ໃນລາຍການການສຶກສາຂອງວີໂອເອສຳລັບແລງມື້ນີ້ ພວກເຮົາຈະນຳເອົາບົດຄວາມກ່ຽວກັບການປັບຕົວຂອງນັກສຶກສາຕ່າງປະເທດ ເຂົ້າກັບສະພາບແວດລ້ອມຂອງການຮຽນ ໃນມະຫາວິທະຍາໄລຂອງສະຫະລັດ. ບົວສະຫວັນມີລາຍງານເລື້ອງນີ້ ທີ່ອີງໃສ່ບົດຂຽນຂອງ Andrew Smith ທີ່ຂຽນຢູ່ໃນລາຍການຮຽນພາສາອັງກິດຂອງວີໂອເອ ແລະການສຳພາດຂອງນັກສຶກສາລາວ ທີ່ກຳລັງຮຽນ ຫລືເຄີຍຮຽນຢູ່ໃນສະຫະລັດ ຊຶ່ງມື້ນີ້ພວກເຮົາຈະນຳເອົາພາກທີ 2 ຂອງຫົວຂໍ້ນີ້ ທີ່ເວົ້າເຖິງກະກຽມຂອງນັກສຶກສາກ່ອນຈະມາຮຽນຢູ່ໃນປະເທດນີ້. ຂໍເຊີນທ່ານຮັບຟັງໄດ້ໃນອັນດັບຕໍ່ໄປ:
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບການປັບຕົວຂອງນັກສຶກສາຕ່າງປະເທດໃນ ສຫລ.mp3
“ຖ້າເຈົ້າພາດພັ້ງໃນການວາງແຜນກ່ອນຈະເຮັດອັນໃດ ກໍໝາຍຄວາມວ່າ ເຈົ້າມີແຜນທີ່ຈະພາດພັ້ງຢູ່ແລ້ວ” ຊຶ່ງພາສາອັງກິດເວົ້າວ່າ “If You Fail to Plan, You are Planning to Fail” ນັ້ນຄືຄຳເວົ້າທີ່ເປັນຄະຕິປະຈຳໃຈ ທີ່ຝາກໄວ້ໃຫ້ຄົນຄິດຂອງທ່ານເບັນຈາມິນ ແຟຣັງຄລິນ ທີ່ເປັນຜູ້ນຶ່ງໃນຈຳນວນບິດາກໍ່ຕັ້ງປະເທດຂອງສະຫະລັດ. ເຊັ່ນດຽວກັນ ກ່ອນຈະໄປຮຽນຢູ່ຕ່າງປະເທດໂດຍສະເພາະໃນບ່ອນທີ່ມີພາສາ ແລະວັດທະນະທຳທີ່ແຕກຕ່າງກັນຫລາຍກັບປະເທດຕົນ ນັ້ນ ນັກສຶກສາຍິ່ງຕ້ອງໄດ້ກຽມພ້ອມໃນຫລາຍໆດ້ານກວ່າການ ໄປຮຽນຢູ່ພາຍໃນ ຫລືໄປຮຽນຢູ່ປະເທດຕັ້ງຢູ່ຂົງເຂດທີ່ມີວັດທະນະທຳຄ້າຍໆກັນກັບວັດທະນະທຳທົ່ວໄປຂອງປະເທດຕົນອີກ.
ບັນດາຄູສອນໂຮງຮຽນມັດທະຍົມຈາກທົ່ວໂລກ ທີ່ໄດ້ຮັບທຶນ ຈາກໂຄງການຟູໄບຣຕ໌ ທີອີເອ ຊຶ່ງອາຈານິພອນ ຢ່າ ເປັນນຶ່ງໃນນັນ. (ແຖວໜ້າຈາກຊ້າຍ ຜູ້ທີສອງ)
ເຊັ່ນດຽວກັນ ທ່ານຈັນທະເນດ ພະໄກສອນທີ່ເຄີຍຮຽນໃນມະຫາວິທະຍາໄລແບຣນດາຍສ໌, ລັດແມສຊາຈູແຊສ ໃຫ້ຄຳເຫັນວ່າ ເພື່ອຈະສາມາດປະກອບສ່ວນໃນການສົນທະນາຢ່າງມີປະສິດທິຜົນໃນຫ້ອງຮຽນຂອງມະຫາວິທະຍາໄລອາເມຣິກັນໄດ້ນັ້ນ ນັກສຶກສາຕ່າງປະເທດບໍ່ພຽງແຕ່ກຽມເທັກນິກໃນການເວົ້າ ແຕ່ຍັງຕ້ອງກຽມຄວາມຄິດຈິດໃຈໃຫ້ພ້ອມທີ່ຈະສື່ສານທີ່ມີລັກສະນະສອງທາງໄດ້. ສະນັ້ນ. ໂດຍອີງໃສ່ປະສົບການຂອງຕົວເອງທີ່ບໍ່ຄ່ອຍກ້າອອກຄວາມຄິດຄວາມເຫັນ ປານໃດຢູ່ໃນຫ້ອງຮຽນໃນໄລຍະໄຕມາດທຳອິດຂອງການຮຽນຂອງຕົນນັ້ນ ທ່ານໃຫ້ຄຳແນະນຳແກ່ນັກສຶກສາລາວຜູ້ສົນໃຈມາຮຽນໃນອາເມຣິກາຄືດັ່ງນີ້:
Your browser doesn’t support HTML5
ຈັນທະເນດເວົ້າຂໍ້ແນະນຳ 1
ທ່ານຈັນທະເນດ ພະໄກສອນຊຶ່ງເປັນຜູ້ນຶ່ງໃນ 7 ຄົນຈາກລາວ ໄດ້ຮັບທຶນຟູນໄບຣ ມາຮຽນຕໍ່ໃນ ສະຫະລັດ (2006-2008) ໄດ້ປະກາດສະນີຍະບັດປະລິນຍາໂທ ໃນປີ 2008
ໃນການກະກຽມຈິດໃຈໃຫ້ມີຄວາມກ້າຫານໃນການປາກ ການເວົ້ານັ້ນ ທ່ານຈັນທະເນດບອກວ່າ ຕ້ອງປ່ຽນຄວາມຄິດພື້ນຖານບາງຢ່າງກ່ຽວກັບຕົນເອງໃນຖານະເປັນນັກຮຽນທີ່ຕ້ອງຢຳເກງຄູ ຫລື ເພື່ອນຮ່ວມຫ້ອງຮຽນທີ່ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄວ້ກວ່າຕົນ ຊຶ່ງທ່ານມີຄຳແນະນຳໃຫ້ອີກວ່າ:
Your browser doesn’t support HTML5
ຈັນທະເນດຂໍ້ແນະນຳ 2
ນາງວຽງສະຫວັນ ໄຊຈະເລີນ ຖ່າຍຮູບກັບເພື່ອນນັກສຶກສາທີ່ໄດ້ຮັບທຶນນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນຟູລໄບຣເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ເປັນເວລາສອງປີ.
ຄວາມສາມາດປະກອບຄຳຄິດເຫັນຢ່າງມີປະສິດທິຜົນ ຢູ່ໃນຫ້ອງຮຽນທີ່ກ່າວມາຂ້າງເທິງນັ້ນ ແມ່ນມີຄວາມສຳຄັນຫລາຍ ເພາະຫລາຍໆ ວິຊາມັນກວມເອົາ ຫລາຍເຖິງປະມານ 20 ເປີເຊັນ ຂອງຄະແນນທັງໝົດຂອງນັກສຶກສາ, ຕາມຄວາມຄິດເຫັນຂອງທ່ານຈັນທະເນດ. ສະນັ້ນນັກສຶກສາລາວກໍຄືນັກສຶກສາຕ່າງປະເທດຕ້ອງໄດ້ຝຶກຝົນຕົນເອງໃຫ້ເອົາຊະນະຄວາມເກງກົວ ແລະອາຍໄດ້.
ນັກສຶກສາຕ່າງປະເທດຄົ້ນຄວ້າບົດຮຽນຮ່ວມກັນຫລັງຈາກການຮຽນຢູ່ໃນຫ້ອງຮຽນ
ນອກນັ້ນແລ້ວ ເພື່ອໃຫ້ເຂົ້າໃຈການສົນທະນາຢູ່ໃນສະພາບແວດລ້ອມ ທີ່ເຕັມໄປດ້ວຍອິດທະພົນທາງວັດທະນະທໍາ ແລະສັງຄົມຂອງຄົນອາເມຣິກັນໄດ້ດີນັ້ນ ນັກຊ່ຽວຊານບາງຄົນເຊັ່ນ ດຣ. ຊູແຊນ ບາຣອນ (Susan Barone), ຜູ້ອໍານວຍ ການສູນພາສາອັງກິດທີ່ມະຫາວິທະຍາໄລແວນເດີບິລທ໌ (Vanderbilt) ໃນ ເມືອງແນສວີລ (Nashville) ລັດເທັນແນສຊີໃຫ້ຄຳແນະນຳອີກວ່າ ນັກສຶກສາ ຕ່າງປະເທດຄວນຄິດເຖິງທຸກແງ່ມຸມຂອງພາສາທີ່ໃຊ້ຢູ່ນອກເໜືອຈາກພາສາອັງກິດໃນວົງການການສຶກສາອີກ. ຕົວຢ່າງເຊັ່ນ ນັກສຶກສາຄວນເອົາໃຈໃສ່ປະເມີນຄວາມສາມາດຂອງຕົນວ່າເຂົ້າໃຈຄຳສັບທີ່ຄົນອາເມຣິກັນໃຊ້ທົ່ວໄປຢູ່ໃນຊີວິດປະຈໍາວັນໄດ້ດີປານໃດ ເມື່ອທຽບໃສ່ກັບຄວາມສາມາດຂອງຕົນໃນຂຽນບົດຄົ້ນຄວ້າ ຫລື ບົດສອບເສັງຢູ່ໃນການຮຽນ.
ສະຫລຸບແລ້ວ ການທີ່ຈະປະສົບຜົນສຳເລັດສູງ ຫລືຮຽນຈົບຈາກມະຫາວິທະຍາໄລຂອງອາເມຣິກັນຕາມທີ່ຄວາດຫວັງໄວ້ນັ້ນ ນັກສຶກສາຕ່າງປະເທດໂດຍສະເພາະຜູ້ທີ່ມາຈາກວັດທະນະທຳທີ່ບໍ່ລຶ້ງເຄີຍກັບການຮຽກຮ້ອງໃຫ້ອອກຄຳຄິດຄຳເຫັນໂຕ້ຕອບກັນກັບເພື່ອນຮ່ວມຫ້ອງຮຽນ ຫລືກັບອາຈານນັ້ນ ຕ້ອງໄດ້ກະກຽມ ແລະຝຶກຝົນຕົນເອງໃຫ້ມີຄວາມພ້ອມ ທັງທາງດ້ານທັກສະ ດ້ານພາສາອັງກິດ ແລະປ່ຽນແປງຄວາມນຶກຄິດບາງຢ່າງ ກ່ຽວກັບການເປັນນັກຮຽນອີກດ້ວຍ. ໃນ ພາກຕໍ່ໄປ ພວກເຮົາຈະນຳເອົາຂໍ້ມູນກ່ຽວກັບລະບົບ ແລະການຊ່ວຍເຫລືອນັກສຶກສາຕ່າງປະເທເພື່ອໃຫ້ປັບຕົວເຂົ້າກັບສະພາບແວດລ້ອມຂອງການຮຽນຢູ່ໃນສະຫະລັດໄດ້. ໂປດຕິດຕາມຮັບຟັງດ້ວຍ.
ເບິ່ງວີດິໂອກ່ຽວກັບນັກສຶກສາຕ່າງປະເທດໃນ ສະຫະລັດ:
Your browser doesn’t support HTML5
International Students Talk About Studying in the US