ພວກປະທ້ວງຫລາຍພັນຄົນ ທີ່ເດີນທາງມາຈາກທົ່ວທຸກຫົນແຫ່ງ ເພື່ອຮ່ວມປະກອບສ່ວນ
ໃນການໂຮມຊຸມນຸມກັນຄັ້ງໃຫຍ່ ໄດ້ພາກັນເດີນຂະບວນຢ່າງສັນຕິໄປຕາມຖະໜົນຫົນທາງ
ສາຍໃຫຍ່ໆຂອງນະຄອນຫລວງ Jakarta ເພື່ອນໍາຄວາມຮ້ອງທຸກຂອງເຂົາເຈົ້າ ໄປຍັງທໍາ
ນຽບປະທານາທິບໍດີ ໃນວັນອັງຄານ ຜ່ານມານີ້.
ຜູ້ນຶ່ງໃນຈໍານວນຝຸງຊົນທີ່ອັ່ງອໍກັນນັ້ນ ກໍຄືນາຍ Dede Rasani ກໍາມະກອນໂຮງງານ ອາຍຸ
45 ປີ ຈາກເມືອງບັນດຸງ ແລະເປັນສະມາຊິກຄົນນຶ່ງຂອງສະຫະພັນກໍາມະບານອິນໂດເນເຊຍ.
ນາຍ ເດເດ ກ່າວວ່າ “ລັດຖະບານບໍ່ ລໍ່າໄລນໍາສິດທິຂອງພວກຄົນງານ ແລະກໍບໍ່ໄດ້
ຈັດຕັ້ງປະຕິບັດກົດໝາຍແຮງງານ ຢ່າງຖືກຕ້ອງເໝາະສົມ.”
ນາຍ ເດເດ ກ່າວຕໍ່ໄປວ່າ ລັດຖະບານຄວນຈະຂຶ້ນຄ່າຈ້າງຕໍ່າສຸດ ວາງກົດເກນການຈ່າຍເງິນ
ບໍານານ ແລະຢຸດເຊົາການສົ່ງວຽກອອກໄປເຮັດຢູ່ຕ່າງປະເທດ.
ການປະທ້ວງເມື່ອວັນອັງຄານຜ່ານມານີ້ ແມ່ນເປັນບັ້ນລ່າສຸດໃນຫລາຍໆບັ້ນ ໃນປີຜ່ານມາ.
ຜົນສໍາເລັດຂອງພວກຄົນງານຂຸດບໍ່ແຮ່ Freeport ຂອງແຂວງປາປົວຕາເວັນຕົກ ທີ່ເມື່ອບໍ່ດົນ
ມານີ້ ໄດ້ຮັບອະນຸມັດການຂຶ້ນອັດຕາຄ່າຈ້າງ 37 ເປີເຊັນ ຫລັງຈາກການນັດປະທ້ວງຢຸດງານ
ເປັນເວລາສາມເດືອນນັ້ນ ໄດ້ເປັນການຊຸກຍູ້ໃຫ້ພວກກໍາມະກອນໃນທົ່ວປະເທດພາກັນລຸກຮືຂຶ້ນ.
ໃນເດືອນກຸມພາຜ່ານມາປີນີ້ ພວກຄົນງານໂຮງງານ 20,000 ຄົນ ທີ່ແຂວງ Java ຕາເວັນຕົກ
ກໍໄດ້ທວງໃຫ້ຂື້ນຄ່າແຮງງານຕໍ່າສຸດ ແລະພວກເຂົາເຈົ້າກໍຊະນະ. ໄຊຊະນະຂອງພວກເຂົາເຈົ້າ
ຄັ້ງນັ້ນ ຍັງຜົນໃຫ້ເກີດລຸກຮືຂຶ້ນຂອງພວກຄົນງານ ຈົນໄດ້ຮັບໄຊຊະນະ ໃນອີກ 8 ແຂວງ.
ເມື່ອບໍ່ດົນມານີ້ເຊັ່ນກັນ ບໍລິສັດຜະລິດເຄຶ່ອງກີລາ Nike ກໍໄດ້ຖືກບັງຄັບໃຫ້ ຈ່າຍເງິນໃຫ້ແກ່
ພວກຄົນງານທ້ອງຖິ່ນຂອງຕົນ 1 ລ້ານໂດລາ ທີ່ເປັນເງິນຄ່າທໍາງານລ່ວງເວລາ ຫລືໂອເວີທາຍ
ທີ່ທາງບໍລິສັດບໍ່ໄດ້ຈ່າຍໃຫ້. ມາບັດນີ້ ຊໍ້າພັດມີບັນຫາຂັດແຍ້ງກັນຊຸດໃໝ່ ກ່ຽວກັບຂໍ້ກ່າວຫາ
ຕ່າງໆທີ່ປາກົດຂຶ້ນມາ ທີ່ວ່າເຄຶ່ອງແບບ ສໍາລັບໃສ່ໃນງານແຂ່ງຂັນໂອລິມປິກ ທີ່ລອນດອນ
ປະເທດອັງກິດນັ້ນ ແມ່ນຜະລິດຢູ່ໃນໂຮງງານທີ່ຂູດຮີດແຮງງານ ຄືຈ່າຍຄ່າຈ້າງຕໍ່າ ພ້ອມທັງ
ບັງຄັບໃຫ້ເຮັດວຽກຫລາຍຊົ່ວໂມງຢູ່ໃນອິນໂດເນເຊຍນັ້ນ.
ແຕ່ເຖິງແມ່ນໄດ້ມີການປະທ້ວງເພີ່ມຂຶ້ນນັບມື້ກໍຕາມ ນັກເສດຖະສາດ Ichsan Fauzi ກໍ
ກ່າວວ່າ ໜ່ວຍແຮງງານຖືກໆອັນໃຫຍ່ຫລວງຂອງອິນໂດເນເຊຍນັ້ນ ແມ່ນເຮັດໃຫ້ເປັນໄປ
ໄດ້ຍາກ ທີ່ທາງການຈະປັບປຸງສິດທິຂອງພວກຄົນງານທັງໝົດ ໃຫ້ດີຂຶ້ນໄດ້. ທ່ານ Fauzi
ອະທິບາຍວ່າ:
“ການທີ່ວ່າ ການຫວ່າງງານ ແລະການບໍ່ມີວຽກເຮັດເຕັມເວລາ ຍັງມີຢູ່ໃນອິນໂດເນເຊຍ
ແລະປະກອບເປັນ 30 ເປີເຊັນຂອງກໍາລັງແຮງງານທັງໝົດນັ້ນ ແມ່ນໝາຍຄວາມວ່າ ຈະ
ມີພວກຄົນທີ່ພ້ອມແລະເຕັມໃຈຈະຮັບງານທີ່ໄດ້ຄ່າຈ້າງຕໍ່ານັ້ນຢູ່ ຊຶ່ງເປັນຄ່າແຮງທີ່ຕໍ່າກວ່າ
ຄ່າແຮງຕໍ່າສຸດອີກຊໍ້າ ແລະນັ້ນກໍເທົ່າກັບເປັນການປິດກັ້ນ ການເຄຶ່ອນໄຫວດ້ານແຮງງານ
ຂອງທາງການ.”
ເວລານີ້ ອິນໂດເນເຊຍກໍາລັງປະເຊີນກັບການເສດຖະກິດທີ່ເຕີບໂຕຂຶ້ນຢ່າງວ່ອງໄວ ແຕ່ວ່າ
ພວກຄົນງານໂຮງຈັກໂຮງງານຊາວອິນໂດເນເຊຍ ກໍຍັງຮວມຢູ່ໃນພວກທີ່ໄດ້ຮັບຄ່າແຮງຕໍ່າ
ທີ່ສຸດໃນຂົງເຂດເອເຊຍ ຄືມີລາຍໄດ້ປະມານ 100 ຫາ 200 ໂດລາ ຕໍ່ເດືອນ ຊຶ່ງຕໍ່າກວ່າຈີນ
ອິນເດຍ ມາເລເຊຍ ແລະໄທ ອີກ.
ຫລາຍບໍລິສັດກໍວ່າຈ້າງຄົນງານຢູ່ຕ່າງປະເທດ ເພື່ອຫລີກລ່ຽງພັນທະຕ່າງໆໃນກົດໝາຍ
ແຮງງານ. ແຕ່ເຖິງແມ່ນອັດຕາການວ່າຈ້າງຄົນງານພາຍນອກຈະລົດຕໍ່າລົງ ກໍຍັງມີຄວາມ
ຢ້ານກົວກັນວ່າ ພວກບໍລິສັດຕ່າງປະເທດຈະພາກັນໄປຊອກຫາແຮງງານຖືກໆຢູ່ບ່ອນອື່ນ.
ນັກເສດຖະສາດ Ichsan ກ່າວວ່າ ເຖິງແມ່ນວ່າໄດ້ມີໄຊຊະນະເມື່ອໝໍ່ໆມານີ້ຂອງກຸ່ມແຮງ
ງານຕ່າງໆກໍຕາມ ອິນໂດເນເຊຍກໍຍັງຢູ່ຫ່າງໄກຫລາຍຈາກ ການທີ່ຈະສາມາດດໍາເນີນ
ຄວາມພະຍາຍາມແບບມີການປະສານງານກັນ ທີ່ໄດ້ປັບປຸງສິດທິຂອງພວກຄົນງານໃຫ້ດີຂຶ້ນ
ຢູ່ໃນປະເທດອື່ນໆນັ້ນ ຊຶ່ງທ່ານກ່າວວ່າ:
“ຕົວຢ່າງ ພວກເຮົາບໍ່ສາມາດທີ່ຈະສົມທຽບການເຄຶ່ອນໄຫວດ້ານແຮງງານຢູ່ໃນອິນໂດ
ເນເຊຍ ກັບພວກທີ່ຢູ່ໃນຂົງເຂດຢູໂຣບຕາເວັນຕົກ ທີ່ມີການນັດຢຸດງານທີ່ແຜ່ລາມອອກ
ໄປຢ່າງກວ້າງຂວາງນັ້ນໄດ້. ການປະທ້ວງແບບນັ້ນແມ່ນບໍ່ເຄີຍເຫັນ ຢູ່ໃນປະເທດນີ້.”
ແຕ່ເຖິງແມ່ນວ່າ ເວົ້າໂດຍລວມແລ້ວ ສະຫະພັນແຮງງານຢູ່ໃນອິນໂດເນເຊຍຍັງແຕກກະຈັດ
ກະຈາຍກັນຢູ່ກໍຕາມ ເມື່ອໝໍ່ໆມານີ້ ກໍໄດ້ມີເຈັດກຸ່ມທີ່ໄດ້ປະກາດວ່າ ພວກເຂົາເຈົ້າຈະຈັດ
ຕັ້ງອົງການແມ່ ລະດັບຊາດຂຶ້ນມາ ເພື່ອຄຸ້ມຄອງໝົດທຸກກຸ່ມ.
ໃນການຕອບສະໜອງຕໍ່ການໂຮມຊຸມນຸມກັນເມື່ອວັນອັງຄານຜ່ານມານັ້ນ ປະທານາທິບໍດີ
Susilo Banbang Yudhoyono ຂອງອິນໂດເນເຊຍ ໄດ້ປະກາດ ເພດານລາຍໄດ້ໃໝ່ທີ່
ສູງຂຶ້ນ ທີ່ຈະບໍ່ຖືກຕັດພາສີ ພ້ອມດ້ວຍໂຄງການລິເລິ່ມເພື່ອສະໜອງບ້ານຢູ່ອາໃສລາຄາຖືກ
ໃຫ້ແກ່ພວກຄົນງານ.