫລອງ ບຸນປີໃໝ່ລາວ ພ.ສ 2557 ໃນ ສະຫະລັດ (ສະໄລດ໌)

ພີທີແຫ່ນາງສັງຂານ ບຸນປີໃໝ່ລາວ ພ.ສ 2557 ທີ່ນະຄອນ San Diego ລັດ California.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່ເຄົາ​ລົບ ເລີ້​ມມາ​ແຕ່​ຕົ້ນ​ເດືອນ​ນີ້
ປະຊາ​ຄົມ​ລາ​ວ-ອາ​ເມຣິກັນ ທົ່ວ ສະຫະລັດ ໄດ້ພາກັນ
​ສະຫລອງ​ບຸນປີ​ໃ​ໝ່ລາວ ພ.ສ 2557 ຕາມ​ຮີດຄອງ​ປະ​
ເພນີ​ຢ່າງ​ຄຶກຄື້ນ ແລະ​ຍັງ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງ ທ້າຍ​
ອາທິດ​ນີ້. ລາຍການ​ຊີວິດ​ຊາວ​ລາວ ໄດ້​ຖື​ໂອກາດ​ນີ້ຕິດ
ຕາມນຳ​ເອົາການສະ​ຫລອງ​ບຸນ​ດັ່ງກ່າວ​ມາສະ​ເໜີ​ທ່ານ.

ວັດ​ພຸດທະ​ດາຣາມ ທີ່ນະຄອນ San Diego ລັດ California ແມ່ນ​ວັດ​ໃຫຍ່ ທີ່​ມີ​ການ​ສ້າງສາ​ຢ່າງ​ງົດ​ງາມ ແລະມີ​ການສະຫລອງ​ບຸນປີ​ໃ​ໝ່ກັນ ​ຢ່າງ​ຄຶກຄື້ນ​ໃນ​ແຕ່ລະປີ. ເພາະສະ​ນັ້ນ ວີ​ໂອ​ເອ ຈຶ່ງ​ໄດ້​ຖື​ໂອກາດ​ນີ້ ສຳພາດທ່ານວັນນະ​ສິນ ມະນີ​ສຸກ ຊຶ່ງເປັນ​ຜູ້
ນຶ່ງ​ໃນຄະນະ​ກຳມະການ​ບຸນ​ ​ແລະ​ເປັນ​ຊ່າງ​ແຕ້ມປ້າຍ ສິນລະປະ​ພື້ນ​ເມືອງ​ລາວ ​ໃຫ້​ແກ່​
ວັດລາວ ພຸດທະດາຣາມ. ນອກຈາກ​ນັ້ນ​ ກໍມີບັນຍາ​ກາດ ການ​ສະຫລອງ​ບຸນ​ຢູ່ວັດ​ລາວ
ພຸດ​ທະ​ວົງ ທີ່ເມືອງ Cattlet ລັດ​ເວີ​ຈີ​ເນຍ ຊຶ່ງ ກິ່ງ​ສະຫວັນຈະ​ນຳ​ມາສະ​ເໜີທ່ານ.

Your browser doesn’t support HTML5

ຟັງລາຍງານ ການສະຫລອງ ປີໃໝ່ລາວ ໃນສະຫະລັດ


ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ຫວັງຢ່າ​ງຍິ່ງ​ວ່າ ທຸກ​ທ່ານ​ໄດ້​ຮັບ​ຄວາມ​ມ່ວນ​ຊື່ນ​ລື້​ນເລິງ
ເປັນ​ພິ​ເສດ ກັບ​ການສ​ະຫລອງ​ບຸນປີໃໝ່​ລາວ ພ​.ສ 2557​. ເທົ່າ​ເຖີງປັດ​ຈຸ​ບັນ​ນີ້ ບາງ​ຂົງ​
ເຂດ​ໃ​ນ ສະຫະລັດ ​ຍັງ​ດຳ​ເນີນການ​ສະຫລອງ​ບຸນປີ​ໃໝ່ກັນ​ຢູ່ອີກຕໍ່​ໄປ​.

ເພາະສະ​ນັ້ນ ໃນ​ວາລະໂອກາດອັນ​ຍິ່ງ​ໃຫຍ່ດັ່ງກ່າວ​ນີ້ ຂ້າພະ​ເຈົ້າຈະ​ນຳພາ​ທ່ານ​ໄປ
​ທ່ຽວ​ຊົມ ການ​ສະຫລອງ​ບຸນປີ​ໃໝ່ຢູ່ທີ່ ​ວັດພຸດທະ​ດາຣາ​ມ ເມືອງ San Diego ລັດ
California ​ແລະ ວັດ​ລາວ​ພຸດ​ທະ​ວົງ ທີ່ເມືອງ Cattlet ເຂດນະຄອນຫລວງວໍ​ຊິງ​ຕັນ
ດີ.ຊີ.

ພາບບັນຍາກາດ ການສະຫລອງປີໃໝ່ລາວ ທີ່ ແຊນ ດິເອໂກ:

ພາບງານສະຫລອງ ປີໃໝ່ລາວ ຢູ່ ແຊນ ດິເອໂກ


ນະຄອນ San Diego ລັດ California ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກຂອງ ສະຫະລັດ ອາ
​ເມຣິກາ ແຄມຝັ່ງ​ມະຫາ​ສະມຸດ ປາຊິ​ຟິກ. ​ເມືອງ​ນີ້​ເປັນ​ທີ່​ຕັ້ງ​ຖານ​ທັບ​ເຮືອ ສະຫະລັດ
​ເປັນ​ເມືອງ​ທີ່​ມີ​ອາກາດ​ອົບ​ອຸ່ນ​ຢູ່​ຕະຫລອດ​ປີ ​ແລະ​ ມີ​ປະຊາກອນ​ລາວ​ ພາກັນຕັ້ງ​ຖິ່ນ​
ຖານ​ຢູ່​ທີ່​ນີ້​ກວ່າ 2 ​ໝື່ນຄົນ. ​ເພາະ​ສະ​ນັ້ນ ຫາກ​ແຫ່ງ​ໃດມີ ​ປະຊາກອນ​ລາວ ​ແຫ່ງ​ນັ້ນ​
ກໍ​ແມ່ນຈະ​ມີ ວັດວາອາ​ຮາມ ຂອງ ພຸດທະ​ສາສະໜາ ຫິນະ​ຍານ ຢູ່​ສະ​ເໝີ.

ວັດພຸດທະດາ​ຣາມ ​ແມ່ນ​ນຶ່ງ​ໃນ​ຈຳນວນ​ສາມ​ວັດ ທີ່ໄດ້ສ້າງ​ຂື້ນມາໃນ​ປີ 1978 ພາຍ
​ໃຕ້ການ​ນຳພາ​ຂອງ ມື້​ລາງ ພະ​ອາຈານ​ສິງ​ທອງ ບັນລື​ສັກ. ວັດ​ພຸດ​ທະ​ດາຣາມ ຖື​ວ່າ
ເປັນວັດ​ໃຫຍ່​ ​ຢູ່ໃນ​ເມືອງ San Diego ​ແລະ ​ເປັນ​ວັດທີ່​ມີ​ການອອກ​ແບບ​ຕົກ​ແຕ່ງ
ສີນ​ລະ​ປະ​ພື້ນ​ເມືອງໂບ ຮານຂອງຫລວງ​ພະ​ບາງ. ນາຍຊ່າ​ງຜູ້​ມີ​ຝີ​ມືປາ​ນີດ​ດ້ານ ວັດ
​ຖຸໂບຮານພື້ນ​ເມືອງລາວ ໄດ້ແກ່ ທ່ານຫຸມ​ແພງ ມະນີ​ສຸກ ​ແລະ​ລູກ​ຊ​າຍກົກ ທ່ານ​ວັນ
ນະ​ສິນ ມະນີ​ສຸກ ທີ່​ໄດ້​ອາສາ​ສະມັກ ທຸ້ມ​ເທ​ເຫື່ອ​ແຮງຮັບ​ໃຊ້ ຕົກ​ແຕ່ງ​ອອກ​ແບບ ສິນ
ລະປະ​ພື້ນເມືອງ​ລາວ ​ແລະ​ເປັນ​ກຳມະການ​ຢູ່​ໃນວັດ​ແຫ່ງ​ນີ້​.

ວັນນະສິນ ມະນີສຸກ ນັກສີນລະປະພື້ນເມືອງລາວ


ທ່ານ​ວັນນະ​ສິນ ມະນີ​ສຸກ ໄດ້ຕິດຕາມ​ຄອບຄົວເຂົ້າມາ ສະຫະລັດ
ອາ​ເມຣິກາ ​ໃນ​ປີ 1981 ​ເວລາ​ນັ້ນ​ມີ​ອາຍຸໄດ້ 13 ປີ. ວັນນະ​ສິນ ມີ​
ພອນ​ສະຫວັນ ດ້ານ​ສິນລະປະການແຕ້ມພື້ນ​ເມືອງ​ໂບຮານລາວ
ແລະ​ໄດ້​ຮຽນ​ຮູ້ ​ຈາກການສັງ​ເກດ​ເບິ່ງ​ພໍ່ ຄື​ທ່ານ​ຫຸມແພງ ມະນີ​ສຸກ
ນາຍ​ຊ່າງ​ຜູ້ມີຝີ​ມື​ອັນດີ​ເດັ່ນຈາກ ວັດ​ຊຽງ​ທອງ ນະຄອນຫລວງ​ພະ​
ບາ​ງ. ຖ້າຫາ​ກທ່ານ ມີ​ໂອກາດ​ໄດ້ກ້າວ​ເຂົ້າ​ສູ່​ໃນ ວັດ​ພຸດທະ​ດາ
ຣາມ ທ່ານ​ຈະ​ມີ​ຄວາມ​ຮູ້ສຶກວ່າ ທ່ານ ຢູ່​ໃນ​ວັດ​ແຫ່ງ​ໃດແຫ່ງ​ນຶ່ງ​ໃນ
​ເມືອງ​ລາວ. ​

ການປະກວດນາງງາມ ລາວ-ອາເມຣິກັນ ປະຈຳປີ ພ.ສ 2557



​ຊາວ​ລາວ-ອາ​ເມຣິກັນ ທີ່ນະຄອນ San Diego ​ເປັນ​ສັງຄົມ​ທີ່​ມີ
​ການ​ປຸ້ມລຸ​ມກັນ​ຢ່າງແໜ້ນ​ແຟ້ນ ​ແລະ​ມີ​ອົງການ​ຈັດ​ຕັ້ງ​ຕ່າງ​ໆ​
ເພື່ອ​ຮັບ​ໃຊ້​ສັງຄົມ. ໃນ​ຕອນ​ແລງ​ວັນ​ເສົາທີ 12 ​ເມສາ ​ເນື່ອງ​ໃນ
​ໂອກາດ ສະຫລອງບຸນປີ​ໃໝ່ລາວ ສູນກາງ​ວັດທະນາທຳລາວ​
ແຫ່ງ San Diego ໄດ້​ຈັດ​ງານລາຕຣີສະ​ໂມ​ສອນຂື້ນ ​ໂດຍ​ມີ​
ການ​ປະ​ກວດ​ນາງ​ງາ​ມປະຈຳປີ ຫາ​ລາຍ​ໄດ້​ບຳລຸງ ສະມາຄົມ
​ແລະ​ມີ​ການ​ມ່ວນ​ຊຶ່ນ​ລື້​ນ​ເລິງກັບ​ສຽງ​ເພງ​ຢ່າງ​ຄຶກຄື້ນ.

ພິທີ ທຳລາບາສີ ບຸນປີໃໝ່ລາວ ພ.ສ 2557 ທີ່ ນະຄອນ San Diego



ໃນ​ວັນ​ເສົາ ​ແລະ​ອາທິດຕໍ່​ມາ ວັນທີ 19 ​ແລະ 20 ​ເດືອນ​ເມສາ
ທ່າມກາງ​ດິນ​ຟ້າ​ອາກາດ​ອັນໂປ່​ງ​ໃສ ປະຊາ​ຄົມ​ລາວ-ອາ​ເມຣິ
ກັນ ຫລາຍ​ພັນ​ຄົນ ໃນ​ຂົງ​ເຂດ​ນະຄອນ San Diego ​ພາກັນ
ນຸ່ງ​ເຄຶ່ອງ ຕົກ​ແຕ່ງ​ແບບ​ຮິດຄອງ​ປະ​ເພນີ​ລາວ ໂດຍ​ສະ​ເພາະ​
ບັນດາສຸພາບ​ບຸລຸດ ​ພາກັນ​ນຸ່ງ​ຜ້າ​ຫາງ ​ໃສ່​ເສື້ອ​ຄໍ​ປິດ ​ແລະ​
ບັນດາ​ສະ​ຕີ ພາກັນ​ນຸ່ງ​ສີ້​ນ​ໄໝ ​ບ່ຽງ​ແພ ​ເກົ້າຜົມ ​ເຫັນ​ແລ້ວ​
ບັນຍາກາດ​ແຫ່ງ​ນີ້ ບໍ່​ແຕກ​ຕ່າງ​ຫຍັງ​ກັບ​ດັ່ງ ທີ່ເຮົາ​ເຄີຍ​ໄດ້​ໃຊ້​
ຊີວິດ​ປະຕິບັດ​ກັນ​ມາ​ໃນ​ສະ​ໄໝ ທີ່​ເຄີຍ​ຢູ່​ໃນ​ເມືອງ​ລາວ.

ພິທີ​ທາງ​ສາດສະໜາ ​ເລີ້ມຕົ້ນ​ດ້ວຍ​ການຕັກ ບາດ​ຢາ​ດນຳ້
ຟັງ​ທຳ​ມະ​ເທດ​ສະໜາ ​ແລະ​ໃນ​ຕອນ​ທ່ຽງ​ມີ ພິທີແຫ່​ນາງ​ສັງຂານ ທຳ​ລາ​ບາສີ ​ແລະ​ພິທີ​ພື້ນ​ເມືອງ​ໂບຮານ​ລາວ​ຕ່າງໆ.

ທ່ານ​ວັນນະ​ສິນ ມະນີ​ສຸກ ​ໄດ້ໃຫ້ການ​ສຳພາດ​ຕໍ່ ວີ​ໂອ​ເອ ກ່ຽວ​ກັນ​ການ​ພົວພັນ​ຂອງ ທ່ານໃນ​ວຽກການ​ຂອງ ວັດ​ລາວ​ພຸດທະ​ດາຣາມ ວ່າ:

ພິທີແຫ່ ໃນບຸນປີໃໝ່


Your browser doesn’t support HTML5

ຟັງການສຳພາດ ທ່ານວັນນະສິນ ມະນີສຸກ



​ໃນ​ມື້ດຽວ​ກັນ ຢູ່ພາກ​ຕາ​ເວັນ​ອອກ​ຂອງ ສະຫະລັດ ທີ່​ເມືອງ Catlett ລັດ​ເວີ​ຈີ​ເນ​ຍ ສູນ​ກາງ​ປະຊາ​ຄົມ​ລາວ-ອາ​ເມຣິກັນ ກໍຄື ວັດ​ລາວ​ພຸດ​ທະ​ວົງ ໄດ້​ມີ​ການ​ສະຫລອງ​ບຸນປີ​ໃໝ່ ດັ່ງ​ທີ່​ໄດ້​ປະຕິບັດ​ກັນ​ມາ​ທຸກໆ​ປີ ​ໂດຍ​ມີ​ພິທີທາງ​ສາສະໜາ ຕັກບາດ ຟັງ​ທຳ​ມະ​ເທດ​ສະ
ໜາ ​ແຫ່​ນາງ​ສັງຂານ ​ແລະຕົບ​ພະທາດ​ຊາຍ. ຢູ່​ນອກ​ສາລາ​ໂຮງ​ທຳ ​ກໍ​ມີ​ຜາມ​ຕ່າງໆ ທີ່ເປັນ​ບ່ອນບູຊາ​ເຄື່ອງຂອງຕ່າງໆ​ ທາງ​ສາສະໜາ.

ທ່ານບຸຸນຫລວງ ຈັນທະວົງສາ ນຳເຄຶ່ອງປູກມາຂາຍ ຈາກລັດ ຟຣໍລິດາ


Your browser doesn’t support HTML5

ຟັງການສຳພາດ ທ່ານບຸນຫລວງ ຈັນທະວົງສາ



ຍິ່ງ​ໃຫຍ່​ຄຶກຄື້ນ​ ເປັນ​ທີ່​ດຶງດູດຝູງ​ຊົນມາ​ຫລາຍ​ທີ່​ສຸດ​ນັ້ນ​ກໍ​ຄື
ການອອກ​ຕະຫລາດນັດ ມີ​ພໍ່ຄ້າ ​ແມ່​ຄ້າ ພາກັນ​ນຳ​ເອົາ​ເຄື່ອງປູກ​ຂອງ​ຝັງ​ມາວາງຂາຍ
ອັນເປັນ​ຕົ້ນໄມ້ ຜັກ​ຕ່າງໆ​ຈາກ​ເຂດ​ຮ້ອນ ​ເຊ​ັ່ນວ່າ ຕົ້ນໝາກ​ຂີ້ຫູດ ພັກ​ກະ​ໂດນ ພັກ​ສະ​ເ​ມັກ
ຂົມ​ກະ​ເດົາ ​ໃບ​ກະ​ເພົາ ຂີງ ຂ່າ ​ໝາກ​ເຂືອ ໝາກ​ແຄ້ງ ໝາກ​ເພັດ ​ແລະ​ອື່ນໆ. ນອກ​ນັ້ນ
​ກໍມີ​ອາຫານພື້ນ​ເມືອງ​ສຳ​ເລັດ​ຮູບ ທັງ​ລາ​ວແລະ​ໄທ ວາງຂາຍ​ຢ່າງເດຍລະດາ​ດ ສົ່ງຄວັນ​
ໄຟແລະ​ກິ່ນ​ຫອມ ຈາກ​ເຂົ້າຫລາມ ປີ້ງ​ໄກ່ ​ເຮັດ​ໃຫ້​ຢາກ​ຮັບ​ປະທານ. ນ​ອກນັ້ນ​ ກໍ​ມີການ
ສະ​ແດງ​ສີນ​ລະປະ ການບັນເລງດົນຕີ ການ​ຟ້ອນພື້ນ​ເມືອງ​ລາວ ຂອງ​ບັນດາ​ເຍົາວະ​ຊົນ
-ລາວອາ​ເມຣິກັນ.

ພະອາຈານ ບຸນມີ ກິດຕິທຳມະວັນໂນ


ຢູ່​ໃນ​ສາລາ​ໂຮ​ງທຳ ​ເຈົ້າ​ອາ​ວາດ​ວັດ ພະ​ອາຈານ ບຸນ​ມີ​ ກິດ​ຕິ​ທຳ​
ມະ​ວັນໂນ ຕ້ອງ​ໄດ້ເຮັດ​ວຽກ​ໜັກ ​ເພາະ​ມີ​ບັນດາ​ຍາດ​ໂຍມ ຍິງ ​
ແລະ​ຊາຍ ນ້ອຍແລະ​ໃຫຍ່ ພ້ອມ​ທັງ​ຊາວ​ລາ​ວ ແ​ລະ​ຊາວຕ່າງ
ປະ​ເທດ ພາກັນ​ນັ່ງ​ລຽນ​ແຖວ ​ເພື່ອ​ໃຫ້​ເພີ່ນ​ມັດ​ແຂນ​ໃຫ້​ແຕ່ລະ
ຄົນ. ບັນດາ​ຜູ້​ມາ​ທ່ຽວງານ ​ຕ່າງ​ກໍ​ມີໃບໜ້າ​ຍິ້ມ​ແຍ້ມ​ແຈ່​ມໃສ ​ທີ່
ໄດ້​ພົບໜ້າ​ພໍ້​ຕາ​ກັນ ​ແລະ ພາກັນຫີ້ວ​ສີນ​ຄ້າ ອາຫານ​ການ​ກິນ​
ກັບ​ບ້ານ​ດ້ວຍ​ຄວາມ​ເພິ່ງ​ພໍ​ໃຈ.

ພາບບັນຍາກາດ ການສະຫລອງປີໃໝ່ ທີ່ວັດລາວພຸດທະວົງ ເມືອງ Catlett:

ພາບການສະຫລອງປີໃໝ່ ຢູ່ວັດລາວພຸດທະວົງ ລັດເວີຈີເນຍ