DISREGARD THIS ONE ຕໍາຫລວດອີນໂດເນເຊຍ ສັງຫານຜູ້ສົງໃສວາງແຜນ ກໍ່ການຮ້າຍຫ້າຄົນ ທີ່ເກາະຕາກອາກາດບາຫລີ

ເຈົ້າໜ້າທີ່ຕໍາຫລວດ ຢືນຍາມຫີບສົບຂອງຜູ້ຕ້ອງຫາຄົນນຶ່ງທີ່ຖຶກຍິງຕາຍ ທີ່ໂຮງພະຍາບານ ໃນເມືອງ Denpasar, Bali, Indonesia, ວັນຈັນ ທີ່ 19, ທີນາ 2012.

ເຈົ້າ​ໜ້າ​ທີ່​ອີນ​ໂດ​ເນ​ເຊຍກ່າວ​ວ່າ​ ຕໍາຫລວດ​ທີ່ເກາະ​ຕາກ​ອາກາດບາຫລີ ​ໄດ້ສັງຫາ​ນ
ຜູ້​ຕ້ອງ​ສົງ​ໃສ​ເປັນ​ພວກ​ຫົວ​ຕໍ່ສູ້ ​ຫ້າ​ຄົນ ທີ່​ວາງ​ແຜນຈະ​ທໍາ​ການໂຈມ​ຕີ ຮວມທັງປຸ້​ນຈີ້
ເປົ້າ​ໝາຍ​ຫລາຍ​ແຫ່ງ​ໃນເກາະ.

ເຈົ້າ​ໜ້າ​ທີ່ກ່າວ​ອີກວ່າ ຜູ້​ຕ້ອງສົງ​ໃສ​ທັງ​ຫ້າ​ຄົນ​ນັ້ນ​ໄດ້​ເສຍ​ຊີວິດໄປ​ໃນແລງວັນ​ອາທິດ​
ວານ​ນີ້ ​ໃນ​ກາ​ນຍິງ​ຕໍ່ສູ້ກັນ​ກັບ​ເຈົ້າ​ໜ້າ​ທີ່​ຕໍາຫລວດ. ​ເຂົາ​ເຈົ້າ​ອະພິ​ບາຍ​ວ່າ ບ່ອນ​ເກີ​ດ
ເຫດ​ນັ້ນແມ່ນ​ເປົ້າ​ໝາຍ​ຕາມ​ປົກກະຕິ ຂອງ​ພວກ​ກໍ່​ການ​ຮ້າຍ ​ແລະກ່າວອີກ​ວ່າ
ຕໍາຫລວດ​ໄດ້​ຍຶດອາ​ວຸດ​ປືນ​ສອງ​ກະບອກ ​ແລະ​ລູກ​ກະ​ສູນ​ຈໍາ​ນວນຫລາຍ​ສິບ​ລູກ.

ສື່ມວນ​ຊົນ​ລາຍ​ງານ​ວ່າ ບັນດາສະມາຊິກຂອງໜ່ວຍ Detachment 88 ຊຶ່ງ​ເປັນໜ່ວຍ
ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍຫົວ​ກະທິນັ້ນ ​ໄດ້​ປະກອບ​ສ່ວນ​ໃນ​ການ​ປາບ​ປາມຄັ້ງ​ນີ້.

ເຊື່ອກັນ​ວ່າ ຫ້າ​ຄົນ​ທີ່​ຖືກ​ຂ້າ​ຕາຍ​ນັ້ນ​ ມີ​ການ​ເຊື່ອມ​ໂຍງ​ກັບກຸ່​ມກໍ່​ການ​ຮ້າຍ​ຕ້ອງ​ສົງ​ໃສ
ກຸ່ມ​ນຶ່ງທີ່ຖືກກ່າວ​ຫາ​ວ່າ ​ໄດ້​ຂ້າ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຄົນ​ນຶ່ງ ​ໃນ​ລະຫວ່າງ​ການ​ປຸ້ນ​ທະ​ນາ
ຄາ​ນ​ແຫ່ງ​ນຶ່ງທີ່​ເມືອງ ມີ​ດານ ແຂວງຊູ​ມາຕຣາເໜືອ​ ໃນ​ທ້າຍ​ປີ 2010. ມີ​ລາຍ​ງານ​ວ່າ
ກຸ່​ມດັ່ງ​ກ່າວ​ພະພາຍາ​ມຊອກ​ຫາເງີ​ນ​ມາ​ເປັນ​ທຶນ​ດໍາ​ເນີນ​ກິດ​ຈະ​ການ​ຂ​ອງ​ພວກເຂົາ .

ການ​ປະຕິບັດ​ການ​ຄັ້ງ​ນີ້ແມ່ນຕິດຕາມ​ມາ ຫລັງ​ຈາກ​ການ​ເລີ້ມຕົ້ນະ​ດີ​ຂອງ Umar Patek
ເມື່ອ​ເດືອນ​ແລ້ວ​ນີ້ ຊຶ່ງ​ເປັນ​ຜູ້​ສົງ​ໃສ​ກໍ່​ການ​ຮ້າຍ​ອິສຣາມິກ ທີ່​ສ້າງ​ລະ​ເບີດ​ໄຊ້​ໃນ​ປີ 2002
ໂຈມ​ຕີຢູ່​ເກາະ​ບາ​ຫລີ ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດໄປ​ກວ່າ 200 ຄົນ ຊຶ່ງ​ສ່ວນ​ໃຫ່ຍ​ແມ່ນ​ບັນດາ
ນັກ​ທອງ​ທ່ຽວ ອອສ​ເຕຣຍ.