ມີ 3 ຄົນແລ້ວ ເສຍຊີວິດ ຍ້ອນພູໄຟ ລະເບີດ ທີ່ເກາະ Java (ສະໄລດ໌/ວີດີໂອ)

ພູໄຟ Kelud ທີ່ລະເບີດ ຢູ່ອິນໂດເນເຊຍ

ປະທານາທິບໍດີອິນໂດເນເຊຍ ທ່ານ Susilo Banbang Yudho-
yono ໄດ້ປະກາດພາວະສຸກເສີນ ທີ່ເກາະ Java ຍ້ອນມີການລະ
ເບີດຂອງພູໄຟຄັ້ງໃຫຍ່ ຢູ່ເທິງເກາະດັ່ງກ່າວ.

ພູໄຟ Kelud ໄດ້ລະເບີດຂຶ້ນ ໃນຕອນແລງຂອງວັນພະຫັດຜ່ານ
ມາ ໂດຍສົ່ງຄວັນແລະຂີ້ເທົ່າ ພຸ່ງຂຶ້ນສູ່ທ້ອງຟ້າ ສູງເຖິງ 30 ກິໂລ
ແມັດ.

ການລະເບີດຂອງພູໄຟໜ່ວຍນີ້ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 3 ຄົນ
ແລະບັງຄັບໃຫ້ອີກ 100,000 ຄົນຕ້ອງໄດ້ຖືກຍົກຍ້າຍໜີໄປຈາກ ເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ.

ພູໄຟ Kelud ລະເບີດ ຢູ່ ອິນໂດເນເຊຍ



ໝາກຫີນແລະຄວັນຂີ້ເທົ່າຂອງພູໄຟ Kelud ໄດ້ປົກຄຸມຫົວເມືອງຕ່າງໆທີ່ຢູ່ໄກອອກໄປເຖິງ
500 ຫລັກກິໂລແມັດ. ບັນດາໂຮງຮຽນແລະທຸລະກິດໄດ້ພາກັນອັດກິດຈະການແລະຖ້ຽວບິນ ຕ່າງໆກໍໄດ້ຖືກຍົກເລີກ ຢູ່ທີ່ສະໜາມບິນ 7 ແຫ່ງ.

ທ່ານ Hadi Rudyatmo ເຈົ້າຄອງກຳແພງເມືອງ Surakarta ໃນເຂດພາກກາງຂອງເກາະ Java ກ່າວຕໍ່ວີໂອເອວ່າ ເມືອງຂອງທ່ານໄດ້ເປັນອຳມະພາດໃນວັນສຸກວານນີ້ ໂດຍທີ່ຫ້າງ ຮ້ານແລະໂຮງຮຽນຕ່າງໆ ໄດ້ພາກັນປິດໝົດ.

ພວກນັກວິທະຍາສາດຄິດວ່າ ການລະເບີດທີ່ຮ້າຍແຮງສຸດ ແມ່ນຜ່ານພົ້ນໄປ ແລ້ວ.

ອິນໂດເນເຊຍ ມີພູໄຟທີ່ຍັງມີການເຄື່ອນໄຫວຫລືລະເບີດເປັນບາງຄັ້ງບາງຄາວ ຢູ່ປະມານ
130 ໜ່ວຍ.

ໃນເດືອນແລ້ວນີ້ ການລະເບີດຂອງພູໄຟ Sinabung ທີ່ເກາະສຸມາຕຣາໄດ້ເຮັດໃຫ້ 16 ຄົນ ເສຍຊີວິດ ພ້ອມທັງບັງຄັບໃຫ້ຫລາຍໆພັນຄົນຕ້ອງໄດ້ຫລົບໜີໄປຈາກເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ ແລະສ້າງຄວາມເສຍຫາຍໃຫ້ແກ່ຜົນລະປູກຈຳນວນນຶ່ງ.

Your browser doesn’t support HTML5

Indonesia Volcano