IWMI ຊ່ວຍ ສປປ ລາວ ພັດທະນາ ເພື່ອເພີ່ມພູນ ຜົນລະປູກ

  • ກິ່ງສະຫວັນ ປະຖຳມະວົງ

ບັນດາເຈົ້າໜ້າທີ່ ຈາກພະແນກການຕ່າງໆ ເຂົ້າຮ່ວມອົບຮົມ ໃນໂຄງການຂຸດນໍ້າບາດານເພື່ອນໍາໃຊ້ໃນການຊົນລະປະທານ.

ສປປ ລາວ ກໍາລັງຂຸ້ນຂ້ຽວ ປະຕິບັດໂຄງການພັດທະນາ ຫລາຍໆຢ່າງ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາຂອງອົງການສະຫະປະຊາຊາດ ແລະຍົກລະດັບການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ນຶ່ງໃນນັ້ນ ກໍຄືໂຄງການຊອກຫາແຫລ່ງນໍ້າດຶ່ມນໍ້າໃຊ້ໄວ້ສະໜອງເຂດຊົນນະບົດ ຊຶ່ງທາງການລາວກໍາລັງໄດ້ຮັບການຊ່ວຍ ເຫລືອຈາກ ສະຖາບັນຄຸ້ມຄອງນໍ້າສາກົນ ຫລື Internatonal Water Management Institute. ກິ່ງສະຫວັນ ໄດ້ໂອ້ລົມກັບ ທ່ານ ບຸນມີ ມ້າວຄໍາຜີວ ເຈົ້າໜ້າທີ່ສະຖາບັນດັ່ງກ່າວ ແລະມີບົດສໍາພາດ ກ່ຽວກັບເລື້ອງນີ້ມາສະເໜີທ່ານ.
ເປັນ​ເວລາ​ຫລາຍໆທົດ​ສະ​ວັດ​ທີ່ຜ່ານ​ມາ ​ຢູ່​ໃນ​ປະ​ເທດ​ລາວ ​
ເຮົາ​ສັງ​ເກດ​ເຫັນວ່າ ຢູ່ຕາ​ມບ້ານ​ເຮືອນ ວັດວາ ​ແລະ​ໝູ່​ບ້ານ
ບາງ​ແຫ່ງ ຊາວບ້ານ​ ພາກັນປໍ້າ​ເອົາ​ນໍ້າ​ຂື້ນ​ມາ​ຈາກນໍ້າສ້າງ
ເພື່ອມາ​ໃຊ້​ບໍລິໂພ​ກ ປະ​ຈໍາ​ວັນ​ໃນ​ຄອບຄົວ ​ແລະ​ຫົດ​ສວນ​ຄົວ. ​
ແຫ​ລ່ງຂອງນໍາໃຊ້​ນໍ້າ​ດື່ມດັ່ງກ່າວ​ນີ້ ມີຂອບ​ເຂດຈໍາກັດ ​ແລະບໍ່
​ສາມາດ​ນໍາ​ໄປ​ໃຊ້​ຢ່າງກວ້າງຂວາງ​ໄດ້​.

ດ້ວຍ​ສາ​ເຫດ​ດັ່ງກ່າວນີ້ ສະ​ຖາ​ບັນ​ຄຸ້ມຄອງນໍ້າສາກົນ ຫລື
Internatonal Water Management Institute (IWMI) ຈຶ່ງ
ມີ​ຄວາມ​ເປັນ​ຫ່ວງ​ ແລະ​ໄດ້ນໍາພາ​ຊອກ​ຫາ​ແຫ​ລ່ງນໍ້າ​ ເພື່ອນໍາ​
ໃຊ້​ຢ່າງ​ກວ້າງຂວາງຢູ່​ໃນ​ຂັ້ນຊົນລະ​ປະທານ​ ໃນ​ເຂດ​ຊົນນະບົດ​
ຂອງ​ ສປປ ລາວ.

ສະ​ຖາ​ບັນ​ຄຸ້ມຄອງນໍ້າສາກົນ ຕັ້ງຂື້ນ​ມາ​ໃນ​ປີ 1985 ມີ​ຫ້ອງການ​ໃຫຍ່​ຕັ້ງ​ຢູ່ ​ນະຄອນ
ຫລວງ​ໂຄລົມ​ໂບ ຂອງປະ​ເທດສຣີລັງກາ ມີ​ສາຂາຢູ່ ອາຟຣິກາ ​ແລະເອ​ເຊຍ ເປັນ​ອົງ
ການ​ ຄົ້ນຄວ້າ​ສຶກສາ​ ເນັ້ນໜັກໃສ່ ການປັບ​ປຸງ ຊອກຫາ​ແຫ​ລ່ງນໍ້າ ​ຄຸ້ມຄອງ​ແຫ​ລ່ງ
ນໍ້າຊັບພະ​ຍາກ​ອນ ​ແລະ​ປົກ​ປ້ອງ​ສິ່ງ​ແວດລ້ອມ ເພື່ອ​ຊ່ວຍ​ບັນ​ເທົາ​ທຸກ ປະຊາກອນ​
ໃນເຂດຊົນນະບົດ​ ຂອງປະ​ເທດພ​ວມ​ພັດ​ທະນາ. ສະ​ຖາ​ບັນ​ຄົ້ນ​ຄວ້າດັ່ງກ່າວ​ນີ້ ​ເນັ້ນ​
ນັກ​ໃສ່​ການຄຸມຄອງ​ການ​ໃຊ້​ນໍ້າ ​ແລະ​ຮັກສາຊັບພະຍາກອນ ​ໂດຍ​ແນ່​ໃສ່​ຮາກຖານ
ຄວາມ​ໝັ້ນຄົງຂອງ​ອາຫານ ​ແລະ​ຫລຸດຜ່ອນ​ຄວາ​ມທຸກ​ຈົນ ​ໃນ​ຂະນະ​ທີ່ດໍາ​ເນີນ​
ຮັກສາ ສິ່ງ​ແວດ​ລ້ອມ ອັນ​ເປັນ​ຈຸດ​ໃຫຍ່ສໍາຄັນ​.

​ແຫ​ລ່ງນໍ້າເປັນ​ທີ່​ຊອກ​ຫາ​ຍາກຫລາຍ​ຂື້ນ ​ເພາະມີ​ຄວາ​ມຕ້ອງການ ຫລາຍ​ຂື້ນເພື່ອ
ຊອກຫາທາງ​ຜະລິດອາຫານໃຫ້​ພຽງພໍ​ ​ສໍາລັບລ້ຽງ ປະຊາກອນ​ໂລກ​ ບໍ​າລຸງ​ຮັກສາ​
ສິ່ງ​ແວດ​ລ້ອມ​ທີ່ເພພັງ ​ເພື່ອ​ໃຫ້​ສາມາດ​ຂະຫຍາຍ​ການ​ປູກຝັງ​ໃສ່​ດິນ​ດອນຕອນໃໝ່.

ສະ​ຖາບັນ​ຄຸ້ມຄອງນໍ້າສາກົນ (IWMI) ຄົ້ນ​ຄວ້າ​ໂຄງການຕ່າງໆ ​ໂດຍ​ແນ່​ໃສ່ເປົ້າ
​ໝາຍດັ່ງ​ນີ້.

ການ​ຄົ້ນ​ຄວ້າແມ່ນເນັ້ນ​ໜັກ​ໃສ່​ແຫ​ລ່ງນໍ້າ​ ການ​ນໍາ​ເອົາ​ນໍ້າມາ​ໃຊ້ຮ່ວມກັນ ​ແລະປັບ
ປຸງ​ໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງທາງ​ດິນ​ຟ້າ​ອາກາດ ​ການ​ໃຊ້​ນໍ້າ​ແບບໃດຈຶ່ງຈະ​ສາ
ມາດໄດ້ຣັບ​ຜົນ​ປະ​ໂຫຍ​ດ ​ແລະ​ເນັ້ນ​ໜັກ​ໄສ່ ຄຸນ​ນະພາ​ບຂອງ​ນໍ້າ ​ການ​ພົວພັນ
ດ້ານ​ສຸຂະພາບ ສິ່ງ​ແວດ​ລ້ອມ ​ແລະ​ປະຊາ​ຄົມ​ຄວບ​ຄຸມແຫ​ລ່ງນໍ້າຂອງ​ເຂົາ​ເຈົ້ານັ້ນ​
ຢ່າງໃດ.

​ໃນ​ປີ 2012 ສະ​ຖາ​ບັນ​ຄຸ້ມຄອງນໍ້າສາກົນ ​ໄດ້​ຮັບ​ລາງວັນ​ກຽດ​ຕິ​ຍົດ​ອັນ​ສູງ​ຈາກ ສະຖາ​
ບັນ International Water Institute ທີ່​ກຸງ Stockholm ປະ​ເທດ Sweden ໃນ
ຖານ​ເປັນ​ຜູ້​ນໍາໜ້າການ​ຄົ້ນຄວ້າ ທີ່​ຊ່ວຍ​ປັບປຸງ​ຄຸ້ມ​ຄອງນໍ້າ​ເພື່ອ​ການປູກຝັງ ​ແລະ
ຊ່ວຍປັບປຸງ​ຄວາມ​ປອດໄພ​ຂອງ​ອາຫານ ປ້ອງ​ກັນ​ສຸຂະ​ພາບ​ແວດ​ລ້ອມ ​ແລະ​ຍົກ​
ລະດັບຄວາມທຸກ​ຈົນ ​ຢູ່​ໃນ​ບັນດາ​ປະ​ເທດທີ່​ກໍ​າລັງ​ພັດທະນາ.

ໂຄງການ​ດັ່ງກ່າວ​ໄດ້​ຖືກຂະຫຍາຍກວ້າງ​ອອກ​ມາ​ຍັງ ປະ​ເທດ​ລາວ ພ້ອມ​ມີ​ການຈັດ​
ຕັ້ງ ຫ້ອງການຄົ້ນ​ຄວ້າ​ຫາ​ແຫລ່ງນໍ້າ​ໃຕ້​ດິນຂຶ້ນ ຢູ່​ທີ່​ນະຄອນຫລວງວຽງ​ຈັນ ຊຶ່ງ​ເປັນ
ໂຄງການທໍາ​ອິດ ​ແລະ​ກໍ​ເປັນ​ອົງການ​ແຫ່ງ​ດຽວ ທີ່ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ຊ່ວຍຂຸດ​
ຄົ້ນຫາ​ແຫລ່ງນໍ້າ​ໃຕ້​ດິນ​ແບບ​ຍຶນຍົງ ເພື່ອນໍາ​ໄຊ້ເຂົ້າ​ໃນການ​ຊົນລະປະທານ ​ແລະ
​ບໍລິໂພ​ກ​ ແກ່​ຊາວ​ຊົນນະບົດ​. ການ​ໃຊ້​ນໍ້າໃຕ້ດິນ​ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທົ່ວ
ໂລກ ແລະກຳລັງມີບົດບາດສຳຄັນ ໃນການເປັນແຫລ່ງນໍ້າສະຫນອງໃຫ້ຄົວເຮືອນ
ທີ່ຢູ່ຕາມຊົນນະບົດ ຊຶ່ງ​ທ່ານ ບຸນ​ມີ ມ້າວ​ຄໍາ​ຜີວ ທີ່​ປຶກສາ​ດ້ານການ​ສື່ສານ ​ແລະ
ຜູ້ບໍລິຫານ​ໂຄງການນີ້ຂອງ ສະ​ຖາ​ບັນຄຸ້ມ​ຄອງນໍ້າສາກົນ IWMI ​ໄດ້ລົມ​ສູ່
ວີ​ໂອ​ເອ ຟັງດັ່ງ​ນີ້:

ທ່ານ ບຸນມີ ມ້າວຄໍາຜີວ


Your browser doesn’t support HTML5

ຟັງຂ່າວ ການສໍາພາດ ທ່ານບຸນມີ ມ້າວຄໍາຜີວ



ປັດ​ຈຸ​ບັນ​ນີ້ສະ​ຖາ​ບັນ IWMI ກໍາລັງ​ດໍາ​ເນີນ​ການ​ປະມູນຜູ້​
ປະຕິ​ບັດໂຄງການຈາກຫລາຍໆບໍລິ​ສັດ ທີ່​ຊ່ຽວຊານດ້ານ
ການ​ຂຸດ​ນໍ້າ​ບາ​ດານຢູ່​ໃນ ສປປ ລາວ. ໂຄງການ​ດັ່ງກ່າວນີ້ ​ໄດ້​ຮັບ​ການ​ສະໜັບສະ
ໜູນ​ທາງດ້ານ​ການ​ເງິນ​ໂດຍ ສູນ​ຄົ້ນຄວ້າ​ກະສິກໍາ​ສາກົນ ​ແຫ່ງ​ປະ​ເທດ​ອອສເຕ​ຣ​ເລຍ
(ACIAR) ແລະມີ​ຜູ້​ເຂົ້າຮ່ວມຈາກ ກົມ​ຊົນລະປະທານ ກົມ​ຊັບພະຍາກອນນໍ້າ ສະ​ຖາ
​ບັນ​ສັບພະ​ຍາກ​ອນທໍາ​ມະຊາດ ​ແລະ​ສິ່ງແວດລ້ອມ ມະຫາວິທະຍາ​ໄລແຫ່ງ​ຊາດ
ຄະນະ​ວິສະວະ​ກໍາ​ສາດ ​ແລະ ຄະນະ​ສຶກສາ​ສິ່ງ​ແວດລ້ອມ ຂອງສະ​ຖາບັນຍຸດ​ທະສາດ
​ສິ່ງ​ແວດ​ລ້ອມ ມະຫາວິທະຍາໄລ​ຂອນ​ແກ່ນ ສູນ​ວິ​ໃຈ​ນໍ້າ​ໃຕ້​ດິນ ​ແລະສະ​ຖາ​ບັນ​ຄຸ້ມ​ຄອງ​
ນໍ້າ​ສາກົນ.