ຟັງການສຳພາດ ທ່ານບຸນຍາມານະ ບຸດຕະວົງ ນາຍຊ່າງແປງລົດ ທີ່ລັດ Tennessee

ທ່ານບຸນຍາມານະ ບຸດຕະວົງ ເຈົ້າຂອງຮ້ານ Mana General Auto Repair ຢູ່ທີ່ເມືອງ Murphreesboro ລັດ Tennessee.

ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ເຮົາຈະພາທ່ານໄປຢ້ຽມຢາມ ຖາມຂ່າວ ນາຍຊ່າງແປງລົດອາເມຣິກັນເຊື້ອສາຍລາວ ທ່ານບຸນ​ຍາມາ​ນະ ບຸດຕະວົງ ຢູ່ເມືອງ Murfreesboro ລັດTennessee ຕັ້ງ​ຢູ່​ທາງພາກຕາ​ເວັນ​ອອກສຽງໃຕ້ຂອງ​ສະຫະ​ລັດ. ທ່ານບຸນ​ຍາມາ​ນະ ແມ່ນ​ເຈົ້າ​ຂອງ​ຮ້ານ Mana General Auto Repair ຊຶ່ງ​ແມ່ນ​ຮ້ານ​ນຶ່ງ​ຂອງ​ຈຳນວນ​ສາມ​ຮ້ານ​ທີ່​ເປັນ​ຂອງ ອາເມຣິກັນ​ເຊື້ອ​ສາຍ​ລາວ ບໍລິ​ການ​ຢູ່ໃນ​ຂົງເຂດ​ແຫ່ງ​ນີ້. ເລື້ອງຄວາມ​ເປັນ​ມາ ​ແລະ​ຜົນສຳ​ເລັດ ຂອງ​ທ່ານ​ບຸນ​ຍາມາ​ນະ ​ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ​ຈະ​ພາທ່ານໄປຮຽນຮູ້ຈາກຜູ້ກ່ຽວ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບຸນຍາມານະ ບຸດຕະວົງ ນາຍຊ່າງແປງລົດ

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍງການຊີວິດຊາວລາວ ຂອງ ວີໂອເອ ມື້ນີ້ຂ້າພະ ເຈົ້າຈະໃຫ້ທ່ານຟັງການສຳພາດກັບ ທ່ານບຸ​ນຍາມາ​ນະ ບຸດຕະວົງ ​ເກີ​ດທີ່​ບ້ານ​ສົມຫວັງ ປະ​ເທດ​ລາວ ​ເຂົ້າ​ມາຕັ້ງ​ຖິ່ນ​ຖານຢູ່​ໃນ​ສະ​ຫະລັດ ​ເວລາ​ອາຍຸ​ 14 ປີ ​ໃນ​ປີ 1980​. ປັດຈຸບັນ ປະກອບວິຊາອາຊີບເປັນຊ່າງແປງລົດຢູ່ ເມືອງ Murfreesboro ລັດ Tennessee ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ ຂອງສະຫະລັດ. ແຕ່ກ່ອນອື່ນ ເຮົາມາທຳຄວາມເຂົ້າ ໃຈກັນເຖິງບັນຍາກາດ ສິ່ງແວດລ້ອມຂອງຂົງເຂດດັ່ງກ່າວນີ້ຈັກບາດ ບ່ອນເຕົ້າໂຮມສ້າງ ຕັ້ງປະຊາ ຄົມອາເມຣິກັນເຊື້ອສາຍລາວມາ ແຕ່ຕົ້ນປີ 1980 ຢູ່ທີ່ເມືອງ Murphreesboro ແລະນະຄອນ ຫລວງ Nashville ລັດ Tennessee.

ທັງ​ສອງ​ເມືອງ​ນີ້​ຕັ້ງ​ຢູ່ຫ່າງໄກກັນປະມານ 55 ໄມ ຫລື 144 ກິໂລແມັດ ມີ ປະຊາກອນອາ ເມຣິກັນເຊື້ອສາຍລາວທັງໝົດ ປະມານ 20,000 ຄົນ ມີວັດວາ ອາຮາມພຸດທະສາສໜາ ສາມແຫ່ງ ການປະກອບວິຊາອາຊີບສ່ວນໃຫຍ່ແມ່ນ ເຮັດວຽກຢູ່ ບໍລິສັດສ້າງລົດ Nissan ທີ່ມີຊື່ສຽງຂອງຍີ່ປຸ່ນ ມີທຸລະກິດຮ້ານຄ້າ ຕະຫລາດເອເຊຍ ຮ້ານອາຫານ ແລະ ວິຊາການ ດ້ານເທັກໂນໂລຈີຕ່າງໆ. ປັດຈຸບັນ​ນີ້ຢູ່ທົ່ວສະຫະລັດ ມີບັນດາອາເມຣິກັນ ເຊື້ອ ສາຍລາວຢ່າງ​ຫລວງ ຫລາຍທີ່ໄດ້ພາກັນຍຶດຖື​ເອົາວຽກງານແປງລົດຢ່າງເປັນຜົນສຳເລັດ.

ບັດນີ້ເຮົາຫັນມາຟັງຄວາມ​ເປັນ​ມາ​ຂອງທ່ານບຸ​ນຍາມາ​ນະ ເໜາະທ່ານ. ຜູ້ກ່ຽວ ໄດ້ມາສ້າງ ຄອບຄົວຕັ້ງຕົ້ນຊີວິດ ຫາຢູ່ຫາກິນໂດຍເປັນຊ່າງ ແປງລົດຢູ່ເມືອງ Murphreesboro ມາ ເປັນເວລາດົນກວ່າ 20 ປີແລ້ວ ທ່ານ​ໄດ້​ກ່າວ​ເຖິງ​ຊີວິດ​ການ​ສ້າງ​ຕັ້ງ​ຄອບຄົວສູ່ຟັງ​ດັ່ງ​ນີ້ :

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບຸນຍາມານະ ບຸດຕະວົງ ນາຍຊ່າງແປງລົດ 1

ກ່ຽວ​ກັບພື້ນຖານ​ການ​ສຶກສາ ແລະກ່ອນ​ທີ່​ຈະ​ກ້າວ​ມາ​ເປັນ​ນາຍ​ຊ່າງ​ແປງ​ລົດ ແລະ​ເປັນ​ເຈົ້າຂອງ​ຮ້ານ Mana General Auto Repair ທ່ານ​ບຸນ​ຍາມາ​ນະ ກ່າວວ່າ :

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບຸນຍາມານະ ບຸດຕະວົງ ນາຍຊ່າງແປງລົດ 2

ວິຊາອາຊີບເປັນນາຍຊ່າງແປງລົດ ເປັນວຽກໜັກເປື້ອນເປິ ຍ້ອນເຫດຜົນດັ່ງ ກ່າວໜ້າ ວຽກນີ້ຈຶ່ງສ້າງລາຍໄດ້ມາສູ່ຄອບຄົວ​ເປັນຢ່າງດີ. ຫລາຍໆທ່ານມີ ພອນສະຫວັນໂດຍ ການໃຊ້ມືສ້ອມແປງເຄື່ອງຈັກ ອັນມີຄວາມສະຫລຽວ ສະຫລາດໃຊ້ສະໝອງ ແລະແກ້ໄຂ ບັນ ຫາເຄຶ່ອງຈັກທີ່ສະລັບສັບຊ້ອນ. ບັນດາ ນາຍຊ່າງແປງລົດທັງ ຫລາຍເຫລົ່ານີ້ຕ້ອງໄດ້ ຜ່ານການອົບຮົມວິຊາອາຊິບມີໃບ ປະກາດຊະນີຍະບັດ ແລະມີໃບອະນຸຍາດຕັ້ງທຸລະກິດ ຮ້ານ ສ້ອມແປງລົດ ​ແລະ​ຜົນງານ​ຕ້ອງ​ເປັນ​ທີ່​ເຊື່ອ​ຖື​ໄດ້ເພື່ອ​ສ້າງລູກ​ຄ້າຊຶ່ງທ່ານບຸນ​ຍາມາ​ນະ ກ່າວຕໍ່​ໄປວ່າ :

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບຸນຍາມານະ ບຸດຕະວົງ ນາຍຊ່າງແປງລົດ 3

ກ່ຽວກັບ​ລູກ​ຄ້າການ​ບໍລິການ ແມ່ນມີ​ທັງອາ​ເມຣິກັນ​ເຊື້ອສາຍ​ລາວ ​ແລະ​ບັນດາ​ປະຊາ ກອນ​ເຊື້ອສາຍ​ຕ່າງໆ ຊຶ່ງທ່ານບຸ​ນຍາ​ມານະ ໄດ້ເລົ່າສູ່ຟັງວ່າ:

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບຸນຍາມານະ ບຸດຕະວົງ ນາຍຊ່າງແປງລົດ 4

ຮ້ານແປງລົດ ທ່ານບຸນມາຍານະ ບຸດຕະວົງ

ທ່ານ​ບຸນ​ຍາມາ​ນະ ມີ​ຊື່​ຫລີ້ນ​ວ່າ ກັອກ ​ມີ​ອ້າຍ​ນ້ອງ​ດ້ວຍ​ກັນ​ທັງ​ໝົດ 12 ຄົນ. ​ເປັນ​ລູກ​ຊາຍອະດີດນາຍໝໍທະຫານ​ກອງທັບແຫ່ງ​ພະ​ລາຊາ​ອານາຈັກ​ລາວ. ອ້າ​ຍນ້ອງ​ສາມ​ຄົນ ຢູ່​ໃນ​ ສປປ ລາວ ​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ. ສ່ວນ​ພໍ່​ແມ່​ໄດ້​ເສຍ​ຊີວິດ​ຢູ່​ໃນ​ສະຫະລັດ ອ້າຍ​ ອີ​ກ ຄົນ​ນຶ່ງ​ຢູ່ປະ​ເທດ​ເຢຍຣະມັນ ​ແລະ​ອີກແປດ​ຄົນ​ພາກັນ​ຕັ້ງ​ຖິ່ນ​ຖານຢູ່​ໃນລັດຕ່າງໆ​ຢູ່ສະຫະລັດ.