ອົງການແມ່ນໍ້າສາກົນ ຈະຍົກເອົາ ເຂື່ອນໄຊຍະບູລີ ຂຶ້ນເປັນບັນຫາ ຂອງອາຊ່ຽນ

ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ

ອົງການແມ່ນໍ້າສາກົນແລະເຄືອຂ່າຍປະຊາຊົນໄທເພື່ອອະນຸ
ລັກແມ່ນໍ້າຂອງຈະຍົກ ເອົາກໍລະນີການກໍ່ສ້າງເຂື່ອນໄຊຍະບູລີ
ໃນລາວໃຫ້ເປັນປະເດັນບັນຫາໃນລະດັບພູມີພາກຂອງອາຊ່ຽນ.

ທ່ານນາງ ພຽນພອນ ດີເທດ ຜູ້ປະສານງານຂອງອົງການແມ່
ນໍ້າຂອງສາກົນ (International River) ປະຈໍາປະເທດໄທ
ໄດ້ໃຫ້ການຢືນຢັນວ່າ ໃນເວລານີ້ ບັນດາອົງການອະນຸລັກ
ສະພາບແວດລ້ອມທໍາມະຊາດທັງໃນລຸ່ມແມ່ນໍ້າຂອງ ແລະ
ໃນລະດັບສາກົນ ຊຶ່ງລວມເຖິງເຄືອຂ່າຍປະຊາຊົນໄທ ເພື່ອ
ອະນຸລັກແມ່ນໍ້າຂອງອີກດ້ວຍນັ້ນ ກໍາລັງຕຽມການເຄຶ່ອນໄຫວ
ເພື່ອຄັດຄ້ານການກໍ່ສ້າງເຂື່ອນເທິງແນວແມ່ນໍ້າແນວແມ່ນໍ້າ
ຂອງອີກເທື່ອໃໝ່ ໂດຍມີເປົ້າໝາຍທີ່ຈະຊຸກຍູ້ໃຫ້ບັນຫາຂັດ
ແຍ້ງກ່ຽວກັບການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງ ໃຫ້ເປັນປະເດັນບັນຫາໃນລະດັບພູມີ
ພາກຂອງອາຊ່ຽນ.

ທັງນີ້ ທ່ານນາງພຽນພອນ ໄດ້ໃຫ້ການອະທິບາຍວ່າ ສາເຫດທີ່ເຮັດໃຫ້ຕ້ອງມີການ
ຍົກລະດັບຂອງການເຄື່ອນໄຫວຈາກສະເພາະໃນເຂດລຸ່ມແມ່ນໍ້າຂອງໄປສູ່ລະດັບ
ອາຊ່ຽນນັ້ນ ກໍຍ້ອນວ່າການເຈລະຈາຕໍ່ຮອງຜົນປະໂຫຍດຕ່າງໆ ຕາມການຕົກລົງ
ວ່າດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງ ລະຫວ່າງ ລາວ ໄທ ກໍາປູເຈຍ ແລະ
ຫວຽດນາມ ຫຼືຄະນະກໍາມາທິການແມ່ນໍ້າຂອງ (MRC) ໂດຍທີ່ບໍ່ມີຈີນແລະມຽນມາ ເຂົ້າຮ່ວມດ້ວຍນັ້ນ ຖືເປັນຈຸດອ່ອນທີ່ສຸດ ເພາະນອກຈາກຈະບໍ່ສາມາດເຈລະຈາຕໍ່
ຮອງກັບຈີນ ກ່ຽວກັບແຜນການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງຂອງຈີນໄດ້ແລ້ວ
ຂໍ້ຕົກລົງດັ່ງກ່າວກໍຍັງບໍ່ສາມາດ ທີ່ຈະບັງຄັບໃຊ້ກັບປະເທດສະມາຊິກດ້ວຍກັນໄດ້ ຢ່າງແທ້ຈິງອີກດ້ວຍ.

ທີວທັດແມ່ນໍ້າຂອງບ່ອນທີ່ຈະມີການສ້າງເຂື່ອນໄຊຍະບູລີ



ກໍລະນີທີ່ສາມາດສະທ້ອນໃຫ້ເຫັນບັນຫາດັ່ງກ່າວນີ້ໄດ້ຢ່າງ
ຊັດເຈນທີ່ສຸດ ກໍຄືການກໍ່ສ້າງເຂື່ອນໄຊຍະບູລີເທິງແນວແມ່
ນໍ້າຂອງໃນເຂດປະເທດລາວທີ່ ຍັງບໍ່ໄດ້ຮັບມະຕິເຫັນພ້ອມ
ກັນຈາກປະເທດສະມາຊິກດ້ວຍກັນແຕ່ຢ່າງໃດ ແຕ່ກໍປາກົດ
ວ່າທາງການລາວ ແລະກຸ່ມລົງທຶນໃນໂຄງການກໍໄດ້ເລີ່ມລົງ
ມືກໍ່ສ້າງຢ່າງເປັນທາງການນັບຕັ້ງແຕ່ທ້າຍປີທີ່ຜ່ານມາແລ້ວ
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເຄືອຂ່າຍຂອງອົງການອະນຸລັກ ໄດ້
ຕັດສິນໃຈທີ່ຈະຍົກລະດັບການເຄື່ອນໄຫວ ຈາກລຸ່ມແມ່ນໍ້າ
ຂອງ ໄປສູ່ລະດັບອາຊ່ຽນ ໂດຍທີ່ຈະໃຊ້ໂຄງການກໍ່ສ້າງເຂື່ອນໄຊຍະບຸລີ ເປັນກໍລະນີ
ຕົວຢ່າງ ດັ່ງທີ່ທ່ານນາງພຽນພອນ ໃຫ້ການຢືນຢັນວ່າ:

ຂໍ້ຕົກລົງແມ່ນໍ້າຂອງ 2538 ທີ່ຫາກມີການພັດທະນາເທິງແມ່ນໍ້າຂອງສາຍ
ຫຼັກແບບເຂື່ອນໄຊຍະບຸລີນີ້ ກໍຕ້ອງມີການໄດ້ຮັບສັນທາມະຕິຈາກສີ່ປະ
ເທດຮ່ວມກັນເສຍກ່ອນ ແຕ່ວ່າຢ່າງກໍລະນີຂອງເຂື່ອນໄຊຍະບຸລີນີ້ ກໍດໍາ
ເນີນການໄປປີສອງປີແລ້ວ ໂດຍທີ່ຍັງບໍ່ໄດ້ຮັບຄວາມຕົກລົງຈາກທັງນີ້ປະ
ເທດ ແຕ່ຢ່າງໃດ ກໍເຮັດໃຫ້ເຮົາເລີຍວ່າບາງທີກອບກະຕິກາຍ່ອຍແບບ
Mekong Agreement ອັນນີ້ອາດຈະໃຊ້ບໍ່ໄດ້ ເຮົາຈະຕ້ອງຍົກລະດັບ
ໄປເຖິງອາຊ່ຽນ ວ່າອາຊ່ຽນນັ້ນ ກໍຄວນທີ່ຈະຕ້ອງມີການວາງມາດຕະຖານ
ສິ່ງແວດລ້ອມຫຼາຍຍິ່ງຂຶ້ນ.


ກ່ອນໜ້ານີ້ ສະມາຊິກວຸດທິສະພາໄທກໍໄດ້ຍື່ນຈົດໝາຍເຖິງທ່ານນາຍົກຍິ່ງລັກ ຊິນນະ
ວັດ ນາຍົກລັດຖະມົນຕີໄທ ເພື່ອຂໍໃຫ້ທົບທວນແຜນການຮັບຊື້ກະແສໄຟຟ້າຈາກເຂື່ອນ
ໄຊຍະບູລີ ເພາະຍັງບໍ່ໝັ້ນໃຈຕໍ່ມາດຕະການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະ
ຊາດ ໂດຍເຖິງແມ່ນວ່າຈະເປັນໂຄງການ ທີ່ຢູ່ໃນເຂດອະທິປະໄຕຂອງລາວກໍຕາມ ແຕ່
ກໍບໍ່ມີຫຼັກປະກັນໃດເລີຍທີ່ຈະຮັບປະກັນໄດ້ວ່າ ເຂື່ອນຈະບໍ່ສົ່ງຜົນກະທົບຂ້າມແດນ ຫຼື
ຂ້າມປະເທດ ເນື່ອງຈາກເປັນໂຄງການເຂື່ອນທີ່ຈະຕ້ອງສ້າງຢູ່ເທິງແນວແມ່ນໍ້າຂອງ ທີ່ມີ
ສະຖານະເປັນແມ່ນໍ້າລະຫວ່າງປະເທດນັ້ນເອງ.

ທາງດ້ານທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ
ບໍ່ແຮ່ ກໍຢືນຢັນວ່າ ໂຄງການເຂື່ອນໄຊຍະບູລີ ເປັນຕົວແບບຂອງການພັດທະນາຢ່າງ
ຍືນຍົງ ທີ່ນອກຈາກຈະສ້າງຜົນປະໂຫຍດທາງເສດຖະກິດໄປຢ່າງຄຸ້ມຄ່າແລ້ວກໍຍັງຈະ
ບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດທີ່ຢູ່ເຂດຕອນລຸ່ມຂອງເຂື່ອນອີກດ້ວຍ.

ໂຄງການເຂື່ອນໄຊຍະບູລີ ມີກໍານົດການກໍ່ສ້າງສໍາເລັດ ແລະເລີ່ມສົ່ງກະແສໄຟຟ້າ ຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ນັບແຕ່ປີ 2019 ເປັນຕົ້ນໄປ
ຊຶ່ງກໍຈະເຮັດໃຫ້ກຸ່ມລົງທຶນມີລາຍຮັບ ຈາກການຂາຍພະລັງງານໄຟຟ້າສ່ວນໃຫຍ່ທີ່
ຜະລິດໄດ້ເຖິງ 1,285 ເມກາວັດນັ້ນ ຄິດເປັນມູນຄ່າລວມ ກວ່າ 13,000 ລ້ານໂດລາ
ໃນຕະຫຼອດໄລຍະສໍາປະທານ 29 ປີ ໂດຍລັດຖະບານລາວ ກໍຈະໄດ້ສ່ວນແບ່ງເຖິງ
3,900 ລ້ານໂດລາ ໃນຕະຫຼອດໄລຍະສໍາປະທານດັ່ງກ່າວ.