ສຳພາດ ທ່ານແສງ ຈິດດາໄລ ຜູຸ້ບໍລິຫານ ລາວທີວີ ພົ້ນທະເລ

ທ່ານ ແສງ ຈິດດາໄລ (ຂວາ) ແລະ ທ່ານ ຄໍາຜຸຍ ອິນທະວົງ (ຊ້າຍ) ຜູ້ຈັດທໍາ ລາຍການ ລາວ ພົ້ນທະເລ ທີວີ.

ສະບາຍດີ​ ທ່ານ​ຜູ້ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ
​ລາວ​ໃນ​ຕ່າງ​ແດນ ​ແລງ​ວັນ​ພະຫັດ​ມື້​ນີ້ ຂໍ​ແນະ​ນໍາ​ ໃຫ່ທ່ານຮູ້
ຈັກ​ກັບ ທ່ານ​ແສງ ຈິດ​ດາ​ໄລ ຜູ້​ບໍລິຫານ ​ລາຍການ Lao
Overseas TV ຫລື ລາວ ພົ້ນທະ​ເລ ທີວີ​. ສື່​ມວນ​ຊົນຂອງ
ລາວ-ອາ​ເມຣິກັນ ​ແຫ່ງ​ນີ້​ຕັ້ງ​ຢູ່​ເມືອງ Garden Grove ລັດ
California ໄດ້ຖ່າຍ​ທອດລາຍ​ງານຂ່າວ ເປັນ​ພາສາ​ລາວ
ຜ່ານ​ທາງ​ ​ໂທລະພາບດາວ​ທຽມແລະ ສາມາດ​ເບິ່ງ​ໄດ້​ຈາກ
YouTube​. ລາຍການ​ດັ່ງກ່າວ​ນີ້ ມີ​ການ​ສົນທະນາ​ກັນ ກ່ຽວ​
ກັບ​ບັນຫາ​ສັງ​ຄົມ ​ແລະ​ການ​ເມືອງ ຢູ່ໃນ ສະຫະລັດ ​ແລະ
ສປປ ລາວ. ​ໃນ​ກາງເດືອນ ກຸມພາປີ 2014 ລາວ ພົ້ນ​ທະ​ເລ
ທີ​ວີ ໄດ້ຂະ​ຫຍາ​ຍລາຍການ ​ແລະ ເລີ້ມຖ່າຍ​ທອດ​ 24
ຊົ່ວໂມງ.

ຄວາມ​ເປັນ​ມາແລະ​ຈຸດປະສົງ​ຂອງ ລາວພົ້ນ​ທະ​ເລທີ​ວີ ​ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ
ຈະ​ນໍາ​ ເລື້ອງ​ນີ້​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ເສລີພາບ ການລາຍ​ງານ​ຂ່າວສານ ​ໃນ ສະຫະລັດສະບາຍດີ​ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍ
ການ​ຊີວິດ​ຊາວ​ລາວ ​ໃນ​ຕ່າງ​ແດນ ມື້​ນີ້ ຂ້າພະ​ເຈົ້າ ຂໍ​ແນະນໍາ ໃຫ້ ທ່ານ ​ຮູ້​ກັບ ທ່ານ ​ແສງ
ຈິດ​ດາ​ໄລ ຜູ້​ອໍາ ນວຍ​ການ ລາຍການ Lao TV Overseas ຫລື ລາວ ພົ້ນທະເລ ທີ​ວີ ​ມີ
​ຫ້ອງ ການ​ຕັ້ງ​ຢູ່ ​ເມືອງ Garden Grove ລັດ California. ຂ້າພະ​ເຈົ້າ ​ເຊື່ອ​ວ່າ ຫລາຍໆ​
ທ່ານ ​ຮູ້​ກ່ຽວກັບ​ລາຍການ ລາວ ພົ້ນ​ທະ​ເລ ທີ​ວີ ນີ້​ດີ ​ໂດຍ​ສະ​ເພາະ​ຢ່າງ​ຍິງ ການ​ວິ​ເຄາະ
ສົນທະນາ​ດ້ານ​ການ​ເມືອງ ​ແລະ ລາຍການ​ມຸມຄົນ​ລາວ ຫລື Lao Corner ຊຶ່ງ​ເປັນລາຍ
ການ ​“ແມ່​ຍິງ​ລາວ” ​ຊຶ່ງ​ພິທີ​ກອນ​ແມ່ນ ທ່ານ​ນາງ ​ແສງ​ອາ​ລຸນ ຜູ້​ມີ​ສະ​ເໜ່​ໃນ​ການ​ປາກ​
ເວົ້າ ​ແລະ​ນໍາໍາ ເລື້ອງ​ບັນ​ຫາ​ສັງຄົມ ຢູ່​ໃນ ສະຫະລັດ ​ແລະ ​ໃນ ສປປ ລາວ ​ມາ​ເວົ້າ​ລົມ​ສູ່​ຟັງ​.

ຢູ່​ໃນ​ລາຍການ ສອງ​ຊົ່ວ​ໂມ​ງ ສ​າມມື້​ຕໍ່​ອາທິດ​ນີ້ ມີ​ບັນດາ​ສະຕີ​ລາວ ​ແລະ​ສຸພາບ​ບຸລຸດ
ລາວ ພາກັນ​ໂທລະ​ສັບ​ເຂົ້າ​ມາ​ໂອ້​ລົມ ສະ​ແດງ​ຄວາ​ມຄິດ​ເຫັນ​ຕ່າງໆ​ຢ່າງ​ຟົດ​ຟື້ນ. ທ່ານ
​ແສງ ​ຈິດ​ດາ​ໄລ ຜູ້​ອໍາ ນວຍ​ການ ລາວ ທີ​ວີ ພົ້ນ​ທະ​ເລ ໄດ້​ໃຫ້ການ​ສໍາ ພາດ​ກັບ ວີ​ໂອ​ເອ
ກ່ຽວກັບວ່າ ​ເປັນ​ຫຍັງ ທ່ານ ຈຶ່ງ​ໄດ້​ກໍ່​ຕັ້ງ​ລາຍການ​ນີ້ຂື້ນ​ມາ.

​ແຕ່​ກ່ອນ​ອຶ່ນ​ເຮົາ​ມາສຶກສາ​ເຖິງ ຄວາມ​ເປັນ​ມາ​ຂອງ ລັດຖະທໍາ ມະນູນ ສະຫະລັດ ອາເມຣິ
ກາ ທີ່​ໄດ້​ໃຫ້​ສິດທິ ​ແກ່​ປະຊາຊົນ ອາ​ເມຣິກັນ ທຸກໆ​ຄົນ ​ໂດຍ​ສະ​ເພາະ ການ​ຂີດ​ຂຽນ
ແລະ ປາກ​ເວົ້າ ພາຍ​ໃຕ້​ຂໍ້​ບັນ​ຍັດ ຂອງ ລັດຖະທໍາ​ ມະນູນ ທີ່​ເອີ້ນ​ວ່າ Bill of Rights ອະນຸ
ມັດ​ໃຫ້ ປະຊາຊົນ​ທຸກໆ​ຄົນ ມີ​ສິດ​ຊົມ​ໃຊ້ ສິດ​ເສລີພາບ​ເຫລົ່າ​ນີ້ :

ເສຣີພາບ​ໃນ​ການ​ປາກ​ເວົ້າ : ​
ບັນຍັດຂໍ້​ທໍາ​ ອິດ​ກ່າ​ວວ່າ ປະຊາຊົນ​ມີ​ສິດໃນ​ການ​ປາກ​ເວົ້າ ຢ່າງ​ເສລີ ໂດຍປາດ​ສະ​ຈາກ
ການ​ແຊກ​ແຊງ​ຈາກ​ລັດຖະບານ.

ເສລີພາບໃນການ​ອອກ​ຂ່າວ :
ໝາຍ​ເຖິງ ການ​ເຜີ​ຍ​ແຜ່​ຂ່າວ​ສານ​ຕ່່າງໆ ລາຍ​ລະອຽດ ​ແລະ​ແນ​ວຄິດ ​ໂດຍປາດ​ສະ​
ຈາກ​ການ​ແຊກ​ແຊງ​ຈາກ​ລັດຖະບານ​. ນີ້ໝາຍ​ຄວາມ​ວ່າ ປະຊາຊົນ​ມີ​ສິດທິ​ເຜີຍ​ແຜ່​
ຂ່າວສານ​ຂອງ​ຕົນ​ເອງ ເຊັ່ນ ໜັງສືພິມ ນິຕະຍະ​ສານ ອິນ​ເຕີ​ແນັດ ​ໂທລະ​ພາບ ​ແລະ
​ອຶ່ນໆ.

ເສລີພາບ​ໃນ​ການ​ນັບຖື​ສາສະໜາ :
​ລັດຖະບານ ບໍ່​ໃຫ້​ສ້າງ​ຕັ້ງ​ສາສະໜາ ​ແຫ່ງ​ຊາດ​ຂື້ນ ແລະ ປ່ອຍ​ແຕ່ລະຄົນ ມີ​ສິດທິ
ປະຕິບັດ ຫລື​ບໍ່​ປະຕິບັດ ​ເຊຶ່ອຖື ​ໂດຍປາດ​ສະ​ຈາກການ​ແຊກ​ແຊງຈາກ ລັດຖະບານ
ຫລື ບໍ່​ເຊື່ອ​ຖື ສາສະໜາ.

ເສລີພາບ​ໃນ​ການຮ້ອງຮຽນ : ​
ບັນຍັດ​ຂໍ້​ທໍາ​ ອິດກ່າວ​ວ່າ ປະຊາຊົນມີ​ສິດທິ ຮ້ອງ​ຮຽນຕໍ່ ລັດຖະບານ ກ່ຽວ​ກັບ ນະ​ໂຍ
ບາຍ ທີ່​ສົ່ງ​ຜົນ​ສະທ້ອນ ​ໃນ​ທາງ​ລົບ​ແກ່​ເຂົາ​ເຈົ້າ ຫລື ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ຕໍ່ຕ້ານ
​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ເລື້ອ​ງດັ່ງກ່າວ. ສິດທິ​ນີ້ແມ່ນຮ່ວມທັງ ການ​ລວບ​ລວມ​ເອົາ​
ລາຍ​ເຊັນ ​ເພື່ອສະໜັບສະໜູນ ແລະ ​ທາ​ບທາມ ຜູ້​ແທນ ລັດຖະສະພາ ​ໃຫ້ເຫັນ​ດີ
ກັບ​ເຂົາ​ເຈົ້າ ​ແລະ​ໃຫ້​ຄັດ​ຄ້ານ ຮ່າງ​ກົດໝາຍ ທີ່​ເຂົາ​ເຈົ້າບໍ່​ເຫັນ​ດີນໍາ​ ນັ້ນ.

ເສລີພາບ​ໃນ​ການ​ໂຮມ​ຊຸມນຸມ​ກັນ :
ປະຊາຊົນ​ມີ​ສິດທິໂຮມຊຸ​ມນຸມ​ກັນ​ ​ໃນທີ່​ສາທາລະນະ ​ແລະ ມີ​ສິດ​ເດີນຂະ​ບວນປະ
​ທ້ວງ ສ​ະ​ແດງ​ການ​ຄັດຄ້ານຖື​ປ້າຍ​ຄໍາ​ ຂວັນ​ຕ່າງໆ ​ເພື່ອ​ລະບາຍ​ຄວາມຄິດ​ເຫັນ ​
ຂອງ​ເຂົາ​ເຈົ້າອອກ​ມາ ​ແບບ​ບໍ່ຮຸນ​ແຮງ. ຊຶ່ງ​ໝາຍ​ຄວາມວ່າ ປະຊາຊົນ ສາ​ມາດ​
ເຂົ້າ​ຮ່ວມ ​ແລະ​ພົວພັນ​ກັບກຸ່ມ ​ແລະ​ການຈັດ​ຕັ້ງ​ຕ່າງໆ ​ໂດຍປາດ​ສະ​ຈາກ​ການ​
ແຊກແຊງ​ຂອງ ລັດຖະບານ. ດ້ວຍ​ເຫດ​ນີ້​ເອງ ປະຊາກອນ ສະຫະລັດ ອາ​ເມຣິກາ
ຈຶ່ງ​ມີ​ສິດ​ຊົມ​ໃຊ້​ເສລີພາບ ​ໃນການ​ຂີດ​ຂຽນ ປາກ​ເວົ້າ ​ແລະ ​ລາຍ​ງານ​ຂ່າວ ຊຶ່ງ
ທ່ານ ​ແສງ ຈິດ​ດາ​ໄລ ກໍ​ແມ່ນ ປະຊາກ​ອນ ສະຫະລັດ ຄົນ​ນຶ່ງທີ່​ມີ​ສິດຊົມ​ໃຊ້ ​ສິດທິ​
ດັ່ງກ່າວ ທ່ານ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ:

Your browser doesn’t support HTML5

ຟັງການສໍາ ພາດ ທ່ານ ແສງ ຈິດດາໄລ


ຢູ່​ໃນສັງຄົມ​ຊີວິດ​ຂອງ ​ຊາວອ​າ​ເມຣິກັນ ໃນແຕ່​ລະ​ວັນ ​ຈະ​ເຫັນການ​ເຜີຍ​ແຜ່ ລາຍ
​ງານຂ່າວຕ່າງໆ ​ເຊັນ​ວ່າ​ຢູ່ຕາມ​ ນິຕະ​ຍະ​ສານ ໜັງສື​ພິມ ​ອິນ​ເຕີ​ແນັດ ວິທະຍຸ ​ໂທລະ
ພາບ ກໍຄື​ສິ່ງ​ໃດ​ນຶ່ງ​ເພື່ອ​ໃຫ້​ຄົນ​ໄດ້​ອ່ານ ​ແລະ ຮູ້​ທັນ​ສະພາບ​ການ​ຢູ່​ໃນ​ປະ​ເທດ ກໍ​
ຄື​ຢູ່​ໃນ​ທົ່​ວໂລກ ຊຶ່ງ ປະຊາຊົນ ອາ​ເມຣິກາ ​ເປັນ​ຄົນ​ມັກ​ອ່ານ​ ​ແລະ ຕິດຕາມ​ຟັງ​
ຂ່າວ​ຢູ່​ສະ​ເໝີ. ບັນ​ດາ​ສື່ມວນ​ຊົນ​ເຫລົ່າ​ນີ້ ລາຍ​ງານ​ທັງ ຂ່າວການ​ເມືອງ ສັງຄົມ ​
ເສດຖະກິດ ການ​ຄ້າ ສິນ​ລະ​ປະການ​ສະ​ແດງ ​ແລະ​ ທຸກໆເລື້ອງ​ທີ່​ ທ່ານຕ້ອງການ​
ຢາກ​ຮູ້ ຢາກ​ຄົ້ນຄວ້າ ແລະ​ຢາກ​ອ່ານ. ເຖິງ​ຢ່າງ​ໃດ​ກໍ​ດີ ​ສື່​ມວນ​ຊົນ​ເຫລົ່າ​ນີ້ ຕ້ອງ​ສະ​
ແດງເຖິງ ຄຸນ​ນະພາ​ບ ​ສະມັດ​ຕະພາບ​ ໃຫ້​ເປັນ​ທີ່​ໜ້າ​ນັບຖື ​ໂດຍ​ການ​ລາຍ​ງ​ານ​
ຂ່າວ​ທີ່​ມີ​ຄວາມ​ຈິງ ​ແລະ ເຊື່ອໃຈ​ໄດ້.

ທ່າ​ນ ​ແສງ ຈິດ​ດາ​ໄລ ​ໄດ້​ສະ​ແດງເຖິງ ຄວາ​ມ​ພາກ​ພູມໃຈ ​ຂອງ​ການ​ເປັນ ສັນຊາດ
ອາ​ເມຣິກາ ​ແລະ ຊຶ່ນ​ຊົມ​ກັບ​ສິດທິ ​ໃນການ​ລາຍ​ງານ​ຂ່າງວສານ​ຕໍ່ ວີ​ໂອ​ເອ ວ່າ :

Your browser doesn’t support HTML5

ຟັງການສໍາ ພາດ ທ່ານແສງ ຈິດດາໄລ


ທ່ານ ສາມາດ​ຕິດຕາມ​ຮັບ​ຟັງ ລາຍການ ລາວ ພົ້ນ​ທະ​ເລ ທີ​ວີ ​ໄດ້​ທີ່ :
www.lao4laos.com