ການຊອກຄົ້ນຫາ ເຮືອບິນ ຂອງ ມາເລເຊຍ ທີ່ຫາຍສາບສູນ ເລີ້ມຂຶ້ນແລ້ວ (ສະໄລດ໌/ວີດີໂອ)

ເຈົ້າໜ້າທີ່ຫວຽດນາມກ່າວວ່າສັນຍານທີ່ໄດ້ຮັບເທື່ອສຸດທ້າຍຈາກ
ຖ້ຽວບິນມາເລເຊຍແຕ່ນະຄອນຫຼວງກົວລາລຳເປີໄປຫາກຸງປັກກິ່ງ ທີ່ຫາຍສາບສູນໄປນັ້ນແມ່ນປະມານ 240 ກິໂລແມັດຢູ່ນອກແຄມ
ຝັ່ງທະເລ ຂອງເກາະ Tho Chu ທາງກ້ຳຕາເວັນຕົກສຽງໃຕ້ ຂອງ
ຫວຽດນາມ.

ຜູ້ບັນຊາການກອງທັບເຮືອຂອງຫວຽດນາມຄົນນຶ່ງ ກ່າວຕໍ່ສື່ມວນ
ຊົນ ຂອງທາງການວ່າ ເຮືອບິນ ທີ່ຫາຍສາບສູນໄປ ຊຶ່ງບັນທຸກຜູ້
ໂດຍສານແລະພະນັກ 239 ຄົນນັ້ນ ອາດປະສົບອຸບັດຕິເຫດຕົກ ຢູ່ໃນເຂດນ່ານນ້ຳຂອງມາເລເຊຍເອງ.

ພົນເຮືອເອກ Ngo Van Phat ກ່າວໃນວັນເສົາມື້ນີ້ວ່າຄະນະກູ້ໄພຂອງໄທແລະມາເລເຊຍ ຄວນຈະເຂົ້າໄປຊອກຄົ້ນຢູ່ໃນເຂດດັ່ງກ່າວ ແຕ່ກຳປັ່ນຂອງຫວຽດນາມກໍພ້ອມແລ້ວ ທີ່ຈະ
ໃຫ້ການສະໜັບສະໜຸນ ຕໍ່ການປະຕິບັດງານທີ່ວ່ານີ້.

Your browser doesn’t support HTML5

Families Wait for Word on Vanished Malaysia Flight



ແຕ່ແນວໃດກໍຕາມ ລັດຖະມົນຕີຮັກສາການ ກະຊວງຂົນສົ່ງ ຂອງມາເລເຊຍ ທ່ານ Hisha-muddin Tun Hussein ກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າ ທ່ານຍັງ ບໍ່ທັນໄດ້ຂ່າວເທື່ອ
ວ່າ ມີການພົບເຫັນເຮືອບິນຢູ່ບ່ອນໃດ ແລະຊາກຂອງເຮືອບິນກໍຍັງບໍ່ທັນມີຜູ້ໃດພໍ້ເທື່ອ.

ສາຍການບິນມາເລເຊຍກ່າວວ່າ ຕົນໄດ້ຂາດການຕິດຕໍ່ ກັບຖ້ຽວບິນ MH370 ປະມານ 2 ຊົ່ວໂມງ ຫລັງຈາກເຮືອບິນລຳດັ່ງກ່າວ ບິນຂຶ້ນຈາກສະໜາມບິນ ໃນນະຄອນຫຼວງຂອງມາ
ເລເຊຍ ໃນຕອນເຊົ້າຂອງວັນເສົາມື້ນີ້ ຕາມເວລາທ້ອງຖິ່ນ.

ຕຳແໜ່ງທີ່ມີການລາຍງນເທື່ອສຸດທ້າຍ ຂອງຖ້ຽວບິນ MH370 ຂອງສາຍການບິນມາເລເຊຍ

ທີ່ກອງປະຊຸມຖະແຫຼງຂ່າວໃນວັນເສົາມື້ນີ້ ທ່ານ Ahmed Jauha-
ri Yahya ຜູ້ອຳນວຍການບໍລິຫານ ສາຍການບິນມາເລເຊຍກ່າວ
ວ່າ ທາງສາຍການບິນ ກຳລັງເຮັດວຽກ ຮ່ວມກັບ ຄະນະປະຕິບັດ
ງານໃນການຊອກຄົ້ນເພື່ອຢາກຮູ້ຈັກບ່ອນທີ່ເຮືອບິນຕົກແລະໄດ້ ແຈ້ງໄປຍັງຄອບຄົວຂອງພວກຜູ້ໂດຍສານ ແລະພະນັກງານຂອງ ເຮືອບິນເປັນທີ່ຮຽບຮ້ອຍແລ້ວ.

Facebook ຂອງສາຍການບິນມາເລເຊຍ ແຈ້ງວ່າ ພວກຜູ້ໂດຍ
ສານແມ່ນມາຈາກທັງໝົດ 14 ປະເທດຮວມທັງຊາວຈີນ 152 ຄົນ
ຊາວມາເລເຊຍ 38 ຄົນແລະຊາວອາເມຣິກັນ 4 ຄົນ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າການຕິດຕໍ່ກັບເຮືອບິນໂບອິ້ງ 777-200 ໄດ້ຂາດຫາຍໄປ ຂະນະທີີ່ພວມຢູ່ໃນເຂດນ່ານຟ້າຂອງຫວຽດນາມ ແລະເວົ້າວ່າ ເຮືອບິນລຳ ນີ້ຍັງບໍ່ທັນໄດ້ຂ້າມເຂົ້າໄປໃນເຂດທີ່ຄວບຄຸມ ໂດຍຫໍອາກາດສະຍານຂອງຈີນເທື່ອ. ປັກກິ່ງ ກ່າວວ່າ ຕົນໄດ້ສົ່ງເຮືອກູ້ໄພຢ່າງໜ້ອຍ 2 ລຳ ເຂົ້າຮ່ວມໃນການຊອກຄົ້ນຫາເຮືອບິນລຳນີ້.

ອຸບັດຕິເຫດເທື່ອຫຼ້າສຸດທີ່ພົວພັນກັບເຮືອບິນໂບອິ້ງ 777 ແມ່ນສາຍການບິນ Asiana ຂອງ ເກົາຫຼີໃຕ້ ທີ່ໄດ້ແລ່ນຕຳຝາກັ້ນທະເລເວລາລົງຈອດທີ່ສະໜາມບິນນະຄອນ San Francis-
co ໃນເດືອນກໍລະກົດ ປີ 2013 ທີ່ເປັນເຫດໃຫ້ 3 ຄົນ ເສຍຊີວິດໄປນັ້ນ. ມີການສົງໄສວ່າ ເປັນຄວາມຜິດພາດຂອງນັກບິນ ທີ່ພາໃຫ້ເກີດເຫດຮ້າຍ ໃນຄັ້ງນັ້ນ.

Your browser doesn’t support HTML5

Malaysia Airlines