ທ່ານຈັນທອນ ຄໍາສີບຸນເຮືອງ ຮອງຫົວໜ້າສູນຕ້ານໂຣກເອດສ໌ ແຫ່ງຊາດລາວ ໄດ້
ຖະແຫລງຍອມຮັບວ່າ ໃນປີ 2011 ທີ່ຜ່ານມາ ມີຄົນລາວ ທີ່ຕິດເຊື້ອ HIV-AIDS
ເພີ້ມຂຶ້ນອີກ 670 ຄົນ ຊຶ່ງບໍ່ພຽງແຕ່ຈະເປັນຈໍານວນຜູ້ຕິດເຊື້ອ ທີ່ຫລາຍກວ່າປີ 2010
ເທົ່ານັ້ນ ຫາກແຕ່ດ້ວຍຈໍານວນຄົນຕິດເຊື້ອທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ດັ່ງກ່າວນີ້ ກໍຍັງຖືວ່າ ເປັນສະພາບການທີ່ໜ້າເປັນຫວ່ງ ຢ່າງຍິ່ງອີກດ້ວຍ.
ທັງນີ້ກໍເນື່ອງຈາກວ່າ ສາເຫດທີ່ເຮັດໃຫ້ຄົນລາວຕິດເຊື້ອ HIV-AIDS ເພີ້ມຂຶ້ນຫລາຍທີ່
ສຸດນັ້ນກໍຄື ການມີເພດສໍາພັນໂດຍບໍ່ມີການປ້ອງກັນ ດ້ວຍການສວມຖົງຢາງອະນາໄມ ໂດຍສະເພາະແມ່ນການຮັກຮ່ວມເພດ ທີ່ເປັນການມີເພດສໍາພັນລະຫວ່າງເພດຊາຍດ້ວຍ
ກັນນັ້ນ ຖືວ່າເປັນສາເຫດ ທີ່ເຮັດໃຫ້ມີຄົນລາວ ຕິດເຊື້ອເພີ້ມຂຶ້ນຫລາຍທີ່ສຸດ ຕິດຕາມ
ດ້ວຍການຕິດເຊື້ອ ຈາກການຄ້າປະເວນີ ແລະການໃຊ້ເຂັມສັກຢາຮ່ວມກັນ ໃນກຸ່ມທີ່ຊົມ
ໃຊ້ຢາເສບຕິດເປັນປະຈໍາ.
ການສະແດງລະຄອນ ເພື່ອປຸກລະດົມ ການຕ້ານໂຣກເອດສ໌ ທີ່ໂຮງສະແດງລະຄອນແຫ່ງນຶ່ງ ທີ່ລາວ
ຍິ່ງໄປກວ່ານັ້ນ ສູນຕ້ານ
ໂຣກເອດສ໌ແຫ່ງຊາດລາວ
ໄດ້ເປິດເຜີຍໃຫ້ຮູ້ວ່າ ລາວ
ເປັນປະເທດນຶ່ງທີ່ມີປະຊາ
ກອນເພດຍິງຕິດເຊື້ອໂຣກ
HIV-AIDS ເພີ່ມຂຶ້ນຢ່າງໄວ
ວາທີ່ສຸດໃນຂົງເຂດອາຊີ-
ປາຊີຟິກ ເຊິ່ງກໍຄືອັດຕາ
ສະເລ່ຍການຕິດເຊື້ອໂຣກ
HIV-AIDS ຂອງປະຊາກອນ
ເພດຍິງລາວ ໄດ້ເພີ່ມຂຶ້ນຈາກ 18% ຂອງຈໍານວນຜູ້ຕິດເຊື້ອທັງໝົດໃນປີ 1990 ມາ
ເປັນເຖິງ 35% ໃນປີທີ່ແລ້ວນີ້.
ທັງນີ້ ເຖິງແມ່ນວ່າ ອັດຕາການຕິດເຊື້ອ HIV-AIDS ຂອງຄົນລາວໃນປັດຈຸບັນນີ້ ຍັງຄົງ
ຢູ່ໃນລະດັບທີ່ຕໍ່າ ເມື່ອທຽບໃສ່ກັບປະເທດອື່ນໆໃນພູມີພາກດຽວກັນ. ຈາກການສຸ່ມກວດ
ເລືອດຂອງປະຊາຊົນລາວຈໍານວນຫລາຍກສ່າ 2 ແສນຄົນໃນ 17 ແຂວງທົ່ວປະເທດ ນັບ
ແຕ່ປີ 1990- 2011 ນັ້ນກໍພົບວ່າ ມີຄົນລາວຕິດເຊື້ອຈໍານວນ 4,942 ຄົນ ຫລືຄິດເປັນ
ອັດຕາສະເລ່ຍການຕິດເຊື້ອໂຣກດັ່ງກ່າວພຽງແຕ່ 1.6% ເທົ່ານັ້ນກໍຕາມ. ຫາກແຕ່ກໍ່ປາ
ກົດວ່າ ມີຄົນທີ່ເປັນໂຣກເອດສ໌ແລ້ວ ຫຼາຍກວ່າ 2,500 ຄົນ ແລະເສຍຊີວິດໄປແລ້ວ ເຖິງ
1,100 ກວ່າຄົນ.
ສະຫະລັດໃຫ້ການຊ່ວຍເຫລືອລາວ ໃນການຕ້ານໂຣກເອດສ໌
ຊຶ່ງກໍຍ້ອນວ່າລະບົບໃນບໍລິ
ການດ້ານການປິ່ນປົວ ແລະ
ການຮັກສາສຸຂະພາບຂອງ
ລັດຖະບານນັ້ນ ຍັງຄົງບໍ່
ສາມາດທີ່ຈະໃຫ້ການເບິ່ງ
ແຍງບັນດາຄົນລາວທີ່ຕິດ
ເຊື້ອໂຣກດັ່ງກ່າວນີ້ໄດ້ຢ່າງ
ທົ່ວເຖິງ ແລະເມື່ອປະກອບ
ກັບການທີ່ລາວເປັນປະເທດ
ທີ່ມີຈຸດທີ່ຕັ້ງຢູ່ເຂດສູນກາງ ທີ່ສາມາດຈະເຊື່ອມຕໍ່ການຄົມມະນາຄົມແລະຂົນສົ່ງ ກັບບັນ
ດາປະເທດ ທີ່ຢູ່ໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນໄດ້ ໃນທຸກທິດທຸກທາງດ້ວຍແລ້ວ ກໍຍັງ
ນັບເປັນເງຶ່ອນໄຂສໍາຄັນທີ່ຈະເຮັດໃຫ້ປະຊາຊົນລາວມີຄວາມສ່ຽງຢ່າງສູງ ທີ່ຈະຕິດເຊື້ອ
ໂຣກດັ່ງກ່າວນີ້ຫລາຍຂຶ້ນນັບມື້ອີກດ້ວຍ. ດັ່ງທີ່ເຈົ້າໜ້າທີ່ລາວໄດ້ໃຫ້ການຊີ້ແຈງໃນຕອນ
ນຶ່ງວ່າ:
“ການຕິດເຊື້ອທາງເພດສໍາພັນຢູ່ບ້ານເຮົາເຫັນວ່າມັນເພີ່ມຫລາຍຂຶ້ນ
ໃນແຕ່ລະປີ ແລະເປັນປັດໃຈສ່ຽງຕໍ່ການຕິດພະຍາດດັ່ງກ່າວ ຢູ່ໃນຂົງ
ເຂດປະເທດອ້ອມຂ້າງຂອງເຮົາ ກໍແມ່ນມີການຕິດເຊື້ອຫລາຍຂຶ້ນ ແລະ
ລາວເຮົາກໍເປັນທາງຜ່ານ ແນ່ນອນວ່າ ການເດີນທາງໄປມາຫາສູ່ກັນ
ຂອງບັນດານັກທ່ອງທ່ຽວ ກໍແມ່ນບັນຫາທີ່ສະກັດກັ້ນບໍ່ໄດ້.”
ກຸ່ມປະຊາກອນລາວທີ່ຕິດເຊື້ອໂຣກ HIV-AIDS ຫລາຍທີ່ສຸດ ກໍຄືກຸ່ມແມ່ຍິງທີ່ປະກອບ
ອາຊີບຢູ່ໃນພາກບໍລິການ, ກຸ່ມແຮງງານເຄື່ອນຍ້າຍ, ກຸ່ມທີ່ຊົມໃຊ້ຢາເສບຕິດ, ກຸ່ມແຮງ
ງານອຸດສາຫະກໍາ, ກຸ່ມນັກຮຽນນັກສຶກສາທີ່ຢູ່ຕາມຫໍພັກແລະກຸ່ມຮັກຮ່ວມເພດຕາມລໍາດັບ.
ນອກຈາກນັ້ນ ກຸ່ມແຮງງານລາວທີ່ໄດ້ພາກັນໄປລັກລອບທໍາງານໂດຍຜິດກົດໝາຍຢູ່ໃນ
ປະເທດເພື່ອນບ້ານ ໂດຍສະເພາະແມ່ນກຸ່ມແຮງງານລາວເພດຍິງ ທີ່ລັກລອບທໍາງານຢູ່ໃນ
ປະເທດໄທ ໂດຍຜິດກົດໝາຍນັ້ນ ກໍມີໂອກາດທີ່ຈະຖືກບັງຄັບໃຫ້ຕ້ອງຂາຍບໍລິການທາງ
ເພດໂດຍຂາດການປ້ອງກັນຕົນເອງອີກດ້ວຍ ແລະຖ້າຫາກວ່າ ສະພາບການຍັງຄົງເປັນ
ຄືແນວນີ້ຕໍ່ໄປ ກໍເຮັດໃຫ້ມີການຄາດໝາຍວ່າ ຈະມີຄົນລາວຕິດເຊື້ອ HIV-AIDS ເພີ້ມຂຶ້ນ
ອີກເຖິງ 14,000 ຄົນ ພາຍໃນປີ 2015 ໂດຍໃນນະຄອນວຽງຈັນ ແລະແຂວງສະຫວັນ
ນະເຂດ ກໍຈະເປັນພື້ນທີ່ ທີ່ມີຜູ້ຜູ້ຕິດເຊື້ອຫລາຍທີ່ສຸດໃນລາວ ອີກດ້ວຍ.