ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ເຮົາຈະນຳເອົາການສຳພາດກັບພະນະທ່ານເອກອັກຄະລັດຖະທູດຄຳພັນ ອັ່ນລາວັນ ກ່ອນທ່ານຈະໄດ້ອຳລາ ຈາກນະຄອນຫຼວງ ວໍຊິງຕັນເພື່ອກັບຄືນສູ່ ສປປ ລາວ ຫລັງຈາກມາປະຕິບັດໜ້າທີ່ເປັນເວລາ 3 ປີເຕັມແລ້ວຊຶ່ງເພິ່ນໄດ້ເນັ້ນໃຫ້ເຫັນສິ່ງພົ້ນເດັ່ນໃນການພົວພັນສອງຝ່າຍລະຫວ່າງ ລາວ ແລະສະຫະລັດ ໃນໄລຍະທີ່ທ່ານ ດຳລົງຕຳແໜ່ງຢູ່ທີ່ນີ້. ບົວສະຫວັນ ມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານພິເສດກ່ຽວກັບການພົວພັນລະຫວ່າງ ສຫລ ແລະລາວ ທີ່ສະຫລຸບໃຫ້ຟັງໂດຍ ທ່ານທູດຄຳພັນ
ງານບາສີແກ່ທ່ານຄໍາພັນ ອັ່ນລາວັນ (ກາງ), ເອກອັກຄະລັດຖະທູດປະຈໍາ ສຫລ ແລະການາດາ ຊຶ່ງມີທ່ານອະນຸພາບ, ເອກອັກຄະລັດຖະທູດລາວປະຈໍາອົງການສະຫະປະຊາຊາດນັ່ງຖັດໄປ (ຊ້າຍ) ແລະດຣ. ບຸນທະນົງສັກ ຈັນທະລາດ (ຂວາ), ຮອງເອກອັກຄະລັດຖະທູດລາວປະຈຳ ສຫລ ແລະການາດາເຂົ້າຮ່ວມນຳ (ພາບສະໜອງໃຫ້ໂດຍ ສະຖານທູດລາວປະຈຳ ສຫລ)
ພະນະທ່ານເອກອັກຄະລັດຖະທູດຄຳພັນ ອັ່ນລາວັນ ອາດຈະແຕກຕ່າງໄປຈາກບັນດາເອກອັກຄະລັດຖະທູດຄົນກ່ອນໆ ຜູ້ທີ່ເຄີຍໄດ້ມາປະຈຳການຢູ່ສະຫະລັດໃນຕຳແໜ່ງໃດນຶ່ງ ຢ່າງໜ້ອຍກໍນຶ່ງຄັ້ງ ກ່ອນຈະຖືກມອບໝາຍໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມປະຈຳສະຫະລັດ ແລະການາດາ ຊຶ່ງທ່ານຖືວ່າ ນີ້ເປັນປະສົບການໃໝ່ຂອງທ່ານ ດັ່ງທີ່ທ່ານກ່າວໃນການສຳພາດກ່ອນທ່ານຈະອອກເດີນທາງກັບປະເທດໃນມື້ອື່ນນີ້ວ່າ:
Your browser doesn’t support HTML5
ສຽງ 1 ທ່ານທູດຄຳພັນ ອັ່ນລາວັນ ເວົ້າກ່ຽວກັບການປະຕິບັດໜ້າທີ່ 3 ປີ ຢູ່ ສຫລ
ທ່ານອະນຸພາບ ວົງໜໍ່ແກ້ວ (ຂວາ) ເອກອັກຄະລັດຖະທູດລາວປະຈໍາອົງການສະຫະປະຊາຊາດ ແລະດຣ. ບຸນທະນົງສັກ ຈັນທະລາດ (ຊ້າຍ), ຮອງເອກອັກຄະລັດຖະທູດລາວກໍາລັງຜູກແຂນໃຫ້ແກ່ທ່ານທູດຄໍາພັນ ອັ່ນລາວັນ ໃນງານລ້ຽງສົ່ງເພິ່ນໃນວັນທີ 26 ມີນາ, 2022 (ພາບສະໜອງໃຫ້ໂດຍ ສະຖານທູດລາວປະຈຳ ສຫລ)
ໃນການເຮັດພາລະໜ້າທີ່ຢູ່ນະຄອນຫລວງວໍຊິງຕັນນັ້ນ ທ່ານໄດ້ປະຕິບັດຕາມຖະແຫລງການຮ່ວມລະຫວ່າງລາວ ແລະສະຫະລັດໃນການເປັນຄູ່ຮ່ວມມືແບບກວມລວມ ຊຶ່ງໄດ້ປະກາດໄປໃນປີ 2016 ຕອນທີ່ອະດີດປະທານາທິບໍດີໂອບາມາຢ້ຽມຢາມລາວ ແລະກໍຮອດວັນຄົບຮອບ 5 ປີໃນປີກາຍນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນການພົວພັນສອງຝ່າຍໃນໄລຍະ 3 ປີຜ່ານມາດັ່ງນີ້:
Your browser doesn’t support HTML5
ສຽງ 2 ທ່ານທູດຄຳພັນເວົ້າກ່ຽວກັບສິ່ງພົ້ນເດັ່ນໃນຂະນະທີ່ທ່ານມາຮັບໜ້າທີ່ຢູ່ ສຫລ
ເມື່ອເວົ້າເຖິງການຮ່ວມມືສອງຝ່າຍດ້ານມະນຸດສະທຳເລື້ອງຂຸດຄົ້ນຫາກະດູກຂອງທະຫານອາເມຣິກັນຫາຍສາບສູນ 573 ຄົນ ໃນປາງສົງຄາມຢູ່ໃນລາວນັ້ນ ທ່ານກ່າວວ່າຜ່ານມາສາມາດຂຸດຄົ້ນແລະສົ່ງໃຫ້ສະຫະລັດໄດ້ທັງໝົດ 288 ຄົນແລ້ວ ແລະຍັງກະດູກຂອງອີກ 285 ຄົນ ທີ່ຍັງຈະສືບຕໍ່ຮ່ວມມືກັນຄົ້ນຫາຕໍ່ໄປ.
ທ່ານຄໍາພັນ ອັ່ນລາວັນກ່າວຄໍາປາໄສໃນງານລ້ຽງສົ່ງ ແລະະບາສີໃຫ້ທ່ານກ່ອນຈະເດີນທາງກັບປະເທດພາຍຫລັງສໍາເລັດໜ້າທີ່ເປັນເອກອັກຄະລັດຖະທູດລາວ ປະຈໍາ ສຫລ ແລະການາດາແລ້ວ (ພາບສະໜອງໃຫ້ໂດຍ ສະຖານທູດລາວປະຈຳ ສຫລ)
ແຕ່ຢ່າງໃດກໍຕາມ ຫລັງຈາກທ່ານປະຕິບັດງານມາໄດ້ປະມານປີນຶ່ງ ກໍມີບັນຫາການຂວ້ຳບາດທາງວີຊາເນື່ອງຈາກວ່າຄະນະລັດຖະບານຂອງອະດີດປະທານາທິບໍດີດໍໂນລ ທຣຳແລະລັດຖະບານລາວບໍ່ສາມາດຕົກລົງກັນໄດ້ໃນເລື້ອງຮັບເອົາຄົນລາວທີ່ບໍ່ມີສັນຊາດອາເມຣິກັນກັບຄືນປະເທດ ຊຶ່ງມັນເຮັດໃຫ້ພົນລະເມືອງລາວບໍ່ສາມາດເດີນທາງເຂົ້າສະຫະລັດໄດ້ນັບແຕ່ຕົ້ນເດືອນເມສາ ປີ 2020 ຈົນເຖິງເດືອນກຸມພາ 2022 ຜ່ານມານີ້ ດັ່ງທີ່ທ່ານຄຳພັນໃຫ້ຄຳເຫັນວ່າ:
Your browser doesn’t support HTML5
ສຽງ 3 ທ່ານທູດຄຳພັນເວົ້າກ່ຽວກັບເລື້ອງການຂວ້ຳບາດທາງວີຊາຂອງ ສຫລ ຕໍ່ພົນລະເມືອງລາວ
ທ່ານຄໍາພັນ ອັ່ນລາວັນກ່າວຄໍາປາໄສໃນງານລ້ຽງສົ່ງເພິ່ນກັບປະເທດຫລັງຈາກສິ້ນສຸດໜ້າທີ່ເປັນເອກອັກຄະລັດຖະທູດທີ່ວໍຊິງຕັນ ຂະນະທີ່ຫລຽວໜ້າໄປຫາທ່ານນາງສຸພາ ໄຊປຣະສິດ ເມສ໌, ຜູ້ສະໝັກເປັນຜູ້ປົກຄອງລັດອາແຄນຊໍ ແລະທ່ານສຸລິວັນ ຄຳວົງສາ ໂດຍມີທ່ານອະນຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດລາວປະຈຳ ສປຊ ຢືນຢູ່ທາງຂວາ, ວັນທີ 26 ມີນາ, 2022 (ພາບສະໜອງໃຫ້ໂດຍສະຖານທູດລາວ ທີ່ ສຫລ)
ເມື່ອການຂວ້ຳບາດດ້ານວີຊາຂັ້ນໜັກໄດ້ຖືກຍົກເລີກ ແລະກໍມີການຊ່ວຍເຫລືອ ດ້ານມະນຸດສະທຳຂອງສອງຝ່າຍເພີ້ມຂຶ້ນ ທ່ານຄຳພັນສະຫລຸບໃຫ້ຟັງວ່າ ການພົວພັນລະຫວ່າງລັດຖະບານ ແລະປະຊາຊົນສອງຊາດໄດ້ຖືກຮັດແໜ້ນເພີ້ມຂຶ້ນ ຊຶ່ງມັນໝາຍເຖິງການປະຕິບັດໜ້າທີ່ຂອງທ່ານ ໃນນາມເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມປະຈຳສະຫະລັດປະສົບຜົນສຳເລັດຕາມການມອບໝາຍຈາກລັດຖະບານລາວ.