ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວ ໃນຕ່າງແດນ ຂອງວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມແລະຄວາມຄິດເຫັນ ຂອງບັນດາ
ສະມາຊິກອົງການຈັດຕັ້ງທາງການເມືອງ ຢູ່ທີ່ກອງປະຊຸມ “ອົງການໂຮມລາວ ເພື່ອສັນ
ຕິພາບແລະປະຊາທິປະໄຕ” ທີ່ໄດ້ຈັດຂຶ້ນຢູ່ລັດມິນເນໂຊຕາ ໃນເດືອນກັນຍາ ທີ່ຜ່ານ
ມານີ້ ຊຶ່ງຜູ້ເຂົ້າຮ່ວມເຫລົ່ານີ້ ແມ່ນມາຈາກ ສິບກວ່າອົງການຈັດຕັ້ງ ທາງການເມືອງ
ຂອງລາວ ຢູ່ນອກປະເທດ. ຈຸດປະສົງ ຂອງກອງປະຊຸມ ກໍເພື່ອທ້ອນໂຮມການຈັດຕັ້ງ
ຕ່າງໆໃຫ້ເປັນກ້ອນເປັນກຸ່ມອັນດຽວກັນ ດັ່ງກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາ
ສະເໜີທ່ານໃນອັນດັບຕໍ່ໄປ.
ສັນຍາລັກ ອົງການໂຮມລາວ ເພື່ອສັນຕິພາບ ແລະປະຊາທິປະໄຕ.
Your browser doesn’t support HTML5
ເຊີນຟັງການສຳພາດບັນດາສະມາຊິກ ກອງປະຊຸມອົງການໂຮມລາວ ເພື່ອສັນຕິພາບ ແລະປະຊາທິປະໄຕ
ເມື່ອໄວໆມານີ້ ບັນດາຜູ້ຕາງໜ້າຂອງ 10 ກວ່າອົງການຈັດຕັ້ງທາງການເມືອງຂອງ
ລາວ ຈາກສະຫະລັດ ການາດາ ຝຣັ່ງ ນິວຊີແລນ ແລະອອສເຕຣເລຍ ໄດ້ເດີນທາງ
ໄປເຕົ້າໂຮມກັນ ຢູ່ລັດມິນເນໂຊຕາ ທາງພາກກາງເໜືອສຸດ ຂອງສະຫະລັດ ເພື່ອເຂົ້າ
ຮ່ວມກອງປະຊຸມ “ອົງການໂຮມລາວ ເພື່ອສັນຕິພາບ ແລະປະຊາທິປະໄຕ.” ຈຸດປະ
ສົງກໍເພື່ອທ້ອນໂຮມການຈັດຕັ້ງທີ່ໄດ້ແຈກຢາຍກັນຢູ່ທົ່ວທຸກທະວີບມາເປັນເວລາ
ກວ່າສີ່ສິບປີແລ້ວນັ້ນ ໃຫ້ເຂົ້າມາເປັນກ້ອນເປັນກຸ່ມ ທີ່ເຂັ້ມແຂງ ແລະການທ້ອນໂຮມ
ທາງການເມືອງຂອງລາວຢູ່ນອກປະເທດໃນຄັ້ງນີ້ ເປັນຄັ້ງສຸດທ້າຍ.
ເຈົ້າຟ້າຊາຍ ສຸຣິວົງ ສະຫວ່າງ ອົງຜູ້ສຳເລັດລາດຊະການແຜ່ນດິນ ທີ່ພຳນັກຢູ່ນະຄອນໂຕຣອນໂຕ ປະເທດການາດາ ພ້ອມດ້ວຍພະຊາຍາ ເຈົ້າຍິງຈັນສຸກ (ກາງ) ໄດ້ຖືກເຊື້ອເຊີນໃຫ້ ສະເດັດມາຮ່ວມກອງປະຊຸມ.
ທ່ານເຄືອບ ດວງພະຈັນ ຜູ້ປະສານງານກອງປະຊຸມໄດ້ອະທິບາຍກ່ຽວກັບເລື້ອງນີ້
ສູ່ວີໂອເອຟັງວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດກັບ ທ່ານເຄືອບ ດວງພະຈັນ
ຢູ່ໃນກອງປະຊຸມ “ອົງການໂຮມລາວເພື່ອສັນຕິພາບແລະປະຊາທິປະໄຕ” ເຈົ້າ ຄຳ
ຫຼວງ ໜໍ່ຄຳ ຈາກລັດຄາລິຟໍເນຍ ໄດ້ຖືກແຕ່ງຕັ້ງໃຫ້ເປັນເລຂາທິການເອກ ຊຶ່ງທ່ານ
ໄດ້ອະທິບາຍເຖິງຈຸດປະສົງ ແລະໜ້າທີ່ຮັບຜິດຊອບຂອງທ່ານ ສູ່ວີໂອເອ ຟັງດັ່ງນີ້
Your browser doesn’t support HTML5
ເຊີນຟັງການສຳພາດກັບ ເຈົ້າຄຳຫຼວງ ໜໍ່ຄຳ
ທ່ານຄຳແຜ້ວ ລັຖມະນີ ກໍແມ່ນຜູ້ນຶ່ງ ທີ່ມີບົດບາດ ໃນການເຄື່ອນໄຫວດ້ານການ
ເມືອງລາວຢ່າງບໍ່ລົດລະ. ທ່ານໄດ້ເດີນທາງມາຈາກປະເທດອອສເຕຣເລຍ ເພື່ອເຂົ້າ
ຮ່ວມກອງປະຊຸມຄັ້ງນີ້ ແລະໄດ້ກ່າວເຖິງເລື້ອງທີ່ບໍ່ໄປບໍ່ມາ ຂອງການ ຈັດຕັ້ງທາງການຂອງເມືອງລາວທີ່ຜ່ານມາວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດກັບ ທ່ານຄຳແຜ້ວ ລັຖມະນີ
ເຈົ້າຟ້າຊາຍ ສຸຣິວົງ ສະຫວ່າງ ຊົງສະແດງການຫຼິ້ນຊໍອີ້ ກ່ອມອາລົມບັນດາແຂກຜູ້ມີກຽດ ອັນເປັນປະເພນີພື້ນເມືອງຊາວນະຄອນຫຼວງພະບາງ.
ຮວມຢູ່ໃນບັນດາສຸພາບບຸຣຸດເຫລົ່ານັ້ນ ກໍມີສະຕີອອສເຕຣເລຍເຊື້ອສາຍລາວ ທີ່
ໜ້າສັນລະເສີນ ຄື ຍານາງຣັຊນີ ອິນທະວົງ-ບຸບຜາ. ຍານາງກໍແມ່ນຜູ້ນຶ່ງທີ່ ມີບົດ
ບາດ ໃນການຊ່ວຍເຫຼືອດ້ານສັງຄົມສົງເຄາະແລະໄດ້ຖືໂອກາດນີ້ເດີນທາງ ເຂົ້າຮ່ວມ
ກອງປະຊຸມ ຊຶ່ງຍານາງໄດ້ແບ່ງປັນຄວາມຮູ້ສຶກຕໍ່ວີໂອເອ ດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດກັບ ຍານາງຣັຊນີ ອິນທະວົງ ບຸບຜາ
ທ່ານບຸນເຮັ່ງ ບົວພາ ຈາກປະເທດຝຣັ່ງ ຊຶ່ງເປັນນັກເຄື່ອນໄຫວທາງດ້ານການເມືອງ
ຢ່າງຫ້າວຫັນຄົນນຶ່ງ ກໍໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຫວັດສາດນີ້ ແລະໄດ້ກ່າວຕໍ່
ວີໂອເອວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດກັບ ທ່ານບຸນເຮັ່ງ ບົວພາ
ພວກເຮົາຂໍມ້ວນທ້າຍລາຍການ ດ້ວຍການສຳພາດ ທ່ານສີສຸກ ສີແພງພັນ ຈາກປະ
ເທດການາດາ ຊຶ່ງທ່ານໄດ້ໃຫ້ຂໍ້ຄິດເຫັນດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດກັບ ທ່ານສີສຸກ ສີແພງພັນ
ກອງປະຊຸມເປັນເວລາສາມວັນ ໄດ້ສິ້ນສຸດລົງດ້ວຍຄວາມຈົບງາມ ແລະມີຜູ້ເຂົ້າ
ຮ່ວມປະມານນຶ່ງພັນຄົນ ຊຶ່ງເປັນໂຕເລກເກີນຄາດໝາຍ.
ສ່ວນນຶ່ງຂອງບັນດາຜູ້ຕາງໜ້າ ອົງການຈັດຕັ້ງການເມືອງລາວ ຈາກທະວີບຕ່າງໆທີ່ເຂົ້າຮ່ວມກອງປະຊຸມ.