ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ ວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດ ກັບນາງອີຊາແບລ ອິນທິສອນ
ອາຍຸ 15 ປີ ເກີດຢູ່ໃນສະຫະລັດ ແລະແມ່ຂອງນາງ ຍານາງແຈັສຊີກາ ອິນທິສອນ ມາ
ສະເໜີທ່ານ . ອີຊາແບລ ເປັນນັກກິລາແລ່ນສະເກັດນ້ຳກ້ອນ figure skating ນາງມີ
ພອນສະຫວັນເປັນພິເສດ ແລະເປັນຜູ້ນຶ່ງທີ່ໄດ້ຖືກຄັດເລືອກຈາກຄະນະກຳມະການໃຫ້
ເຂົ້າມາເຝິກຊ້ອມ ເປັນຜູ້ຕາງໜ້າ ຂອງສະຫະລັດ ທີ່ຈະໄປແຂ່ງຂັນກິລາໂອລິມປິກລະ
ດູໜາວ ຊຶ່ງຈະຈັດຂຶ້ນໃນປີ 2022 ທີ່ປະເທດຈີນ. ກິ່ງສະຫວັນ ຈະນຳເອົາການສຳພາດ
ດັ່ງກ່າວ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ນາງອິຊາແບລ ແລະຍານາງແຈັສຊິກາ ອິນທິສອນ
ອີຊາແບລ ອິນທິສອນ ໄດ້ຮັບລາງວັນ ຫຼຽນທອງແດງ ແຫ່ງຊາດ 2019 (National Bronze Medaist)
Figure skating ແມ່ນກິລາແລ່ນຢູ່ເທິງໜ້ານ້ຳກ້ອນ ທີ່ພື້ນເກີບຂອງນັກແລ່ນນັ້ນຄືກັນກັບມີດແຫຼມຄົມ. ໃນຂະນະທີ່ຜູ້ຫຼິ້ນແລ່ນຢູ່ນັ້ນລາວຈະວາງລີລາການສະແດງໃຫ້ເຫັນ
ເຖິງຄວາມຊຳນິຊຳນານ ເຊັ່ນວ່າແລ່ນໄວ ເຕັ້ນປິ່ນໄປມາບໍ່ໃຫ້ລົ້ມ. ກິລາ figure skating
ໄດ້ເກີດມີມາຢູ່ໃນປະເທດສະແກນດີເນເວຍເມື່ອພັນປີກ່ອນ ແລະໄດ້ຖືກປັບປຸງໃຫ້ດີຂຶ້ນ
ມາເປັນລໍາດັບ. ຕົກມາເຖິງປີ 1924 figure skating ໄດ້ຖືກຈັດເຂົ້າເປັນແຂ່ງຂັນປະ
ເພດນຶ່ງ ຂອງກິລາໂອລິມປິກລະດູໜາວ.
ບັດນີ້ເຮົາຂໍແນະນຳໃຫ້ທ່ານຮູ້ຈັກກັບນາງອີຊາແບລ ອິນທິສອນ ເດັກນ້ອຍອາເມຣິກັນ
ເຊື້ອສາຍລາວ ອາຍຸ 15 ປີ ເກີດຢູ່ທີ່ລັດເມິນເນໂຊຕາ ສະຫະລັດອາເມຣິກາ. ອີຊາແບລ
ສາມາດເວົ້າພາສາລາວ ດ້ວຍສຳນຽງສະຫວັນນະເຂດ ອັນເປັນບ້ານເກີດທີ່ມາຂອງພໍ່
ແມ່. ໃນຂັ້ນຕົ້ນພໍ່ແມ່ໄດ້ແນະນຳໃຫ້ ອີຊາແບລ ລອຍນ້ຳແຕ່ອາຍຸ 3 ປີ ຫຼັງຈາກນັ້ນ ກໍໄດ້
ເລີ້ມຫຼິ້ນກິລາໄອສເກັດຕິງ ແຕ່ອາຍຸ 4 ປີ. ປັດຈຸບັນ ອີຊາແບລ ກຳລັງເຝິກຊ້ອມຢູ່ໃນທີມ
ໄອສເກັດຕິງຂອງສະຫະລັດ ທີ່ຈະໄປແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2022 ໃນ
ປະເທດຈີນ. ອີຊາແບລໄດ້ກ່າວ ຕໍ່ ວີໂອເອເປັນພາສາລາວ ດ້ວຍຄວາມຕື່ນເຕັ້ນ ສູ່ຟັງ
ດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ນາງອີຊາແບລ ອິນທິສອນ
ອີຊາແບລ ອິນທິສອນ ຢູ່ໃນການແຂ່ງຂັນ.
ບັນດາຜູ້ປົກຄອງຂອງພວກເດັກນ້ອຍອາເມຣິກັນຫຼາຍໆຄົນ ຢາກໃຫ້ລູກເຂົາເຈົ້າ ຫຼິ້ນ
ກິລາແນວໃດແນວນຶ່ງເກັ່ງ ແລະໄດ້ເຂົ້າໄປຢູ່ໃນທີມຊາດເພື່ອຈະໄດ້ໄປແຂ່ງ ຂັນຢູ່ໃນ
ໂອລິມປິກ ຕາງໜ້າປະເທດຊາດ. ແຕ່ວ່າຄວາມຝັນດັ່ງກ່າວນັ້ນບໍ່ແມ່ນເລື້ອງງ່າຍແກ່
ທຸກໆຄົນ. ຍານາງແຈັສຊິກາ ແມ່ຂອງອີຊາແບລ ໄດ້ກ່າວສູ່ຟັງວ່າ ເປັນຫຍັງອີຊາແບລ
ຈຶ່ງຢາກຫຼິ້ນໄອສເກັດຕິງແລະຈົນກ້າວໜ້າມາເຖິງຂັ້ນນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ນາງອິຊາແບລ ອິນທິສອນ
ອີຊາແບລ ອິນທິສອນ ເຝິກຊ້ອມມາແຕ່ຍັງນ້ອຍ.
ອີຊາແບລ ແມ່ນຄົນອາເມຣິກັນເຊື້ອສາຍລາວ ທີ່ໂຊກດີ ຊຶ່ງໄດ້ຖືກຈັດເຂົ້າຢູ່ໃນທີມຊາດ
ຂອງສະຫະລັດ. ເພາສະນັ້ນການໃຊ້ຊີວິດປະຈຳວັນຂອງອີຊາແບລຈຶ່ງ ມີຄວາມແຕກ
ຕ່າງໄປຈາກພວກດັກນ້ອຍທົ່ວໆໄປ ເຊັ່ນວ່າບໍ່ໄດ້ໄປເຂົ້າໂຮງຮຽນທຳມະດາ. ອີຊາແບລ
ຕ້ອງໄດ້ເຈາະຈົງໃສ່ການເຝິກຊ້ອມມື້ນຶ່ງຫົກຊົ່ວໂມງ ທີ່ມີນາຍຄູພິເສດມາສອນໃຫ້ຢູ່ໃນ
ແຕ່ລະຂະແໜງທີ່ພົວພັນກັບ figure skating ເຊັ່ນວ່າ ນາຍຄູສອນຟ້ອນບາເລ ນາຍຄູສອນເຕັ້ນ ແລະນາຍຄູສອນໜັງສື ດັ່ງທີ່ຍານາງແຈັສຊິກາ ແມ່ຂອງອີຊາແບລ ກ່າວກ່ຽວ
ກັບເລື້ອງນີ້ວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ນາງອິຊາແບລ ອິນທິສອນ
ອີຊາແບລ ອິນທິສອນ ເຝິກຊ້ອມແຕ່ອາຍຸຍັງນ້ອຍ.
ອີຊາແບລ ບໍ່ພຽງແຕ່ເປັນນັກກິລາທີ່ມີພອນສະຫວັນເທົ່ານັ້ນ ແຕ່ຍັງເປັນນັກຮຽນເກັ່ງທີ່
ດີເດັ່ນອີກດ້ວຍ ຊຶ່ງຍານາງແຈັສຊິກາ ຜູ້ເປັນແມ່ໄດ້ອະທິບາຍມ້ວນທ້າຍກ່ຽວກັບການ
ສຶກສາຂອງອີຊາແບລ ສູ່ຟັງວີໂອເອ ຟັງດັ່ງນີ້ :
Your browser doesn’t support HTML5
ເຊີນຟັງການສຳພາດ ນາງອີຊາແບລ ອີນທິສອນ
ອີຊາແບລ ເປັນເດັກຍິງອາເມຣິກັນເຊື້ອສາຍລາວທີ່ໜ້າຮັກ ມີພອນສະຫວັນໃນດ້ານກິ
ລາແລ່ນຟ້ອນຢູ່ໜ້ານ້ຳກ້ອນ ແລະເຖິງແມ່ນວ່າ ບໍ່ໄດ້ໄປເຂົ້າໂຮງຮຽນ ແລະໃຊ້ຊີວິດ
ເໜືອນດັ່ງເດັກນັກຮຽນທົ່ວໆໄປກໍຕາມ ແຕ່ນາງຍັງສາມາດຮຽນຢູ່ບ້ານ ສິດສອນໂດຍ
ນາຍຄູພິເສດ ແລະມີຄະແດນທີ່ດີເດັ່ນ. ພວກເຮົາຂໍເປັນກຳລັງໃຈໃຫ້ແກ່ ອິຊາແບລ ທີ່
ຈະເປັນຜູ້ຕາງໜ້ານັກກິລາສະຫະລັດ ເຂົ້າແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2022
ທີ່ປະເທດຈີນ.
ກະລຸນາຕິດຕາມຫົນທາງໄປສູ່ ກິລາໂອລິມປິກລະດູໜາວ ຂອງອີຊາແບລ ອິນທິສອນ
ໄດ້ທີ່ instagram:
Isabelleinthisone
Isabelle.skatess