ອິນ​ໂດ​ເນ​ເຊຍ ເປີດ​ລົດ​ໄຟ​ໃຕ້​ດິນ ​ເທື່ອ​ທຳ​ອິດ ໃນ​ນະ​ຄອນຫຼວງ ​ຈາ​ກາ​ຕາ

ຄົນ​ກຳ​ລັງ​ທົດ​ລອງ​ຂີ່​ລັດ​ໄຟ​ໃຕ້​ດິນ (MRT) ໃນ​ນະ​ຄອນ​ຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ວັນ​ທີ 21 ກຸມ​ພາ 2019.

ພິ​ທີ​ເປີດລົດ​ໄຟ​ໃຕ້ດິນແຫ່ງ​ທຳ​ອິດ​ຂອງ ອິນ​ໂດ​ເນ​ເຊຍ ໄດ້​ໄຂ​ຂຶ້ນໃນ​ວັນ​ອາ​ທິດ​ມື້​ນີ້ ໃນ
​ນະ​ຄອນ​ຫຼວງ ຈາ​ກາ​ຕາ ຊຶ່ງ​ເປັນນຶ່ງໃນການ​ປັບ​ປຸງໂຄງ​ຮ່າງ​ພື້ນ​ຖານຫຼາຍ​ຢ່າງ​ຄັ້ງຫຼ້າ
​ສຸດ ເພື່ອ​ຊ່ວຍ​ໃຫ້​ທົ່ວ​ປະ​ເທດ ກຳ​ຈັດບັນ​ຫາ​ການ​ສັນ​ຈອນ​ຕິດ​ຂັດ.

ປະ​ທາ​ນາ​ທິ​ບໍ​ດີ ວີ​ໂດ​ໂດ ໄດ້​ເປີດ​ພິ​ທີ​ຂັ້​ນ​ທຳ​ອິດ ທີ່​ລໍ​ຖ້າ​ມາ​ເປັນ​ເວ​ລາ​ດົນ​ນານ ​ຂອງ
ເສັ້ນ​ທາງ​ລົດ​ໄຟ​ໃຕ້​ດິນ, ເສັ້ນ​ທາງ​ລົດ​ໄຟ​ໃຕ້​ດິນຍາວ 16 ກິ​ໂລ​ແມັດ ທີ່​ແລ່ນ​ຈາກ​ຕົວ​
ເມືອງ​ຂອງ​ນະ​ຄອນຫຼວງ ຈາ​ກາ​ຕາ ຫາພາກ​ໃຕ້.

ປະ​ທາ​ນາ​ທິ​ບໍ​ດີ ​ອິນ​ໂດ​ເນ​ເຊຍ ທ່ານ​ ໂຈ​ໂກ ວີ​ໂດ​ໂດ ກ່າວ​ວ່າ “ມື້​ນີ້​ເຮົາ​ຈະ​ເລີ້ມຄວາມ
​ສີ​ວິ​ໄລ​ໃໝ່ ດ້ວຍ​ການ​ປະ​ຕິ​ບັດ​ງານ​ຂັ້ນ​ທຳ​ອິດ​ຂອງລົດ​ໄຟ​ດ່ວນ ຫຼື MRT ໃນ​ນະ​ຄອນ​
ຈາ​ກາ​ຕາ.”

ທ່ານ​ ວີ​ໂດ​ໂດ ຍັງ​ໄດ້​ຮ່​ວ​ມ​ຢູ່​ໃນ​ພິ​ທີເລີ້ມ​ກໍ່​ສ້າງ​ເສັ້ນ​ທາງ 8 ກິ​ໂລ​ແມັດ ທີ່​ມຸ່ງ​ໜ້າ​ສູ່​ພາກ
​ເໜືອ ຊຶ່ງ​ເປັນ​ແຜນ​ທີ່​ຈະ​ເສັດ​ສິ້ນ​ລົງໃນ​ປີ 2024.

ໂຄງ​ການ​ທີ່​ມີ​ມູນ​ຄ່າ 2 ພັນ 6 ຮ້ອຍ​ລ້ານ​ໂດ​ລານັ້ນ ແມ່ນ​ທຶນ​ທີ່​ມາ​ຈາກ​ເງິນ​ກູ້​ຢືມ​ຈາກ
​ອົງ​ການ​ການ​ຮ່ວມ​ມື​ສາ​ກົນຍີ່​ປຸ່ນ.

ການ​ສັນ​ຈອນ​ຕິດ​ຂັດ​ ໄດ້​ຮຸນ​ແຮງ​ຂຶ້ນ​ຢ່າ​ງ​ຊັກ​ໃຊ້ໃນ​ສິບ​ປີ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ຈຳ​
ນວນ​ຂອງ​ລົດ ຢູ່ໃນ​ເຄືອ​ຂ່າຍຖະ​ໜົນ​ຫົນ​ທາງທີ່​ເກົ່າ​ແກ່​ຂອງ​ນະ​ຄອນຫຼວງ ​ຈາ​ກາ​ຕາ
ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.


Indonesia's first subway opened Sunday in Jakarta, the latest of many infrastructure improvements made nationwide to stave off crippling traffic gridlock.

President Joko Widodo inaugurated the first phase of a long-awaited, 16-kilometer subway line running south from Jakarta's downtown.

"Today we will begin a new civilization by operating the first phase of the MRT, Mass Rapid Transit, in Jakarta."

Widodo also presiding over a groundbreaking ceremony for an 8-kilometer line heading northward, planned to be completed by 2024.

The $2.6 billion dollar project is funded through a loan from the Japan International Cooperation Agency.

Congestion has continuously worsened in the past decade as the number of cars on Jakarta's old road network increased significantly.