ເຮືອບິນຂົນສົ່ງຂອງທະຫານອິນໂດເນເຊຍ ຕົກ ເຮັດໃຫ້ທັງໝົດ 13 ຄົນຢູ່ໃນເຮືອບິນເສຍ ຊີວິດ.
ເຮືອບິນເຮີຄິວລີສ C-130 ໄດ້ຂຶ້ນຈາກເມືອງ ຕີມີກາ ໃນແຂວງປາປົວໃນວັນອາທິດມື້ນີ້ ແລ້ວ ເກີດອຸບັດເຫດໃນເວລາບໍ່ທໍ່ໃດນາທີ ກ່ອນກຳນົດລົງຈອດໃນເມືອງ ວາມີນາ ເມືອງ ຫຼວງຂອງ ແຂວງ ຈາຢາວີຈາຢາ ທີ່ເປັນພູເຂົາ.
ຜູ້ບັນຊາການກຳລັງທັບອາກາດ ອາກຸສ ສຸປຣີອັດນາ ກ່າວວ່າ ສາເຫດຂອງອຸບບັດເຫດ ຄັ້ງນີ້ ອາດເປັນຍ້ອນອາກາດບໍ່ດີ.
ຄຳຖະແລງຂອງກອງທັບອາກາດເວົ້າວ່າ ເຮືອບິນລຳດັ່ງກ່າວບັນທຸກສະບຽງອາຫານໜັກ 12 ໂຕນ.
ພວກເຈົ້າໜ້າທີ່ເວົ້າວ່າ ຊາກສົບຂອງພວກເຄາະຮ້າຍເກັບກູ້ເອົາມາໄດ້ໝົດແລ້ວ.
ໃນເດືອນແລ້ວນີ້ ເຮລີກັອບເຕີ້ລຳນຶ່ງຂອງອິນໂດເນເຊຍກໍຕົກ ເຮັດໃຫ້ສາມຄົນເສຍຊີວິດ.
Your browser doesn’t support HTML5
Indonesia Plane Crash