ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວ ມື້ນີ້ ເຮົາຈະນຳ
ເອົາການສຳພາດກັບ ພະນະທ່ານ ເອກອັກຄະລັດຖະທູດ ແສງ
ສຸຂະທິວົງ ທ່ານນາງ ສົມດີ ສຸຂະທິວົງ ແລະພະນະທ່ານ ດຣ.
ຂຽນ ພັນສຸຣິວົງ ເອກອັກຄະລັດຖະທູດ ແລະຜູ້ຕາງໜ້າ ສປປ
ລາວ ປະຈຳອົງການສະຫະປະຊາຊາດ ເນື່ອງໃນໂອກາດ
ສະຫລອງບຸນປີໃໝ່ລາວ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ ແລະ
ກິນລ້ຽງສັ່ງລາ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ ທີ່ຈະພົ້ນຈາກໜ້າທີ່ການໃນວັນທີ 18ເດືອນພຶດສະພານີ້. ກິ່ງສະຫວັນຈະນຳເລື້ອງນີ້ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງ ລາຍການບຸນປີໃໝ່ ແລະການສັ່ງລາ ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ
ບັນດາເດັກນ້ອຍ ລູກຫລານລາວ ໜ້າຮັກ ທີ່ເຂົ້າຮ່ວມສະແດງຟ້ອນ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ເມື່ອວັນເສົາຜ່ານມານີ້ ໄດ້ມີງານ
ສະຫລອງບຸນປີໃໝ່ລາວ ພ.ສ 2558 ຢູ່ ສະຖານທູດ ສປປ ລາວ
ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ. ຊຶ່ງປະເພນີດັ່ງກ່າວນີ້ໄດ້ປະຕິ
ບັດກັນມາໃນແຕ່ລະປີ ໂດຍການເປັນເຈົ້າພາບຮວມກັບ ຜູ້ຕາງ
ໜ້າຖາວອນຂອງ ສປປ ລາວ ປະຈຳອົງການສະຫະປະຊາຊາດ
ຄື ພະນະທ່ານ ດຣ. ຂຽນ ພັນສຸຣິວົງ ແລະໃນໂອກາດດຽວກັນນີ້
ກໍເປັນການກິນລ້ຽງສັ່ງລາ ພະນະທ່ານ ເອກອັກຄະລັດຖະທູດ
ແສງ ສຸຂະທິວົງ ທີ່ຈະພົ້ນຈາກໜ້າທີ່ການໃນວັນທີ 18 ເດືອນພຶດສະພານີ້.
ບັນດາສະມາຊິກ ສະມາຄົມຍິງລາວ ຈາກນະຄອນ Montreal, ປະເທດການາດາ
ພາຍໃຕ້ດິນຟ້າອາກາດອັນແຈ່ມໃສ ຂອງວັນເສົາທີ່ 2 ພຶດສະພາ
ທີ່ຜ່ານມາ ບັນດາສະມາຊິກ ປະຊາຄົມລາວ-ອາເມຣິກັນ ຈາກໃກ້
ແລະໄກ ໄດ້ພາກັນເດີນທາງມາເຕົ້າໂຮມກັນຢ່າງໜາແໜ້ນ ທີ່
ສະຖານທູດ ສປປ ລາວ ເພື່ອສະຫລອງບຸນປີໃໝ່ລາວ ແລະຖື
ໂອກາດສັ່ງລາ ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິ
ວົງ ພ້ອມດ້ວຍຄອບຄົວ ຫລັງຈາກໄດ້ມາ ປະຕິບັດໜ້າທີ່ຕາງໜ້າ
ລັດຖະບານ ສປປ ລາວ ເປັນເວລາ 14 ປີ ທີ່ນະຄອນຫລວງ ວໍຊິງ
ຕັນ ດີ.ຊີ. ພິທີໄດ້ເລີ້ມຂື້ນໃນເວລາ 3:30 ຕອນບ່າຍ ພະນະທ່ານ
ເອກອັກຄະລັດຖະທູດ ແສງ ສຸຂະທິວົງ ແລະພະນະທ່ານ ດຣ.
ຂຽນ ພັນສຸຣິວົງ ຜູ້ຕາງໜ້າຖາວອນ ສປປ ລາວ ປະຈຳອົງການ
ສະຫະປະຊາຊາດ ໄດ້ສັບປ່ຽນກັນກ່າວເປີດພິທີ ໂດຍລາຍງານ
ເຖິງວຽກການ ຄວາມຄືບໜ້າການປະສານງານລະຫວ່າງ ລັດຖະ
ບານສະຫະລັດ ແລະ ສປປ ລາວ ໃມປີທີ່ຜ່ານມາ.ນອກນັ້ນ ບັນ
ດາແຂກທີ່ເຂົ້າຮວມໄດ້ມີໂອກາດໄດ້ສັກຖາມເຖິງຂໍ້ສົນໃຈຕ່າງໆ.
ເນຶ່ອງຈາກວ່າ ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ
ຈະພົ້ນໜ້າທີ່ໄປໃນບໍ່ຊ້ານີ້ ແລະທ່ານເປັນນັກການທູດລາວທີ່ໄດ້ມາຮັບໜ້າທີ່ ຢູ່ໃນ ສະຫະ
ລັດ ສາມຄັ້ງດ້ວຍກັນເປັນເວລາເຖິງ 14 ປີ ເພາະສະນັ້ນ ເຮົາມາຮຽນຮູ້ກ່ຽວກັບເບື້ອງຫລັງ
ຂອງທ່ານ ຈັກໜ້ອຍນຶ່ງ. ທ່ານເປັນລູກບ້ານຫລານເມືອງຫລວງພະບາງ ສຳເລັດການສຶກ
ສາ Baccalaureate ຝ່າຍເສດຖະກິດ ແລະສັງຄົມວິທະຍາ ຈາກມັດທະຍົມຫລວງພະບາງ. ສຳເລັດປະລິນຍາໂທ ຝ່າຍພາສາອັງກິດ ແລະຣັດເຊຍ ຈາກມົສກູ. ໄດ້ຮັບການອົບ
ຮົມສືກສາ ດ້ານຄວາມປອດໄພເອເຊຍປາຊິຟິກ ທີ່ນະຄອນໂຮໂນລູລູ ລັດຮາວາຍ ແລະໄດ້ຮັບປະກາດສະນິຍະບັດ ຝ່າຍການເມືອງ ແລະການປົກຄອງ.
ທ່ານແສງ ສຸຂະທິວົງ ໄດ້ເລີ້ມເຂົ້າຮັບໃຊ້ ລັດຖະບານ ສປປ ລາວ ແລະຮັບຜິດຊອບຢູ່ໃນ
ຫລາຍໆໜ້າທີ່. ນັບແຕ່ປີ 1993 ທ່ານໄດ້ເລີ້ມເຂົ້າມາປະຕິບັດໜ້າທີ່ເປັນ ເລຂາທິການ
ເອກ ຢູ່ສະຖານທູດ ສປປ ລາວ ທີ່ ນະຄອນຫລວງ ວໍຊິງຕັນ ແລະໄດ້ເລື່ອນໜ້າທີ່ຂື້ນມາ
ເປັນລຳດັບ ຈົນຕົກມາເຖິງປີ 2010 ທ່ານໄດ້ຖືກມອບໝາຍໜ້າທີ່ເປັນ ເອກອັກຄະລັດ
ຖະທູດ ຜູ້ມີອຳນາດເຕັມຈົນເຖິງເທົ້າປັດຈຸບັນ. ຢູ່ໃນພິທີອັນສະຫງ່າງາມ ແລະຍີ້ມແຍ້ມ
ແຈ່ມໃສດັ່ງກ່າວນີ້ ວີໂອເອ ໄດ້ສຳພາດ ພະນະທ່ານ ເອກອັກຄະລັດຖະທູດແສງ ສຸຂະ
ທິວົງ ພ້ອມດ້ວຍພັນລະຍາ ທ່ານນາງ ສົມດີ ສຸຂະທິວົງ ທີ່ໄດ້ກ່າວ ຕໍ່ ວີໂອເອ ດັ່ງນີ້:
ພະນະທ່ານ ເອກອັກຄະລັດຖະທູດ ແສງ ແລະພັນລະຍາ ທ່ານນາງ ສົມດີ ສຸຂະທິວົງ
Your browser doesn’t support HTML5
ເຊິນຟັງ ການສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ
ທ່ານນາງ ສົມດີ ສຸຂະທິວົງ ພັນລະຍາທ່ານເອກອັກຄະລັດຖະທູດ ໄດ້ວາງບົດບາດອັນສຳຄັນຢູ່ໃນວົງການປະຊາຄົມການທູດ ຄື ເປັນປະທານ ປະຊາຄົມກຸ່ມປະເທດອາຊຽນ ຊຶ່ງທ່ານນາງສົມດີ ໄດ້ກ່າວເຖິງຈຸດສຳຄັນດັ່ງນີ້ :
ທ່ານນາງ ສົມດີ ແລະພະນະທ່ານ ເອກອັກຄະລັດທະທູດ ແສງ ສຸຂະທິວົງ
Your browser doesn’t support HTML5
ເຊີນຟັງ ທ່ານນາງ ສົມດີ ສຸຂະທິວົງ
ພາຍໃຕ້ດິນຟ້າອາກາດອັນແຈ່ມໃສຂອງມື້ນັ້ນ ເດີ່ນຫຍ້າຫລັງ ສະຖານທູດ ສປປ ລາວ ໄດ້ກາຍມາເປັນເວທີ່ສັງສັນ ມີຜາມອາຫານ ຜາມ ເຄຶ່ອງດື່ມ ໂຕະໝາກໄມ້ ເຕັມໄປດ້ວຍແຂກຕ່າງປະເທດ ແລະຍາດຕິພີ່ນ້ອງເຊື້ອສາຍລາວ ເວົ້າພາສາລາວ ຖາມຂ່າວຄາວກັນຢ່າງມ່ວນຊື່ນ. ນອກນັ້ນກໍມີສະແດງການສິນລະປະການຟ້ອນພື້ນເມືອງລາວຕ່າງໆ ໂດຍສະເພາະ ສະມາຄົມສະຕີລາວ ຈາກນະຄອນ Montreal ທີ່ໄດ້ນຳຄະນະມາ 44 ຄົນ.
ບຸກຄົນສຳຄັນອີກທ່ານນຶ່ງ ທີ່ເປັນເຈົ້າພາບຮວມນັ້ນກໍຄື ພະນະທ່ານ ດຣ. ຂຽນ ພັນສຸຣິວົງ ຜູ້ຕາງໜ້າຖາວອນ ສປປ ລາວ ປະຈຳອົງການ ສະຫະປະຊາຊາດ ພ້ອມດ້ວຍຄະນະ ໄດ້
ເດີນທາງມາຈາກ ນະຄອນນິວຢອກ ທ່ານໄດ້ກ່າວຕໍ່ ວີໂອເອ ວ່າ :
ພະນະທ່ານ ເອກອັກຄະລັດຖະທູດ ດຣ. ຂຽນ ແລະພັນລະຍາ ທ່ານນາງ ໄພຈິດ ພັນສຸຣິວົງ
Your browser doesn’t support HTML5
ເຊີນຟັງການສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ດຣ. ຂຽນ ພັນສຸຣິວົງ
ດາຣານັກຮ້ອງ ພອນ ພູມີທອນ ແລະ ວິໄລຈັນ ສະເວຊວົງ
ງານກິນລ້ຽງສະຫລອງບຸນປີໃໝ່ ແລະລ້ຽງສົ່ງ ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ດຳເນີນໄປຕະຫລອດຄືນ ຊຶ່ງບັນດາແຂກທຸກຄົນໄດ້ຮັບຄວາມມ່ວນຊື່ນລື້ນເລິງເປັນພິເສດ.
ເບິ່ງວີດີໂອການສະແດງຟ້ອນຕອນໜຶ່ງ ຂອງສາວນ້ອຍຈາກລັດນິວຢອກ:
Your browser doesn’t support HTML5
Girls performance at Embassy Lao New Year
ເບິ່ງວີດີໂອການສະແດງຟ້ອນຕອນໜຶ່ງ ຂອງສາວໃຫຍ່ຈາກນະຄອນ Montreal ປະເທດການາດາ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຢ່າງຫລວງຫລາຍຈາກຜູ້ຊົມ:
Your browser doesn’t support HTML5
New Year performance at Lao Embassy in Washington