ສຳພາດ ດຣ. Kou Yang ນັກ​ສັງ​ຄົມ​ສົງ​ເຄາະ ແລະສາດສະດາຈານ ຄົ້ນຄວ້າ ວັດທະນາທຳລາວ

ທ່ານ ດຣ. Kou Yang (ກາງ) ແລະພັນລະຍາ ຍານາງ Jennifer ຢ້ຽມຢາມແຂວງສີສວນ ປີ 1914 ເພື່ອຄົ້ນຄວ້າຄວາມເປັນມາ ຂອງພີ່ນ້ອງມົ້ງ.

ໃນລາຍການຊີວິດຊາວລາວຂອງ ວີໂອເອ ແລງວັນພະຫັດມື້ນີ້
ທ່ານຈະໄດ້ຟັງການສຳພາດ ກັບ ດຣ​. Kou Yang ອະດີດ​ເຈົ້າ
ໜ້າ​ທີ່ ສັງ​ຄົມ​ສົງ​ເຄາະ ແລະ​ອາຈານ​ສອນ​ວິຊາ ສັງຄົມ​ສົງ​ເຄາະ
ທີ່ ມະຫາວິທະຍາ​ໄລ State University ທີ່ເມືອງ Fresno,
ແລະ University of California ທີ່ເມືອງ Davis. ດຣ Yang
ເປັນ​ລູກບ້ານ​ຫລານ​ເມືອງ​ໄຊ​ຍະ​ບູລີ ​ເປັນ​ຜູ້​ມັກ​ສະ​ແຫວ​ງຫາການ​ສຶກສາຊັ້ນ​ສູງ​ ທ່ານ​ໄດ້ ເຂົ້າ​ມາ ຕັ້ງ​ຖິ່ນ​ຖານ​ຢູ່​ໃນ ສະຫະລັດ ​ໃນ​ປີ 1976 ຄວາມບາກບັ່ນ ໄດ້​ນຳພາ ດຣ. Yang
ປະສົບ​ຜົນສຳ​ເລັດ​ຢ່າງ​ໃດ​ ເຮົາຂໍເຊີນທ່ານພົບກັບ ກິ່ງສະຫວັນ ໄດ້.

Your browser doesn’t support HTML5

ເຊີນຟັງການສຳພາດ ດຣ. Kou Yang ອະດີດເຈົ້າໜ້າທີ່ສັງຄົມສົງເຄາະ ແລະສາສະດາຈານ ຄົ້ນຄວ້າວັດທະນາທຳລາວ

ດ​ຣ. Kou Yang ​ແມ່ນ​ນັກ​ສຶກສາທຶນ Fulbright, Sasakawa Fellow, ອະ​ດີດອາ​ຈານ
​ສອນ ທີ່ມະ​ຫາ​ວິ​ທະ​ຍາ​ໄລ Emeritus ຂອງ​ລັດ California ຢູ່ທີ່ເມືອງ Stanislaus, ຊຶ່ງ
ໄດ້​ຄົ້ນ​ຄວ້າກ່ຽວກັບ ປະ​ເທດ​ລ​າວ ແລະບັນ​ດາ​ຜູ້ມີ​ເຊື້ອ​ສາຍ​ລາວຢູ່​ນອກ​ປະ​ເທດ ​ຊຶ່ງ​ເປັນ
ເອກ​ກະ​ສານ​ຄົ້ນ​ຄວ້າ ພີ​ມ​ເຜີຍ​ແຜ່​ໃນ​ປີ 2013. ທ່ານ​ເປັນບັນ​ນາ​ທິ​ການຮ່ວມ ​ກ່ຽວ​ກັບ “ຄວາມ​ແຕກຕ່າງ​ຂອງ ຊົນເຜົ່າ ຢູ່​ໃນ​ຕ່າງ​ແດນ : ​“ມົ້ງ​-ອາ​ເມ​ຣິ​ກັນ ​ໃນ​ສັດ​ຕະ​ວັດ​ທີ່​ຊາວ​ເອັດ” ພິ​ມອອກໂດຍ University of Hawaii Press ​ໃນ​ປີ 2013, ນອກ​ນັ້ນ ຍັງ
ໄດ້ພິມຫຼາຍກ​ວ່າ​ຫ້າ​ສະ​ບັບ ບົດ​ຂຽນ​ທີ່​ເນັ້ນ​ໜັກ​ກ່ຽ​ວ​ກັບ ​ບົດບັນ​ທຶກ​ຊາວ​ມົ້ງ​ຢູ່​ຕ່າງ​ແດນ ປະ​ຫວັດ​ສາດ​ມົ້ງ ​ວັດ​ທະ​ນະ​ທຳມົ້​ງ ວັດ​ທະ​ນະ​ທຳ​ລາວ ແລະ​ປະ​ສົບ​ການຂອງຊ​າວອົບ​ພະ​
ຍົບ​ອິນດູ​ຈີນ ແລະ​ອີກ​ຫຼາຍກວ່າ 20 ບົດ​ຂຽນ​ຂອງ​ທ່ານ ໄດ້​ປາ​ກົດ​ຢູ່​ຢ່າງກວ້າງ​ຂວາງ ​ໃນ​ໜ້າ​ໜັ​ງ​ສື​ພິ​ມ​ຕ່າງໆ. ດ​ຣ. Yang ​ໄດ້ເປັນ​ທີ່​ປຶ​ກ​ສາ​ຢູ່ໃນ​ບົດ​ຄວາມ ໃນ ສະ​ຫະ​ລັດ ແລະ​ຕ່າງ​ປະ​ເທດ. ບົດ​ຂ​ຽນ​ທີ່ສຳ​ຄັນຂອງ ດ​ຣ. Yang ລະລຶກ​ເ​ຖິງວັນຄົບ​ຮອບ 40 ປີຂອງ​ຊາວອົບ​ພະ​ຍົບ ​ຄື : ຄວາມ​ໂຫດ​ຮ້າຍ ຫາຍ​ຍະ​ນະ ທີ່​ຍັງ​ຝັງໄວ້​ໃຫ້​ເຫັນ​ຢູ່ໃນອິນ​ດູ​ຈີນ ພິ​ມ​ເຜີຍ​ແຜ່​ໃນ​ປີ 2015 ແລະ ບົດ​ຂຽນ 40 ປີ​ ຫລັງ​ຈາກ​ສົງ​ຄາມຫວຽດ​ນາມ ມີ​ຊື່ວ່າ : ​ສະຫລອງ​ການ​ຕອບ​ແທນ​ຂອງ ຊາ​ວ​ອົບ​ພະ​ຍົບ​ອິນດູ​ຈີນ ແກ່ ສະ​ຫະ​ລັດ ອາ​ເມຣິກາ ພິ​ມ ເຜີ​ຍ​ແຜ່​ໃນ​ປີ2015. ທີ່​ກ່າວ​ມາ​ນີ້ ​ແມ່ນ​ພາກ​ສ່ວນ​ຜົນງານ ການຄົ້ນ​ຄ​ວ້າທີ່ສຳຄັນ ແລະ ຂຽນເປັນ​ພາ​ສາອັງ​ກິດ ຂອງ​ສະ​ຖາ​ບັນ​ກາ​ນ​ສຶກ​ສາ​ຊັ້ນ​ສູງ.​

ດ​ຣ. Yang ອະ​ດີດ​ເຈົ້າ​ໜ້າ​ທີ່​ສັງ​ຄົມ​ສົງ​ເຄ​າະ ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ໃນ​ຫລາຍໆ​ໂຄງ​ການ
ແລະ​ມີ​ຄວາມ​ຮັບ​ຜີດ​ຊອບ​ຫລາຍໆ​ຢ່າງ ຮວມ​ທັງ​ຄວາມ​ຢູ່​ດີ​ເປັນ​ສຸກ​ຂອງ​ເດັກ​ນ້ອຍ ບໍ​ລິ​
ການ​ແກ່ພວກຄອ​ບ​ຄົວ ຫ​ລຸດ​ຜ່​ອນ​ຄວາມ​ທຸກ​ຈົນ ປິ່ນ​ປົວ​ພວກທີ່ຕິດສຸລາແລະ​ຢາ​ເສບ​ຕິດ ແລະ ​ໂຣກ​ຈິດ.

ດຣ​. Yang ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ມົ້ງ ເກີ​ດ​ທີ່​ແຂວງ​ໄຊ​ຍະ​ບູ​ລີ ທ່ານ​ມາ​ຈາກ​ຄອບ​ຄົວ​
ໃຫຍ່ ພໍ່​ແມ່​ບໍ່​ສາ​ມາດ​ອ່ານ​ ແລະ​ຂຽນໄດ້ ແຕ່​ວ່າ ດຣ. Yang ເປັນ​ໜຸ່ມ​ນ້ອຍ ທີ່​ສະ​ແຫວງ
​ຫາ​ການ​ສຶກ​ສາ​ ຢາກ​ຮູ້​ຢາກ​ເຫັນມາ​ແຕ່​ເກີດ ເວລາ ດຣ. Yang ອາຍຸໄດ້ 21 ປີ ທ່ານ​ໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານໃນປີ 1976 ຢູ່ນະຄອນ New Orleans ລັດ Louisiana ສະຫະລັດ ອາເມຣິກາ ຕັ້ງຢູ່ພາກໃຕ້ຂອງ ສະຫະລັດ ບ່ອນທ່ອງທ່ຽວທີ່ມີຊື່ສຽງ ທ່ານໄດ້ ກ່າວເຖິງຄວາມສູ້ທົນ ກັບການຮຽນພາສາອັງກິດ ວັດທະນະທຳແລະສິ່ງແວດລ້ອໃໝ່ດັ່ງນີ້ :

ອ້າຍຈົວນ້ອຍ Kou Yang ທີ່ວັດ ສຣີສະຫວ່າງວົງ (1970)

Your browser doesn’t support HTML5

ເຊິນຟັງການສຳພາດ ດຣ. Kou Yang 1

ເວ​ລາ​ ດຣ. Yang ​ອາ​ຍຸໄດ້ 21 ປີ ທ່ານໄດ້​ເດີນ​ທາງ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ໃນ​ປີ 1976 ​ຢູ່
ນະ​ຄອນ New Orleans ລັດ Louisiana ສະ​ຫະ​ລັດ ຕັ້ງ​ຢູ່​ພາກ​ໃຕ້​ຂອງ ສະ​ຫະ​ລັດ ອາ
​ເມ​ຣິ​ກາ ບ່ອນ​ທ່ອງທ່ຽວ​ທີ່​ມີ​ຊື່​ສຽງ ທ່ານ​ໄດ້​ກ່າວ​ເຖິງ​ຄວາມ​ສູ້​ທົນກັບ ການ​ຮຽນ​ພ​າ​ສາ​ອັງ​ກິດ ວັດ​ທະ​ນາ​ທຳ ແລະ​ສິ່ງ​ແວດ​ລ້ອ​ມໃໝ່ດັ່ງ​ນີ້ :

ທິດໝັ້ນ ແລະລູກຊາຍ ພ້ອມດ້ວຍ ທ່ານ Kou Yang ທີ່ແຂວງ ໄຊຍະບູລີ (1973)

Your browser doesn’t support HTML5

ເຊີນຟັງການສຳພາດ ດຣ. Kou Yang 2

ຫລັງ​ຈາກ​ໄດ້​ໃຊ້​ຊີ​ວິດ​ຢູ່ນະ​ຄອນ New Orleans ເປັນ​ເວ​ລາ​ປີກວ່າແລ້ວ ດຣ Yang
ກໍໄດ້​ຍ້າຍ​ໄປ​ຢູ່ ​ນະ​ຄອນ Los Angeles ​ທາງ​ພາກ​ຕາ​ເວັນ​ຕົກ​ ແຄມມະ​ຫາ​ສະ​ມຸດ​ປາ​ຊິ
​ຟິກ ບ່ອນ​ທີ່​ມີ​ປະ​ຊາ​ກອນ​ອົບ​ພະ​ຍົບ​ອິນ​ດູ​ຈີນ ໄດ້​ເລີ້ມ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢ່າງ​ຫລ​ວງ​
ຫລາຍ ເວ​ລາ​ນັ້ນ ດ​ຣ. Yang ໄດ້ມີ​ໂອ​ກາດ​ຮັບ​ໃຊ້ ໂຄງການ​ຕັ້ງ​ຖິ່​ນຖານຊາວ​ອົບ​ພະ​
ຍົບ ພ້​ອ​ມ​ທັງ​ບຸກ​ບືນສະ​ແຫວງ​ຫາ​ການ​ສຶກ​ສາ​ຂັ້ນ​ສູງ ​ທ່ານ​ໄດ້​ກ່າວ​ເຖິງ​ຊີ​ວິດ​ບັ້​ນ​ນີ້​ວ່າ :

ດຣ. Kou Yang ອະດີດ ນັກສຶກສາອົບຮົມຄູ ຫລວງພະບາງ (1975)

Your browser doesn’t support HTML5

ເຊິນຟັງການສຳພາດ ດຣ. Kou Yang 3

ປະ​ເທດ​ສະ​ຫະ​ລັດ ອາ​ເມ​ຣິ​ກາ ເປີດ​ໂອ​ກາດ​ການ​ສຶ​ກ​ສາ​ໃຫ້​ແກ່ທຸກໆ​ຄົນ ​ໂດຍບໍ່ມີການລຳ​
ອຽງ​ທາງ​ເຊື້ອ​ຊາດ ຜິວ​ພັນ ສາ​ສະ​ໜາ ແລະພື້ນ​ຖານ​ຄວາມ​ເປັນ​ມາ​ ພ້ອມ​ທັງມີ​ທຶນ​ສຶກ​ສາ​
ໃຫ້ຮຽນ​ແກ່​ຜູ້​ທີ່ ຢູ່ໃນ​ກໍ​ລະ​ນີເໝາະ​ສົມ. ​ຄົນສ່ວນຫລາຍ​ຢູ່​ໃນ ສະ​ຫະ​ລັດ ຈະພາ​ກັນ​ທຳ​ມາ
​ຫາ​ກິນ​ເຕັມ​ເວ​ລາແປດ​ຊົ່ວ​ໂມງ ​ແລະບໍ່​ມີໂອກາດ​ໄປ​ຮໍ່າຮຽນ​ເພີ້​ມ​ເຕີມ. ​ເພາະສະ​ນັ້ນ
ຫລາຍໆ​ຄົນ ຜູ້​ມີມານະ​ອົດທົນ ຈຶ່ງ​ໄດ້ພາ​ກັນເຂົ້າ​ໂຮງ​ຮຽນໃນ​ຕອນ​ຄ່ຳ​ ຮຽນ​ບໍ່​ເຕັມ​ເວ​ລາ
ຈະ​ຕ້ອງ​ໃຊ້​ເວ​ລາການ​ຮຽນ​ນານ​ກ​ວ່າ​ທຳ​ມະ​ດາ. ​ຄວາມ​ອົດທົນ​ດັ່ງ​ກ່າວ​ນີ້ ສະ​ແດງ​ໃຫ້​ເຫັນ
​ເຖິງ ສະມັດ​ຕະ​ພາບ​ດ້ານ​ຮ່າງ​ກາຍ ແລະມັນ​ສະ​ໝອງ ທີຈະນຳ​ມາ​ສູ່​ຜົນ​ສຳ​ເລັດ. ດ​ຣ.
Yang ກ່າວວ່າໃນ​ຕອນ​ທີ່​ທ່ານ​ບຶກບື​ນນຳ​ການ​ຮຽນ​ຢູ່​ນັ້ນ ພັນ​ລະ​ຍາ​ຂອງທ່ານເຄີ​ຍ​ໄດ້
ເວົ້າໃຫ້​ວ່າ ​ເປັນຜູ້​ເຮັດ​ວຽກ​ເຕັມ​ເວລາ ​ເປັນ​ນັກຮຽນ​ເຕັມ​ເວລາ ແຕ່ເປັນ​ພໍ່ບໍ່​ເຕັມ​ເວລາ​ແລະ​ເປັນ​ສາມີບໍ່​ເຕັມ​ເວລາ ກ່ຽວກັບຄວາມ​ບາກ​ບັ່ນ ແລະ​ໃນຄວາມ​ເຂົ້າ​ໃຈ​ຂອງ​ພັນ​ລະ​ຍາ​ດ​ຣ. Yang ​ເວົ້າໃນ​ຕອນ​ນີ້​ວ່າ:

ດຣ. Kou Yang, Yang Pdiede, Shen Hong ທີ່ກອງປະຊຸມຄົ້ນຄວ້າ ຊາວເຜົ່າ ທີຄຸນໝິງ ປະເທດຈິນ (2009)

Your browser doesn’t support HTML5

ເຊິນຟັງການສຳພາດ ດຣ. Kou Yang 4

ດຣ. Kou Yang ຫາ​ກໍ່​ອອກ​ກິນ​ເບ້​ຍບໍານານ​ມາ​ໄດ້ ປີ​ເຄິ່ງ​ ​ແຕ່​ກໍຍັງ​ບໍ່ລົດ​ລະ​ນຳ​ການ​ຂີດ
​ຂຽນ ຄົ້ນ​ຄວ້າ ກ່ຽວ​ກັບ​ວັດທະນາ​ທຳ ​ແລະ​ຄວາມ​ເປັນ​ມາ​ຂອງ​ລາ​ວ. ທ່ານ ໄດ້​ກ່າວ​ເຖິງ
ຊີວິດບັ້ນນີ້ວ່າ :

map

Your browser doesn’t support HTML5

ເຊິນຟັງການສຳພາດ ດຣ. Kou Yang 5

ໂອກາດ​ໜ້າ ​ເຮົາ​ຈະ​ນຳ​ເອົາ​ປະຫວັດ​ຄວາ​ມ​ເປັນ​ມາ​ຂອງ ​ແຂວງ​
ໄຊ​ຍະ​ບູລີ ​ແລະ​ຮີດຄອງ​ປະ​ເພນີ ທີ່​ຄົ້ນ​ຄວ້າ​ໂດຍ ດຣ. Kou
Yang ມາ​ເຫລົ່າ​ສູ່ ທ່ານ​ຟັງ.