ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຄາດວ່າ ຈະຮັບ
ເອົາມາດຕະການໃໝ່ ໃນວັນພະຫັດມື້ນີ້ ເພື່ອຍຸຕິການຫຼັ່ງໄຫຼ
ຂອງເງິນສະໜັບສະໜຸນກຸ່ມກໍ່ການຮ້າຍ ທີ່ສົ່ງໄປໃຫ້ກຸ່ມ ທີ່ສະຖາ
ປະນາຕົນວ່າ ກຸ່ມລັດອິສລາມ ຫຼື IS.
ນີ້ເປັນຄັ້ງທຳອິດ ທີ່ບັນດາລັດຖະມົນຕີການເງິນຂອງ 15 ປະເທດ
ສະມາຊິກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈະພົບປະກັນ ເພື່ອຮັບຜ່ານມາດຕະການທີ່ວ່ານີ້. ເອກ ກະສານດັ່ງກ່າວແມ່ນມີເປົ້າໝາຍ ໃນການຂະຫຍາຍແລະເສີມຄວາມເຂັ້ມແຂງໃຫ້ແກ່ຂອບການລົງໂທດ ທີ່ມີຢູ່ໃນປະຈຸບັນຕໍ່ກຸ່ມກໍ່ການຮ້າຍ al-Qaida ເພື່ອເພັ່ງເລັງໃສ່ກຸ່ມລັດອິສລາມ.
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Samantha Power ຜູ້ຊຶ່ງເປັນປະທານສະພາດັ່ງກ່າວ ໄດ້ກ່າວຕໍ່ພວກນັກຂ່າວໃນວັນພຸດວານນີ້ວ່າ “ມາດຕະການທີ່ວ່ານີ້ ຖ້າມັນໄດ້ຮັບຜ່ານແລ້ວ ຊຶ່ງພວກເຮົາເຊື່ອວ່າ ມັນຈະຜ່ານ ຈະເປັນກົດໝາຍນາໆຊາດສະບັບໃໝ່.”
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Samantha Power and current Security Council President Samantha Power ກ່າວຕໍ່ກອງປະຊຸມສະພາຄວາມໆໝັ້ນຄົງອົງການສະຫະປະຊາຊາດ New York, 16 ທັນວາ, 2015.
ທ່ານນາງຍັງໄດ້ກ່າວອີກວ່າ ຮ່າງຍັດຕິຂອງມາດຕະການທີ່ວ່ານີ້ ຈະບັງຄັບໃຫ້ບັນດາປະເທດທັງຫຼາຍ ເພີ້ມການດຳເນີນຄວາມພະຍາຍາມາຂອງພວກເຂົາເຈົ້າ ເພື່ອຕັດການໃຫ້ຄວາມສະໜັບສະໜຸນທາງດ້ານການເງິນແກ່ກຸ່ມກໍ່ການຮ້າຍນີ້ ຊຶ່ງພວກເຂົາໄດ້ເຂົ້າຍຶດເອົາພາກສ່ວນໃຫຍ່ໆ ໃນຊີເຣຍແລະອິຣັກ ແລະກໍກຳລັງຈະຂະຫຍາຍທີ່ໝັ້ນໄປຍັງລີເບຍດ້ວຍ.
ທ່ານນາງ Power ໄດ້ກ່າວວ່າ “ເພາະວ່າ ໃນຂະນະທີ່ພວກເຮົາໄດ້ດຳເນີນງານແລະສ້າງ
ຄວາມກ້າວໜ້າ ແລະທຳລາຍຄວາມສາມາດຂອງກຸ່ມລັດອິສລາມ ໃນການເຂົ້າເຖິງເງິນ
ທຶນ ຊຶ່ງຄວາມຈິງແລ້ວ ພວກເຂົາເຈົ້າຍັງສາມາດຄ້າຂາຍ ວັດຖຸໂບຮານງານສິນລະປະຕ່າງໆໃນ ດ້ານວັດທະນະທຳ ການລັກລອຍຄ້າຂາຍນ້ຳມັນ ນອກນັ້ນ ພວກເຂົາເຈົ້າຍັງໄດ້ຂູ່ເຂັນເອົາ ເງິນ ນຳພວກທີ່ຢູ່ອາໄສໃນຂົງເຂດທີ່ພວກເຂົາເຈົ້າຍຶດຄອງນັ້ນ ຊຶ່ງນີ້ເປັນບັນຫາ ທີ່ພວກເຮົາຈະຕ້ອງຫາທາງແກ້ໄຂໃຫ້ໄດ້.”
ກຸ່ມລັດອິສລາມ ແມ່ນໄດ້ຢູ່ໃນລາຍຊື່ການລົງໂທດຕໍ່ກຸ່ມກໍ່ການຮ້າຍ al-Qaida ຂອງສະພາ
ຄວາມໝັ້ນຄົງອົງການສະຫະປະຊາຊາດ ນັບຕັ້ງແຕ່ ປີ 2004 ເປັນຕົ້ນມາ ພາຍໃຕ້ຊື່ກຸ່ມ “Al-Qaida ໃນອິຣັກ” ແຕ່ວ່າ ການປ່ຽນຊື່ໃໝ່ກ່ຽວກັບການລົງໂທດຕໍ່ກຸ່ມດັ່ງກ່າວແມ່ນຈະເວົ້າຢ່າງສະເພາະເຈາະຈົງ ຊຶ່ງຮວມທັງກຸ່ມລັດອິສລາມ ທີ່ສະເດງໃຫ້ເຫັນເຖິ່ງການເພັ່ງເລັງ
ຂອງສະພາດັ່ງກ່າວ ໃສ່ກຸ່ມກໍ່ການຮ້າຍນີ້.