ທ່ານຜູ້ຟັງທັງຫລາຍ ເນື່ອງໃນວາລະໂອກາດສະຫລອງບຸນປີ
ໃໝ່ລາວ ພ.ສ 2558 ທີ່ຜ່ານມານີ້ ລາຍການຊີວິດຊາວລາວ
ຈະນຳພາທ່ານໄປຢ້ຽມຢາມຖາມຂ່າວ ເບິ່ງການສະຫລອງບຸນ
ປີໃໝ່ຂອງ ພີ່ນ້ອງເຊື້ອສາຍລາວ ຢູ່ໃນສາມປະເທດ ຄື ນະ
ຄອນ Montreal ປະເທດການາດາ ຕິດຕາມມາດ້ວຍ ນະ
ຄອນຫລວງປາຣີ ປະເທດຝຣັ່ງ ແລະ ຢູ່ທີ່ຂົງເຂດ ນະຄອນ
ຫລວງ ວໍຊິງຕັນ ດີຊີ ສະຫະລັດ ອາເມຣິກາ ວ່າໃນແຕ່ລະ
ແຫ່ງ ບັນດາຊາວລາວ ພາກັນຮັກສາຮີດຄອງປະເພນີ ສະ
ຫລອງບຸນອັນສຳຄັນປະຈຳປີນີ້ກັນຢ່າງໃດ ຊຶ່ງ ກິ່ງສະຫວັນ
ຈະນຳເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍການສຳພາດ ການສະຫລອງ ບຸນປີໃໝ່ລາວ ພ.ສ 2558
ສະບາຍດີປີໃໝ່ ປີມະແມ ຄ.ສ. 2558 ຟ້າໃໝ່ ປີໃໝ່ ໄດ້ຜ່ານພົ້ນໄປເປັນເວລານຶ່ງອາທິດ
ແລ້ວ. ຢູ່ທີ່ຕ່າງປະເທດ ບັນດາປະຊາຄົມລາວ ຍັງມີນັດໝາຍສະຫລອງບຸນປີໃໝ່ກັນຈົນ
ຮອດ ຕົ້ນເດືອນພຶດສະພາ ເພື່ອໃຫ້ໂອກາດໃນແຕ່ລະເຂດ ໄດ້ມີໂອກາດສັບປ່ຽນສະ
ຫລອງ ແລະເດີນທາງໄປພົບພໍ້ມ່ວນຊື່ນນຳກັນ.
ດອກ Sakura ກຳລັງເບັ່ງບານ ທີ່ ນະຄອນຫລວງ ວໍຊິງຕັນ ດີ.ຊີ
ປັດຈຸບັນນີ້ ຢູ່ສະຫະລັດ ອາເມຣິກາ ອາກາດໄດ້ເລີ້ມອົບອຸ່ນຂື້ນມາ ຫລັງຈາກໄດ້ຜ່ານກັບລະດູໜາວມາເປັນເວລາຫລາຍເດືອນ. ພ້ອມໆດຽວກັນກັບການສະຫລອງບຸນປີໃໝ່ລາວນີ້ ຢູ່ນະຄອນຫລວງ ວໍຊິງຕັນ ດີ.ຊີ ມີບັນດານັກທ່ອງທຽວຢ່າງຫລວງຫລາຍ ພາກັນເດີນ ທາງມາຈາກທົ່ວໂລກ ມາຍ່າງທ່ຽວຊົມເບິ່ງດອກ Sakura ຂອງລະດູບານໃໝ່ ທີ່ເບັ່ງບານເດຍລະດາດຢູ່ຕາມແຄມແມ່ນໍ້າ Potomac ແລະມີການເດີນສວນສະໜາມກັນຢ່າງຄຶກຄຶ້ນ. ພາຍໃຕ້ບັນຍາກາດດັ່ງກ່າວນີ້ ປະຊາກອນເຊື້ອສາຍລາວ ຢູ່ທຸກແຫ່ງຫົນຕ່າງກໍພາກັນ ສະຫລອງບຸນປີໃໝ່ລາວ ຢູ່ຕາມເຂດທ້ອງຖິ່ນຂອງໃຜລາວ.
ແຕ່ກ່ອນອື່ນ ຂ້າພະເຈົ້າ ຈະນຳພາທ່ານໄປຢ້ຽມຢາມຖາມຂ່າວ ປະຊາຄົມລາວທີ່ ນະຄອນ Montreal ທາງພາກຕາເວັນອອກຂອງ ປະເທດການາດາ ທີ່ຕິດກັບຊາຍແດນພາກເໜືອ
ຂອງ ສະຫະລັດ ອາເມຣິກາ. ນະຄອນ Montreal ປາກສອງພາສາ ຄືພາສາອັງກິດ ແລະຝຣັ່ງ ມີປະຊາກອນລາວ ຢູ່ ປະມານ 8,000 ຄົນ ຂອງຈຳນວນທັງໝົດປະມານ 20,000 ຄົນຢູ່ໃນປະເທດການາດາ. ບຸນປີໃໝ່ ໄດ້ຈັດຂື້ນໃນວັນເສົາ ທີ 18 ເມສາ ທີ່ຜ່ານມາຢູ່ທີ່ PAROISSE SAINT-JEAN-BERCHMANS ຊຶ່ງເປັນສະໂມສອນແຫ່ງນຶ່ງໃນ ນະ
ຄອນ Montreal. ປະຊາຄົມລາວ-ການາດາ ຕັ້ງຖິ່ນຖານຢູ່ໃນຂົງເຂດແຫ່ງນີ້ ມີການເຕົ້າໂຮມກັນດີເປັນພິເສດ ມີວັດວາອາຮາມສອງແຫ່ງ ແລະຮັກສາຮີດຄອງປະເພນີລາວ ໄວ້ໄດ້ເປັນຢ່າງດີ. ທ່ານສຸກຂີງຄຳ ປາກດີມຸນີວົງ ປະທານຈັດງານບຸນປີໃໝ່ລາວ ໄດ້ກ່າວ ເບື້ອງຕົ້ນກ່ຽວກັບຊີວິດການເປັນຢູ່ຂອງ ປະຊາກອນລາວ-ການາດາ ດັ່ງນີ້ :
ບັນດາລູກແສ້ ຫລານສາວລາວ ທີ່ນະຄອນ Montreal
Your browser doesn’t support HTML5
ຟັງການສຳພາດ ທ່ານສຸກຂິງຄຳ ປາກດີມຸນິວົງ 1
ເນຶ່ອງໃນໂອກາດການສະຫລອງບຸນປີໃໝ່ ພ.ສ 2558 ປີນີ້ ທ່ານສຸກຂີງຄຳ ໄດ້ກ່າວກ່ຽວກັບການສະຫລອງບຸນວ່າ :
ທ່ານສຸກຂີງຄຳ ປາກດີມຸນີວົງ
Your browser doesn’t support HTML5
ຟັງການສຳພາດ ທ່ານສຸກຂີງຄຳ ປາກດີມຸນິວົງ 2
ບັດນີ້ ຂ້າພະເຈົ້າຈະນຳພາທ່ານ ໄປຢ້ຽມຢາມຖາມຂ່າວ ພີ່ນ້ອງຊາວລາວ ທີ່ ນະຄອນ ຫລວງປາຣີ ປະເທດຝຣັ່ງ ເບິ່ງວ່າເພີ່ນໄດ້ສະຫລອງບຸນປີໃໝ່ກັນຢ່າງໃດ. ທ່ານກ່ອງປະກັນ ຣາຊພົນ ສະມາຊິກປະຊາຄົມລາວຜູ້ຫ້າວຫັນ ໃນນະຄອນຫລວງປາຣີ ທີ່ໄດ້ເຂົ້າຮ່ວມການສະຫລອງບຸນຢ່າງສະໜຸກສະໜານ ໃນວັນເສົາທີ່ 11 ເດືອນເມສາ ທີ່ ສະຖານ ທູດ ສປປ ລາວ ໄດ້ເລົ່າສູ່ ວີໂອເອ ຟັງດັ່ງນີ້ :
(ທີສາມຈາກຊ້າຍ) ພະນະທ່ານ ເອກອັກຄະລັດຖະທູດ ອ້ວນ ພົມມະຈັກ ແຫ່ງ ສປປ ລາວ ທີ່ ນະຄອນຫລວງ ປາຣີ
Your browser doesn’t support HTML5
ຟັງການສຳພາດ ທ່ານ ກ່ອງປະກັນ ຣາຊພົນ
ບັດນີ້ຂ້າພະເຈົ້າ ຈຳນຳພາທ່ານໄປຢ້ຽມຢາມ ເບິ່ງການສະຫລອງບຸນປີໃໝ່ລາວ ທີ່
ນະຄອນຫລວງພະບາງ ຊຶ່ງ ວັນນະສອນ ແກ້ວດາຣາ ນັກຂ່າວ ວີໂອເອ ໄດ້ສຳພາດ ພະນະທ່ານ ເຈົ້າແຂວງ ຄຳແພງ ໄຊສົມເພັງ ດັ່ງນີ້ :
ບຸນປີໃໝ່ ທີ່ ນະຄອນຫລວງພະບາງ
Your browser doesn’t support HTML5
ຟັງການສຳພາດ ພະນະທ່ານ ເຈົ້າແຂວງ ຄຳແພງ ໄຊສົມເພັງ
ທ້າຍສຸດນີ້ ຂ້າພະເຈົ້າຈະນຳພາທ່ານຢ້ຽມຢາມ ເບິ່ງການສະຫລອງບຸນປີໃໝ່ທີ່ ວັດລາວພຸດທະວົງ ເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ ໃນວັນເສົາ ທີ່ 18 ທີ່ຜ່ານມາ. ພາຍໃຕ້ດິນຟ້າອາກາດອັນແຈ່ມໃສ ໄດ້ມີພີ່ນ້ອງຊາວລາວ ແລະຕ່າງປະເທດພາກັນມາເຕົ້າໂຮມກັນຢ່າງໜາແໜ້ນ ແລະຄຶກຄື້ນ. ການສະຫລອງໄດ້ເລີ້ມຕົ້ນດ້ວຍພິທີທາງສາສະໜາ ຕັກບາດຍາດນຳ້ ແຫ່ນາງສັງຂານ ມີຕະຫລາດນັດ ໂດຍການນຳເອົາສິນຄ້າເຄື່ອງປູກຂອງຝັງມາວາງຂາຍ ມີອາຫານການກິນພື້ນເມືອງລາວຢ່າງສົມບຸນແບບ ແລະສະແດງການຟ້ອນພື້ນເມືອງ. ນອກນັ້ນກໍມີດາຣານັກຮ້ອງຫລາຍໆທ່ານມາປາກົດໂຕ ກ່ອນອາຣົມຜູ້ມາທ່ຽວຊົມ. ພິເສດສຸດໄດ້ແກ່ ຕ່າຍ ດອກເກດ ນັກຮ້ອງຍອດນິຍົມ ທີ່ເດີນທາງມາຈາກ ສປປ ລາວ ທີ່ໄດ້ມາປາກົດໂຕ ຮ້ອງເພງກ່ອມອາຣົມຢ່າງຄຶກຄື້ນ. ຕ່າຍ ດອກເກດ ໄດ້ກ່າວຕໍ່ ວີໂອເອ ເຖິງການມາຢ້ຽມຢາມ ສະຫະລັດ ຄັ້ງນີ້ວ່າ :
ຕ່າຍ ດອກເກດ ນັກຮ້ອງຍອດນິຍົມ ຈາກ ສປປ ລາວ
Your browser doesn’t support HTML5
ເຊີນຟັງການສຳພາດ ແລະເພງຂອງ ຕ່າຍ ດອກເກດ
ໃນວັນພະຫັດໜ້າ ເຮົາຈະນຳເອົາການສຳພາດກ່ຽວກັບ ຕ່າຍ ດອກເກດ ມາສະເໜີທ່ານອີກ ໂປດຕິດຕາມຮັບຟັງ.
ໃນວາຣະໂອກາດອັນສັກສິດ ແລະສີຣິມຸງຄຸນນີ້ ພວກຂ້າພະເຈົ້າ ຜູ້ຈັດທຳລາຍການ ວິທະຍຸ ວີໂອເອ ພາກພາສາລາວ ຂໍຖືໂອກາດນີ້ ອວຍໄຊໃຫ້ພອນແດ່ ທ່ານຟັງພ້ອມດ້ວຍຄອບຄົວ ຍາດມິດ ແລະປະຊາກອນລາວທີ່ຢູ່ທຸກຫົນແຫ່ງ ຈົ່ງຢູ່ດີມີສຸກທັງກາຍ ແລະ ໃຈ ແລະຂໍຂອບໃຈ ທີ່ທ່ານໄດ້ໃຫ້ກຽດ ຕິດຕາມຟັງລາຍການຂອງພວກເຮົາຕະຫລອດມາ.