ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິຊາວລາວມື້ນີ້
ເຮົາຂໍແນະນຳ ໃຫ້ທ່ານຮູ້ຈັກກັບ ນາງສາວມະນີລາ ຈັນ ລູກ
ລາວ ຫລານລາວ ເກີດຢູ່ໃນ ສະຫະລັດ ອາເມຣິກາ. ປັດຈຸບັນ
ນີ້ ມະນີລາ ເປັນນັກຂ່າວພາສາອັງກິດ ຢູ່ ສະຖານີໂທລະພາບ
ຣັດເຊຍ ຫລື RT ທີ່ລາຍງານຂ່າວໂລກ ຈາກ ນະຄອນຫລວງ
ວໍຊິງຕັນ. ມະນີລາ ໄດ້ເດີນທາງໄປປະຕິບັດງານກວ່າ 20 ປະເທດ ແລະ ນາງສາມາດປາກພາສາລາວໄດ້ຢ່າງຄ່ອງແຄ່ວຄວາມເປັນມາຂອງ ມະນີລາ ເປັນຢ່າງໃດນັ້ນ ກິ່ງສະຫວັນ
ຈະນຳເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດ ນາງສາວ ມະນີລາ ຈັນ ນັກຂ່າວ ໂທລະພາບ ອາເມຣິກັນ ເຊື້ອສາຍລາວ
ທີ່ທ່ານໄດ້ຍິນຜ່ານໄປນັ້ນແມ່ນ ລາຍງານຂ່າວທາງໂທລະພາບຂອງ ນາງສາວມະນີລາ
ຈັນ. ຖ້າຫາກວ່າທ່ານຜູ້ຟັງບໍ່ໄດ້ຖືກແນະນຳ ແລະໄດ້ຍິນແຕ່ສຽງ ທ່ານອາດຄິດວ່າ ນາງ
ເປັນຄົນອາເຣິກັນ ເພາະນາງເວົ້າພາສາອັງກິດ ບໍ່ມີສຳນຽງ. ຖ້າຫາກທ່ານເຫັນຮູບຮ່າງ
ຂອງນາງແລ້ວ ທ່ານອາດຄິດວ່າ ນາງອາດມີເຊື້ອສາຍ ມາຈາກຊາດໃດຊາດນຶ່ງໃນ ເອ
ເຊຍ. ຄວາມຈິງແລ້ວ ມະນີລາ ຈັນ ເປັນລູກລາວ ຫລານລາວ ເກີດຢູ່ນະຄອນ Los
Angeles ສະຫະລັດ ອາເມຣິກາ. ມະນີລາ ສາມາດເວົ້າພາສາລາວ ໄດ້ຢ່າງຄ່ອງແຄ່ວ
ເພາະວ່າ ມະນີລາ ຖືກລ້ຽງດູອ້ອມລ້ອມລ້ອມໄປດ້ວຍພໍ່ແມ່ ພໍ່ຕູ້ແມ່ຕູ້ ທີ່ສິດສອນເວົ້າ
ພາສາລາວຢູ່ຕະຫລອດ. ມະນີລາ ສຳເລັດການສຶກສາຂັ້ນ ປະລິນຍາຕີ ຝ່າຍນັກຂ່າວ
ຈາກ Woodbury University ຊຶ່ງເປັນໂຮງຮຽນ ເອກກະຊົນ ຝ່າຍ liberal arts.
ແຕ່ກ່ອນອຶ່ນເຮົາມາຮຽນຮູ້ກ່ຽວກັບ ສະຖານນີໂທລະພາບ ທີ່ ມະນີລາ ກຳລັງເຮັດວຽກ
ໃຫ້ຢູ່ໃນປັດຈຸບັນ ມີຊື່ວ່າ Russian Today (RT) ຫລື “ຣັດເຊຍ ມື້ນີ້ ອັນເປັນພາກສ່ວນ
ນຶ່ງຂອງ ລະບົບໂທລະພາບ ຣັດເຊຍ ຊື່ວ່າ RT ທີ່ເວົ້າຫລາຍພາສາ ອອກອາກາດຢູ່ທົ່ວ
ໂລກ ມີຫ້ອງການຢູ່ ນະຄອນຫລວງມົສກູ ແລະໄດ້ຮັບທຶນບໍລິຫານຈາກ ລັດຖະບານ
ຣັດເຊຍ ແລະ ມີຫ້ອງການຢູ່ ນະຄອນ Washington D.C , New York, Houston, Miami ແລະ Los Angeles ໂດຍຜ່ານທາງດາວທຽມ ແລະ cable.
ມະນີລາ ໄດ້ເຮັດວຽກເປັນນັກຂ່າວໃຫ້ແກ່ ສະຖານີ RT ທີ່ນະຄອນຫລວງ ວໍຊິງຕັນ ມາ
ໄດ້ປີກວ່າແລ້ວ ນາງໄດ້ໃຫ້ການສຳພາດ ຢູ່ຫ້ອງຂ່າວ ວີໂອເອ ກ່ຽວກັບຄວາມເປັນມາ
ຂອງນາງດັ່ງນີ້ :
ນາງສາວມະນີລາ ຈັນ ແລະ ກິ່ງສະຫວັນ ທີ່ຫ້ອງຂ່າວ ວີໂອເອ
Your browser doesn’t support HTML5
ຟັງການສຳພາດ ນາງສາວມະນີລາ ຈັນ 1
ໃນນາມເປັນນັກຂ່າວ ມະນີລາ ຕ້ອງໄດ້ຄົ້ນຄວ້າ ສຶກສາ ອ່ານ ແລະສຳພາດບັນດາຜູ້ນຳ ເຈົ້າໜ້າທີ່ລັດຖະບານ ຜູ້ແທນສະພາ ນັກການເມືອງ ນັກທຸລະກິດ ແລະບຸກຄົນຕ່າງໆ
ເພື່ອນຳເອົາລາຍລະອຽດມາສະເໜີ ຜູ້ຟັງເປັນພາສາອັງກິດທັງໝົດ. ມານິລາ ໄດ້ເລົ່າ
ກ່ຽວກັບການເຮັດວຽກໃນບັ້ນນີ້ວ່າ :
ຈຳປາຜັດຖິ່ນ
Your browser doesn’t support HTML5
ຟັງການສຳພາດ ນາງສາວມະນີລາ ຈັນ 2
ກ່ອນໜ້າມາເຮັດວຽກໃຫ້ແກ່ ສະຖານີໂທລະພາບ RT ມະນີລາ ໄດ້ເຮັດວຽກໃຫ້ແກ່ ໂທລະພາບ Clear Channel Los Angles ແລະ ເຄີຍເປັນບັນນາທິການ ໃຫ້ ນິຕິຍະສານຕ່າງໆ. ໜ້າທີ່ຂອງ ມະນີລາ ປັດຈຸບັນນີ້ກໍຄື ໄປເອົາຂ່າວ ຢູ່ທຸກແຫ່ງໃນເວລາມີເລື້ອງ ຕ່າງໆເກີດຂື້ນ ມະນິລາ ໄດ້ເລົ່າຄວາມຮັບຜິດຊອບຕອນນີ້ ສູ່ ວີໂອເອ ວ່າ :
ນາງສາວ ມະນີລາ ຈັນ
Your browser doesn’t support HTML5
ຟັງການສຳພາດ ນາງສາວມະນີລາ ຈັນ 3
ມະນີລາ ເກິດຢູ່ນະຄອນ Los Angeles ບ່ອນສ້າງຮູບເງົາ Hollywood ທີ່ມີຊື່ສຽງຂອງ
ໂລກ ມະນີລາ ໄດ້ຢູ່ໃນບັນຍາກາດ ທີ່ເຕັມໄປດ້ວຍການບັນເທີງ ມັກດົນຕີ ສິນລະປະ
ແລະ ເຕັມໄປດ້ວຍດາຣາ ຮູບເງົາ ທີ່ມີຊື່ສຽງ. ບັນຍາກາດ ດັ່ງກ່າວນີ້ ມີຄວາມແຕກຕ່າງ
ກັບ ນະຄອນຫລວງ ວໍຊິງຕັນ ຊຶ່ງ ມະນີລາ ໄດ້ໃຫ້ຂໍ້ຄິດເຫັນວ່າ :
ນາງສາວ ມະນີລາ ຈັນ
Your browser doesn’t support HTML5
ຟັງການສຳພາດ ນາງສາວມະນີລາ ຈັນ 4
ຕິຕາມມາຢ້ຽມຢາມຫ້ອງຂ່າວ ວີໂອເອ ມີ ຍານາງມະນີວັນ ຈັນສະມຸດ ແມ່ ຂອງ ມະນີລາ ທ່ານໄດ້ໃຫ້ຄວາມເຫັນໜ້ອຍໜຶ່ງ ກ່ຽບກັບລູກສາວທີ່ໜ້າຮັກ ຂອງທ່ານ ຕໍ່ ວີໂອເອ ດັ່ງນີ້ :
ຍານາງມະນີວັນ ຈັນສະມຸດ (ຊ້າຍ) ແມ່ ຂອງ ມະນີລາ
Your browser doesn’t support HTML5
ຟັງການສຳພາດ ຍານາງມະນິວັນ ຈັນສະມຸດ ແມ່ຂອງ ມະນີລາ
ຍານາງມະນີລາ ພ້ອມດ້ວຍແມ່ ຍານາງມະນີວັນ ໄດ້ໃຫ້ກຽດມາຢ້ຽມຢາມ ຫ້ອງຂ່າວ ວີໂອເອ. ໃນນາມເຊື້ອສາຍລາວ ຢູ່ໃນ ແລະນອກປະເທດ ເຮົາຂໍສະແດງຄວາມປື້ມປິຕິຍິນດີ ແລະຊົມເຊີຍຕໍ່ ຜົນງານຂອງ ສະຕີອາເມຣິກັນ ເຊື້ອສາຍລາວ ມະນີລາ ຈັນ ຄົນນີ້ ທີ່ກໍກລັງວາງບົດບາດໄວ້ຢູ່ໃນເວທີສາກົນ.