ໝົດທັງ 18 ຄົນເສຍຊີວິດ ໃນອຸບັດຕິເຫດ ເຮືອບິນຕົກ ຢູ່ອິນໂດເນເຊຍ

  • ໄພສານ ວໍຣະຈັກ

ຮູບທີ່ນຳເຜີຍແຜ່ໂດຍໜ່ວຍກູ້ໄພອິນໂດເນເຊຍ ທີ່ສະແດງໃຫ້ເຫັນ ຊາກຂອງເຮືອບິນ Casa 212 ຕົກຢູ່ລະ ຫວ່າງກາງກົກໄມ້ ທີ່ພູ Hulusekelem ໃນເຂດເມືອງ Bahorok ທາງພາກເໜືອຂອງເກາະສຸມາຕຣາ (30 ກັນຍາ 2011)

ພວກກູ້ໄພອິນໂດເນເຊຍກ່າວວ່າ ທັງໝົດ 18 ຄົນທີ່ເດີນທາງໄປນຳເຮືອບິນທີ່ປະສົບອຸບັດ
ຕິເຫດຕົກຢູ່ເກາະສຸມາຕຣານັ້ນ ໄດ້ເສຍຊີວິດ.

ເຮືອບິນໝາກປິ່ນ ຕິດເຄື່ອງອາຍພົ່ນ CASA 221 ທີ່ອອກແບບໂດຍສະເປນພວມເດີນ
ທາງຈາກເມືອງເມດານໄປຍັງແຂວງອາເຈ່ທີ່ຕັ້ງຢູ່ໃກ້ຄຽງເທິງເກາະສຸມາຕຣາ ໃນມື້ວັນວັນ
ພະຫັດຜ່ານມາ ເວລາເຮືອບິນລຳດັ່ງກ່າວ ໄດ້ສົ່ງສັນຍານຂໍການຊ່ອຍເຫຼືອສຸກເສີນແລະ ຫຼັງຈາກນັ້ນກໍຫາຍໄປຈາກຈໍເຣດ້າ.

ມີຄວາມຫວັງກັນວ່າ ອາດຍັງມີພວກທີ່ລອດຊີວິດມາໄດ້ເວລາພວກກູ້ໄພພົບເຫັນຊາກ
ຂອງເຮືອບິນຈາກເທິງອາກາດ ໃນມື້ວານນີ້ ແລະເວົ້າວ່າລຳໂຕຂອງເຮືອບິນ ບໍ່ໄດ້ຫັກ ອອກຈາກກັນແລະປະຕູບ່ອນນຶ່ງໄດ້ມີການເປີດອອກມາ.

ຄະນະກູ້ໄພເວົ້າວ່າ ຜູ້ໂດຍສານ 14 ຄົນ ແລະພະນັກງານ 4 ຄົນຍັງຮັດສາຍແອວຢູ່ໃນ
ບ່ອນນັ່ງຂອງພວກເຂົາເຈົ້າ. 4 ຄົນຂອງພວກທີ່ເສຍຊີວິດແມ່ນເປັນເດັກນ້ອຍ.