ອິນໂດເນເຊຍຕັດສິນໂທດ ຈຳຄຸກນາຍ Bashir 15 ປີ

  • ໄພສານ ວໍຣະຈັກ

ນັກສອນສາສະໜາຫົວຮຸນແຮງອິນໂດເນເຊຍ ນາຍ Abu Bakar Bashir ຖືກຕັດສິນຈຳຄຸກເປັນເວລາ 15 ປີ ຍ້ອນພົວພັນກັບກຸ່ມ ທີ່ວາງແຜນຄາດຄະກຳປະທານາທິບໍດີ Susilo Bambang Yudhoyono (16 ມິຖຸນາ 2010)

ສານແຫ່ງນຶ່ງຂອງອິນໂດເນເຊຍໄດ້ຕັດສິນໂທດນາຍ Abu Bakar Bashir ນັກສອນສາ
ສະໜາອິສລາມຫົວຮຸນແຮງໃຫ້ຈຳຄຸກເປັນເວລາ 15 ປີຍ້ອນບົດບາດຂອງຜູ້ກ່ຽວໃນການ
ຈັດຕັ້ງ ແລະໃຫ້ເງິນສະໜັບສະໜຸນຄ້າຍຝຶກແອບພວກກໍ່ການຮ້າຍ.

ນັກສອນສາສະໜາທີ່ໃສ່ຊຸດຂາວທ່ານນີ້ບໍ່ໄດ້ສະແດງປະຕິກິລິຍາຫຍັງຫຼາຍຕໍ່ການຕັດສິນ
ໂທດຂອງສານຊຶ່ງໄດ້ມີຂຶ້ນໃນຕອນທ້າຍຂອງການດຳເນີນຄະດີເປັນເວລາ 6 ເດືອນ.

ມີການສົ່ງເຈົ້າໜ້າທີ່ຮັກສາຄວາມສະຫງົບອິນໂດເນເຊຍປະມານ 3,000 ຄົນໄປຍາມຮັກ
ສາການໃນບໍລິເວນອ້ອມແອ້ມສານ ເວລາສານອອກຄຳພິພາກສາແລະການຕັດສິນໂທດ
ຊຶ່ງຕ້ອງໄດ້ອ່ານ ເປັນເວລາຫຼາຍໆຊົ່ວໂມງນັ້ນ. ພວກສະໜັບສະໜຸນນາຍ Bashir ຈຳ
ນວນຫຼາຍຮ້ອຍຄົນພາກັນໄປເບິ່ງການຕັດສິນຈົນແໜ້ນສານແລະເບິ່ງໂທລະພາບທີ່ຖ່າຍ
ທອດຢູ່ນອກສານນຳດ້ວຍ.

ນາຍ Bashir ກ່າວໃນລະຫວ່າງທີ່ຜູ້ກ່ຽວຖືກນຳໂຕມາຂຶ້ນສານໃນຕອນເຊົ້າຂອງວັນພະ
ຫັດມື້ນີ້ວ່າ ການດຳເນີນຄະດີນີ້ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ອິນໂດເນເຊຍໄດ້ກາຍເປັນ ສະຕູຂອງສາສະໜາອິສລາມແລ້ວ. ນອກນັ້ນລາວຍັງໄດ້ກ່າວອ້າງຊໍ້າແລ້ວຊໍ້າອີກວ່າຂໍ້ຫາ ຕໍ່ລາວນັ້ນແມ່ນໄດ້ເສກສັນປັ້ນແຕ່ງຂຶ້ນ ໂດຍສະຫະລັດແລະອອສເຕຣເລຍ ເພື່ອປິດປາກ
ປິດສຽງການເທດສະນາສັ່ງສອນຂອງລາວ.

ຄະນະໄອຍະການຕ້ອງການຢາກໃຫ້ໃສ່ໂທດຈຳຄຸກຕະຫຼອດຊີວິດຕໍ່ນາຍ Bashir ຜູ້ຊຶ່ງ
ໄດ້ຖືກພົບເຫັນວ່າມີຄວາມຜິດ ໃນການຊ່ອຍໃຫ້ເງິນສະໜັບສະໜຸນ ແລະກໍ່ຕັ້ງຄ້າຍຝຶກ ແອບແຫ່ງນຶ່ງຂອງພວກກໍ່ການຮ້າຍ ທີ່ໄດ້ຖືກຄົ້ນພົບໃນປີກາຍນີ້ຢູ່ທີ່ແຂວງອາເຈ່ທີ່ຕັ້ງຢູ່
ໃນເຂດສອກຫຼີກຫ່າງໄກນັ້ນ. ເອກກະສານຕ່າງໆທີ່ຖືກພົບເຫັນ ຢູ່ໃນຄ້າຍຝຶກແອບສະ
ແດງໃຫ້ເຫັນ ວ່າກຸ່ມດັ່ງກ່າວນີ້ ໄດ້ວາງແຜນທີ່ຈະຄາດຕະກຳ ປະທານາທິບໍດີ Susilo
Bambang Yudhoyono ແລະໂຈມຕີເປົ້າໝາຍຕ່າງໆຂອງພວກຕາເວັນຕົກທີ່ນະຄອນ
ຫຼວງຈາກາຕ້າ.