ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດລາວ ມື້ນີ້ຈະນຳເລື້ອງທີ່
ໜ້າສົນໃຈ ມາສະເໜີທ່ານນັ້ນກໍຄື ການສຳພາດ ກັບທ່ານ
ກ່ອງປະກັນ ຣາຊພົນ ອາຊີບຂັບລົດ taxi ທີ່ນະຄອນຫລວງ
ປາຣີ ປະເທດຝຣັ່ງ. ທ່ານກ່ອງປະກັນ ເປັນລູກບ້ານຫລານ
ເມືອງແກ້ງກອກ ອະດີດນັກສຶກສາກົດໝາຍ ທີ່ເຄີຍຮຽນຢູ່
ສາທາລະນະລັດເຊັກສ. ກ່ອນທ່ານຕັດສິນໃຈເຂົ້າໄປຕັ້ງຖິ່ນ
ຖານຢູ່ ປະເທດຝຣັ່ງ ຕັ້ງແຕ່ປີ1982. ວິຊາອາຊີບການຂັບ
ລົດຕັກຊີ ຢູ່ນະຄອນຫລວງປາຣີເປັນຢ່າງໃດນັ້ນ
ກິ່ງສະຫວັນ ຈຳນຳເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ທ່ານກ່ອງປະກັນ ຣາຊພົນ ຄົນຂັບລົດຕັກຊີ ທີ່ນະຄອນປາຣີ ປະເທດຝຣັ່ງ
ແຜນທີ່ຄວາມໜາແໜ້ນຂອງ ນະຄອນຫລວງປາຣີ ປະເທດຝຣັ່ງ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວ ມື້ນີ້
ຂ້າພະເຈົ້າຂໍແນະນຳ ໃຫ້ທ່ານຮູ້ຈັກກັບ ທ່ານກ່ອງປະກັນ ຣາຊ
ພົນ ເຊື້ອສາຍລາວ ອາຊີບ ຂັບລົດ taxi ຢູ່ເຂດນະຄອນຫລວງ
ປາຣີ ປະເທດຝຣັ່ງ. ເມືອງດັ່ງກ່າວນີ້ໃຫຍ່ ມີເຄຫາສະຖານເກົ່າ
ແກ່ຫລາຍຊັ້ນ ແຕ່ເປັນຕຶກທີ່ບໍ່ສູງ ປຸກຢາຍເປັນຄຸ້ມ ຕິດໆກັນ
ໄປເກືອບຈະຊອກຫາບ່ອນຫວ່າງບໍ່ເຫັນມີ. ຂົງເຂດນະຄອນ
ຫລວງປາຣີ ມີທາງຫລວງໃຫຍ່ຫລາຍໆສາຍແລ່ນຜ່ານກັນ
ແລະມີຮ່ອມນ້ອຍໆຢູ່ລະຫວ່າງຕຶກ ພໍໃຫ້ລົດຫລີກກັນໄປມາ
ໄດ້. ເພາະສະນັ້ນ ລົດທີ່ແລ່ນຢູ່ໃນນະຄອນປາຣີ ແລະຂົງເຂດ
ຢູໂຣບ ຈະປາກົດໃຫ້ເຫັນມີແຕ່ລົດຄັນນ້ອຍໆ ແລະລົດຈັກແລ່ນຢູ່ຕາມຖະໜົນ ທີ່ເຂົ້າກັບສະພາບແວດລ້ອມຂອງບ້ານເມືອງ.
ທ່ານກ່ອງປະກັນ ຣາຊພົນ ແມ່ນລູກບ້ານຫ້ວຍຊາຍ ທີ່ຕັ້ງຢູ່ຫ່າງຈາກເມືອງ ແກ້ງກອກ
ແຂວງສະຫວັນນະເຂດ ປະມານ 19 ກິໂລແມດ. ທ່ານກ່ອງປະກັນ ແມ່ນອະດີດນັກສຶກສາ
ໂຮງຮຽນກົດໝາຍ ແຫ່ງອະດີດພະລາດຊະອານາຈັກລາວ. ໃນປີ 1976 ທ່ານໄດ້ເດີນ
ທາງໄປສຶກສາຕໍ່ທີ່ ປະເທດສາທາລະນະລັດເຊກສ໌ ຫລັງຈາກນັ້ນໄດ້ຕັດສິນໃຈໂຕນເຂົ້າ
ໄປຂໍລີ້ໄພຢູ່ປະເທດຝຣັ່ງໃນປີ 1982 ບ່ອນທີ່ທ່ານໄດ້ເຂົ້າມາຕັ້ງຊີວິດຫາຢູ່ຫາກິນ ສ້າງ
ຄອບຄົວກັບຍານາງແສງສະຫວັນ ລູກບ້ານຫລານເມືອງສະຂຶນ. ທັງສອງທ່ານມີລູກດ້ວຍ
ກັນສີ່ຄົນ ທີ່ສ້າງຄອບຄົວກັນໄປໝົດທຸກຄົນແລ້ວ ແລະໄດ້ຫລານຫົກຄົນ. ທ່ານກ່ອງປະ
ກັນ ເລົ່າຊີວິດເບື້ອງຕົ້ນຂອງທ່ານສູ່ ວີໂອເອ ຟັງດັ່ງນີ້ :
ໂບດ Sacre Coeur
Your browser doesn’t support HTML5
ຟັງທ່ານກ່ອງປະກັນ ຣາຊພົນ 1
ສິ່ງທີ່ໜ້າສົນໃຈກ່ຽວກັບ ທ່ານກ່ອງປະກັນ ນັ້ນກໍຄືຂັບລົດ taxi ຢູ່ໃນນະຄອນຫລວງ ປາຣີ ບໍລິການປະຊາຄົມ ມາແຕ່ປີ 1993 ວິຊາອາຊີດັ່ງກ່າວນີ້ ສ້າງລາຍໄດ້ດີ ແລະມີຫລາຍຂັ້ນຕອນກ່ອນທີ່ຈະໄດ້ຮັບໃບອະນຸຍາດ ປະກອບວິຊາອາຊີບຢ່າງຖືກຕ້ອງຕາມກົດໝາຍ.
ທ່ານກ່ອງປະກັນ ໄດ້ເລົ່າຕໍ່ໄປອີກວ່າ :
ຫໍຄອຍ Eiffle Tower
Your browser doesn’t support HTML5
ຟັງທ່ານກ່ອງປະກັນ ຣາຊພົນ 2
ຢູ່ໃນນະຄອນຫລວງປາຣີ ມີພີ່ນ້ອງເຊື້ອສາຍລາວຂັບລົດຕັກຊີຢູ່ ປະມານ 200 ຄົນ ແລະ
ມີ "ສະມາຄົມ taxi ລາວ ຫລື Association de Taxi Laotien" ເປັນສະມາຄົມເຕົ້າໂຮມ
ຄົນລາວ ເບິ່ງແຍງກັນ ພົບພໍ້ສັງສັນກັນ ແລະ ຊ່ວຍເຫລືອກັນ. ທ່ານກ່ອງປະກັນ ອະທິ
ບາຍສູ່ຟັງດັ່ງນີ້ :
ບັນດາລົດ Taxi ໃນນະຄອນປາຣີ
Your browser doesn’t support HTML5
ຟັງທ່ານກ່ອງປະກັນ ຣາຊພົນ 3
ຂ້າພະເຈົ້າ ໄດ້ໄປຢ້ຽມຢາມນະຄອນຫລວງປາຣີ ສາມຄັ້ງ ເຫັນວ່າເປັນເມືອງໃຫຍ່ທີ່ໜາ
ແໜ້ນ ມີລົດຫລາຍພ້ອມດ້ວຍລົດຈັກແລ່ນຢູ່ຕາມຖະໜົນ ມີຮ່ອມນ້ອຍໆ ຖ້າຫາກວ່າປ່ອຍ
ຂ້າພະເຈົ້າໄວ້ແມ່ນກັບເມື່ອບ້ານເອງບໍ່ໄດ້. ສຳລັບທ່ານ ສາມາດຈື່ບັນດາເສັ້ນທາງເຫລົ່ານີ້
ໄດ້ຢ່າງໃດ?
ຮ່ອມຖະໜົນ ຂອງຄຸ້ມນຶ່ງໃນ ນະຄອນປາຣີ
Your browser doesn’t support HTML5
ຟັງທ່ານກ່ອງປະກັນ ຣາຊພົນ 4
ຫວ່າງບໍ່ນານມານີ້ ວີໂອເອ ໄດ້ອອກຂ່າວກ່ຽວກັບການຂັດແຍ້ງເລື້ອງລົດຕັກຊີ ຢູ່ໃນນະ
ຄອນຫລວງປາຣີ ຊຶ່ງມີສ່ວນບຸກຄົນທີ່ບໍ່ແມ່ນຄົນຂັບຕັກຊີ ສາມາດຮັບເອົາຜູ້ໂດຍສານໄດ້
ກ່ຽວກັບເລື້ອງນີ້ໄປຮອດໃສແລ້ວ :
ຖະໜົນຫລວງຕໍ່ໜ້າ ປະຕູໄຊ Arc de Triomphe, Champs-Elysees.
Your browser doesn’t support HTML5
ຟັງທ່ານກ່ອງປະກັນ ຣາຊພົນ 5
ທ່ານກ່ອງປະກັນ ຈະດຳເນີນອາຊີບນີ້ໄປອີກດົນປານໃດ?
ຊາວຝຣັ່ງ ມັກນັ່ງດຶ່ມກາເຟ ຢູ່ຂ້າງຖະໜົນຫລວງ
Your browser doesn’t support HTML5
ຟັງທ່ານກ່ອງປະກັນ ຣາຊພົນ 6
ຈຸດສຳຄັນແຫ່ງນຶ່ງ ຂອງ ນະຄອນຫລວງປາຣີ
ນັ້ນແມ່ນການສຳພາດ ທ່ານກ່ອງປະກັນ ຣາຊພົນ ຄົນຂັບ
ລົດຕັກຊີ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ. ກະລຸນາຕິດ
ຕາມຟັງ ອ່ານ ເບິ່ງຮູບພາບ ແລະລາຍລະອຽດເພີ້ມເຕີມໄດ້
ທີ່ lao.voanews.com