ປະຊາຄົມນາໆຊາດ ສະໜັບສະໜຸນ ຕໍ່ຂັ້ນຕອນ ສັນຕິພາບ ຢູ່ໃນຊີເຣຍ

Your browser doesn’t support HTML5

ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ລົງ​ຄະ
​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະສັນ ​ໃຫ້ການ​ສະໜັບສະໜຸນ​ຕໍ່​ແຜນ
ການ​ສ້າງສັນ​ຕິ​ພາບ​ຢູ່​ໃນ​ຊີ​ເຣຍ.

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໄດ້​ຮັບຮອງ​ເອົາ​ຍັດ​ຕິ​ ທີ່​
ຮ່າງ​ໂດຍ​ສະຫະລັດ ​ໃນຕອນ​ແລງ​ວັນ​ສຸກ​ວານ​ນີ້​ ຫລັງ​ຈາກ​ໄດ້
​ມີ​ການ​ປະຊຸມ​ກັນ​ໝົດ​ມື້​ໂດຍ​ກຸ່ມ​ນາໆ​ຊາດ​ທີ່​ໃຫ້ການ​ສະໜັບສະ
ໜຸນ​ແກ່​ຊີ​ເຣຍຫຼື ISSG ທີ່​ນະຄອນ​ນິວຢອກ.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ກ່າວ​ຕໍ່​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ວ່າສະພາ​ດນີ້​ພວມ​ສົ່ງ
​ຂ່າວ​ອັນ​ຈະ​ແຈ້ງ​ໄປ​ໃຫ້​ທຸກ ພັກ​ຝ່າຍ​ທີ່​ກ່ຽວຂ້ອງ​ຊາບ​ວ່າ ​ເວລາ​ນີ້​ແມ່ນ​ເຖິງ​ເວລາ​ແລ້ວທີ່
ຈະ​ຕ້ອງ​ຍຸຕິ​ການ​ຂ້າ​ຟັນລັນ​ແທງ​ຢູ່​ໃນ​ຊີ​ເຣຍ ແລະ​ວາງ​ພື້ນຖານ ​ສຳລັບ​ລັດຖະບານ​ທີ່​ປະ
ຊາຊົນ​ໄດ້ພາກັນ​ທົນ​ທຸກທໍລະມານ​ມາ​ດົນ​ນານໃນ​ດິນ​ແດນ​ທີ່​ເກີດ​ຄວາມ​ວຸ້ນວາຍສາມາດ​ໃຫ້ການ​ສະ​ໜັບສະ​ໜຸນ​ໄດ້.

ມະຕິ​ດັ່ງກ່າວ​ໄດ້​ສະ​ແດງ​ການ​ສະໜັບສະໜຸນ​ຕໍ່​ຂັ້ນຕອນ​ທາງ​ດ້ານ​ການ​ເມື​ອງທີ່ຢູ່​ພາຍ​ໃຕ້​
ການ​ນຳພາ​ຂອງ​ຊາວ​ຊີ​ເຣຍ ຊຶ່ງ​ໄກ່​ເກ່ຍ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ທີ່ໄດ້​ກຳນົດ​ເປົ້າ
ໝາຍ 6 ​ເດືອນ ​ເພື່ອ​ສ້າງຕັ້ງລັດຖະບານ ​ໄລຍະ​ຂ້າມ​ຜ່ານ ຕິດຕາມ​ດ້ວຍ ​ການ​ເລືອກ​ຕັ້ງ
ພາຍ​ໃນ​ໄລຍະ​ເວລາ​ 18 ​ເດືອນ​ຫຼື​ປີ​ເຄິ່ງ.​ ນອກ​ນັ້ນຍັງ​ໄດ້​ມີ​ການ​ຮຽກຮ້ອງ​ໃຫ້​ຈັດຕັ້ງປະຕິ ບັດການ​ຢຸດ​ຍິງໃນ​ທົ່ວ​ປະ​ເທດ ​ຄຽງ​ຄູ່​ໄປ​ກັບ​ການ​ເຈລະຈາ​ພາຍ​ໃນ​ລະຫວ່າງ​ຊາວ​ຊີ​ເຣຍ
”ດ້ວຍກັນ.

ທູດພິເສດ ສປຊ ຮັບຜິດຊອບເລື້ອງຊີເຣຍ ທ່ານ Staffan de Mistura (ຂວາ) ພວມເອົາສຳເນົາ ມະຕິສະພາຄວາມໝັ້ນຄົງໃຫ້ເບິ່ງ ລະຫວ່າງກອງປະຊຸມຖະແຫຼງຂ່າວ ຮ່ວມກັບ ລມຕ ຕ່າງປະເທດຣັດເຊຍ ທ່ານ Sergei Lavrov (ຊ້າຍ) ແລະ ລມຕ ຕ່າງປະເທດ ສຫລ ທ່ານ John Kerry ທີ່ສຳນັກງານໃຫຍ່ ສປຊ

ສິ່ງ​ທີ່​ຂາດ​ຫາຍ​ໄປ​ໃນ​ມະຕິ​ສະບັບ​ນີ້ ກໍ​ຄື​ບໍ່​ໄດ້​ມີ​ການ​ກ່າວ​ເຖິງ​ອະນາຄົດ​ຂອງ​ປະທານາທິ ບໍດີຊີ​ເຣຍທ່ານ Bashar al-Assad ຊຶ່ງ​ເປັນ​ຈຸດ​ຂັດແຍ້​ງທີ່​ສຳຄັນ​ລະຫວ່າງຣັດ​ເຊຍ​ແລະ
ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ​ຕົກທີ່​ຍັງ​ສືບ​ຕໍ່​ບໍ່ທັນ​ມີ​ການ​ແກ້​ໄຂ​ກັນ​ເທື່ອ.

ລັດຖະມົນຕີການ​ຕ່າງປະ​ເທດ Kerry ກ່າວ​ວ່າ ປະທານາທິບໍດີ Assad ​ໄດ້​ສູນ​ເສຍ​ຄວາມ​
ສາມາດ ຄວາມ​ໜ້າ​ເຊື່ອ​ຖື​ ​ທີ່​ຈະ​ເຕົ້າໂຮມ​ປະ​ເທດ​ຊາດ ແລະ ​ສະໜອງ​ຄວາມເຊື່ອ​ຖືທາງ​ ດ້ານ​ສິນ​ທຳ ​ເພື່ອ​ຈະ​ປົກຄອງ​ປະ​ເທດ​ໃນ​ອະນາຄົດ. ຖ້າ​ຫາກ​ສົງຄາມ​ຍຸຕິ​ລົງ ມັນ​ເປັນ​ສິ່ງ​
ສຳຄັນ​ທີ່​ປະຊາຊົນ​ຊາວ​ຊີ​ເຣຍ ຕ້ອງ​ໄດ້​ເຫັນພ້ອມ​ນຳ​ກັນ​ກ່ຽວ​ກັບ​ທາງ​ເລືອກ​ເມື່ອ​ເວົ້າ​ເຖິງ​
ລັດຖະບານ​ຂອງ​ພວກ​ເຂົາ​ເຈົ້າ.

ຫລາຍໆ​ປະ​ເທດ​ສະມາຊິກ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຮວມທັງລັດຖະມົນຕີ​ການຕ່າງປະ​
ເທດ​ອັງກິດແລະ​ຝຣັ່ງ​ກໍ​ໄດ້​ສະທ້ອນ​ໃຫ້​ເຫັ​ນກ່ຽວ​ກັບ​ທ່າ​ທີ​ດັ່ງກ່າວ.

​ຣັດ​ເຊຍ​ ແມ່ນໄດ້​ໃຫ້ການສະໜັບສະໜຸນຕະຫລອດ​ບັນຫາ​ຂັດ​ແຍ້​ງທີ່​ຜ່ານ​ມາ​ແກ່ປະທາ ນາທິບໍດີ Assad ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍທ່ານ Sergei Lavrov ​ໃນ
​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ​ກໍ​ໄດ້​ກ່າວ​ເຖິງ​ຄວາມ​ພະຍາຍາມ ຂອງ​ພາຍ​ນອກ ທີ່​ຈະ​ບັງ
ຄັບ​ໃຫ້​ປະຊາຊົນ​ຊາວ​ຊີ​ເຣຍຮັບ​ເອົາ​ມະຕິ ຮວມທັງ​ບັນຫາ​ປະທານາທິບໍດີ​ຂອງ​ເຂົາ​ເຈົ້າ.

Your browser doesn’t support HTML5

UN Syria