ໝອກຄວັນ ຢູ່ສິງກະໂປ ຖີບຂຶ້ນ ສູ່ລະດັບ ອັນຕະລາຍ (ວີດິໂອ)

ດວງຕາເວັນກໍາລັງໂຜ່ຂຶນສູ່ທ້ອງຟ້າ ຢູ່ເໜືອເມືອງທີ່ເປັນສູນກາງຫານຄ້າ ຫລື CBD ເຂດຕຶກສູງ ໃນຂະນະທີ່ມີໝອກປົກຫຸ້ມຢ່າງໜາ ໃນວັນທີ 20 ມິຖຸນາ 2013.

ໝອກຄວັນທີ່​ເພີ້ມທະວີຄວາມຮ້າຍແຮງຂຶ້ນ ຍ້ອນໄຟໄໝ້ປ່າ
ຢູ່ອິນໂດເນເຊຍ ຍັງສືບຕໍ່ຖີບຕົວສູງຂຶ້ນສູ່ລະດັບ​ໃໝ່​ທີ່​ເປັນ
ອັນຕະລາຍ ຢູ່ສິງກະໂປ ຊຶ່ງເປັນປະເທດເພື່ອນບ້ານນັ້ນ
ແລະເປັນໄພຂົ່ມຂູ່ ເຮັດໃຫ້ສາຍສໍາພັນລະຫວ່າງສອງປະ
ເທດເພີ້ມຄວາມເຄັ່ງຕຶງຂຶ້ນ.

ເຈົ້າໜ້າທີ່ສິງກະໂປ ຮຽກຮ້ອງໃຫ້ປະຊາຊົນບໍ່ໃຫ້ອອກບ້ານ
ອອກເຮືອນ ໃນວັນພະຫັດມື້ນີ້ ໃນຂະນະທີ່ໝອກຄວັນປົກ
ຄຸມທ້ອງຟ້າຂອງປະເທດດັ່ງກ່າວຊຶ່ງ​ເຮັດ ໃຫ້ດັດຊະນີມົນລະ
ພິດທາງ​ອາກາດ ຖີບ​ຕົວ​ຂຶ້ນສູງ​ເປັນ​ປະຫວັດ​ການ ສູ່ລະດັບ
371 ຊຶ່ງເປັນສະຖິຕິໃໝ່ ທຽບໃສ່ມື້ວານນີ້.

ການຈູດ​ເຜົາປ່າ​ແບບ​ຜິດ​ກົດໝາຍ ແລະຕົ້ນໄມ້ຢູ່​ຕາມ​ໄຮ່ຂອງພວກຊາວສວນ ອິນໂດ
ເນເຊຍ ມັກຈະພາໃຫ້​ເກີດໝອກຄວັນຢູ່ໃນຂົງເຂດ ໃນລະຫວ່າງລະດູຮ້ອນທີ່ແຫ້ງ
ແລ້ງນີ້. ແຕ່ສະພາບການໃນອາທິດນີ້​ໄດ້ເຮັດໃຫ້ສາຍພົວພັນທາງ ການທູດລະຫວ່າງ
ສອງປະເທດ ມີຄວາມຕຶງຄຽດຢ່າງບໍ່​ເຄີຍ​ມີມາກ່ອນ.

Your browser doesn’t support HTML5

ສິງກະໂປ ຕໍານິອິນໂດເນເຊຍ ເລື້ອງໝອກຄວັນ ຍ້ອນໄຟໄໝ້ປ່າ


ທ່ານ Vivian Balakrishnan ລັດຖະມົນຕີກະຊວງສິ່ງແວດລ້ອມຂອງສິງກະໂປ ໄດ້
ຮຽກຮ້ອງໃນວັນພະຫັດມື້ນີ້ ​ໃຫ້ອິນໂດເນເຊຍ “​ເອົາ​ມາດຕະການແບບຮີບດ່ວນ ແລະ
ເດັດຂາດ” ເພື່ອແກ້ໄຂບັນຫາ ທີ່ທ່ານ​ເວົ້າວ່າ ເປັນໝອກຄວັນຮ້າຍແຮງທີ່ສຸດ ເທົ່າທີ່
ປະເທດຂອງທ່ານເຄີຍໄດ້ປະເຊີນມາ.

ອິນໂດເນເຊຍໄດ້ກ່າວປ້ອງກັນການຮັບ​ມື​ກັບໄຟໄໝ້ປ່າຂອງ​ຕົນ ໂດຍເວົ້າວ່າຕົນກໍາລັງ
ພະຍາຍາມທີ່ຈະ​ໃຫ້ການ​ອົບຮົມ​ແກ່​ພວກເຈົ້າຂອງດິນປູກຝັງໃຫ້ຮູ້ທາງເລືອກອື່ນ ແທນ
ວິທີການຈູດ​ເຜົາປ່າ​ເພື່ອ​ເຮັດ​ໄຮ່​ແບບດັ້ງເດີມ ທີ່ບໍ່ເສຍຄ່າໃຊ້ຈ່າຍຫລາຍນັ້ນ.

ວີດິໂອ - ນາຍົກ ລມຕ ສິງກະໂປ ກ່າວວ່າ ຄວັນໝອກຍັງຈະປົກຄຸມໂຕເມືອງ ໄປອີກຫລາຍມື້:

Your browser doesn’t support HTML5

Singapore PM: Haze from Indonesia Could Blanket City for Weeks