ອິນໂດເນເຊຍ ມີແຜນການ ຈະເປີດ ບໍລິການທ່ອງທ່ຽວ ດ້ານການແພດ

  • ໄພສານ ວໍຣະຈັກ

ພວກນັກທ່ອງທ່ຽວ ພາກັນຊົມທິວທັດ ພະອາທິດອັດສະດົງຫຼືຕາເວັນຕົກ ທີ່ເກາະບາຫຼີ ປະເທດອິນໂດເນເຊຍ (4 ເມສາ 2011)

ຫຼາຍໆປະເທດໃນເອເຊຍໄດ້ຈັດຕັ້ງທຸລະກິດການທ່ອງທ່ຽວ ທາງດ້ານການແພດທີ່ມີກໍາໄລ ງາມ ໂດຍການສະເໜີໃຫ້ການປິ່ນປົວພວກຄົນເຈັບ ໃນລາຄາຖືກ ຫຼືຂັ້ນຕອນການປິ່ນປົວ ທີ່ໜ້າເຊື່ອຖືຫຼາຍກວ່າທີ່ພວກເຂົາເຈົ້າສາມາດພົບເຫັນຢູ່ໃນປະເທດເຂົາເຈົ້ານັ້ນ. ປັດຈຸບັນນີ້ ເຈົ້າໜ້າທີ່ ອິນໂດເນເຊຍຫວັງວ່າ ຈະຊັກຊວນໃຫ້ພວກຄົນເຈັບຕ່າງປະເທດເຂົ້າໄປຮັບການ ປິ່ນປົວຢູ່ທີ່ນັ້ນ. ແຕ່ຜູ້ສື່ຂ່າວວີໂອເອ Kate Lamb ມີລາຍງານຈາກກຸງຕາກາຕ້າວ່າ ຍັງມີ ພວກທີ່ສົງໄສວ່າອິນໂດເນເຊຍຈະມີຄວາມສາມາດ ຫຼືຄວນຈະພັດທະນາອຸສາຫະກໍາທ່ອງ ທ່ຽວດ້ານການແພດນີ້ ຫຼືບໍ່.

ພວກ​ທີ່​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຄ່​າປິ່ນປົວ​ພະຍາບານຢູ່​ທີ່​ປະ​ເທດ​ຂອງ​ຕົນ​ແລ້ວ ​ເອ​ເຊຍ​
ໄດ້​ກາຍ​ເປັນ​ບ່ອນ​ປິ່ນປົວ​ພະຍາບານ ທີ່​ມີລາຄາ​ຖືກ. ໃນການຜ່າຕັດ​ເຮັດ​ສັນ​ຍະ​ກຳ​ຕົກ​ແຕ່ງ
ນັ້ນ ມີ​ຈຳນວນ​ນຶ່ງ ​ພາກັນ​ເລືອກ​ໄປ​ເຮັດ​ຢູ່​ເກົາຫຼີ​ໃຕ້. ສຳລັບ​ການຜ່າຕັດ​ປ່ຽນ​ອະ​ໄວຍະ​ວະ
ແມ່ນ​ເລືອກ​ໄປ​ເຮັດ​ຢູ່​ຈີນໃນ​ຂະນະ​ທີ່​ປະ​ເທດ​ໄທ​ແມ່ນ​ນິຍົມ​ກັນ​ໃນ​ການໄປປົວ​ແຂ້ວ​ແລະ​ການ
ເຄັ່ງ​ໃບ​ໜ້າ.

ເມື່ອ​ໄວໆ​ມານີ້ ກະຊວງ​ສາທາ​ລະນະ​ສຸກ​ອິນ​ໂດ​ເນ​ເຊຍ​ປະກາດ​ວ່າ ຕົນ​ມີ​ຈຸດປະສົງ​ທີ່​ຈະ​ເປັນ
ປາຍທາງ​ສຳລັບ​ພວກ​ນັກ​ທ່ອງ​ທ່ຽວ​ດ້ານ​ການ​ແພດ​ພາຍ​ໃນ​ປີ 2015. ​ໃນຂະນະ​ທີ່​ປັດຈຸບັນ​ນີ້
ອິນ​ໂດ​ເນ​ເຊຍມີ​ໂຮງໝໍ​ແຕ່​ພຽງ 5 ​ແຫ່ງ​ທໍ່​ນັ້ນ ທີ່​ນາໆ​ຊາດໃຫ້ການຮັບ​ຮູ້ໃນ​ທົ່ວປະ​ເທດຊຶ່ງ​ມີ
ພົນລະ​ເມືອງທັງໝົດ 240 ລ້ານ​ຄົນນັ້ນກະຊວງ​ສາທາລະນະ​ສຸກ​ກ່າວ​ວ່າຕົນ​ຫວັງ​ວ່າຈະ​ເພີ່ມ
ຈຳນວນ​ໂຮງໝໍ​ທີ່​ນາໆ​ຊາດ​ຮັບ​ຮູ້​ຂຶ້ນ​ເປັນຫຼາຍກວ່າ 2 ​ເທົ່າ​ພາຍ​ໃນໄລຍະ 3 ປີ ​ຂ້າງ​ໜ້າ.

ທ່ານ Supriyantoro ​ອະ​ທິບໍດີ​ພະ​ແນ​ກບໍລິການ​ດ້ານ​ການ​ແພດຂອງ​ກະຊວງ​ສາທາລະນະ
ສຸກ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າໃນ​ຂັ້ນຕົ້ນອິນ​ໂດ​ເນ​ເຊຍ​ຈະ​ສົ່ງ​ເສີມ​ການ​ໃຫ້​ບໍລິການ​ທາງ​ດ້ານ​ການ
ແພດ​ແກ່​ພວກ​ນັກ​ທ່ອງ​ທ່ຽວຈາກ​ພາຍ​ໃນ​ພູມີພາກ.

ທ່ານ Supriyantoro ກ່າວ​ວ່າ “​ເປົ້າໝາຍ​ຂອງ​ພວກ​ເຮົາ​ກ່ອນ​ອື່ນ​ໝົດ ​ແມ່ນ​ເຂດ​ເອ​
ເຊຍ ຫຼັງຈາກ​ນັ້ນ ກໍ​ແມ່ນ​ເອ​ເຊຍ​ປາຊີ​ຟິກ ​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ຈາກອອສ​ເຕຣ
ເລຍ ມາ​ເລ​ເຊຍແລະ​ປະ​ເທດ​ໄທ. ​ເຖິງ​ແມ່ນ​ພວກເຮົາ​ຮູ້​ດີ​ວ່າ ​ໃນປັດຈຸບັນ​ນີ້ມາ​ເລ ​
ເຊຍ​ແລະ​ໄທມີ​ໂຄງການທ່ອງ​ທ່ຽວ​ທາງ​ດ້ານ​ການ​ແພດທີ່ດີກວ່າ​ພວກ​ເຮົາ​ກໍ​ຕາມ.”

ເກາະ​ບາຫຼີຊຶ່ງ​ເປັນ​ສະຖານ​ທີ່​ຕາກ​ອາກາດ​ອັນສຳຄັນແມ່ນເປັນ​ບ່ອນ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ
ນິຍົມສູງ​ຢູ່​ແລ້ວສຳລັບ​ພວກ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ສຸຂະພາບ​ແຂງ​ແຮງນັ້ນຈະ​ເປັນ​ຈຸດ​ເພັ່ງ​ເລັງແກນ
ກາງ​ກ່ຽວ​ກັບ​ແຜນການ​ດັ່ງກ່າວ.

ທ່ານໝໍ Wei Siang Yu ຈາກ​ສິງກະ​ໂປກ່າວ​ວ່າ ​ເກາະ​ແຫ່ງ​ເທບພະ​ເຈົ້າ ຊຶ່ງ​ເປັນ​ທີ່​ຮູ້​ກັນ​
ໃນ​ອີກ​ຊື່​ນຶ່ງ​ຂອງ​ເກາະ​ບາຫຼີນັ້ນ ອາດ​ຈະ​ມີ​ສື່​ຊຽງ​ໃໝ່ໃນ​ອີກ​ບໍ່​ດົນ​ນີ້.

ດຣ Wei ​ເວົ້າວ່າ “​ສາມ​ປະ​ເທດ​ທີ່​ມີ​ການ​ປິ່ນປົ​ວພະຍາບານສຳລັບ​ພວກ​ນັກ​ທ່ອງ​
ທ່ຽວທາງ​ດ້ານ​ການ​ແພດ​ ຂ້າພະ​ເຈົ້າຄິດ​ວ່າ ສິງກະ​ໂປ ​ໄທແລະ​ແມ່ນ​ແຕ່​ມາ​ເລ​
ເຊຍຕ່າງ​ກໍ​ມີ​ທ່າທາງ​ວ່າ​ ຢູ່​ໃນ​ຂັ້ນນຳ​ໜ້າ​ ແຕ່​ໃນ​ດ້ານ​ການທ່ອງທ່ຽ​ວເພື່ອ​ຫາ​ໝໍ​
ເຮັດ​ປະສົມ​ທຽມໃຫ້​ມີ​ລູກນັ້ນ ຍັງບໍ່​ມີ​ປະ​ເທດ​ໃດ​ເທື່ອເປັນ​ຜູ້ນຳ​ໜ້າ ​ແລະ​ມັນ​ເປັນ
ເລື່ອງ​ບ່ອນ​ທີ່​ເທັກ​ໂນ​ໂລ​ຈີ​ສາມາດ​ເຂົ້າມາ​ມີບົດບາດ​ໄດ້ ​ເກາະ​ບາຫຼີ​ແມ່ນ​ໄດ້​ມີ​ຊື່
ສຽງ ໃນ​ຕ່າງປະ​ເທດ ເປັນ​ຢ່າງ​ດີ​ຢູ່ແລ້ວ ພ້ອມ​ທັງ​ເປັນ​ບ່ອນທີ່ສວຍສົດ​ງົດ​ງາມ ​
ແລະ​ອຸສາ​ຫະກຳ​ໃນ​ການ​ເຮັດ​ໃຫ້​ມີ​ສຸຂະພາບ​ແຂງ​ແຮງ ກໍ​ໄດ້​ມີ​ການຈັດຕັ້ງຂ້ອນ
ຂ້າງ​ດີແລ້ວ.”

ມີ​ພວກ​ແມ່ຍິງ​ໃນ​ຈຳນວນ​ຫຼາຍຂຶ້ນນຳ​ນັບ​ມື້ ທີ່​ໄດ້ຕັດສິນ​ໃຈ​ແຕ່ງງານແລະ​ມີ​ລູກ​ຕາມ​ພາຍຫຼັງ
ນັ້ນດຣ Wei ​ກ່າວ​ວ່າ ມີ​ຕະຫຼາດ​ເພີ່ມຂຶ້ນສຳລັບ IVF ຫຼືການ​ປະສົມ​ທຽມ​ເພື່ອ​ເຮັດ​ໃຫ້ມີ​ລູກ
ນັ້ນ ທີ່​ສາມາດ​ໃຫ້​ບໍລິ​ການ​ໄດ້​ໃນ​ລາຄາ​ຖືກໆແລະ​ເກາະ​ບາຫຼີ​ແມ່ນມີ​ສິ່ງ​ແວດ​ລ້ອມ​ທີ່​ເໝາະ​ສົມ
ເພື່ອ​ຊ່ອຍ​ໃນ​ການ​ຕັ້ງຄັນຫຼືຖືພານັ້ນ.

ດຣ Wei ​ເວົ້າວ່າ “ການຮັກ​ສາ​ສຸຂະພາບແມ່ນ​ກ່ຽວ​ກັບ​ຄຸນຄ່າ​ທາງ​ດ້ານ​ສັງຄົມ ມັນ​
ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ສຳລັບ​ບຸກຄົນ​ໃດ​ບຸກຄົນ​ນຶ່ງ ​ເວົ້າວ່າ ກ່ອນ​ຈະ​ເລີ່​ມ​ເຮັດ
ການ​ປະສົມ​ທຽມ ​ເພື່ອ​ໃຫ້​ມີ​ລູກນັ້ນ ​ເຂົາ​ເຈົ້າຕ້ອງ​ໄດ້​ຜ່ານ ການ​ຝຶກ​ຫັດ​ທາງ​ດ້ານ
ສັງຄົມແລະ​ດ້ານຈິດ​ໃຈ​ເສຍ​ກ່ອນ ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າຜ່ອນຄາຍ​ຄວາມ​ຕຶງ​ຄຽດ ​
ແລະ​ປ່ອຍ​ໃຫ້​ຮ່າງກາຍ​ ໄດ້​ພັກຜ່ອນຈັກ​ເລັກ​ຈັກ​ໜ້ອຍ. ສິ່ງ​ຕ່າງໆ​ທີ່​ພາ​ໃຫ້​ເກີດ​
ຄວາມ​ຕຶງ​ຄຽດ ຄວາມ​ເປື້ອນ​ເປິະທາງ​ດ້ານ​ສະພາບ​ແວດ​ລ້ອມ​ ສາມາດ​ມີ​ຜົນ​ກະ
ທົບຕໍ່​ຄຸນ​ສະພາບ​ຂອງ​ນໍ້າ​ອະສຸຈິ​ແລະ​ໄຂ່​ໄດ້.”

ນອກ​ນັ້ນກະຊວງ​ສາທາລະນະ​ສຸກ​ອິນ​ໂດ​ເນ​ເຊຍ​ຍັງ​ໄດ້​ສະ​ແຫວ​ງຫາ​ການ​ຮ່ວມ​ມື​ກັບ​ໂຮງໝໍ
ຕ່າງໆ​ໃນ​ອອສ​ເຕຣລ​ເຍ​ແລະ​ຢູ​ໂຣບ ບ່ອນ​ທີ່​ອິນ​ໂດ​ເນ​ເຊຍ​ສາມາດ​ນຳ​ສະ​ເໜີ​ ການ​ໃຫ້​ບໍລິ
ການ​ລະດັບ​ໂລກ ​ແລະ​ການ​ບໍລິການ​ພິ​ເສດ​ໃນ​ດ້ານ​ຕ່າງໆ ​ເຊັ່​ນການຜ່າຕັດ​ທີ່​ກ່ຽວ​ກັບ​ໂຄງ
ກະດູກ​ແລະ​ການຮັກສາ​ແລະ​ບຳບັດຈາກ​ການ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

ແຕ່​ຊາວ​ອິນ​ໂດ​ເນ​ເຊຍ​ທີ່​ຮັ່ງມີ​ຈຳນວນ​ຫຼວງຫຼາຍພາກັນ​ເດີນທາງ​ໄປ​ປິ່ນປົວ​ພະຍາບານ​ຢູ່​ສິງ
ກະ​ໂປ​ແລະ​ມາ​ເລ​ເຊຍ​ນັ້ນພວກ​ຕຳ​ໜິຕິຕຽນ​ຍັງ​ມີ​ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ​ຢູ່​ວ່າ ລະບົບ​ການປິ່ນ
ປົວ​ພະຍາບານ​ຂອງ​ອິນ​ໂດ​ເນ​ເຊຍ ຈະ​ສາມາດ​ແຂ່ງຂັນ​ໄ​ດ້ຫຼືບໍ່.

ດຣ Prijo Sidipratramo ຫົວໜ້າ​ສະມາຄົມ​ການ​ແພດ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວວ່າ​ ລັດຖະ
ບານ​ໄດ້​ບ່າຍ​ບ່ຽງ​ກ່ຽວ​ກັບ​ເລື່ອງບູລິ​ມະ​ສິດ.

ດຣ Prijo ​ເວົ້າວ່າ “ກ່ອນ​ທີ່​ກະຊວງ​ສາທາລະນະ​ສຸກ​ຈະ​ອອກ​ມາ​ຖະ​ແຫຼງ​ໃນ​ທຳນອງ
ນີ້ກ່ອນອື່ນ​ໝົດພວກເຂົາ​ເຈົ້າຕ້ອງ​ໄດ້​ສຳນຶກ​ວ່າ ຍັງ​ມີ​ຜູ້​ຄົນ​ເປັນ​ຈຳນວນຫຼວງຫຼາຍ
ຍັງ​ເຂົ້າບໍ່​ເຖິງ​ລະລົບ​ຮັກສາ​ສຸຂະພາບ. ຂ້າພະ​ເຈົ້າຄິດ​ວ່າຄວາມໝາຍ​ໝັ້ນຫຼືຄວາມ​
ຮັບຜິດຊອບ​ຂອງ​ລັດຖະບານສາທາລະນະ​ລັດ​ອິນ​ໂດ​ເນ​ເຊຍຈະ​ອຳນວຍ​ໃຫ້​ປະຊາ
ຊົນ​ທັງ​ໝົດ​ ເຂົ້າ​ເຖິງ​ລະບົບ​ຮັກສາສຸຂະພາບ. ນັ້ນ​ແມ່ນ​ພາລະກິດ​ອັນ​ທຳ​ອິດ ຊຶ່ງ​
ເປັນ​ສິ່ງ​ທີ່​ສຳຄັນ​ສຸດ. ​ແລະ​ກ່ຽວ​ກັບ​ການທ່ອງທ່ຽວ​ດ້ານ​ສຸຂະພາບ​ຢູ່​ອິນ​ໂດ​ເນ​ເຊຍ
ນັ້ນ ຂ້າພະ​ເຈົ້າຄິດ​ວ່າ ມັນ​ສາມາດ​ແບ່ງປັນ​ຫຼືມອບ​ໃຫ້​ພາກສ່ວນ​ເອກ​ກະ​ຊົນ​ເຮັດບໍ່​
ແມ່ນ​ລັດຖະບານ.”

ໂດຍ​ທີ່ຍັງ​ມີຊາວ​ອິນ​ໂດ​ເນ​ເຊຍ​ຈຳນວນຫຼາຍກວ່າ 31 ລ້ານ​ຄົນດຳລົງ​ຊີວິດຕໍ່າ​ກວ່າ​ເສັ້ນວັດ ​
ແທກ​ຄວາມທຸກ​ຍາກນັ້ນ ການ​ມີ​ການ​ປິ່ນປົວ​ສຸຂະພາບ​ທີ່​ເໝາະ​ສົມ​ຈຶ່ງ​ເປັນ​ສິ່ງ​ທີ່​ຟູມ​ເຟືອຍບໍ່
ແມ່ນ​ທຸກ​ຄົນ​ສາມາດ​ມີ​ໄດ້.

ພາຍ​ໃຕ້ໂຄງການ​ທີ່​ກຳກັບ​ໂດຍ​ລັດຖະບານ ​ໃນ​ທາງ​ເຕັກນິກ​ແລ້ວ ຊາວ​ອິນ​ໂດ​ເນ​ເຊຍ​ທຸກໆ
ຄົນ​ແມ່ນ​ສາມາດ​ໄດ້​ຮັບ​ການ​ປິ່ນປົວ​ສຸຂະພາບແບບ​ບໍ່​ເສຍ​ເງິນແຕ່​ພວກ​ຄົນ​ທຸກ​ຍາກ​ຈຳນວນ
ຫຼວງຫຼາຍ​ໃນ​ອິນ​ໂດ​ເນ​ເຊຍ​ແມ່ນ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ພະຍາບານ​ເລີຍ. ​ເລື່ອງ​ດັ່ງກ່າວ​ນີ້​ໂດຍ​
ສະ​ເພາະ​ແລ້ວ​ແມ່ນ​ເປັນຄວາມ​ຈິງ​ຢູ່​ໃນເຂດ​ສອກຫຼີກຫ່າງ​ໄກ ທີ່ບໍ່​ມີ​ສຸກສາລາ​ຫຼືທ່ານໝໍພຽງພໍ
ເພື່ອ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ທ້ອງ​ຖິ່ນ​ນັ້ນ.