ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດ ກັບບັນດາສະມາ
ຊິກສັງຄົມລາວ-ອາເມຣິກັນຊຶ່ງເປັນສ່ວນນຶ່ງຂອງຈຳນວນລ້ານ
ກວ່າຄົນ ທີ່ໄດ້ໄປຕ້ອນຮັບ ແລະຮ່ວມພິທີສູດມົນພາວັນນາກັບ
ພະສັນຕະປາປາແຟຣນຊິສ ໃນວັນອາທິດ ທີ 27 ກັນຍາຜ່ານ
ມາຊຶ່ງເປັນມື້ສຸດທ້າຍໃນການຢ້ຽມຢາມສະຫະລັດຂອງພະອົງທີ່ ນະຄອນຟີລາແດລເຟຍ
ກິ່ງສະຫວັນ ຈະນຳເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ສ່ວນນຶ່ງຂອງ ບັນດາຝຸງຊົນ ທີ່ພາກັນເຕົ້າໂຮມກັນຢູ່ ສວນສາທາລະນະ Ben Franklin ທີ່ນະຄອນ Philadelphia
Your browser doesn’t support HTML5
ຟັງການສຳພາດ ທ່ານບຸນໜົມ ແລະ ທ່ານສົມພອນ ເຂົ້າຮວມສູດມົນກັບ ພະສັນຕະປາປາ ແຟຣນຊິສ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ຂ້າພະເຈົ້າ ຈະນຳເອົາລາຍງານ ກ່ຽວກັບການສະເດັດ
ມາຢ້ຽມຢາມ ສະຫະລັດ ຂອງພະສັນຕະປາປາ Francis ຜູ້ນຳຂອງ ສາສະໜາກາໂທລິກ
ຈາກ ວັງວາຕິກັນ ຊຶ່ງເປັນຄັ້ງທຳອິດ ນັບແຕ່ພະອົງໄດ້ ເຂົ້າຮັບຕຳແໜ່ງເປັນ ພະສັນຕະ
ປາປາ ອົງທີ 266 ເມື່ອວັນທີ 13 ເດືອນເມສາ ປີ 2013. ບັດນີ້ເຮົາມາທຳຄວາມເຂົ້າໃຈ ກ່ຽວກັບຄວາມເປັນມາຂອງ ສາສະໜາ ກາໂທລິກ ໜ້ອຍນຶ່ງວ່່າ ມີຄວາມສຳຄັນ ແລະ
ພົວພັນຢ່າງໃດຢູ່ໃນຊີວິດຂອງປະຊາຄົມໂລກ.
ພະສົງສາສະໜາພຸດ ພ້ອມດ້ວຍ ສະສະໜາອຶ່ນໆ ເຂົ້າຮ່ວມພິທີ ສູດມົນພາວັນນາ ທີ່ ນະຄອນນິວຢອກ
ສາສະໜາຄຣິສ ມີຄົນນັບຖືຫລາຍທີ່ສຸດ ຢູ່ໃນໂລກເຖິງ 2 ພັນ 2
ຮ້ອຍລ້ານຄົນ. ຢູ່ໃນນັ້ນ ມີຜູ້ນັບຖື ສາສະໜາກາໂທລິກ ຢູ່ປະມານ
1 ພັນ 2 ຮ້ອຍລ້ານ ຄົຍນໃນທົ່ວໂລກ. ຕິດຕາມມາ ກໍແມ່ນສາສະ
ໜາອິສລາມ ແລະອື່ນໆຈົນຮອດ ສາສະໜາພຸດ ທີ່ຢູ່ໃນອັນດັບທີ
ຫົກ. ຄວາມຍິ່ງໃຫຍ່ຂອງສາສະໜາກາໂທລິກໄດ້ຂະຫຍາຍກວ້າງ
ອອກ ແລະເປັນສາສະໜາ ທີ່ມີອິດທິພົນສາສະໜານຶ່ງ ໃນ ໂລກ.
ພະສັນຕະປາປາ Francis ຜູ້ນຳສາສະໜາກາໂທລິກ ຄົນປັດຈຸບັນ ມີອາຍຸ 78 ພັນສາ
ເກີດຢູ່ ປະເທດອາເຈັນຕິນາ ພະອົງໄດ້ເປັນທີ່ນິຍົມຊົມຊອບ ແລະຮູ້ກັນດີວ່າເປັນທີ່ຮັກ
ຫອມ ແລະມີຈິດໃຈເອື້ອເຟື້ອເພື່ອແຜ່ແກ່ຜູ້ທຸກຈົນເປັນພິເສດ. ນອກນັ້ນ ພະອົງຍັງເປັນ
ຄົນບໍ່ທະເຍີທະຍານ ບໍ່ມັກການຢູ່ແບບຫລູຫລາ ແລະເປັນຄົນ ທີ່ຢູ່ແບບລຽບໆງ່າຍໆ.
ກ່ອນສະເດັດມາຢ້ຽມຢາມສະຫະລັດ ຄັ້ງປະຫວັດສາດນີ້ ພະສັນຕະປາປາ Francis
ໄດ້ຢຸດແວ່ຢ້ຽມຢາມ ປະເທດຄິວບາ ເປັນເວລາສອງວັນ ເນື່ອງຈາກວ່າ ພະອົງຊົງມີບົດ
ບາດຢ່າງລັບໆ ທີ່ສຳຄັນໃນການຊ່ວຍໄກ່ເກ່ຍ ເພື່ອຟື້ນຟູຄວາມສຳພັນທາງດ້ານການ
ທູດ ລະຫວ່າງ ປະເທດຄອມມິວນິສຄິວບາ ແລະສະຫະລັດ ທີ່ໄດ້ຂາດຫາຍໄປກວ່າຫ້າ
ສິບປີນັ້ນ.
ພະສັນຕະປາປາ ໄດ້ສະເດັດມາເຖິງ ສະຫະລັດ ໃນວັນທີ 22 ກັນຍາ ໂດຍໄດ້ໄປ ສະຖານ
ທີ່ຕ່າງໆ ແບບບໍ່ໄດ້ຢູ່ໄດ້ເຊົາ. ພະອົງຊົງເລີ້ມການຢ້ຽມຢາມ ສະຫະລັດ ເປັນເວລາຫົກວັນ ທີ່ ນະຄອນຫລວງວໍຊິງຕັນ ໂດຍມີພິທີຮັບຕ້ອນ ຢ່າງສົມກຽດ ທີ່ທຳນຽບຂາວ ກ່າວຄຳປາ
ໄສຢູ່ ລັດຖະສະພາສະຫະລັດ ເປັນຄັ້ງທຳອິດ ໃນປະຫວັດສາດ ຫລັງຈາກນັ້ນ ກໍໄດ້ກ່າວ
ຄຳປາໄສ ທີ່ ກອງປະຊຸມສະມັດຊາໃຫຍ່ສະ ຫະປະຊາຊາດ ຢູ່ນະຄອນນິວຢອກ ຢ້ຽມຢາມ
ບັນດາຜູ້ທຸກຈົນ ພວກນັກໂທດທີ່ ຖືກກັກຂັງ ແລະມ້ວນທ້າຍການ ສະເດັດປະພາດ ສະຫະ
ລັດ ທີ່ນະຄອນ Philadelphia ດ້ວຍການປະກອບພິທີທາງສາສະໜາກາງແຈ້ງ ທີ່ເອີ້ນວ່າ ການຖວາຍ ມະຫາບູຊາມິສຊາ ທີ່ມີຫຼາຍກວ່ານຶ່ງລ້ານຄົນເຂົ້າຮ່ວມ ກ່ອນທີ່ພະອົງຈະ ສະ
ເດັດນິວັດ ກັບຄືນສູ່ວາຕິກັນ ໃນຕອນແລງວັນອາທິດທີ 27 ກັນຍາຜ່າມານີ້.
ຊາວວໍຊິງຕັນ ຕ້ອນຮັບ ພະສັນຕະປາປາ Francis
ຢູ່ໃນພີທີອັນສະງ່າງາມ ແລະສັກສິດດັ່ງກ່າວນີ້ ກໍມີຊາວລາວ-ອາເມຣິກັນທີ່ມີຄວາມເຫຼື້ອມ
ໃສ ໃນສາສະໜາກາໂທລິກ ມາເປັນເວລາຫລາຍຊົ່ວຄົນ ນັບຕັ້ງແຕ່ໄດ້ຢູ່ໃນປະເທດລາວ
ມາຈົນເຖິງເທົ້າປັດຈຸບັນ ໄດ້ພາກັນເດີນທາງ ຈາກລັດເວີຈີເນຍ ອັນມີ ທ່ານບຸນໜົມ ພົມມະຣາດ ຊຶ່ງ ທ່ານໄດ້ກ່າວເຖິງປະສົບການຕໍ່ ວີໂອເອ ວ່າ :
ພະສັນຕະປາປາ ຢ້ຽມຢາມ ລັດຖະສະພາ ສະຫະລັດ
Your browser doesn’t support HTML5
ຟັງກສຳພາດ ທ່ານບຸນໜົມ ພົມມະລາດ
ທ່ານສົມພອນ ວໍລະຈັກ ກໍແມ່ນອີກຄົນນຶ່ງພ້ອມດ້ວຍພັນລະຍາ ທີ່ໄດ້ເດີນທາງຈາກລັດເວີຈີເນຍ ໄປຮ່ວມພິທີສູດມົນພາວະນາ ກັບພະສັນຕະປາປາແຟຣນຊິສ ທີ່ນະຄອນຟີລາແດລ
ເຟຍ ຊຶ່ງ ທ່ານສົມພອນ ໄດ້ກ່າວເຖິງປະສົບການຂອງທ່ານຕໍ່ ວີໂອເອ ດັ່ງນີ້ :
ພະສັນຕະປາປາ ຢ້ຽມຢາມ ນະຄອນ Philadelphia
Your browser doesn’t support HTML5
ຟັງການສຳພາດ ທ່ານສົມພອນ ວໍລະຈັກ
ການ ສະເດັດມາຢ້ຽມຢາມສະຫະລັດ ຂອງ ພະສັນຕະປາປາ ແຟຣນຊິສ ເປັນເທື່ອທຳອິດ ແມ່ນດຳເນີນຢ່າງຄຶກຄື້ນ ຕະຫລອດເວລາຫ້າວັນທີ່ພະອົງໄດ້ໃຊ້ເວລາຢ້ຽມຢາມພາກຕາເວັນອອກຂອງສະຫະລັດ ໂດຍສະເພາະແລ້ວ ໄດ້ມີການຮັກສາຄວາມປອດໄພ ຢ່າງເຄັ່ງຄັດໃນ ປະຫວັດສາດ. ການສະເດັດມາຢ້ຽມຢາມ ຂອງ ພະສັນຕະປາປາ ແຟຣນຊິສ ໄດ້
ຜ່ານພົ້ນໄປ ດ້ວຍຄວາມເປັນລະບຽບຮຽບຮ້ອຍດີ ແລະພະອົງກໍໄດ້ສະເດັດນິວັດກັບເຖິງ
ວັງວາຕີກັນ ເປັນທີ່ຮຽບຮ້ອຍແລ້ວ.
Your browser doesn’t support HTML5
Pope Celebrates Open-Air Mass After Addressing Priest Sexual Abuse