40 ຄົນ ຍັງຫາຍສາບສູນ ຫຼັງຈາກ ເຮືອຫຼົ້ມ ຢູ່ນອກຝັ່ງ ມາເລເຊຍ (ວີດິໂອ)

Your browser doesn’t support HTML5

ເຈົ້າໜ້າທີ່ມາເລເຊຍ ພວມຊອກຄົ້ນຫາ ພວກຄົນງານອິນໂດເນ
ເຊຍ ຢ່າງໜ້ອຍ 40 ຄົນ ໃນອຸບັດຕິເຫດເຮືອຫຼົ້ມ ຂະນະທີ່ພວມ
ເດີນທາງກັບຄືນບ້ານ ເພື່ອສະຫຼອງວັນສິ້ນສຸດລົງຂອງເດືອນສັກ
ສິດອົດອາຫານຣາມາດານ.

ເຈົ້າໜ້າທີ່ເວົ້າວ່າ ເຮືອພວກຄົນງານຫຼົ້ມ ຍ້ອນຟອງທະເລໃຫຍ່
ຢູ່ນອກແຄມ ຝັ່ງຂອງລັດ Johor ທາງພາກໃຕ້ ຂອງມາເລເຊຍ ໃນຕອນເດິກຂອງຄືນວັນ
ພະຫັດຫລືຕອນເຊົ້າມືດຂອງມື້ວັນສຸກວານນີ້.

ຕຳຫຼວດກ່າວວ່າ ມີຜູ້ໂດຍສານ 4 ຄົນຂອງເຮືອລຳດັ່ງກ່າວໄດ້ຖືກຊ່ອຍຊີວິດໄວ້ໄດ້ແລະ ການຊອກຄົ້ນຫາພວກທີ່ຍັງເຫຼືອອີກ 40 ຄົນພວມດຳເນີນຢູ່ຕໍ່ໄປ.

ເຈົ້າໜ້າທີ່ເຊື່ອວ່າ ຊາວອິນໂດເນເຊຍຈຸນີ້ແມ່ນເປັນພວກຄົນງານຜິດກົດໝາຍໃນມາເລ ເຊຍ ແລະພວກເຂົາເຈົ້າໄດ້ພາກັນເດີນທາງໄປນຳເຮືອທີ່ບໍ່ປອດໄພ ເພື່ອຫຼີກລ່ຽງຕໍ່ການ
ຄວບຄຸມຊາຍແດນ.