ການເຄື່ອນໄຫວ ໃຫ້ມີຫຼັກສູດການສອນ ກ່ຽວກັບ ອົບພະຍົບລາວ ຢູ່ລັດຄາລີຟໍເນຍ

ດຣ. ຄອນເພັດ ລີລີ ຫລ່ຽມທອງສະໝຸດ ແມ່ນຜູ້ນຶ່ງໃນຄະນະ ນັກເຄື່ອນໄຫວ ເພື່ອໃຫ້ມີຫລັກສູດການສອນ ກ່ຽວກັບ ອົບພະຍົບລາວ ຮວມຢູ່ໃນພະຍົບອິນດູຈີນ ໃນລັດຄາລີຟໍເນຍ.

ສະບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ​ແລງ​ວັນ​ພະຫັດ​ມື້​ນີ້ເຮົາ​ຈະ
​ນຳ​ເອົາ​ການ​ສຳ​ພາດ​ກັບ​ບັນດາ​ນັກ​ເຄື່ອນ​ໄຫວໃນ ສັງຄົມ​ລາວອາ​ເມຣິກັນ ຢູ່ໃນ​ລັດ​
ຄາ​ລີ​ຟໍ​ເນຍ. ​ເຂົາ​ເຈົ້າກຳລັງລະດົມຊຸກ​ຍູ້ຮ່າງ​ກົດໝາຍໃຫ້​ມີຫລັກສູດ​ການ​ສອນ ກ່ຽວ​
ກັບ​ຄວາມ​ເປັນ​ມາ​ຂອງ​ອົບພະ​ຍົບລາວ ໃຫ້ຮວມຢູ່​ກັບ​ບັນດາ​ຊາວ​ອົບພະ​ຍົບອິນ​ດູ​ຈີນ
ກຸ່ມອື່ນໆ ​ເພື່ອສິດສອນ​ຢູ່ໃນ​ໂຮງຮຽນຫຼວງໃນລັດຄາລີຟໍເນຍ. ​ເຫ​ດການເລື່ອງ​ນີ້ເກີດ
​ຂຶ້ນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ເຊີນຟັງການສຳພາດ ບັນດານັກເຄື່ອນໄຫວ ລາວອາເມຣິກັນ ກ່ຽວກັບການສຶກສາ ໃນລັດຄາລິເນຍ.

ການຢາກ​ໃຫ້​ມີ​ຫລັກ​ສູດ​ການຮຽນທີ່ປະກອບດ້ວຍປະຫວັດ​ຄວາມ​ເປັນ​ມາ​ຂອງ​ຊາວ
ອົບ​ພະ​ຍົບອິນດູຈີນ ຢູ່​ໃ​ນ​ໂຮ​ງຮຽນຫຼວງ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ​ໄດ້​ເລີ້ມເກີດຂຶ້ນ​ມາສາມສີ່​
ປີແລ້ວ. ຕົກ​ມາ​ປີ​ນີ້ ​ທ່ານ​ນາງແຈ​ແນັດ ຫງວຽນ ສະມາຊິກ​ສະພາປະຈຳລັດ​ຄາ​ລີ​ຟໍ​ເນຍ
​ເຂດ​ ກາ​ເດີນ​ໂກຣວ ຈຶ່ງໄດ້​ສະ​ເໜີຮ່າງ​ກົດໝາຍຂຶ້ນ ​ຢູ່​ໃນ​ສະພາ​ລັດ​ຄາ​ລີ​ຟໍ​ເນຍ ​ເພື່ອ​
ໃຫ້ໄດ້​ມີການ​ສິດສອນ​ຢູ່ໃນໂຮງຮຽນ​. ຮວມຢູ່ໃນຮ່າງ​ກົດໝາຍດັ່ງກ່າວ ກໍມີ​ປະຊາ​ຄົມ
ຫວຽດນາມ ກໍ​າປູ​ເຈຍ ​ແລະ​ມົ້ງ ​ແຕ່​ວ່າ​ລາວບໍ່​ໄດ້​ຮ່ວມ “ຢູ່​ໃນ​ກຸ່ນດັ່ງກ່າວ. ​ເພາະສະ​ນັ້ນ
ບັນດາ​ນັກ​ເຄື່ອນ​ໄຫວໃນສັງຄົມ​ລາວ​ອາ​ເມຣິກັນ ທີ່​ປະກອ​ບດ້ວຍ​ນັກວິຊາການ​ຕ່າງໆ​
ຢູ່​ໃນລັດ​ຄາ​ລີ​ຟໍ​ເນຍ ​ຈຶ່ງກຳລັງລະດົມ​ກັນຢ່າງຫ້າວຫັນ ​ເພື່ອ​ເພີ້​ມຊື່​ລາວ​ອາ​ເມຣິກັນ​
ເຂົ້າ​ໃສ່​ໃນ​ຮ່າງ​ກົດໝາຍດັ່ງກ່າວ​ ທີ່ໄດ້​ຜ່ານ​ເສັ້ນ​ຕາ​ຍ​ໄປ​ແລ້ວ ​ໃນ​ວັນ​ທີ 31 ​ເດືອນ
​ສິງຫາ.

ການ​ຂຽນ​ຫລັກສູດ​ການ​ສອນ​ກ່ຽວ​ກັບປະຫວັດ​ຄວາມ​ເປັນ​ມາ​ຂອງ​ຊາວ​ອົບ​ພະຍົບອິນ​ດູ​
ຈີນ ​ເພື່ອ​ໃຫ້​ສິດສອນ​ຢູ່​ໃນ​ໂຮງຮຽນຫຼວງ​ໃນ​ລັດຄາ​ລີ​ຟໍ​ເນຍ​ນັ້ນ​ເປັນ​ເລື່ອງ​ໃຫຍ່ ມີ​ຂັ້ນ
​ຕອນ​ດ້ານ​ກົດໝາຍ​ປະຈຳ​ລັດ ກ່ອນ​ຈະ​ຖືກ​ຮັບ​ຮູ້​ຜ່ານ​ສະພາ​ເພື່ອນຳອອກໃຊ້. ​ບັດ​ນີ້
ບັນດາ​ສະມາຊິກ​ສັງຄົມ​ລາວ​ອາ​ເມຣິກັນ ​ທີ່ປະກອບ​ດ້ວຍ​ນັກວິຊາການ ​ແລະ​ນັກ​ເຄື່ອນ​
ໄຫວ​ຕ່າງໆ​ກຳລັງ​ພາກັນ​ວິ້ງເຕັ້ນເພື່ອ​ໃຫ້ສັງຄົມລາວອາ​ເມຣິກັນ ຮ່ວມມີ​ຊື່ຢູ່​ໃນ​ຫລັກສູດ​
ການ​ຮຽນ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ ດຣ.ຄອນ​ເພັດ ລິ​ລີ ຫລ່ຽມ​ທອງ​ສະມຸດ ຊຶ່ງ​ເປັນ​ຜູ້ນຶ່ງ ​ໃນ​
ຈຳນວນ​ຄະນະສະມາ​ຊິກ​ນັກ​ເຄື່ອ​ນ​ໄຫວ ຢູ່​ໃນລັດ​ຄາ​ລີ​ຟໍ​ເນ​ຍ​ໄດ້​ກ່າວ​ຕໍ່ ວີໂອ​ເອ ກ່ຽວ
​ກັບ​ເລື່ອງ​ນີ້​ວ່າ :

Your browser doesn’t support HTML5

ເຊີນຟັງການສຳພາດ ດຣ. ຄອນເພັດ ລິລີ ຫລ່ຽມທອງສະໝຸດ

ນັກ​ເຄື່ອນ​ໄຫວ​ທີ່​ຫ້າວຫັນ​ ​ແລະ​ສຳຄັນອີກ​ຄົນ​ນຶ່ງ​ທີ່​ໄດ້​ຕິດ​ຕາມຢ່າງ​ໃກ້​ສິດ​ກ່ຽວ​ກັບ
​ເລື່ອງ​ນີ້ແມ່ນໄດ້​ແກ່​ ທ່ານ​ຄຳ​ມະນີ ມັດ​ທະ​ວົງສີ ທີ່​ນະຄອນ​ແຊນ​ແຟຣນຊິ​ສ​ໂກ ​ຊຶ່ງທ່ານ
ໄດ້​ໃຫ້​ຂໍ້​ສັງ​ເກດ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານຄຳມະນີ ໝັ້ນທະວົງ

ທ່ານຄຳມະນີ ມັດຫະວົງສີ (ກາງຫຼັງສຸດ) ພ້ອມດ້ວຍຄະນະສະມາຊິກອະວຸໂສ ທີ່ເປັນປາກສຽງຮ່າງກົດໝາຍ SB 895 ກັບບັນດາຜູ້ແທນລັດຂອງເຂົາເຈົ້າ (ພາບຖ່າຍໂດຍ ດຣ. ພູມີ ໄຊຍະວົງ)

ນີ້​ແມ່ນ​ໂຕຢ່າງ​ສຳຄັນ​ດ້ານກົດໝາຍ​ປະຈຳ​ລັດ​ຄາ​ລີ​ຟໍ​ເນຍ ​ໃນ​ສະຫະລັດ​ອາ​ເມຣິກາ
ທີ່ສະ​ແດງ​ໃຫ້​ເຫັນ​ເຖິງ​ສິດທິ​ຂອງ​ກຸ່ມ​ຊົນ ທີ່​ຈະ​ຕ້ອງ​ເຕົ້າ​ໂຮມ​ກັນ​ໃຫ້ເປັນ​ກ້ອນ​ເປັນ
​ໜ່ວຍ ​ເປັນປາກ​ສຽງສະ​ເໜີ​ໃຫ້​ຜູ້​ແທນ​ສະພາ​ປະຈຳ​ເຂດ​ຂອງ​ຕົນ ​ໄດ້​ຊາ​ບ​ເຖິງ​ຄວາມ​
ຕ້ອງການ ເວົ້າ​ສະ​ເພາະກໍຄື​ກົດໝາຍນໍາ​ໃຊ້​ຫລັກສູດ​ການສອນ ​ກ່ຽວ​ກັບ​ຄວາມ​ເປັນ​
ມາ​ຂອງ​ອົບ​ພະຍົບອິນດູຈີນນີ້.