ທ່ານນາຍພົນທະຫານ ປຣາໂບໂວ ຊູບຽນໂຕ (Prabowo Subianto) ຂອງອິນໂດ
ເນເຊຍ ທີ່ອອກກິນເບ້ຍບໍານານແລ້ວ ອາດຈະໄດ້ມີການປະທະກັນກັບປະທານາທິ
ບໍດີ ໂຈໂກ ວີໂດໂດ (Joko Widodo) ຊຶ່ງເປັນທີ່ຮູ້ກັນດີໃນຊື່ ໂຈໂກວີ (Jokowi)
ສໍາລັບການຈັດຄູ່ແຂ່ງຂັນກັນໃນການລົງສະໝັກເລືອກຕັ້ງຂອງພວກເພິ່ນໃນປີ 2014
ຜ່ານມານັ້ນ ຄືນອີກ.
ທ່ານປຣາໂບໂວ (Prabowo) ໄດ້ສົ່ງກະແສຂ່າວ ໄປທົ່ວ ໃຫ້ຜູ້ຊົມຢູ່ໃນນະຄອນຫລວງ
ຊາບ ເມື່ອທ່ານໄດ້ຈັດກອງປະຊຸມພັກ ຢູ່ໃນຕຶກອາຄານຂອງທ່ານ ໃນເຂດຈາວາ ຕາ
ເວັນຕົກ (West Java) ແລະໄດ້ບອກສະມາຊິກພັກວ່າ "ຖ້າຫາກພັກເຈີຣິນດຣາ
(Gerindra) ສັ່ງໃຫ້ຂ້າພະເຈົ້າກ້າວຂຶ້ນໄປແຂ່ງຂັນ ໃນການເລືອກຕັ້ງປະທານາທິບໍ
ດີໃນຊຸດຈະມາເຖິງນີ້ ຂ້າພະເຈົ້າກໍພ້ອມແລ້ວ ທີ່ຈະຮັບເອົາພາລະໜ້າທີ່ອັນນັ້ນ."
ອັນນີ້ ບໍ່ໄດ້ແມ່ນການປະກາດການລົງສະໝັກເລືອກຕັ້ງຂອງທ່ານທ່ານປຣາໂບໂວ ຢ່າງເປັນທາງການຫລາຍປານໃດ ເພາະອົງການສື່ມວນຊົນບາງແຫ່ງໄດ້ຕີຄວາມໝາຍຂອງຖະແຫລງການນັ້ນ — ວ່າມັນຕ້ອງໄດ້ມີຄຸນນະສົມບັດຫລາຍອັນກວ່ານັ້ນ.
ພັກເຈີຣິນດຣາ (Gerindra) ບໍ່ມີຄະແນນສຽງພຽງພໍ ທີ່ຈະສາມາດ ມີຜູ້ລົງສະໝັກ
ເລືອກຕັ້ງຂອງຕົນເອງໄດ້ ແລະຕ້ອງໄດ້ເຮັດໃຫ້ມີການເຕົ້າໂຮມສາມັກຄີກັນ ຢ່າງ
ແໜ້ນແກ່ນກ່ອນ. ດັ່ງທີ່ທ່ານ ລຽມ ກັມມອນ (Liam Gammon) ນັກລັດຖະສາດ
ທີ່ມະຫາວິທະຍາໄລແຫ່ງຊາດຂອງອັອສຕຣາເລຍ (link: http://www.newmandala.org/prabowo-didnt-just-announce-presidential-run/) ເວົ້າວ່າ "ທ່ານປຣາໂບໂວ (Prabowo) ມີຄວາມຮູ້ສຶກເປັນສອງ
ຈິດ ສອງໃຈແທ້ໆ ໃນການທີ່ຈະລົງສະໝັກເລືອກຕັ້ງເປັນປະທານາທິບໍດີອີກ,"
ຖ້າຫາກ ທ່ານປຣາໂບໂວ ບໍ່ລົງສະໝັກເລືອກຕັ້ງແລ້ວ, ໂອກາດທີ່ທ່ານຈະເຂົ້າໄປ
ຮ່ວມເຮັດວຽກນໍາທ່ານໂຈໂກວີ (Jokowi) ປະທານາທິບໍດີຄົນປັດຈຸບັນໃນນາມຮອງ
ປະທານາທິບໍດີແມ່ນໜ້ອຍຫລາຍ— ຊຶ່ງໄດ້ມີການພິຈາລະນາເຮັດເຊັ່ນນັ້ນຄືກັນຢູ່
ໃນການເລືອກຕັ້ງໃນປີ 2014, ອີງຕາມພັກເຈີຣິນດຣາ (Gerindra) (link: http://www.thejakartapost.com/news/2018/04/14/jokowi-once-offered-prabowo-vp-seat-gerindra.html).
ມີສິ່ງດຽວທີ່ປາກົດວ່າເປັນທີ່ຈະແຈ້ງກໍຄື ການເລືອກຄົນລົງແຂ່ງຂັນຈະຖືກໝູນວຽນ
ປ່ຽນກັນໄປສໍາລັບການເລືອກຕັ້ງໃນປີ 2019 ນີ້, ແລະເປັນໄປໄດ້ສູງທີ່ສຸດວ່າ ຈະມີ
ການຈັດຄູ່ແຂ່ງຂັນກັນຄືນໂດຍກົງ.
ການເລືອກຕັ້ງ ຊຸດຈະມາເຖິງນີ້ ອາດມີການຈັດຄູ່ ແຂ່ງຂັນເລືອກຕັ້ງ ຄູ່ເກົ່າ ທີ່ເຄີຍລົງສະໝັກໃນ ປີ 2014 ນັ້ນຄືນ ອີກ
ນາຍພົນທະຫານ ປຣາໂບໂວ ຊູບຽນໂຕ (Prabowo Subianto) ຂອງອິນໂດເນເຊຍ (ຂວາ) ໂອ້ລົມກັບ ພວກທີ່ສະໜັບສະໜຸນທ່ານ ໃນນາມທີ່ເປັນ ປະທານພັກ ເຈີຣິນດຣາ (Gerindra)