ປ. ອິນໂດເນເຊຍ ຕັ້ງລັດຖະມົນຕີໃໝ່ 13 ຄົນ ໃນຄະນະລັດຖະບານ

ລັດຖະມົນຕີອິນໂດເນເຊຍ ທີ່ຖືກແຕ່ງຕັ່ງໃໝ່ ເພື່ອປະສານງານ ດ້ານກົດໝາຍ ການເມືອງ ແລະຄວາມປອດໄພ ທ່ານ Wiranto (ຊ້າຍ) ແລະລັດຖະມົນຕີການເງິນ ທ່ານນາງ Sri Mulyani Indrawati (ຂວາ).

ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ທ່ານ Joko Widodo ​ໄດ້​ຕັ້ງ​ລັດຖະມົນຕີ​ໃໝ່ 13 ທ່ານ ຢູ່​ໃນ​ລັດຖະບານ​ຂອງ​ທ່ານ​ໃນ​ວັນ​ພຸດ​ມື້​ນີ້ ຮວມທັງ​ອະດີດ​ນາຍພົນ​ທີ່ຖືກ​ກ່າວ​ຫາ​ວ່າ​ລະ​ເມີດ​ສິດທິ​ມະນຸດ​ລະຫວ່າງ​ການ​ຍຶດຄອງຕີ​ມໍ​ຕາ​ເວັນ​ອອກ​ຂອງ ອິນ​ໂດ​ເນ​ເຊຍ ​ໃນຊຸມ​ປີ 1990.

ທ່ານ Wiranto ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນລັດຖະມົນຕີຫົວໜ້າຮັກສາ​ຄວາມ​ປອດ​ໄພ ​ແທນ​ທ່ານ Luhut Pandjaitan ຜູ້​ທີ່​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ລັດຖະມົນຕີ​ຮັບຜິດ ຊອບ​ກິດຈະ ກຳ​ການ​ເດີນ​ເຮືອ​ທາງທະ​ເລ. ທ່ານ Wiranto ​ໄດ້​ເປັນຜູ້​ບັນຊາ​ການທະຫານ​ໃນ​ປີ 1999 ​ເວລາ​ທະຫານ ​ແລະກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້ ​ໂຈມ​ຕີກວດ​ລ້າງ​ຢ່າງ​ນອງ​ເລືອດ ​ເວລາຕີ​ມໍ​ຕາ​ເວັນ​ອອກ ໄດ້ລົງ​ຄະ​ແນນ​ສຽງແຍກໂຕ​ອອກເປັນ​ເອກ​ກະລາດ. ທ່ານ​ໄດ້​ຖືກ​ຟ້ອງ​ໂດຍສານສະຫະ​ປະຊາ​ຊາດ ຮັບຜິດຊອບ​ກ່ຽວ​ກັບ​ການກໍ່​ໂທດ​ກຳຕ້ານ​ມະນຸດຊາດ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຖືກດຳ​ເນີນ​ຄະດີ​ເທື່ອ.

ການ​ເຂົ້າຮັບໜ້າ​ທີ່ໃໝ່ຂອງ​ທ່ານ Pandjaitan ​ມີ​ຂຶ້ນ​ໃນ​ຂະນະ​ທີ່ຄວາມ​ເຄັ່ງ​ຕຶງຢູ່​ໃນ​ຂົງ ເຂດເອ​ເຊຍ​ປາຊິ​ຟິກ​ ພວມ​ເພີ້ມທະວີ​ຂຶ້ນ ຍ້ອນ​ການ​ອ້າງ​ເອົາ​ກຳມະສິດເກືອບ​ທັງ​ໝົ​ດ ຂອງ​ຈີນ ຢູ່​ທະ​ເລ​ຈີນ​ໃຕ້.

ສະມາຊິກ​ຄະນະ​ບໍລິຫານ​ອີກ​ຄົນ​ນຶ່ງ ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ ປະທານ​ນາ​ທິບໍດີ Widodo ​ໄດ້​ແກ່​ທ່ານນາງ Sri Mulyani Indrawati ນັກ​ປະຕິ​ຮູບ ​ແລະ​ຜູ້ອຳນວຍ​ການ​ບໍລິ​ຫານທະ
ນາຄານ​ໂລກ​ຄົນ​ປັດຈຸບັນ ​ທີ່​ຈະ​ຮັບ​ໜ້າ​ທີ່ເປັນ​ລັດຖະມົນຕີ​ການ​ເງິນ. ທ່ານນາງ Indrawati ​ໄດ້​ຮັບເຂົ້າຮັບຕຳ​ແໜ່​ງ​ແຕ່​ປີ 2005 ຫາປີ 2010 ​ເວລາ​ທ່ານ​ນາງ​ໄດ້​ຖືກ​ຍ້ອງ ຍໍ ​ໃນ​ການ​ນຳພາ​ເສດຖະກິດ​ອິນ​ໂດ​ເນ​ເຊຍ ​ອອກ​ຈາກ​ວິ​ກິດ​ການດ້ານ​ການ​ເງິນ​ໂລກ​ໃນ​ປີ 2008.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ