ລາຍການຊີວິດຊາວລາວ ມື້ນີ້ ເຮົາຈະນຳເອົາການສຳພາດ
ພະນະທ່ານນາງມາໄລວຽງ ສາກົນນິຍົມ ເອກອັກຄະລັດຖະ
ທູດລາວ ປະຈຳນະຄອນຫລວງມະນີລາ ປະເທດຟິລິບປີນ
ມາສະເໜີທ່ານ. ເອກອັກຄະລັດຖະທູດ ມາໄລວຽງ ເປັນນັກ
ການທູດທີ່ຫ້າວຫັນ ໜ້າສັນລະເສີນ. ທ່ານນາງ ໄດ້ວາງບົດ
ບາດອັນສຳຄັນຢູ່ໃນວົງການລັດຖະບານ ສປປ ລາວ ກໍຄືຢູ່
ໃນເວທີສາກົນ. ເອກອັກຄະລັດຖະທູດ ມາໄລວຽງ ໄດ້ໄປ
ປະຕິບັດໜ້າທີ່ຢູ່ ນະຄອນຫລວງມະນິລາ ເປັນເວລາສີ່ປີ ຊີ
ວິດຄວາມເປັນມາຂອງ ເອກອັກຄະລັດຖະທູດ ມາໄລວຽງ
ສາກົນນິຍົມ ເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳເລື້ອງນີ້
ມາສະເໜີທ່ານ.
Your browser doesn’t support HTML5
ຟັງການສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາລາວມື້ນີ້ ຂ້າພະເຈົ້າ ຂໍແນະນຳໃຫ້ທ່ານ
ຮູ້ຈັກກັບ ພະນະທ່ານນາງ ມາໄລວຽງ ສາກົນນິຍົມ ເອກອັກຄະລັດທະທູດ ສປປ ລາວ ປະ
ຈຳນະຄອນຫລວງມະນິລາ. ທ່ານນາງ ມາໄລວຽງ ສາກົນນິຍົມ ເປັນ ສະຕີລາວ ຜູ້ຊົງຄຸນ
ນະວຸດທິ ຂອງສັດຕະວັດທີ 21 ແລະບຸກຄົນສຳຄັນຄົນນຶ່ງ ທີ່ໄດ້ວາງບົດບາດຢູ່ໃນວົງການ
ລັດຖະບານ ສປປ ລາວ ແລະຢູ່ໃນເວທີສາກົນ ຢ່າງໜ້າສັນລະເສີນ.
ທ່ານນາງ ມາໄລວຽງ ເກີດໃນປີ 1953 ເປັນລູກບ້ານຫລານເມືອງ ນະຄອນປາກເຊ ແຂວງ
ຈຳປາສັກ. ທ່ານນາງມາໄລວຽງ ເປັນຄົນມັກຂຽນ ແລະມັກອ່ານມາແຕ່ນ້ອຍ. ໃນເບື້ອງຕົ້ນ
ຂອງຊີວິດນັ້ນ ທ່ານນາງມີຄວາມໄຝ່ຝັນຢາກເປັນນັກຂ່າວ ຫລື journalist ແຕ່ວ່າຫລາຍໆ
ຄັ້ງຜູ້ຍິງລາວ ທີ່ເຕີບໃຫຍ່ຢູ່ໃນສະໄໝນັ້ນ ບໍ່ສາມາດທີ່ຈະເລືອກເອົາຄວາມມັກຂອງຕົນນັ້ນ
ໄດ້ທັງໝົດ ເນື່ອງຈາກປະເພນີ ແລະສິ່ງແວດລ້ອມ. ດ້ວຍຄວາມບຶກບືນ ຂະຫຍັນໝັ່ນພຽນ
ທາງດ້ານການສຶກສາ ຊີວິດຂອງທ່ານນາງ ໄດ້ໝູນວຽນມາພົວພັນກັບດ້ານການປົກຄອງ
ແລະການເມືອງ ແລະໃນທີ່ສຸດກໍໄດ້ມາຕົກຢູ່ໃນຈຳນວນ ນຶ່ງໃນສາມສະຕີລາວ ທີ່ໄດ້ຮັບ
ໜ້າທີ່ເປັນ ເອກອັກຄະລັດຖະທູດ ສປປ ລາວ ໃນປັດຈຸບັນນີ້.
Ambassador
ສາມີຂອງທ່ານນາງມາໄລວຽງ ຄື ເອກອັກຄະລັດຖະທູດ
ທ່ານສຸດທຳ ສາກົນນິຍົມ ອະດີດເພື່ອນນັກສຶກສາດ້ວຍກັນ
ທີ່ສະຖາບັນກົດໝາຍ ແຫ່ງອະດີດພະລາດຊາອານາຈັກລາວ
ແລະອະດີດນັກສຶກສາ ທີ່ປະເທດໂຊວຽດ ແລະໃນທີ່ສຸດກໍໄດ້
ສ້າງຊີວິດຄອບຄົວຮ່ວມກັນ. ປັດຈຸບັນນີ້ ພະນະທ່ານ ສຸດທຳ
ສາກົນນິຍົມ ເປັນເອກອັກຄະລັດຖະທູດ ສປປ ລາວ ປະ ຈຳ
ນະຄອນຫລວງນິວແດນລີ ປະເທດອິນເດຍ. ທ່ານນາງມາໄລ
ວຽງ ແລະທ່ານສຸດທຳ ມີລູກສາວທີ່ໜ້າຮັກນຳກັນສອງຄົນຄື
ນາງສຸຣິດາຮັກ ແລະນາງສຸຣິຍາຮັກ. ທ່ານນາງມາໄລວຽງສາ
ມາດປາກ ພາສາຝຣັ່ງ ອັງກິດ ແລະຣັດເຊຍໄດ້ເປັນຢ່າງດີ. ຈຸດເດັ່ນດ້ານການສຶກສາຂອງ
ທ່ານນາງ ມາໄລວຽງ ມີດັ່ງນີ້ :
ປີ 1965 ຈົບໂຮງຮຽນປະຖົມ Ecole Sainte Jeanne Antide ທີ່ເມືອງປາກເຊ.1972
ຈົບ Baccalaureate ຝ່າຍວັນນະຄະດີ ຈາກ Lycee de Vientiane. 1976 ຈົບການ
ສຶກສາ ຝ່າຍກົດໝາຍ ແລະການປົຄອງ ຈາກສະຖາບັນກົດໝາຍ ທີ່ນະຄອນຫລວງວຽງ
ຈັນ. 1982 ຈົບປະລິນຍາໂທ ຝ່າຍກົດໝາຍສາກົນ ຈາກ University of Ukraine,
Soviet Union. 1988 ໄດ້ຣັບປະກາດສະນີຍະບັດ ຈາກ Academy of Social
Sciences, Moscow. 1993-94 ໄດ້ຣັບປະກາດສະນິຍະບັດ ຝ່າຍ International
Relation ທີ່ Institute International d’Administration Publique ທີ່ນະຄອນ
Paris ປະເທດຝຣັ່ງ.
ນອກຈາກນັ້ນແລ້ວ ທ່ານນາງໄດ້ຮັບການອົບຮົມຢ່າງຫລວງຫລາຍ ແລະບໍ່ຂາດລະຍະ
ພ້ອມທັງພິມເຜີຍແຜ່ບົດຄົ້ນຄວ້າຕ່າງໆ.
ພະນະທ່ານ ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ ໄດ້ໃຫ້ການສຳພາດຕໍ່
ວີໂອເອ ກ່ຽວກັບຊີວິດການປະຕິບັດໜ້າທີ່ເບື້ອງຕົ້ນດັ່ງນີ້ :
ເອກອັກຄະລັດຖະທູດ ມາໄລວຽງ ມອບຮູບປັ້ນຂອງມື້ລາງ ປະທານປະເທດລາວ ທ່ານໄກສອນ ພົມວິຫານ ໃຫ້ຟິລິບປີນ ຢູ່ສວນ ASEAN
Your browser doesn’t support HTML5
ສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ
ທ່ານໄດ້ມາປະຈຳຢູ່ ປະເທດຟິລິບປິນ ດົນປານໃດແລ້ວ ຈະໝົດໜ້າທີ່ເວລາໃດ ບົດບາດ
ຂອງທ່ານ ແລະຜົນສຳເລັດນັ້ນມີຫຍັງແດ່?
ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ ແລະປະທານາທິບໍດີ Benigno S. Aquino ແຫ່ງຟິລິບປິນ
Your browser doesn’t support HTML5
ສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ 2
ໃນນາມກຸນລະສະຕິີລາວ ຜູ້ຊົງຄຸນນະວຸດທິ ແລະເປັນເອກອັກຄະລັດຖະທູດ ສປປ ລາວ
ປະຈຳນະຄອນຫລວງມະນີລາ ທ່ານມີຄວາມຮູ້ສຶກຢ່າງໃດ?
ລັດຖະມົນຕີຕ່າງປະເທດ ຟິລິບປິນ ທ່ານ Albert F. del Rosario ລ້ຽງສົ່ງ ເອກອັກຄະລັດຖະທູດ ມາໄລວຽງ ທີ່ກະຊວງຕ່າງປະເທດ ຟິລິບປິນ
Your browser doesn’t support HTML5
ສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ 3
ທ່ານທູດມາໄລວຽງ ບອກໄດ້ບໍ່ວ່າ ວິທີການປະຕິບັດໜ້າທີ່ ແລະປົກຄອງຂອງທ່ານນັ້ນ
ເປັນຢ່າງໃດ?
ເອກອັກຄະລັດຖະທູດ ມາໄລວຽງ ສະຫລອງວັນຊາດ ບຣູນາຍ
Your browser doesn’t support HTML5
ສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ 4
ທ້າຍສຸດນີ້ ພະນະທ່ານເອກອັກຄະລັດຖະທູດ ມາໄລວຽງ ມີຫຍັງຢາກຝາກຄວາມຄິດເຫັນ
ແລະຮັກແພງໄວ້ກັບ ລາຍການຊີວິດຊາວລາວ ຂອງ ວີໂອເອ ບໍ່?
ລັດຖະມົນຕີຕ່າງປະເທດ ຟິລິບປິນ ທ່ານ Albert F. del Rosario ມອບໃບຍ້ອງຍໍຊົມເຊີຍໃຫ້ ເອກອັກຄະລັດຖະທູດ ມາໄລວຽງ
Your browser doesn’t support HTML5
ສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ 5
ຂະນະທີທ່ານກຳລັງຟັງບົດສຳພາດຢູ່ນີ້ ທ່ານນາງ ມາໄລວຽງ ສາກົນນິຍົມ ໄດ້ເດີນທາງ
ກັບຄືນໄປຮອດ ບ້ານເກີດເມືອງນອນແລ້ວ ເພື່ອຮັບຕຳແໜ່ງໃໝ່ຢູ່ກະຊວງການຕ່າງ
ປະເທດ.
ພ້ອມດຽວກັນນີ້ ຂ້າພະເຈົ້າ ກິ່ງສະຫວັນ ພ້ອມດ້ວຍຄະນະຈັດທຳ ວີໂອເອ ພະແນກພາສາ
ລາວ ຂໍອວຍໄຊໃຫ້ພອນແກ່ ພະນະທ່ານເອກອັກຄະລັດຖະທູດ ມາໄລວຽງ ຈົ່ງສືບຕໍ່ປະ
ສົບຜົນສຳເລັດ ໃນພາລະກິດລາດຊະການໃນອະນາຄົດທັງໃນ ແລະດ້ານສ່ວນຕົວຂອງ
ທ່ານ. ກ່ອນຈາກກັນໄປວັນນີ້ ພວກຂ້າພະເຈົ້າ ຂໍມອບເພງລາວອຳມະຕະ ໃຫ້ແກ່ທ່ານ
ພ້ອມດ້ວຍຄອບຄົວ ເພັງນີ້ມີຊື່ວ່າ “ຫອມກຸຫລາບປາກເຊ” ຊຶ່ງເປັນບຸບຜາ ທີ່ງົດງາມ ແລະ
ຫອມຫວນ ປະຈຳບ້ານເກີດເມືອງນອນຂອງທ່ານ.
Your browser doesn’t support HTML5
ເຊິນຟັງເພງ ຫອມກຸຫລາບປາກະເຊ