ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານສາລີ ຈິດຕະວໍຣະວົງ ຫຼື ອາຈານ
ສາລີ ມາສະເໜີທ່ານ. ທ່ານໄດ້ຮັບໜ້າທີ່ຢູ່ໃນພະແນກພາສາລາວ ຂອງ ວິທະຍຸສຽງອາ
ເມຣິກາ ມາເປັນເວລາເກືອບ 37 ປີ. ວັນພຸດ ວັນທີ 31 ກໍລະກົດ ທີ່ຜ່ານມາ ເປັນມື້ສຸດ
ທ້າຍຂອງທ່ານ ເພາະສະນັ້ນ ເຮົາຈຶ່ງຖືໂອກາດນີ້ ສຳພາດກ່ຽວກັບປະສົບການ ແລະ
ຄວາມເປັນມາຂອງທ່ານ ຊຶ່ງ ກິ່ງສະຫວັນ ມີລາຍລະອຽດມາເລົ່າສູ່ຟັງ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານສາລີ ຈິດຕະວໍຣະວົງ
ວິທະຍຸສຽງອາເມຣິກາ ພະແນກພາສາລາວ ໄດ້ເລີ້ມອອກອາກາດມາຕັ້ງແຕ່ປີ 1962.
ຫຼາຍໆທ່ານທີ່ໄດ້ມີບົດບາດມາແຕ່ຂັ້ນຕົ້ນນັ້ນ ຕ່າງກໍໄດ້ອອກບຳນານກັນໄປເປັນໄລ
ຍະໆ ຢ່າງມີຄວາມສຸກໄປແລ້ວ. ທ່ານສາລີ ຈິດຕະວໍຣະວົງ ກໍແມ່ນຜູ້ນຶ່ງທີ່ໄດ້ສ້າງບົດ
ບາດອັນຍາວນານຢ່າງໜ້າສັນລະເສີນໄວ້ກັບ ພະແນກພາສາລາວ ມາແຕ່ປີ 1983
ຈົນເຖິງວັນທີ 31 ເດືອນກໍລະກົດ ປີ 2019 ຮວມເປັນເວລາເກືອບ 37 ປີ. ທ່ານແມ່ນຜູ້
ນຶ່ງທີ່ໄດ້ນຳພາສິດສອນບັນດານ້ອງນຸ່ງລຸ້ນໃໝ່ ໃຊ້ພາສາລາວໃຫ້ເໝາະສົມກັບຫລັກ
ການ ແລະຄວບຄຸມການອອກອາກາດໃນແຕ່ລະວັນ. ທ່ານສາລີ ໄດ້ກ່າວເຖິງປະສົບ
ການ ແລະໜ້າທີ່ຄວາມຮັບຜິດຊອບຂອງທ່ານສູ່ຟັງດັ່ງນີ້:
Your browser doesn’t support HTML5
ສຳພາດ ທ່ານສາລີ ຈິດຕະວໍຣະວົງ
ພາສາຂອງມະນຸດໂລກ ໄດ້ມີການປ່ຽນແປງຢູ່ຕະຫຼອດເວລາ ເນື່ອງຈາກສະພາບດ້ານ
ການເມືອງ ເສດຖະກິດ ສັງຄົມ ແລະເທັກໂນໂລຈີ. ເພາະສະນັ້ນພາສາລາວ ກໍຕ້ອງ
ໄດ້ປັບປຸງ ໄປຕາມສະພາບການຊຶ່ງ ທ່ານສາລີ ໄດ້ກ່າວກ່ຽວກັບເລື້ອງນີ້ວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານສາລີ ຈິດຕະວໍຣະວົງ
ວິທະຍຸສຽງອາເມຣິກາ ມີໜ້າທີ່ລາຍງານກ່ຽວກັບຂ່າວໂລກ ແລະນະໂຍບາຍຂອງ
ລັດຖະບານສະຫະລັດ ທີ່ປະກອບດ້ວຍກັນປະມານ 50 ພາສາຂອງໂລກ ຊຶ່ງ ທ່ານ
ສາລີ ໄດ້ອະທິບາຍຕໍ່ໄປອີກວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານສາລີ ຈິດຕະວໍຣະວົງ
ທ່ານສາລີ ຈິດຕະວໍຣະວົງ ແມ່ນຄົນອາເມຣິກັນເຊື້ອສາຍລາວ ອາຍຸ 79 ປີ ອະດີດຫົວ
ໜ້າສອນພາສາອັງກິດ ຢູ່ໂຮງຮຽນສ້າງຄູຊັ້ນສູງດົງໂດກ ໃນສະໄໝພະລາດຊະອານາ
ຈັກລາວ. ທ່ານໄດ້ຮັບການເຝິກອົບຮົມດ້ານການສຶກສາ ຈາກຫຼາຍປະເທດ. ທ່ານໄດ້
ຮັບປະລິນຍາໂທຈາກ ມະຫາວິຍາໄລ Georgetown ໃນສະຫະລັດ ແລະໄດ້ຮັບໃຊ້
ຢູ່ພະແນກພາສາລາວ ຂອງວິທະຍຸສຽງອາເມຣິກາ. ທ່ານສາລີ ຈິດຕະວໍຣະວົງ ໄດ້ກ່າວ
ມ້ວນທ້າຍ ແລະສັ່ງລາດັ່ງນີ້:
ຄະນະຈັດທຳລາຍການພາກພາສາລາວ ປະຈຳວິທະຍຸ ວີໂອເອ ປັດຈຸບັນ ຈາກຊ້າຍໄປຫາຂວາ ທ່ານກິ່ງສະຫວັນ ທ່ານໄພສານ (ຫົວໜ້າພະແນກພາສາລາວ) ທ່ານສາລີ (ອອກບຳນານ ) ຍານາງວັນນະສອນ ທ່ານພຸດທະສອນ ທ່ານໄຊຈະເລີນສຸກ ແລະ (ຍານາງບົວສະຫວັນ ບໍ່ຢູ່ໃນຮູບ)
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານສາລີ ຈິດຕະວໍຣະວົງ
ພວກຂ້າພະເຈົ້າ ຄະນະຈັດທຳລາຍການພະແນກພາສາລາວ ຂໍສະແດງຄວາມຂອບໃຈ
ເປັນຢ່າງສູງມາຍັງ ທ່ານສາລີ ທີ່ໄດ້ສິດສອນນຳພາ ແລະໄດ້ປູທາງໄວ້ໃຫ້ບັນດາຄົນ
ລາວລຸ້ນຕໍ່ໆໄປ. ຂໍໃຫ້ທ່ານຈົ່ງມ່ວນຊື່ນກັບຊີວິດບຳນານ ດ້ວຍຄວາມນັບຖື ແລະຮັກແພງ.
ນັ້ນແມ່ນການສຳພາດທ່ານສາລີ ຈິດຕະວໍລະວົງ ອະດີດພະນັກງານພາກພາສາລາວ
ຂອງວິທະຍຸວີໂອເອ ທີ່ຫາກໍອອກໄປບຳນານອາທິດແລ້ວນີ້. ກະລຸນາຕິດຕາມຟັງລາຍ
ການຊິວິດຊາວລາວເລື້ອງໃໝ່ ໃນແລງວັນພະຫັດໜ້າ ເວລາດຽວກັນນີ້.