ພູໄຟລະເບີດຮ້າຍແຮງຂຶ້ນ ທີ່ອິນໂດເນເຊຍ

  • ສິງ ບູຣົມມະວົງ

ພວກຊາວບ້ານກໍາລັງເບິ່ງພູໄຟ Mount Lokon ພົ່ນຂີ້ເຖົ່າໄຟຂຶ້ນສູ່ ອາກາດ ທີ່ເມືອງ Tomohon ເທິງເກາະ Sulawesi ແຂວງພາກເໜືອ ຂອງອິນໂດເນເຊຍ, ວັນທີ 17 ກໍລະກົດ 2011.

ພູ​ໄຟ​ແຫ່ງ​ນຶ່ງ​ໃນ​ພາກ​ກາງຂອງ​ອິນ​ໂດ​ເນ​ເຊຍ​ ທີ່​ໄດ້​ພົ່ນ​ຂີ້​ເຖົ່າ​ໄຟພ້ອມ​ທັງ​ກ້ອນ​ຫີນ
ແລະ​ຄວັນ​ໄຟ​ຂຶ້ນ​ສູ່​ທ້ອງ​ຟ້າ​ມາ​ເວລາ​ນຶ່ງ​ສັບປະດາ​ນັ້ນ ໄດ້ລະ​ເບີດ​ຂຶ້ນ​ຢ່າງແຮງ​ທີ່​ສຸດ​
ໃນ​ວັນ​ອາທິດ​ມື້​ນີ້ ​ເຮັດ​ໃຫ້​ພວກ​ຊາວບ້ານພາກັນແຕກ​ຕື່ນ​ ແລ່ນ​ກັບ​ຄືນ​ໄປ​ຍັງ​ບ່ອນ
ພັກ​ເຊົາ​ສຸກ​ເສີນ.

ພວກ​ນັກ​ຊ່ຽວຊານ​ກ່ຽວກັບ​ພູ​ເຂົາ​ໄຟ ກ່າວ​ວ່າ ການລະ​ເບີດ​ຂອງ​ພູ​ໄຟ Mount Lokon
ເທິງເກາະ​ຊູ​ລາ​ເວ​ສີ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ໄດ້​ສົ່ງ​ຂີ້​ເຖົ່າ​ໄຟ​ແລະ​ເສດ​ຫີນໄຟຂຶ້ນ​ສູ່​
ອາກາດ​ສູງ​ເຖິງ 3500 ​ແມັດ ​ແຕ່ບໍ່​ມີ​ລາຍ​ງານ​ວ່າ ​ມີ​ຜູ້ໄດ້​ຮັບບາ​ດ​ເຈັບ​.

ການ​ລະ​ເບີດ​ຂຶ້ນ​ຫລາຍ​ບັ້ນ​ຂອງ​ພູ​ໄຟ​ດັ່ງກ່າວໃນ​ແລງ​ວັນ​ພະຫັດ​ແລະ​ເຊົ້າ​ວັນ​ສຸກ​ຜ່ານ​ມາ
ນີ້​ ໄດ້​ເຮັດ​ໃຫ້​ແມ່ຍິງ​ຄົນ​ນຶ່ງ​ເສຍ​ຊີວິດ​ຍ້ອນຫົວ​ໃຈ​ວາຍ ​ໃນ​ຂະນະທີ່​ນາງແລ່ນຫລົບໜີ​ຈາກ
ການລະ​ເບີດ​ຂອງ​ພູ​ໄຟ​ນັ້ນ.

ຂົງ​ເຂດ​ດັ່ງກ່າວ​ໄດ້​ຢູ່​ໃນ​ທ່າ​ຕຽມ​ພ້ອມ​ໃນ​ລະດັບ​ສູງ​ສຸດມາ​ຕັ້ງ​ແຕ່​ມື້ວັນ​ຈັນ​ຜ່ານມາ​ ເວ​ລາ
ທາງ​ການ​ອິນ​ໂດ​ເນ​ເຊຍ​ເລີ້ມ​ອົບ​ພະຍົບຊາວບ້ານ​ອອກ​ໄປຈາກ​ເສ້ນ​ທາງ​ປິວຂອງຄວັນ
ແລະ​ຂີ້​ເຖົ່າ​ໄຟ​ນັ້ນ. ມາ​ຮອດ​ປັດຈຸບັນນີ້ ມີປະຊາຊົນ​ປະມານ 2500 ຄົນ​ໃນ​ຈໍານວນ​ຊາວ
ບ້ານ 28 ພັນ​ຄົນ​ ທີ່ອາ​ໄສ​ຢູ່​ຕາມ​ເຈີ້ຍ​ພູ​ທີ່​ເປັນ​ພື້ນ​ທີ່​ດິນ​ອຸດົມສົມບູນນັ້ນ ​ໄດ້​ຍົກ​ຍ້າຍ​
ອອກ​ຈາກ​ຂົງ​ເຂດ​ນີ້ໄປແລ້ວ.

ພູ​ໄຟ Mount Lokon ​ເປັນ​ນຶ່ງ​ໃນ​ບັນດາ​ພູ​ເຂົາ​ໄຟ​ທີ່​ລະ​ເບີດ​ຂຶ້ນ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ໃນ
ອິນ​ໂດ​ເນ​ເຊຍ. ​ເທື່ອ​ຫລ້າ​ສຸດ​ທີ່​ພູ​ໄຟ​ນີ້​ໄດ້​ລະ​ເບີດ​ຂຶ້ນແມ່ນໃນ​ປີ 1991 ​ຊຶ່ງ​ໄດ້ເຮັດ​ໃຫ້​
ຄົນ​ເດີນ​ປ່າຊາວ Switzerland ຄົນ​ນຶ່ງ​ເສຍ​ຊີວິດ​ໄປ.