ສະມາຊິກ ພັກເດໂມແຄຣັດ ໃນກຳມະການ​ສືບ​ລັບ ​ກ່າວວ່າ ພັກຣີພັບບລີກັນ ດັດແກ້ ຂໍ້ຄວາມ

ທ່ານ​ອາ​ດຳ ຊີ​ຟ ​ສະມາຊິກ ພັກເດໂມແຄຣັດ ຈາກ ລັດຄາລີຟໍເນຍ,ທີ່ສັງກັດ ໃນ​ກຳມະການ​ສືບ​ລັບ ​ຂອງ​ສະພາ​ຕ່ຳ, ກ່າວຕໍ່ພວກນັກຂ່າວ, ທີ່ລັດຖະສະພາ, 29 ມັງກອນ 2018.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈາກ​ພັກ​ເດໂມແຄຣັດໃນ​ຄະນະ​ກຳມະການ​ສືບ​ລັບ​ຂອງ​ສະພາ​ຕ່ຳ ​
ໄດ້​ກ່າວໃນ​ວັນ​ພຸດ​ວານ​ນີ້ວ່າ ຄະນະ​ກຳມະການ​ ຂອງ​ພັກຣີພັບ​ບລີ​ກັນ​ ໄດ້​ດັດແປງ​
ບົດ​ບັນທຶກ​ລັບກ່ອນ ​ທີ່​ຈະ​ສົ່ງ​ໄປ​ໃຫ້​ທຳນຽບຂາວ ​ແທນ​ທີ່​ຈະ​ສົ່ງ​ສະບັບ​ທີ່​ແທ້​ຈິງ ທີ່
ພວກເຂົາເຈົ້າ ​ໄດ້​ສະ​ແດງ​ໃຫ້​ສະມາຊິກໃນຄະນະກຳມະການດັ່ງກ່າວເບິ່ງ​ແລະຮັບ
​ຜ່ານ​ເພື່ອໃຫ້​ນຳ​ອອກ​ເຜີຍ​ແຜ່ ໃນການລົງຄະແນນສຽງຕາມສາຍພັກນັ້ນ.

​ເອກ​ກະສາ​ນ ທີ່​ທາງ​ທຳນຽບຂາວ ອາດ​ຈະຕັດສິນ​ໃຈ ນຳອອກ​ເຜີຍ​ແຜ່ ຊຶ່ງອາດ
ຈະມີຂຶ້ນໃນ​ວັນ​ພະຫັດ​ມື້​ນີ້ ມີການກ່າວ​ຫາວ່າ​ ສະແດງໃຫ້ເຫັນເຖິງຄວາມລຳອຽງ ​
ໃນ​ກະຊວງຍຸຕິ​ທຳ ຕໍ່ປະທານາທິບໍດີ ​ດໍ​ໂນ​ລ ທຣຳ.

ສະມາຊິກ​ສະພາ​ຕ່ຳ ທ່ານ​ອາ​ດຳ ຊີ​ຟ ​ໄດ້​ກ່າວໃນ​ຈົດໝາຍ​ເຖິງປະທານຄະນະ​
ກຳມະການທ່ານ ​ເດ​ວິນ ນູ​ເນ​ສ ​ວ່າ ພັກ​ເດ​ໂມແຄຣັດ ​ໄດ້ຄົ້ນ​ພົບໃນ​ແລງ​ວັນ​ພຸດ​
ວານ​ນີ້ ທີ່​ວ່າເອກ​ກະ ສາ​ນ​ໄດ້​ມີການ “​ດັດ​ແກ້” ທີ່​ສະມາຊິກຂອງຄະນະ​ກຳມະການ
ບໍ່ສາມາດ​ກວດຄືນຫຼື​ຮັບຮອງເອົາ ​ແລະ​ວ່າ​ສະຖານະ​ການ​ນີ້ ​ແມ່ນ “ເປັນທີ່ລົບກວນ
ໃຈຫຼາຍ.”

“​ໃນ​ຂະນະ​ທີ່​ການປ່ຽນແປງສ່ວນ​ຫຼາຍ ບໍ່​ໄດ້​ປັບປ່ຽນໃຫ້ຖືກຕ້ອງການ​ບິດ​ເບືອນ
ຢ່າງເລິກເຊິ່ງ​ແລະ​ຄວາມ​ບໍ່ຖືກຕ້ອງຢູ່ໃນ​ເອກ​ກະສາ​ນຂອງ​ທ່ານນັ້ນ, ແຕ່ແນວ
ໃດກໍຕາມ ມັນໄດ້ມີຂຶ້ນຢ່າງຫຼວງຫຼາຍ,”
ນັ້ນຄືຄຳເວົ້າຂອງທ່ານ​ຊີ​ຟ ​ທີ່ໄດ້​ກ່າວ​ໄວ້.

ປະທານຄະນະ​ກຳມະການທ່ານ ​ເດ​ວິນ ນູ​ເນ​ສ (Devin Nunes), ສັງກັດພັກຣີພັບບລີກັນ ຈາກລັດ ຄາລີຟໍເນຍ, ຍ່າງເຂົ້າສູ່ຫ້ອງປະຊຸມ ຄະນະ​ກຳມະການສືບລັບ, 17 ມັງການ 2018.

​ໂຄສົກ​ທ່ານ​ນູ​ເນ​ສ ​ໄດ້​ໂຕ້​ຕອບ​ດ້ວຍ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ໂດຍກ່າວ​ວ່າ ສະບັບ​
ທີ່​ສົ່ງ​ໄປ​ໃຫ້​ທຳນຽບຂາວນັ້ນ ​ແມ່ນ​ໄດ້ມີ​ “ການປ່ຽນ​ແປງ​ໜ້ອຍ​ດຽວ” ​ແລະ​ວ່າ ​ພັກ​ເດ​
ໂມ​ແຄຣັດແມ່ນ​ພະຍາຍາມ​ທີ່ຈະຫັນເຫຄວາມສົນໃຈ ໄປຈາກ “ລາຍລະອຽດຂອງ

ການລະ​ເມີດ​ທີ່​ຢູ່ໃນ​ເອກ​ກະສາ​ນນີ້.”

ໂຄສົກກ່າວວ່າ “​ໃນ​ການເພີ່ມ​ຄວາມ​ພະຍາຍາມ​ທີ່​ແປກ​ໃໝ່ ​ເພື່ອບ່ໍໃຫ້ມີ​ກາ​ນພິມ​
ເຜີຍ​ແຜ່​ເອກກະສານນີ້ ຄະນະ​ກຳມະການ​ສຽງ​ສ່ວນ​ນ້ອຍ ​ ປັດຈຸບັນ​ນີ້ ກຳລັງຕໍ່ວ່າ
ຕໍ່ຂານກ່ຽວ​ກັບການ​ດັດ​ແກ້​ພຽງ​ເລັກ​ນ້ອຍ​ຂອງ​ເອກກະສານ​ດັ່ງກ່າວ, ຊຶ່ງ​ຮວມທັງ
ຫຼັກ​ໄວ​ຍະ​ກອນ ​ແລະ​ການ​ປ່ຽນ​ແປງ 2 ອັນ ​ທີ່ອົງການ​ສັນຕິ​ບານ​ກາງ ຫຼື FBI ຂອງ​
ສະຫະລັດ ​ແລະ​ກຸ່ມສຽງ​ສ່ວນ​ນ້ອຍ​ຂອງ​ພວກ​ເພິ່ນ​ເອງ ຕ້ອງການໃຫ້ເຮັດນັ້ນ.”

​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້, ອົງການ FBI ​ໄດ້​ກ່າວ​ວ່າ ຕົນ​ມີ “ຄວາມ​ເປັນ​ຫວ່ງ​ຢ່າງ​ໃຫຍ່
​ຫຼວງ”
ກ່ຽວ​ກັບ​ຄວາມແມ່ນຍຳ​ຂອງ​ຂໍ້ຄວາມ​ທີ່​ວ່ານີ້ ​ແລະ​ມັນ​ກໍ​ຈະມີ ໂອກາດ​ຈຳກັດ”
ທີ່​ຈະ​ກວດກາ​ເບິ່ງເອກ​ກະສາ​ນ 4 ໜ້າ ກ່ອນ​ທີ່​ຄະນະ​ກຳ​ມະ​ການ​ຈະ​ລົງ​ຄະ​ແນນ​ສຽງ​
ເຫັນ​ພ້ອ​ມໃຫ້ນຳອອກເຜີຍແຜ່.

ທ່ານ​ນູເນ​ສ ​ເອີ້ນການຄັດຄ້ານຂອງອົງການ FBI ວ່າ “ບໍ່ຖືກຕ້ອງ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ອຳນວຍການອົງການສັນຕິບານກາງ ທ່ານ ຄຣິສໂຕຟເຟີ ເວຣ (Christopher Wray) ກ່າວໃນພິທີມອບປະກາດສະຕິຍະບັດໃຫ້ ພວກຈົບການສຶກສາ, 15 ທັນວາ 2017, ໃນ ຄັວນທິໂກ, ເວີຈີເນຍ.