ອາເມຣິກາ ຈະສ້າງ “ຍຸກຄົນ ຫລືລຸ້ນຄົນ ທີ່ປອດໂຣກ AIDS” (ສະໄລດ໌ກັບວີດີໂອ)

ລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Rodham Clinton ກ່າວທີ່ກອງປະຊຸມ ພະຍາດ AIDS ນາໆຊາດ ຄັ້ງທີ່ XIX ວັນຈັນ ທີ່ 23 ເດືອນກໍລະກົດ 2012, ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ

ລັດຖະມົນ​ຕີ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ກ່າວ​ວ່າ ອາ​ເມຣິກາ
ມີ​ຄວາມ​ໝາຍ​ໝັ້ນທີ່​ຈະ​ສ້າງ “​ຍຸກ​ສະໄໝຫລື​ລຸ້ນຄົນ ​ທີ່​ປາດສະຈາກ​ໂຣກ AIDS.”

​ໃນ​ຄໍາ​ປາ​ໄສ​ຕໍ່ກອງ​ປະຊຸມ​ໂຣກ AIDS ນາໆ​ຊາດ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ໃນ​ມື້​ທີ່​ສອງ
ວັນ​ຈັນ​ວານນີ້ ທ່ານ​ນາງ Clinton ​ກ່າວ​ວ່າ ສະຫະລັດອາ​ເມຣິກາ ກໍາລັງ​ປະຕິບັດ​ງານເພື່ອ
ສ້າງ​ລະບົບ​ສຸຂະພາບທີ່​ຍືນ​ຍົງ ​ແບບທີ່​ຈະ​ຊ່ວຍ​ໃຫ້​ໂລກ ໄດ້​ຮັບໄຊຊະນະ​ໃນ​ທີ່​ສຸດ ​ໃນ​ການ​
ຕໍ່ສູ້ກັບ​ພະຍາດນີ້.”

ທ່ານ​ນາງ​ກ່າວ​ວ່າ ພາຍ​ໃຕ້​ເປົ້າ​ໝາຍ​ດັ່ງກ່າວ​ນີ້ ສະຫະລັດ​ແມ່ນພ້ອມ​ແລ້ວ​ທີ່​ຈະ​ລົງ​ທືນ ​ໃນ​
ອາ​ຟຣິກາ ​ແລະ​ແຫ່ງ​ອື່ນໆ ​ເຂົ້າ​ໃສ່ພວກຄລີນິກທັງຫລາຍ ​ທີ່​ຊ່ວຍເຮັດ​ໃຫ້​ການ​ແຜ່ຜາຍ​
ພະຍາດ​ນີ້ ​ຈາກ​ແມ່​ໄປ​ຫາ​ລູກ ຊ້າ​ລົງນັ້ນ. ທ່ານ​ນາງໄດ້​ຍ້ອງຍໍໂຄງ​ການ ​ຕັດ​ໜັງ​ຫູ້ມປາຍ​
ອະ​ໄວ​ຍະ​ວະເພດ​ຊາຍ ທີ່ອາຟຣິກາ ທີ່​ໄດ້​ຮັບ​ຜົນ​ສໍາ​ເລັດ​ສູງ ​ໃນ​ການ​ເຮັດ​ໃຫ້ການ​ແຜ່ຜາຍ
​ເຊື້ອ​ພະຍາດ HIV/AIDS ຊັກ​ຊ້າ​ລົງ​ນັ້ນ.

ດາ​ຣາ​ນັກ​ຮ້ອງເພງ Rock ຊື່​ດັງຂອງ​ອັງກິດ Elton John ກໍ​ໄດ້ກ່າວຕໍ່ຕ້ານ ມົນ​ທິນ ຄວາມ
​ກຽດ​ຊັງ ​ແລະ​ຄວາມ​ບໍ່​ຫົວຊາ ຊຶ່ງ​ລາວກ່າວ​ວ່າ ​ເປັນສິ່ງ​ທີ່ຂັດ​ຂວາງ​ແລະ​ຖ່ວງ​ດຶງການຕໍ່​ສູ້​ກັບ
ການ​ແຜ່ຜາ​ຍຂອງພະຍາດ AIDS.

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ມີ 34 ລ້ານ​ຄົນ​ຕິດ​ເຊື້ອພະຍາດ HIV/ AIDS ​ແລະ​ໃນ​ນັ້ນ
1.7 ລ້ານ​ຄົນ​ ຕາຍ​ຍ້ອນພະຍາດ​ດັ່ງກ່າວ ​ໃນ​ປີ 2011.

ຄາດ​ວ່າ​ ຈະ​ມີ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້ ຫລາຍ​ກວ່າ 20.000 ຄົນ.

ລາຍງານທີ່ກ່ຽວຂ້ອງ: