ປ້ອມຕຳຫຼວດ ອີກແຫ່ງນຶ່ງ ໃນອິນໂດເນເຊຍ ຖືກໂຈມຕີ

ພວກຕຳຫຼວດຕໍ່ຕ້ານກໍ່ການຮ້າຍ ຢືນຍາມຢູ່ ພາຍຫລັງຈາກລະເບີດແຕກ ຢູ່ຫ້ອງການຂອງຕຳຫຼວດ ໃນເມືອງຊູຣາບາຢາ ຂອງອິນໂດເນເຊຍ, ວັນທີ 14 ພຶດສະພາ 2018.

ມີຕຳຫຼວດຄົນນຶ່ງເສຍຊີວິດ ໃນການໂຈມຕີປ້ອມຕຳຫຼວດ ທີ່ເກາະສຸມາຕຣາຂອງ
ອິນໂດເນເຊຍ ໃນວັນພຸດມື້ນີ້.ລົດຕູ້ຄັນນຶ່ງທີ່ມີຜູ້ຊາຍ 5 ຄົນ ໄດ້ຂັບໄປຈອດຢູ່ຕໍ່ໜ້າ
ປະຕູທາງເຂົ້າ ປ້ອມຕຳຫຼວດຂອງເມືອງຣີອາວ (Riau) ແລະໃນທັນທີ ພວກຜູ້ຊາຍຈຸນີ້
ກໍໄດ້ໂດດລົງຈາກລົດ ແລະເລີ້ມການໂຈມຕີຕຳຫຼວດດ້ວຍງ້າວຊາມູຣາຍ.

ພວກຜູ້ຊາຍ 4 ຄົນໄດ້ຖືກຕຳຫຼວດຍິງຕາຍ ແລະຜູ້ຕ້ອງສົງໄສຄົນທີ 5 ໄດ້ຖືກຈັບໂຕໄວ້
ໃນຂະນະທີ່ຜູ້ກ່ຽວພະຍາຍາມຫລົບໜີໄປ ຈາກບ່ອນເກີດເຫດ. ມີນັກຂ່າວຄົນນຶ່ງ ທີ່ໄປ
ເອົາຂ່າວ ຢູ່ໃນພິທີທີ່ຈະຈັດຂຶ້ນຢູ່ປ້ອມຕຳຫຼວດດັ່ງກ່າວ ໄດ້ຮັບບາດເຈັບ.

ພວກສະມາຊິກ ເຈົ້າໜ້າທີ່ຕຳຫຼວດ ໜ່ວຍເກັບກູ້ລະເບີດ ກຳລັງກວດກາເບິ່ງຊາກພວກລົດຈັກ ທີ່ໄດ້ຮັບຄວາມເສຍຫາຍ ບ່ອນທີ່ລະເບີດແຕກຂຶ້ນ ຢູ່ດ້ານນອກຂອງໂບດແຫ່ງນຶ່ງ ໃນເມືອງ ຊູຣາບາຢາ ໃນເກາະຈາວາ ຕາເວັນອອກ ຂອງອິນໂດເນເຊຍ, ວັນທີ 13 ພຶດສະພາ 2018.


ເຫດຮ້າຍໃນວັນພຸດມື້ນີ້ ມີຂຶ້ນ 2 ມື້ ຫຼັງຈາກຄອບຄົວ ຂອງຜູ້ໂຈມຕີສະຫຼະຊີບທີ່ມີ
ສະມາຊິກ 6 ຄົນ ຮວມທັງຜູ້ທີ່ຢູ່ໃນໄວໜຸ່ມ ແລະເດັກນ້ອຍ ໄດ້ໂຈມຕີວັດຄຣິສຕຽນ
3 ແຫ່ງ ເຮັດໃຫ້ມີຜູ້ເສຍຊີວິດບໍ່ຕ່ຳກວ່າ 13 ຄົນ ແລະບາດເຈັບອີກ 41 ຄົນ ທີ່ເມືອງ
ສຸຣາບາຢາ ຊຶ່ງເປັນຫົວເມືອງໃຫຍ່ອັນດັບ 2 ຂອງອິນໂດເນເຊຍ. ນຶ່ງມື້ຕໍ່ມາ ຄອບຄົວ
ທີ່ປະກອບດ້ວຍສະມາຊິກ 5 ຄົນ ກໍໄດ້ໂຈມຕີສະຫຼະຊີບ ຕໍ່ກອງບັນຊາການຕຳຫຼວດ
ທີ່ເມືອງສຸຣາບາຢາ ເຮັດໃຫ້ມີ 10 ຄົນບາດເຈັບ ຮວມທັງຕຳຫຼວດ 4 ຄົນ ແລະ
ພົນລະເຮືອນ 6 ຄົນ.

ກຸ່ມລັດອິສລາມໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີທັງ 2.

ການໂຈມຕີທີ່ມີມາເປັນລຳດັບ ມີຂຶ້ນໃນຂະນະທີ່ອິນໂດເນເຊຍ ຊຶ່ງເປັນປະເທດ ທີ່
ນັບຖືສາສະໜາອິສລາມໃຫຍ່ທີ່ສຸດໃນໂລກ ຕ້ອນຮັບການມາຮອດມາເຖິງມື້ທຳອິດ
ຂອງເດືອນສັກສິດຣາມາດານ.

Your browser doesn’t support HTML5

Indonesia Violence

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ