ອິນໂດເນເຊຍ ສືບສ່ວນ ເຫດການລະເບີດ ຢູ່ໂຮງງານທາດນິກເກີລຂອງຈີນ

ເຈົ້າໜ້າທີ່ຕໍາຫຼວດ ແລະ ຄົນງານ ຢືນຢູ່ໃກ້ຈຸດທີ່ເຕົາເຜົາລະເບີດ ຢູ່ທີ່ໂຮງງານຫຼອມເຫຼັກສແຕນເລດ PT Indonesia Tsingshan ໃນເມືອງ Morowali, ທາງພາກກາງຂອງເກາະສຸລາເວສີ (Sulawesi), ອິນໂດເນເຊຍ, ວັນທີ 24 ທັນວາ 2023.

ລັດຖະບານ​ອິນ​ໂດ​ເນ​ເຊຍ​ ບອກກັບ​ວີ​ໂອ​ເອວ່າ ຕົນ​ກຳລັງ​ສືບສວນ​ເຫດການ​ລະ​ເບີດທີ່ຮ້າຍແຮງ ​ທີ່​ເກີດ​ຂຶ້ນ​ຢູ່​ໂຮງງານທາດ​ນິກ​ເກິ​ລຂອງ​ຈີນ​ ໃນຊ່ວງ​ຕອນ​ເຊົ້າ​ວັນ​ອາທິດ​ວານນີ້ ເຊິ່ງໄດ້ເຮັດໃຫ້​ຜູ້ອອກແຮງ​ງານ​ຊາວອິນ​ໂດ​ເນ​ເຊຍ 8 ຄົນ ​ແລະ​ຊາວ​ຈີນ 5 ຄົນ ເສຍຊີວິດ ​ແລະຢ່າງນ້ອຍ 46 ຄົນ​ໄດ້​ຮັບ​ບາດ​ເຈັບ.

ກະຊວງ​ປະສານ​ງານດ້ານ​ການ​ເດີນ​ເຮືອ​ ແລະ​ການ​ລົງທຶນ ​ຮຽກຮ້ອງ​ໃຫ້​ສືບ​ສວນ​ຢ່າງ​ລະອຽດ​ກ່ຽວ​ກັບ​ສາ​ເຫດ​ຂອງ​ການ​ລະ​ເບີດ​ຂອງເຕົາເຜົາ ​ທີ່​ເກີດ​ຂຶ້ນ​ຢູ່​ໂຮງງານ​ເຫຼັກ ສແຕນເລດ ຊິງຊານ (Tsingshan Stainless Steel) ​ຂອງ​ອິນ​ໂດ​ເນ​ເຊຍ, ເຊິ່ງເປັນບໍລິສັດ​ຍ່ອຍ​ຂອງ PT Indonesia Morowali Industrial Park (PT IMIP) ​ໃນ​ເກາະສຸລາເວສີ (Sulawesi).

ທ່ານເຊັບຕຽນ ຮາຣີໂອ ເຊໂຕ (Septian Hario Seto), ຮອງຜູ້​ປະສານ​ງານ​ດ້ານ​ການ​ລົງທຶນ ​ແລະ ບໍ່​ແຮ່ ​ຂອງ​ກະຊວງ​ປະສານ​ງານ​ດ້ານ​ການ​ເດີນ​ເຮືອ ​ແລະ ການ​ລົງທຶນ ກ່າວ​ຕໍ່ວີ​ໂອ​ເອວ່າ ທີມ​ງານ​ຈາກ​ກະຊວງ​ກຳລັງ​ເດີນທາງ​ໄປທີ່​ສະຖານ​ທີ່ເກີດເຫດ “ເພື່ອໃຫ້ແນ່ໃຈ​ວ່າ ທຸກ​ດ້ານ​ຂອງການ​ຮັບ​ມືກັບ​ອຸບັດ​ເຫດ​ຄັ້ງນີ້​ ແມ່ນເປັນໄປຕາມ​ແຜນ ຫຼື​ຂັ້ນ​ຕອນ.”

ອ່ານຂ່າວນີ້ເປັນພາສາອັງກິດ