ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງ ວັນພະຫັດມື້
ນີ້ ເຮົາຈະນຳເອົາການສຳພາດກັບ ບັນດາພະພິກຂຸສົງ ທີ່ໄດ້ເດີນທາງໄປຮ່ວມພິທີສົມ
ໂພດພະພຸດທະຮູບໃຫຍ່ຢູ່ວັດລາວຣັດຕະນະຣັງສີຍາຣາມ ແກ້ວສະຫວ່າງ ທີ່ເມືອງ
ໂປຊາດາສ ແຂວງມິຊິໂອເນສ ປະເທດອາເຈັນຕີນາ ໃນອາທິດທີ່ຜ່ານມາ ຊຶ່ງ
ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ພິທີສົມໂພດພະພຸດທະຮູບໃຫຍ່ຂອງປະຊາຄົມລາວ ທີ່ປະເທດອາເຈັນຕີນາ
ບ່ອນໃດມີສັງຄົມລາວ ບ່ອນນັ້ນກໍມີການສ້າງວັດວາອາຮາມ ເພື່ອເປັນບ່ອນສັກກາ
ລະບູຊາ ແລະເປັນສູນກາງເຕົ້າໂຮມ ສັງຄົມຊາວພຸດລາວ ໂດຍສະເພາະຢ່າງຍິ່ງຢູ່
ທີ່ “ວັດລາວຣັດຕະນະລັງສີຍາຣາມ ແກ້ວສະຫວ່າງ” ທີ່ເມືອງໂປຊາດາສ ແຂວງມິຊິ
ໂອເນສ ປະເທດອາເຈັນນີນາ. ໃນທ້າຍຊຸມປີ 1970 ນັ້ນ ໄດ້ເລີ້ມມີອົບພະຍົບລາວ
ເຂົ້າໄປຕັ້ງຖິ່ນຖານຢູ່ດິນແດນແຫ່ງນີ້ ແລະພາຍລຸນຕໍ່ມາກໍໄດ້ມີການສ້າງພະພຸດທະ
ຮູບໃຫຍ່ ເພື່ອເປັນສັນຍາລັກຂອງພະພຸດທະສາສະໜາແລະການສະຫຼອງບຸນປະຈຳ
ປີ ຊຶ່ງພະອາຈານສົມສັກ ອິນທະວິໄລ ຮອງເຈົ້າອາວາດວັດ ໄດ້ກ່າວສູ່ວີໂອເອ ຟັງດັ່ງນີ້ :
ອາຈານສົມສັກ ອິນທະວິໄລ
Your browser doesn’t support HTML5
ເຊີນຟັງການສຳພາດ ອາຈານສົມສັກ ອິນທະວິໄລ
ການສ້າງພະພຸດທະຮູບ ເປັນໂຄງການອັນສັກສິດ ທີ່ໄດ້ເລີ້ມມາ ແຕ່ປີ 2012 ໂດຍມີ
ພະພິກຂຸສົງອົງນຶ່ງຈາກປະເທດບັງກລາແດັສທີ່ໄດ້ມາພັກເຊົາຢູ່ທີ່ນີ້ຢາກ ສ້າງພະພຸດ
ທະຮູບໄວ້ເພື່ອເປັນທີ່ລະລຶກ ໃຫ້ແກ່ແມ່ຂອງເພີ່ນ ພ້ອມເປັນບ່ອນສັກກາລະບູຊາສຳ
ລັບບັນດາຊາວພຸດລາວທີ່ໄດ້ມາຕັ້ງຖິ່ນຖານຢູ່ຂົງເຂດແຫ່ງນີ້ ຊຶ່ງພະອາຈາກສົມສັກ
ໄດ້ເລົ່າຄວາມເປັນມາສູ່ຟັງວ່າ:
ບັນດາພະພິກຂຸສົງທີ່ເຂົ້າຮ່ວມ
Your browser doesn’t support HTML5
ເຊີນຟັງການສຳພາດ ອາຈານສົມສັກ ອິນທະວິໄລ
ອີງຕາມຮີດຄອງປະເພນີການສ້າງພະພຸດທະຮູບໃຫຍ່ ເພື່ອໃຫ້ເປັນທີ່ສັກສິດນັ້ນ ຢູ່
ຂ້າງໃນພະພຸດທະຮູບນັ້ນ ຈະມີເຄື່ອງຄ້ຳຂອງຄູນຕ່າງໆ ທີ່ຕ້ອງໄດ້ຝັງເອົາໄວ້. ຢູ່ໃນ
ພິທີສົມໂພດອັນສັກສິດດັ່ງກ່າວນີ້ ກໍໄດ້ມີບັນດາພະພິກຂຸສົງລາວ ຖືກນິມົນຫຼາຍອົງ
ມາຈາກປະເທດລາວ ແລະສະຫະລັດອາເມຣິກາໃຫ້ມາຮ່ວມ. ນອກນັ້ນກໍມີບັນດາ
ອອກຕົນຍາດໂຍມ ແລະພວກເຈົ້າໜ້າທີ່ລັດຖະບານທ້ອງຖິ່ນຂອງປະເທດອາເຈັນ
ຈີນນາ ໄດ້ຖືກເຊີນເຂົ້າຮ່ວມພິທີ ດັ່ງທີ່ອາຈານສົມສັກ ອະທິບາຍກ່ຽວກັບການສ້າງ
ພະພຸດທະຮູບ ແລະພິທີສົມໂພດຕໍ່ໄປວ່າ:
ບັນດາແຂກຜູ້ມີກຽດ ທີ່ຖືກເຊີນມາຮ່ວມ
Your browser doesn’t support HTML5
ເຊີນຟັງການສຳພາດ ອາຈານສົມສັກ ອິນທະວິໄລ
ເດີນທາງມາຈາກ ສປປ ລາວ ໄດ້ແກ່ພະອາຈານທອງຫັນ ຕິດຕາມອີກສອງອົງໃຊ້ເວ
ລານັ່ງເຮືອບິນ 30 ກວ່າຊົ່ວໂມງ ມາຈາກວັດບ້ານວັງມົນ ເມືອງໂພນໂຮງ ແຂວງວຽງ
ຈັນ ເຂົ້າຮ່ວມໃນພິທີສູດມົນສົມໂພດ ຊຶ່ງພະອາຈານໄດ້ກ່າວເຖິງຄວາມຮູ້ສຶກສູ່ ວີໂອ
ເອ ຟັງວ່າ:
ພິທີໄຫວ້ພະຮັບສິນ
Your browser doesn’t support HTML5
ເຊີນຟັງການສຳພາດ ອາຈານທອງຫັນ
ເດີນທາງຈາກສະຫະລັດອາເມຣິກາ ມີພະພິຂຸກສົງເກົ້າອົງຈາກ ລັດຢູທາ ແຄນ ຊັສ
ເທັກຊັສ ເວີຈີເນຍ ຄອນເນັກຕິກັດ ແລະ ແມັສຊາຈູແຊັດສ໌. ພະອາຈານບົວແກ້ວ
ແສງສຸຣິຍາ ທີ່ໄດ້ນຳພາຄະນະມາຈາກເມືອງແວັສຝອດ (Westford) ລັດແມັສຊາຈູ
ແຊັດສ໌ ໄດ້ກ່າວເຖິງພິທີການສູ່ຟັງດັ່ງນີ້:
ວັດລາວຣັດຕະນະຣັງສີຍາຣາມ ແກ້ວສະຫວ່າງ ທີ່ເມືອງ ໂປຊາດາສ ແຂວງມິຊິໂອເນສ ປະເທດອາເຈນຕີນາ
Your browser doesn’t support HTML5
ເຊີນຟັງການສຳພາດ ອາຈານບົວແກ້ວ ແສງສຸລິຍາ
ພິທີສົມໂພດພະພຸດທະຮູບໃຫຍ່ ໄດ້ສິ້ນສຸລົງຢ່າງຄຶກຄື້ນ ແລະເປັນທີ່ພໍໃຈ ຊຶ່ງ ໄດ້ເ
ລີ້ມແຕ່ວັນພະຫັດທີ 20 ຫາວັນອາທິດ ວັນທີ 23 ກຸມພາທີ່ຜ່ານມາ ໂດຍມີບັນດາ
ພະພິກຂຸສົງຫຼາຍສິບອົງ ໄດ້ເດີນທາງມາຮ່ວມພົບພໍ້ກັນແບບບໍ່ເຄີຍມີມາກ່ອນ.