ຜູ້ສະໝັກ ທັງສອງ ຕ່າງກໍອ້າງວ່າ ຕົນຊະນະ ການເລືອກຕັ້ງ ປະທານາທິບໍດີ ອິນໂດເນເຊຍ (ສະໄລດ໌)

ອິນໂດເນເຊຍກຳລັງມຸ່ງໜ້າໄປສູ່ການປະເຊີນໜ້າທາງດ້ານການ
ເມືອງທີ່ອາດຈະ ມີຂຶ້ນໃນວັນພຸດມື້ນີ້ ຫລັງຈາກຜູ້ສະໝັກທັງສອງ
ທ່ານຕ່າງກໍອ້າງວ່າ ຕົນເປັນຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງ
ປະທານາທິບໍດີ ທີ່ມີການຄວບຄຸມຢ່າງເຄັ່ງຄັດ.

ຈາກບັດ 80 ກວ່າເປີເຊັນທີ່ນັບໄປແລ້ວ ຜົນການນັບຄະແນນທີ່ບໍ່
ເປັນທາງການ ຈາກການເລືອກຕັ້ງໃນວັນພຸດມື້ນີ້ ສະແດງໃຫ້ເຫັນ
ວ່າ ເຈົ້າຄອງ​ນະຄອນຫຼວງ Jakata ທ່ານ Joko Widodo ​ມີຄະ
ແນນນຳໜ້າ ອະດີດ​ນາຍ​ພົນ Prabowo Subianto ປະມານ 5
ເປີເຊັນ​.

ທ່ານ Widodo ທີ່​ຮູ້​ກັນໃນ​ອີກຊື່ນຶ່ງ​ວ່າ Jokowi ໄດ້ຈັດການຖະແຫລງຂ່າວຂຶ້ນ ໃນທັນທີ
ປະກາດໂຕເອງເປັນຜູ້ໄດ້ຮັບໄຊຊະນະ.

ແຕ່ໃນເວລາຕໍ່ມາບໍ່ດົນທ່ານ Subianto ກໍໄດ້ປະກາດຢູ່ທີ່ການໂຮມຊຸມນຸມທາງ ການເມືອງ ແຫ່ງນຶ່ງວ່າ ການສຳຫຼວດຂອງໜ່ວຍໂຄສະນາຫາສຽງຂອງທ່ານສະ ແດງໃຫ້ເຫັນວ່າ ທ່ານ

ໄດ້ຮັບໄຊຊະນະໂດຍໄດ້ຮັບການສະໜັບສະໜຸນແລະສິດ ອຳນາດຈາກປະຊາຊົນ.

ການເລືອກຕັ້ງທີ່ມີການຄວບຄຸມຢ່າງເຄັ່ງຄັດ ແມ່ນເປັນການເລືອກແບບຕາຍຕົວ ສຳລັບຜູ້ມີ
ສິດປ່ອນບັດ 190 ລ້ານຄົນໃນອິນໂດເນເຊຍ ຊຶ່ງເປັນປະເທດປະຊາ ທິປະໄຕໃຫຍ່ສຸດອັນດັບ
3 ຂອງໂລກ.